Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ລົງເຜີຍແຜ່ແຜນປັບປຸງຜະລິດຕະພັນທ່ອງທ່ຽວຢູ່ຕາດເລາະ-ຕາດຮັງ ສຳລັບທ້າຍປີ 2022 ແລະ ແຜນປີ 2023 ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ທີ່ສູນຂໍ້ມູນຂ່າວສານທ່ອງທ່ຽວຕາດເລາະ ຊຶ່ງມີ ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງ, ມີບັນດາແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທິບພະວົງ ສຸວັນນະແພງສີ ຮອງຫົວໜ້າຂະແໜງທ່ອງທ່ຽວພະແນກ ຖວທ ແຂວງ ໄດ້ຜ່ານແຜນການປັບປຸງຜະລິດຕະພັນທ່ອງທ່ຽວຕາດເລາະ-ຕາດຮັງ ສຳລັບທ້າຍປີ 2022 ແລະ ແຜນປີ 2023 ຊຶ່ງແຜນດັ່ງກ່າວຈະມີການປັບປຸງກິດຈະກຳທ່ອງທ່ຽວເຂດຕາດເລາະ-ຕາດຮັງ ເພື່ອຜັນຂະຫຍາຍແຜນຕ້ອນຮັບນັກທ່ອງທ່ຽວຂອງແຂວງ ຕິດພັນກັບເສັ້ນທາງທ່ອງທ່ຽວສີຂຽວ “ເພື່ອຟື້ນຟູການທ່ອງທ່ຽວຕາດເລາະ-ຕາດຮັງໃຫ້ກັບສູ່ການບໍລິການປົກກະຕິ, ສະອາດ-ປອດໄພ ສາມາດຕ້ອນຮັບນັກທ່ອງທ່ຽວ, ເພື່ອສ້າງອາຊີບ, ສ້າງລາຍຮັບ ເຮັດໃຫ້ເສດຖະກິດທ້ອງຖິ່ນມີການຂະຫຍາຍຕົວເທື່ອລະກ້າວ” ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ໂດດເດັ່ນ ແລະ ປະທັບໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ແລະ ພະນັກງານບໍລິການ ໂດຍຮູບການສ້າງຕັ້ງເປັນກຸ່ມຜູ້ປະກອບການທຸລະກິດທ່ອງທ່ຽວຕາດເລາະ ແລະ ມີການແຕ່ງຕັ້ງຄະນະຮັບຜິດຊອບທ່ອງທ່ຽວຂັ້ນບ້ານ, ສົ່ງເສີມການມີສ່ວນຮ່ວມຂອງບ້ານ ແລະ ປະຊາຊົນທ້ອງຖິ່ນເຂົ້າໃນກິດຈະກຳທ່ອງທ່ຽວເຊັ່ນ: ການວາງແຜນ, ການອອກແຮງງານ ແລະ ການແບ່ງປັນຜົນປະໂຫຍດ, ສ້າງວຽກເຮັດງານທຳ, ການເຂົ້າຮ່ວມກິດຈະກຳ, ການຍົກລະດັບການບໍລິການຂອງພາກລັດ-ພາກທຸລະກິດໃນການບໍລິການທ່ອງທ່ຽວ, ສ້າງສິ່ງອຳນວຍຄວາມສະດວກໃນຈຸດທ່ອງທ່ຽວເຊັ່ນ: ຈຸດຖ່າຍຮູບ, ຂົວຂ້າມນໍ້າ, ທາງຍ່າງ, ປ້າຍໂຄສະນາ, ປ້າຍແນະນຳ ແລະ ການປັບປຸງພື້ນທີ່, ສ້າງຄວາມປອດໄພແກ່ນັກທ່ອງທ່ຽວ, ແຫຼ່ງທ່ອງທ່ຽວ ແລະ ບ້ານອ້ອມຂ້າງຕາດເລາະ-ຕາດຮັງ, ເພື່ອຄຸ້ມຄອງ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງພາຍໃນແຫຼ່ງທ່ອງທ່ຽວເຊັ່ນ: ການບຸກລຸກເນື້ອທີ່ດິນ, ການຕັດໄມ້, ຄວາມບໍ່ເຂົ້າໃຈຕໍ່ວຽກງານທ່ອງທ່ຽວ ແລະ ສ້າງລະບຽບການຄຸ້ມຄອງແຫຼ່ງທ່ອງທ່ຽວ, ເພື່ອສ້າງລະບົບລາຍງານ-ສ່ອງແສງ-ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດສ້າງຜະລິດຕະພັນທ່ອງທ່ຽວ; ແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງຕັ້ງຢູ່ແມ່ນໍ້າເຊເສັດ ເຂດບ້ານແສນວັງ ເມືອງສາລະວັນ ແລະ ບ້ານຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ ເປັນແຫຼ່ງທ່ອງທ່ຽວທີ່ສວຍງາມ, ມີໂຮງແຮມ, ເຮືອນພັກ, ບັງກະໂລ, ຮ້ານອາຫານ, ນຳທ່ຽວ, ຮ້ານກິນດື່ມ, ມີວັດທະນະທຳໂດດເດັ່ນ, ງານປະເພນີໜ້າສົນໃຈ, ສາມາດເຊື່ອມໂຍງທ່ອງທ່ຽວກັບບັນດາເມືອງ ແລະ ພາກໃຕ້ຂອງລາວ, ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານເອກະສານນຳທ່ຽວ ແລະ ຜູ້ນຳທ່ຽວ, ເອກະສານເງື່ອນໄຂ-ມາດຖານສະມາຄົມ/ກຸ່ມຜູ້ປະກອບການທຸລະກິດທ່ອງທ່ຽວຕາດເລາະ ແລະ ເອກະສານອື່ນໆ.
ໂອກາດນີ້, ທ່ານ ມະໄລວອນ ສີປະເສີດ ໄດ້ກ່າວເນັ້ນໃຫ້ຜູ້ປະກອບການເຂດແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ ເພີ່ມທະວີຄວາມສະມັກຄີຮ່ວມແຮງຮ່ວມໃຈ, ຈັດຕັ້ງປັບປຸງຜະລິດຕະພັນທ່ອງທ່ຽວຂອງຕົນ ເພີ່ມສີສັນດຶງດູດນັກທ່ອງທ່ຽວ ເພື່ອສ້າງລາຍຮັບໃຫ້ການທ່ອງທ່ຽວຢ່າງຍືນຍົງ.
ຂ່າວ: ກິນດາວັນ ອ້ວນນາຄູ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com