Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງຄົງເຊໂດນ ແຂວງສາລະວັນ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມຫວ່າງບໍ່ດົນຜ່ານມາ ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນ ທີ່ຫ້ອງປະຊຸມສະ ໂມສອນເມືອງ ພາຍໃຕ້ການ ເປັນປະທານຂອງ ສະຫາຍ ແຫວນເພັດ ລັດດາວົງ ກໍາມະ ການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄົງເຊໂດນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສີສຸວັນ ວົງຈອມສີ ກໍາມະການສູນກາງພັກ ເລ ຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສາລະວັນ, ສະຫາຍ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ບັນດາສະຫາຍໃນຄະນະປະ ທານກອງປະຊຸມ, ແຂກຖືກເຊີນຈາກບັນດາເມືອງ ແລະ ສະຫາຍຜູ້ແທນສົມບູນຈໍານວນ 120 ສະຫາຍ ແລະ ພາກສ່ວນກ່ຽວຂ້ອງໃນທົ່ວເມືອງເຂົ້າຮ່ວມ.
ຕະຫຼອດໄລຍະ 5 ປີ ຜ່ານມາ ເສດຖະກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບສະເລ່ຍ 7-8%ຕໍ່ປີ, ລວມຍອດຜະລິດຕະພັນ 3.250 ຕື້ກວ່າກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີ 11 ລ້ານກວ່າກີບ ຫຼື ເທົ່າກັບ 1.334 ໂດລາ, ດຶງດູດແຫຼ່ງທຶນເພື່ອການພັດທະນາໄດ້ 810 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 87%, ສິນຄ້າສົ່ງອອກສາມາດປະຕິບັດໄດ້ 235 ຕື້ກີບ, ທຽບໃສ່ແຜນ ປະຕິບັດໄດ້ 85%, ສິນ ຄ້າສົ່ງອອກສ່ວນໃຫຍ່ແມ່ນ ເຂົ້າ, ມັນຕົ້ນ, ກ້ວຍ, ເຫຼົ້າຂາວ, ງົວ, ໝູ ແລະ ອື່ນໆ. ຕະຫຼອດໄລ ຍະ 5 ປີ ຜ່ານມາ ສາມາດຜະ ລິດເຂົ້າໄດ້ 382.292 ໂຕນ, ເນື້ອ ທີ່ປູກເຂົ້ານາປີ ເພີ່ມຂຶ້ນຈາກ 17.540 ເຮັກຕາ ໃນປີ 2014 ມາເປັນ 17.878 ເຮັກຕາ ໃນປີ 2019, ເນື້ອທີ່ນາແຊງ 2.950 ເຮັກຕາ, ຜົນຜະລິດ 61.926 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 350 ກິໂລຕໍ່ຄົນຕໍ່ປີ. ການຜະລິດເປັນສິນຄ້າ ມີທ່ວງທ່າຂະຫຍາຍຕົວຂຶ້ນເລື້ອຍໆ ເປັນຕົ້ນການປູກມັນຕົ້ນ, ມັນດ້າງ, ຖົ່ວດິນ, ສາລີ, ກ້ວຍ ແລະ ອື່ນໆ, ສ່ວນການລ້ຽງສັດ ກໍເພີ່ມຂຶ້ນເປັນກ້າວໆ ອັນໄດ້ເຮັດໃຫ້ມີຄອບຄົວຕົວແບບການປູກຝັງ-ການລ້ຽງສັດ ເປັນສິນຄ້າຄືື: ປູກເຂົ້າເປັນສິນຄ້າ 8 ຄອບຄົວ, ລ້ຽງສັດເປັນສິນຄ້າ 3 ຄອບຄົວ ຊຶ່ງເປັນເງື່ອນໄຂເຮັດໃຫ້ປະຊາຊົນ ສາມາດເຂົ້າເຖິງແຫຼ່ງທຶນ ເພື່ອປະກອບເຂົ້າໃນການຜະລິດເປັນສິນຄ້າສ້າງລາຍຮັບເພີ່ມເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ແລະ ສາມາດລຶບລ້າງຄອບຄົວທຸກຍາກຫຼຸດລົງເທື່ອລະກ້າວ ຍັງເຫຼືອພຽງ 6 ຄອບຄົວ ເທົ່າກັບ 0,4% ຂອງຄອບຄົວທັງໝົດ, ລຶບລ້າງບ້ານທຸກຍາກ (ຕາມດໍາລັດ 309/ນຍ) ໄດ້ 100% ແລະ ປະກາດຮັບຮອງເອົາບ້ານພັດທະນາ 13 ບ້ານ ຄຽງຄູ່ກັນນັ້ນວຽກງານວັດທະນະທຳ-ສັງຄົມ, ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຂະຫຍາຍຕົວເປັນກ້າວໆ.
ກອງປະຊຸມໄດ້ໃຊ້ສິດປະ ຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຊຶ່ງມີຜູ້ສະໝັກທັງໝົດ 29 ສະຫາຍ ຍິງ 3 ສະຫາຍ, ເລືອກເອົາ 25 ສະຫາຍ. ຜ່ານການປ່ອນບັດຄັດເລືອກ ແລະ ຕາມການຕົກລົງເປັນເອກະສັນໃນກອງປະຊຸມຄັ້ງປະຖົມມະລືກ ເຫັນດີເລືອກເອົາຄະນະປະຈຳພັກເມືອງ 7 ສະຫາຍ ຍິງ 1 ສະຫາຍ ແລະ ໄດ້ເລືອກເອົາ ສະຫາຍ ແຫວນເພັດ ລັດດາວົງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ກ່ຳ ແສງມະນີ ເປັນຮອງເລຂາພັກ, ສະຫາຍ ວັນນະລອນ ອິນທະພອນເດດ ເປັນຮອງເລຂາພັກ ທັງເປັນປະທານກວດກາພັກ, ເລືອກເອົາ ສະຫາຍ ທອງດີ ສິດທີລາດ ແລະ ສະຫາຍ ແອ່ງ ແສງຈັນ ເປັນຮອງປະທານກວດກາ . ນອກນັ້ນໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ຈຳນວນ 22 ສະຫາຍ ແລະ ສຳຮອງ 5 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com