Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ທັງເປັນຜູ້ຊີ້ນໍາ ສວສຊ ໄດ້ລົງພົບປະກັບຄະນະນໍາຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດ (ສວສຊ) ໃນວັນທີ 26 ກຸມພາຜ່ານມາ ທີ່ຫ້ອງປະຊຸມຂອງ ສວສຊ.
ໃນພິທີ ທ່ານ ສອນທະນູ ທໍາມະວົງ ປະທານສະຖາບັນວິ ທະຍາສາດສັງຄົມແຫ່ງຊາດໄດ້ ລາຍງານບົດສະຫຼຸບການເຄື່ອນ ໄຫວວຽກງານຂອງ ສວສຊ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ ຖອດຖອນໄດ້ ແລະ ແຜນໃນຕໍ່ ໜ້າ, ສວສຊ ໃນຖານະເປັນເສ ນາທິການໃຫ້ແກ່ພັກ-ລັດຖະບານໃນການຄົ້ນຄວ້າ, ສະໜອງຂໍ້ມູນ ທາງວິທະຍາສາດສັງຄົມ ເພື່ອຮັບໃຊ້ເຂົ້າໃນການວາງແນວທາງນະໂຍບາຍຂອງພັກ, ແຜນຍຸດ ທະສາດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະ ໄລຍະ.
ໃນໄລຍະຜ່ານມາໄດ້ມີຜົນສຳເລັດໂຄງການຄົ້ນຄວ້າສໍາເລັດໂຄງການຈໍານວນໜຶ່ງ, ສະພາວິທະຍາສາດຂອງ ສວສຊ ໄດ້ຄົ້ນຄວ້າເລິກເຊິ່ງບັນດາໂຄງການຕ່າງໆ; ການຈັດພິມປຶ້ມທີ່ເປັນຜົນສໍາເລັດຂອງການຄົ້ນຄວ້າກໍໄດ້ດໍາເນີນໄປດ້ວຍຄຸນນະພາບ ຊຶ່ງມີຈໍານວນ 14 ຫົວເລື່ອງ, ປັດຈຸບັນ, ໄດ້ພິມອອກແລ້ວ ຈໍານວນ 6 ຫົວເລື່ອງ.
ໃນໄລຍະ 1 ປີ ທີ່ຜ່ານມາ ສວສຊ ໄດ້ມີການຄົ້ນຄວ້າທັງໝົດ ຈໍານວນ 25 ໂຄງການ, ສະເພາະປີ 2019 ໄດ້ສະໜອງງົບປະມານ ສໍາລັບໂຄງການຄົ້ນຄວ້າວິທະຍາສາດເປັນມູນຄ່າ 726 ລ້ານກວ່າກີບ, ໃນນີ້ບໍ່ໄດ້ລວມມູນຄ່າຂອງການພິມ ແລະ ຍັງໄດ້ເອົາໃຈໃສ່ຕິດຕາມວຽກງານອື່ນໆອີກ.
ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງ ສວສຊ ທີ່ຍາດມາໄດ້ໃນໄລ ຍະຜ່ານມາ ພ້ອມທັງເນັ້ນໃຫ້ ສວສຊ ຕ້ອງເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ສ້າງຄວາມເປັນເອກະພາບ ໃນການປະຕິບັດໜ້າທີ່ວຽກງານຕ່າງໆ; ສ້າງຄວາມເຂົ້າໃຈຕໍ່ພາ ລະບົດບາດ, ໜ້າທີ່, ຂອບເຂດ ສິດ ໃນການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງສະຖາບັນທີ່ໄດ້ກໍານົດໄວ້ໃນດໍາລັດຂອງນາ ຍົກ ຊຶ່ງພາລະບົດບາດຫຼັກຂອງ ສວສຊ ແມ່ນເປັນເສນາທິການໃຫ້ແກ່ພັກ-ລັດ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນດ້ານວິທະ ຍາສາດສັງຄົມ ເພື່ອຮັບໃຊ້ເຂົ້າໃນການວາງແນວທາງ, ແຜນ ນະໂຍບາຍຂອງພັກ; ປັບ ປຸງລະບອບ, ແບບແຜນການ ເຄື່ອນໄຫວໃຫ້ສອດຄ່ອງຕາມຫຼັກການຈັດຕັ້ງເຄື່ອນໄຫວຄົ້ນ ຄວ້າວິທະຍາສາດຢ່າງປະດິດ ສ້າງ; ສືບຕໍ່ປັບປຸງພາລະບົດ ບາດ, ໜ້າທີ່ຂອງແຕ່ລະກົມ, ຫ້ອງການ, ສະຖາບັນໃຫ້ຈະ ແຈ້ງ ພ້ອມທັງກໍານົດຕໍາແໜ່ງ ງານຕ່າງໆໃຫ້ສອດຄ່ອງ ແລະ ຈັດວາງສັບຊ້ອນບຸກຄະລາ ກອນເຂົ້າໃສ່ແຕ່ລະຕໍາແໜ່ງ ງານຢ່າງເໝາະສົມ; ໃນການກະກຽມກອງປະຊຸມໃຫຍ່ ແຕ່ລະຂັ້ນຂອງສະຖາບັນໃຫ້ຖືເອົາໂອກາດນີ້ເປັນບັ້ນປັບປຸງປົວແປງພາຍໃນຢ່າງເລິກເຊິ່ງ, ສ້າງການຫັນປ່ຽນທີ່ເປັນບາດລ້ຽວໃໝ່ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນ, ສ່ວນການກະກຽມດ້ານ ບຸກຄະລາກອນ ແຕ່ລະຂັ້ນແມ່ນຕ້ອງໄດ້ດໍາເນີນການສໍາຫຼວດພາຍໃນສະມາຊິກ, ພາຍໃນຄະນະພັກຢ່າງເລິກເຊິ່ງ ເພື່ອຢັ້ງຢືນດ້ານທີ່ຕັ້ງໜ້າ, ດ້ານທີ່ຕ້ອງໄດ້ປັບປຸງແກ້ໄຂກໍຄືການຕໍານິຕິຊົມ, ກໍ່ສ້າງຊຶ່ງກັນແລະ ກັນ.
(ຂ່າວ: ແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com