Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ນັກທ່ອງທ່ຽວຕ່າງປະເທດ ຮູ້ສຶກດີໃຈ ທີ່ໄດ້ເຂົ້າມາທ່ອງທ່ຽວ ສປປ ລາວ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 19/07/2022 13:22:50 ຈຳ​ນວນ​​ຢ້ຽມ​ຊົມ 7189 ຄັ້ງ

ໂດຍ: ວັນເພັງ

ເລີ່ມແຕ່ ສປປ ລາວ ເປີດປະເທດ ແລະ ຜ່ອນຜັນບາງມາດຕະການ ປ້ອງກັນການຕິດເຊື້ອພະຍາດ ໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນໄດ້ໄປທ່ອງທ່ຽວບັນດາແຂວງຕ່າງໆ ແລະ ນັກທ່ອງທ່ຽວຕ່າງປະເທດ ກໍໄດ້ເດີນທາງເຂົ້າມາທ່ອງທ່ຽວຢູ່ສະຖານທີ່ທ່ອງທ່ຽວຕ່າງໆໃນຂອບເຂດທົ່ວປະເທດ ໃນນັ້ນກໍມີນັກທ່ອງທ່ຽວຕ່າງ ປະເທດຈຳນວນຫຼາຍເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ນັບຫຼາຍຂຶ້ນ ​ນັກທ່ອງທ່ຽວຕາງກໍຮູ້ສຶກດີໃຈຫຼາຍທີ່ ໄດ້ມີໂອກາດມາທ່ຽວ​ ສປປ ລາວ.​

ເມື່ອບໍ່ດົນມານີ້ຜູ້ຂຽນໄດ້ມີໂອກາດສຳພາດ ທ່ານ ວຸດ ໜຶ່ງໃນນັກທ່ອງທ່ຽວຈາກປະເທດໄທ ທີ່ເຂົ້າ ມາທ່ອງທ່ຽວລາວ ວ່າ: ຕົນເອງໄດ້ມາທ່ຽວ ສປປ ​ລາວ​ ເປັນຄັ້ງທຳອິດຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍ ຊຶ່ງ ໄດ້ຮູ້ໄດ້ເຫັນຫຼາຍສິ່ງຢ່າງ ແລະ​ ສປປ​ ລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ສວຍສົດງົດງາມເຕັມໄປດ້ວຍພູຜາປາໄມ້, ພ້ອມນັ້ນຍັງມີແຫຼ່ງທ່ອງທ່ຽວທາງດ້ານ ປະຫວັດສາດ, ວັດທະນະທຳ ວັດວາອາຮາມອັນເກົ່າແກ່ທີ່ສວຍງາມ, ມີພາສາປາກເວົ້າທີ່ຄ້າຍຄືກັນ ເຮັດໃຫ້ສື່ ສານກັນເຂົ້າໃຈກັນງ່າຍ, ເດີນທາງໄປທາງໃດກໍມີຄວາມສະດວກສະບາຍ ໄດ້ມາທ່ຽວແລ້ວຮູ້ສຶກຜ່ອນຄ້າຍ, ຮູ້ສຶກ ປອດໄພ. ພ້ອມກັນນີ້, ການໃຫ້ບໍລິການຢູ່ບັນດາສະຖານທີ່ທ່ອງທ່ຽວ ແມ່ນມີຄວາມສະດວກສະບາຍ, ບໍລິການດີ ສ້າງຄວາມປະທັບໃຈມາແລ້ວຢາກມາອີກ. ໂດຍສະເພາະນະຄອນຫຼວງວຽງຈັນ ກໍມີຫຼາຍສະຖານທີ່ທ່ອງທ່ຽວທີ່ ສວຍງາມໜ້າທ່ຽວຊົມ ເປັນຕົ້ນ ພະທາດຫຼວງວຽງຈັນ, ປະຕູໄຊ, ແຄມຂອງ, ວັດວາອາຮາມ ແລະ ສະຖານ ທີ່ອື່ນໆ, ຫຼັງຈາກນັ້ນທີມງານຈະເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງ ໂດຍຂຶ້ນລົດໄຟລາວ-ຈີນ. ຂະນະດຽວກັນ, ທ່ານ​ ນາງ ໝີນ້ອຍ ໄກ້ນຳທ່ຽວນັກທ່ອງທ່ຽວໄທ ຍັງໃຫ້ຮູ້ວ່າ: ການນຳພານັກທ່ອງທ່ຽວມາທ່ຽວ ສປປ​ ລາວ​ ໃນຄັ້ງ ນີ້ມີຄວາມສະດວກສະບາຍຫຼາຍ ເນື່ອງຈາກວ່າ ສປປ ລາວ ຫາກໍເປີດປະເທດ ນັກທ່ອງທ່ຽວຍັງບໍ່ຫຼາຍຖ້າທຽບ ໃສ່ໄລຍະກ່ອນມີການລະບາດພະຍາດໂຄວິດ - 19, ການບໍລິການຢູ່ດ່ານຍັງມີບາງຢ່າງຢາກໃຫ້ປັບປຸງ ຄືການບໍລິ ການໃຫ້ໄວ ແລະ ມີລະບົບທັນສະໄໝ ບ່ອນຮອງຮັບຕ່າງໆສຳລັບນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ເນື່ອງຈາກໃນ ຕໍ່ໜ້າເຊື່ອວ່າຈະມີນັກທ່ອງທ່ຽວເຂົ້າມາຫຼາຍ.

ທ່ານ​ ສົມພອນ​ ລາວນໍຢາ ພະນັກງານຂາຍປີ້ທັງເປັນພະນັກງານນຳທ່ຽວ ປະຈຳສະຖານທີ່ທ່ອງທ່ຽວ ພະ ທາດຫຼວງວຽງຈັນ ໃຫ້ຮູ້ວ່າ: ນັກທ່ອງທ່ຽວຕ່າງປະທດເລີ່ມເຂົ້າມາທ່ຽວພະທາດຫຼວງວຽງຈັນຫຼາຍຂຶ້ນ ສ່ວນຫຼາຍ ແມ່ນນັກທ່ອງທ່ຽວມາຈາກໄທ,​ ຫວຽດນາມ,​ ຈີນ,​ ເກົາຫຼີ​ ມາເປັນທີມ,​​ ຄອບຄົວ,​ ໝູ່ຄູ່ ມາກາບໄຫວ້, ​ຂໍ​ພອນ,​ ຖ່າຍຮູບ​ ແລະ​ ອື່ນໆ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com