Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 30 ກັນຍາ ຜ່ານມາ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ລົງຕິດຕາມຊຸກຍູ້ວຽກງານ ຢູ່ເຂດເສດຖະກິດໃໝ່ ສີທັນດອນ ເມືອງໂຂງ. ໂດຍສະເພາະຊຸກຍູ້ການສືບຕໍ່ພັດທະນາໂຄງການອຸທິຍານແຫຼ່ງທ່ອງທ່ຽວ ນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໃຫ້ມີໃບໜ້າໃໝ່. ໂດຍມີ ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ, ທ່ານ ລີຊຽງ (LI XIANG) ປະທານ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ, ມີຄະນະຄຸ້ມຄອງເຂດເສດຖະກິດພິເສດ, ພະແນກການທີ່ກ່ຽວຂ້ອງ ຂອງແຂວງຈໍາປາສັກ ເຂົ້າຮ່ວມ.
ໃນການລົງຕິດຕາມຄັ້ງນີ້, ກໍໄດ້ມີກອງປະຊຸມປຶກສາຫາລືຮ່ວມກັນລະຫວ່າງ ອົງການປົກຄອງແຂວງ ແລະ ເມືອງໂຂງ ກໍຄື ພາກລັດ ກັບ ບໍລິສັດ ດັ່ງກ່າວ ແລະ ໄດ້ຮັບຟັງການລາຍງານຈາກ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ກ່ຽວກັບ ຜົນການລົງສຳຫຼວດ ແລະ ເກັບກຳຂໍ້ມູນທາງດ້ານສິ່ງແວດລ້ອມ ແລະ ສັງຄົມໃນເນື້ອທີ່ດິນ 1.000 ເຮັກຕາ, ສໍາລັບວຽກການຊົດເຊີຍໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ (ໃຫ້ຜູ້ສຳປະທານຜູ້ເກົ່າ) ໃນມູນຄ່າ 18 ຕື້ກວ່າກີບ ແລະ ການຈັດຕັ້ງປະຕິບັດໂຄງການພັດທະນາເສດຖະກິດໃໝ່ສີທັນດອນ ຊຶ່ງປະກອບມີບັນດາໜ້າວຽກຈຸດສຸມຕ່າງໆ ແຜນການພັດທະນາ 4 ໄລຍະໃນຕໍ່ໜ້າ ໂດຍສະເພາະໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ແນວທາງການປັບປຸງປົວແປງ ສິ່ງອຳນວຍຄວາມສະດວກ ໃນເຂດວັດທະນະທຳ, ເຂດຊົມວີວທາງທຳມະຊາດ ແລະ ພື້ນທີ່ສີຟ້າ ໃນຈຳນວນ 51 ເຮັກຕາ, ເພື່ອກຽມພ້ອມສຳລັບຕ້ອນຮັບນັກທ່ອງທ່ຽວ ໃນມື້ໜຶ່ງໃຫ້ຮອງຮັບໄດ້ຫຼາຍກວ່າ 5 ພັນຄົນ ແລະ ວາງແຜນການກໍ່ສ້າງສ້ອມແປງໄລຍະທຳອິດ ຄາດວ່າຈະໃຊ້ຕົ້ນທຶນການສ້ອມແປງ ປະມານ 500.000 ໂດລາ. ຈາກນັ້ນ, ທ່ານຮອງເຈົ້າແຂວງ ແລະ ຄະນະ ກໍໄດ້ລົງສຳຫຼວດພາກສະໜາມ ໃນບັນດາກິດຈະກຳຕ່າງໆທີ່ກ່າວມານັ້ນ, ແລະ ກະກຽມ ເບິ່ງຈຸດທີ່ຈະວາງສີລາລືກໃນ 2 ໂຄງການກໍຄື ໂຄງການໂຮງແຮມແຄນຄູ່ ຊຶ່ງເປັນສິ່ງກໍ່ສ້າງທີ່ສຳຄັນ ມີຄວາມສູງ 238,98 ແມັດ ແລະ ໂຄງການສາງຄ່ຽນຖ່າຍສິນຄ້າ ທີ່ເຂດພັດທະນາເສດຖະກິດໃໝ່ສີທັນດອນ ໄດ້ເປີດ 2 ໂຄງການໃໝ່ ຢ່າງເປັນທາງການ ເມື່ອບໍ່ດົນຜ່ານມານີ້.
ຂ່າວ-ພາບ: ທັດຊະນະ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com