Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຖວທ ວາງ 4 ວິທີການແກ້ໄຂ ເພື່ອໂຄສະນາການແກ້ໄຂບັນຫາຢາເສບຕິດໃຫ້ກວ້າງຂວາງ ເປັນລະບົບ ແລະ ຕໍ່ເນື່ອງ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 22/06/2022 11:09:33 ຈຳ​ນວນ​​ຢ້ຽມ​ຊົມ 8318 ຄັ້ງ

ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເອົາໃຈໃສ່ໂຄສະນາການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ຢ່າງພົ້ນເດັ່ນຫຼາຍດ້ານ ແຕ່ກໍຍັງມີຂໍ້ຈຳກັດ ເປັນຕົ້ນ ຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ ເນື່ອງຈາກພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ ແລະ ບັນຫາອື່ນໆ ຊຶ່ງຂະແໜງ ຖວທ ກໍໄດ້ວາງ 4 ວິທີການແກ້ໄຂເພື່ອສະເໜີທຸກພາກສ່ວນກ່ຽວຂ້ອງ ແລະ ຈະສືບຕໍ່ປະຕິບັດບັນດາວຽກງານທີ່ກ່ຽວຂ້ອງ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໄດ້ຂຶ້ນຊີ້ແຈງກ່ຽວກັບການໂຄສະນາຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດ ຜ່ານສື່ຕ່າງໆ ເພື່ອໃຫ້ປະຊາຊົນເຂົ້າຮ່ວມໃນການຕ້ານຢາເສບຕິດ ຕໍ່ກອງປະຊຸມສະໄມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວວ່າ: ເນື້ອໃນຕົ້ນຕໍການໂຄສະນາຜ່ານສື່ມວນຊົນ ແມ່ນການເອົາໃຈໃສ່ໂຄສະນາ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຂອງຂະແໜງການຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ໂດຍສະເພາະສື່ມວນຊົນ ໄດ້ສູມໃສ່ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ຕໍ່ກັບການໂຄສະນາການແກ້ໄຂບັນຫາດັ່ງກ່າວນີ້ ຢ່າງເປັນລະບົບ ຊຶ່ງເຫັນວ່າໄລຍະຜ່ານມາ ການແກ້ໄຂບັນຫາຢາເສບຕິດ ແມ່ນພົ້ນເດັ່ນຫຼາຍສົມຄວນ ໃນນັ້ນສື່ມວນຊົນ ກໍຄື ໄດ້ອອກໂຄສະນາ ບັນດາເນື້ອໃນຕົ້ນຕໍ ເຊັ່ນ: ໄດ້ອອກໂຄສະນາເຕືອນສະຕິ, ສຶກສາອົບຮົມໃຫ້ສັງຄົມກໍຄືປະຊາຊົນ, ຊາວໜຸ່ມ ແລະ ເຍົາວະຊົນ ໄດ້ຮັບຮູ້ ເຂົ້າໃຈຜົນຮ້າຍຂອງຢາເສບຕິດ ໂດຍອອກເປັນບົດຂ່າວ, ບົດແນະນໍາ, ບົດສຶກສາອົບຮົມ, ບົດເລື່ອງ ຄໍາຂວັນ, ຜະລິດ ຫົວຂໍ້ໂຄສະນາລາຍການຜ່ານວິທະຍຸ-ໂທລະໂຄ່ງ, ໂທລະພາບ, ໜັງສືພິມ ແລະ ສື່ສັງຄົມອອນລາຍ ຊຶ່ງຕາມພາລະບົດບາດຂອງສື່ ກໍແມ່ນໄດ້ມອບໃຫ້ສື່ມວນຊົນ ປກສ ເປັນຜູ້ລົງເລິກ, ເປັນເຈົ້າການໃນການໂຄສະນາວຽກງານດັ່ງກ່າວນີ້. ສ່ວນສື່ມວນຊົນອື່ນ ກໍນໍາເອົາບັນຫາດັ່ງກ່າວນີ້ໄປເຜີຍແຜ່ຕໍ່.

ນອກນີ້, ກໍໄດ້ອອກໂຄສະນາການແກ້ໄຂບັນຫາການຄ້າຂາຍຢາເສບຕິດ ໂດຍອອກຂ່າວຕາມເຫດການຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເປັນຕົ້ນການຈັບກຸມຜູ້ຂົ່ນສົ່ງ, ຜົນການສືບສວນ-ສອບສວນ, ການຖະແຫຼງຂ່າວຂອງເຈົ້າໜ້າທີ່ ແລະ ການດໍາເນີນຄະດີໃນແຕ່ລະຄັ້ງ; ໄດ້ອອກໂຄສະນາການລົງເຄື່ອນໄຫວວຽກງານຂອງການນໍາພັກ-ລັດ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນການຊຸກຍູ້ການຈັດຕັ້ງປະຕິບັດແຜນວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາຢາເສບຕິດ ຢ່າງ ກວ້າງຂວາງ ແລະ ຕໍ່ເນື່ອງ; ໄດ້ຕິດຕາມ ເກັບກໍາບັນຫາຫາງສຽງສັງຄົມ ຜ່ານສື່ສັງຄົມອອນລາຍ ກ່ຽວກັບບັນຫາທີ່ພົ້ນເດັ່ນ ໃນນັ້ນກໍ ແມ່ນບັນຫາການແກ້ໄຂຢາເສບຕິດ ໂດຍເຮັດເປັນບົດລາຍງານປະຈໍາວັນໃຫ້ການນໍາ ແລະ ພາກສ່ວນ ທີ່ກ່ຽວຂ້ອງຮັບຊາບ.

ແຕ່ເຖິງຢ່າງໃດກໍຕາມ, ວຽກງານດັ່ງກ່າວກໍຍັງມີຂໍ້ຫຍຸ້ງຍາກຊຶ່ງທ່ານລັດຖະມົນຕີກະຊວງ ຖວທ ໄດ້ຊີ້ແຈງໃຫ້ເຫັນວ່າ: ສື່ມວນຊົນທາງການ ຍັງມີຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ ເນື່ອງຈາກພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ; ບັນຫາການຄວບຄຸມການໃຊ້ສື່ສັງຄົມອອນລາຍ ເຫັນວ່າຍັງມີຄວາມຫຍຸ້ງຍາກພໍສົມຄວນ ຊຶ່ງໄລຍະຜ່ານມາ ເຈົ້າໜ້າທີ່ທາງການຍັງບໍ່ທັນໄດ້ຖະແຫຼງຂ່າວ ແຕ່ບຸກຄົນ ຫຼື ຜູ້ໃຊ້ສື່ອອນລາຍສ່ວນຕົວ ໄດ້ກະຈາຍພາບ ແລະ ຂໍ້ມູນ ອອກສູ່ສື່ສັງຄົມອອນລາຍ ເຮັດໃຫ້ສັງຄົມເກີດມີການວິພາກວິຈານໄປຫຼາຍແງ່ມູມ; ພາຫະນະ ແລະ ອຸປະກອນຮັບໃຊ້ສື່ມວນຊົນ ຍັງບໍ່ທັນພຽງພໍຕາມຄວາມຕ້ອງການໃນວຽກງານຕົວຈິງ ເຮັດໃຫ້ການອອກໂຄສະນາບາງຄັ້ງບໍ່ທັນຕາມສະພາບການ; ຄວາມຈໍາກັດທາງດ້ານບຸກຄະລາກອນສື່ມວນຊົນທີ່ມີວິຊາສະເພາະດ້ານສື່; ຂ່າວກ່ຽວກັບຢາເສບຕິດ ຕ້ອງໄດ້ລໍຖ້າຈາກ ກະຊວງ ປກສ ເຮັດໃຫ້ການອອກຂ່າວບາງຄັ້ງບໍ່ສາມາດຕອບສະໜອງໄດ້ທັນເວລາ.

ຕໍ່ບັນຫານີ້, ຂະແໜງ ຖວທ ໄດ້ວາງ 4 ວິທີການແກ້ໄຂເພື່ອເຮັດໃຫ້ການໂຄສະນາໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃຫ້ກວ້າງຂວາງ ແລະ ເປັນລະບົບ, ຕໍ່ເນື່ອງ ກໍຄື ເພື່ອສ້າງຈິດສໍານຶກໃຫ້ສັງຄົມ ກໍຄືປະຊາຊົນ ມີສ່ວນຮ່ວມ, ເປັນເຈົ້າການ ຕ້ານຢາເສບຕິດ ຊຶ່ງ ກະຊວງ ຖວທ ໄດ້ສະເໜີບາງບັນຫາຕົ້ນຕໍ ດັ່ງນີ້: 1). ແຕ່ລະຂະແໜງການ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂດຍສະເພາະ ປກສ ທີ່ໄດ້ຮັບຂໍ້ມູນ ຄວນໄດ້ໃຫ້ການຮ່ວມ ມືກັບສື່ມວນຊົນທາງການ ຂອງພວກເຮົາຕື່ມ ໃນການສະໜອງຂໍ້ມູນ ເພື່ອໃຫ້ສື່ມວນຊົນນໍາໄປໂຄສະນາຜ່ານສື່ມວນຊົນ ໃຫ້ທັນເວລາ; 2). ການກະຈາຍຂໍ້ມູນສູ່ສື່ສັງຄົມອອນລາຍ ແຕ່ລະພາກສ່ວນ ຕ້ອງໄດ້ເປັນເຈົ້າການຮ່ວມກັນ ເພື່ອຮັບປະກັນການ ຮົ່ວໄຫຼ່ຂໍ້ມູນທີ່ບໍ່ເປັນທາງການ ຫຼື ຂ່າວທີ່ບິດເບືອນຄວາມຈິງ; 3). ຄວນມີຮູບການຜະລິດສາລະຄະດີສັ້ນ ເຊັ່ນ: ສາລະຄະດີສັ້ນ, ລະຄອນ ແລະ ໂຄສະນາອອກເປັນພາສາເຜົ່າ (ເຜົ່າມົ້ງ, ເຜົ່າກຶມມຸ) ແລະ 4). ລັດຕ້ອງລົງທຶນວຽກງານໂຄສະນາການແກ້ໄຂບັນຫາດັ່ງກ່າວນີ້ຕື່ມ.

ນອກນີ້, ໃນຕໍ່ໜ້າ ກໍຕ້ອງໄດ້ສືບຕໍ່ໂຄສະນາເນື້ອໃນຕົ້ນຕໍ ເປັນຕົ້ນ ສືບຕໍ່ໂຄສະນາຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ສູນກາງ ແລະ ທ້ອງຖິ່ນ ຢ່າງເປັນລະບົບ, ຕໍ່ເນື່ອງ; ສືບຕໍ່ຂະຫຍາຍຕາຂ່າຍໂທລະໂຄ່ງ ເພື່ອນໍາໃຊ້ເປັນພາຫະນະໂຄສະນາໃຫ້ໄປເຖິງເຂດຫາງໄກສອກຫຼີກຕື່ມ. ສືບຕໍ່ອອກໂຄສະນາສຶກສາອົບຮົມ, ເຕືອນສະຕິສັງຄົມ ກໍຄືຊາວໜຸ່ມ, ເຍົາວະຊົນ ໃຫ້ຮັບຮູ້, ເຂົ້າໃຈ ຜົນຮ້າຍ ຂອງຢາເສບຕິດ ດ້ວຍຮູບແບບຕ່າງໆ ເປັນຕົ້ນອອກບົດແນະນໍາ, ບົດສຶກສາອົບຮົມ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ; ສືບຕໍ່ໂຄສະນາການດໍາເນີນຄະດີຜູ້ຄ້າຂາຍຢາເສບຕິດ, ຜ່ານການຖະແຫຼງຂ່າວຂອງເຈົ້າໜ້າທີ່ໆກ່ຽວຂ້ອງ ໃນແຕ່ລະໄລຍະ; ສືບຕໍ່ໂຄສະນາກິດຈະກໍາ ແລະ ຂະບວນການຕ່າງໆ ໃນການຕ້ອນຮັບວັນຕ້ານຢາເສບຕິດແຫ່ງຊາດ ແລະ ວັນ ຕ້ານຢາເສບຕິດສາກົນ; ສືບຕໍ່ຕິດຕາມບັນຫາຫາງສຽງສັງຄົມ ຜ່ານສື່ສັງຄົມອອນລາຍ ທີ່ຕິດພັນກັບການແກ້ໄຂບັນຫາຢາເສບຕິດ ເພື່ອສັງລວມລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ.

(ຂ່າວ: ບຸນອູ້ມ, ພາບ: ບຸນຕອມ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com