Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເມືອງງອຍ ມີສະຖານທີທ່ອງທ່ຽວທໍາມະຊາດທີ່ສວຍງາມ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 18/08/2022 08:07:30 ຈຳ​ນວນ​​ຢ້ຽມ​ຊົມ 7173 ຄັ້ງ

ໂດຍ: ວັນໄຊ ຕະວິນຍານ

ຜູ້ຂຽນເຄີຍເດີນທາງໄປ ເມືອງງອຍ ແຂວງຫຼວງພະບາງ ຫຼາຍຄັ້ງ, ແຕ່ໄປຄັ້ງນີ້ຫ່າງຈາກຄັ້ງກ່ອນ 7 ປີແລ້ວ. ແຕ່ກັບມາອີກຄັ້ງນີ້, ເຫັນເມືອງງອຍ ມີການສ້າງສາ ພັດທະນາດີຂຶ້ນກວ່າເກົ່າຫຼາຍ ກໍຮູ້ສຶກພູມໃຈທີ່ການນໍາ ເມືອງງອຍ ໄດ້ນໍາພາຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ຂອງແຂວງ, ມີຄວາມພະຍາຍາມສູ້ຊົນປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງຕົນ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ.

ເມືອງງອຍ ເປັນເມືອງທີ່ກໍານົດເອົາການທ່ອງທ່ຽວເປັນທ່າແຮງສ້າງລາຍຮັບ ຖັດຈາກການຜະລິດກະສິກໍາ, ການບໍລິການ, ອຸດສາຫະກໍາ ແລະ ຫັດຖະກໍາ ກໍຍ້ອນວ່າ ມີສະຖານທີ່ທ່ອງທ່ຽວທໍາມະຊາດທີ່ສວຍງາມອີກເມືອງໜຶ່ງຂອງແຂວງຫຼວງພະບາງ ກໍຄືເມືອງອື່ນໆພາຍໃນປະເທດເຮົາ. ແຕ່ສິ່ງທີ່ໂດດເດັ່ນຖ້າພວກເຮົາເດີນທາງອອກຈາກນະຄອນຫຼວງພະບາງໄປທາງທິດເໜືອຕາມເສັ້ນທາງ 13 ເໜືອ ໄປຫາເມືອງງອຍ ມີຄວາມຍາວ 142 ກິໂລແມັດ ໃຊ້ເວລາປະມານສາມຊົ່ວໂມງ. ເວລາເຮົາຂີ່ລົດໄປ ຫຼຽວເບິ່ງຕາມສອງຝາກຂ້າງທາງ ສິ່ງທີ່ປະທັບໃຈທີ່ສຸດ ແມ່ນເຫັນທໍາມະຊາດ ພູຜາຫີນສູງຊັນ, ປ່າໄມ້ທີ່ຂຽວສົດງົດງາມເປັນໜ້າສະອອນໃຈ. ເມື່ອໄປເຖິງບ້ານໜອງຂຽວ ເປັນບ້ານໃຈກາງເທດສະບານເມືອງ ຍິ່ງປະທັບໃຈນໍາທໍາມະຊາດ ມີແມ່ນໍ້າອູໄຫຼຜ່ານ, ມີພູຜາສູງຊັ້ນຕັ້ງລຽບແຄມນໍ້າ, ມີຖໍ້າ ແລະ ຈຸດຊົມວີວ ຖ້ານັກທ່ອງທ່ຽວໄປຮອດຈະອົດບໍ່ໄດ້ໃນການບັນທຶກພາບໄວ້ເປັນທີ່ລະນຶກ.

ຈຸດທ່ອງທ່ຽວທີ່ມີຊື່ສຽງຂອງເມືອງງອຍ ແມ່ນຈຸດຊົມວີວຜາຊົມນາງ, ວີວຜາແດງ, ຖໍ້າພູທອກ,ຍາມແລງຕາເວັນກໍາລັງຈະຕົກດິນລ່ອງເຮືອຕາມແມ່ນໍ້າອູ ຊົມທໍາມະຊາດສອງຝາກແມ່ນໍ້າ ເຫັນປະຊາຊົນຕຶກເບັດເອົາປາທໍາມະຊາດຕາມຈຸດຕ່າງໆ. ເວລາລ່ອງເຮືອໄປຈະແວະຮ້ານອາຫານເຮືອນແພທີ່ຕັ້ງຢູ່ແຄມນໍ້າກໍໄດ້ ຫຼື ຂີ່ເຮືອໄປທ່ຽວບ້ານເມືອງງອຍ ໃຊ້ເວລາປະມານຊົ່ວໂມງກວ່າ ກໍມີແຫຼ່ງທ່ອງທ່ຽວທາງປະຫວັດສາດ ຖໍ້າ, ພູຫີນສູງຊັນເຊັ່ນດຽວກັນ. ເມື່ອສໍາເລັດການລ່ອງເຮືອແລ້ວກໍມານັ່ງຮັບປະທານອາຫານຢູ່ຕາມຮ້ານແຄມຝັ່ງເບິ່ງທໍາມະຊາດຍາມຄໍ່າຄືນກໍມີຄວາມສວຍງາມໄປອີກແບບໜຶ່ງ.

ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງໆງອຍ ແຂວງຫຼວງພະບາງ ເລົ່າສູ່ຟັງວ່າ: ພາຍຫຼັງໄດ້ມີແຜນກໍານົດເອົາເມືອງງອຍເປັນເມືອງທ່ອງທ່ຽວ ກໍມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນສ້າງຣີສອດ 4 ແຫ່ງ, ເຮືອນພັກ 32 ຫຼັງ, ຮ້ານອາຫານນ້ອຍ-ໃຫຍ່ ລວມ 33 ແຫ່ງ, ສາຂາການບໍລິການທ່ອງທ່ຽວ 1 ສາຂາ ແລະ ບໍລິສັດບໍລິການທ່ອງທ່ຽວ 8 ບໍລິສັດ, ພາຍໃນເມືອງມີແຫຼ່ງທ່ອງ 40 ແຫ່ງ ໃນນີ້: ແຫຼ່ງທ່ອງທ່ຽວປະຫວັດສາດ 14 ແຫ່ງ, ແຫຼ່ງທ່ອງທ່ຽວທໍາມະຊາດ 15 ແຫ່ງ ແລະ ແຫຼ່ງທ່ອງທ່ຽວວັດທະນະທໍາ 11 ແຫ່ງ ແຕ່ແຫຼ່ງທ່ອງທ່ຽວສ່ວນຫຼາຍບໍ່ທັນໄດ້ປັບປຸງຫຍັງຫຼາຍເທື່ອ. ເວົ້າສະເພາະໃນໄລຍະ 6 ເດືອນ ຂອງປີ 2022 ນີ້, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາພັກແຮມຢູ່ພາຍໃນເມືອງທັງໝົດເກືອບ 2.000 ຄົນ. ແຕ່ເດືອນຕຸລາ ຫາເດືອນພຶດສະພາ ຈະມີນັກທ່ອງທ່ຽວມາຫຼາຍທີ່ສຸດ ຈົນທີ່ພັກບໍ່ສາມາດຮອງຮັບນັກທ່ອງທ່ຽວໄດ້ໝົດ.

ໃນຕໍ່ໜ້ານີ້, ທາງເມືອງ ໄດ້ມີແຜນຈັດສັນພື້ນທີ່ກໍ່ສ້າງຣີສອດ, ເຮືອນພັກແຄມນໍ້າອູ, ຮ້ານອາຫານ, ເພີ່ມວົງຈອນການທ່ອງທ່ຽວ, ປັບປຸງທັດສະນີຍະພາບ, ປູກຕົ້້ນໄມ້, ດອກໄມ້ປະດັບ,ເອົາໃຈໃສ່ຮັກສາຄວາມສະອາດຂອງຕົວເມືອງ, ສ້າງຫ້ອງນໍ້າສາທາລະນະ ແລະ ຮ້ານຂາຍເຄື່ອງທີ່ລະນຶກ ປະເພດຕ່າງໆ ໂດຍປຸກລະດົມນັກທຸລະກິດພາຍໃນ ແລະ ຕ່າງປະເທດມາລົງທຶນທັງໝົດ. ຖ້າແຜນການທັງໝົດສໍາເລັດໃນເວລາອັນໃກ້ ເຊື່ອວ່າຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມທໍາມະຊາດເມືອງງອຍທີ່ສວຍງາມ ອາກາດດີ, ກິນອາຫານພື້ນບ້ານປອດສານຜິດ, ກຸ້ງ-ປາທໍາມະຊາດຫຼາຍຂຶ້ນຢ່າງແນນອນ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com