Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການແຜ່ລະບາດຂອງພະຍາດໂຄວິດ- 19 ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ຂະແໜງການທ່ອງທ່ຽວພາຍໃນປະເທດຢ່າງໜັກໜ່ວງ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 13/10/2022 13:03:59 ຈຳ​ນວນ​​ຢ້ຽມ​ຊົມ 2206 ຄັ້ງ

ຮຽບຮຽງໂດຍ: ວັນໄຊ ຕະວິນຍານ

ກ່ອນປີ 2020, ການທ່ອງທ່ຽວແມ່ນຂະແໜງການເສດຖະກິດໜຶ່ງຂອງປະເທດເຮົາ ທີ່ມີແຫຼ່ງລາຍຮັບເປັນເງິນຕາຕ່າງປະເທດ ຮອງຈາກລາຍຮັບຈາກການຂາຍກະແສໄຟຟ້າ ແລະ ບໍ່ແຮ່. ໃນປີ 2019 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ສູງເຖິງ 4,79 ລ້ານຄົນ (ນັກທ່ອງທ່ຽວກຸ່ມໃຫຍ່ທີ່ເຂົ້າມາທ່ອງທ່ຽວລາວ ມີໄທ 45%, ຈີນ 21,3%, ຫວຽດນາມ 19,3% ແລະ ສ ເກົາຫຼີ 4,2%) ມີລາຍຮັບທັງໝົດ 934 ລ້ານໂດລາ, ລາຍຮັບຈາກການທ່ອງທ່ຽວເຕີບໂຕ 15%. ຈາກໂຕເລກດັ່ງກ່າວສະແດງໃຫ້ເຫັນວ່າການທ່ອງທ່ຽວໄດ້ປະກອບສ່ວນທີ່ສໍາຄັນຕໍ່ການພັດທະນາເສດຖະກິດ - ສັງຄົມ ຂອງປະເທດ 9,1% ຂອງເສດຖະກິດລວມ, ສາມາດສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 300.000 ຄົນ.

ຈາກສະຖິຕິຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ (UN) ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ ແລະ ການທ່ອງທ່ຽວຢູ່ປະເທດເຮົາຫຼຸດລົງໄປຕາມໆກັນເຊັ່ນ: ໃນປີ 2020 ນັກທ່ອງທ່ຽວຈາກປະເທດໄທຫຼຸດລົງ 77%, ຈີນ47%, ຫວຽດນາມ 73% ແລະ ສ ເກົາຫຼີ 70%. ລາຍຮັບຈາກການທ່ອງທ່ຽວຫຼຸດລົງ 41%, ລາຍຮັບ ຈາກສະຖານທີ່ພັກ 79%, ລາຍຮັບຈາກບໍລິສັດທ່ອງທ່ຽວ 79%, ລາຍຮັບຈາກການເຂົ້າຊົມສະຖານທີ່ທ່ອງທ່ຽວ 81%, ລາຍຮັບຈາກຮ້ານອາຫານ ແລະ ຮ້ານບັນເທີງ 72%, ຈໍານວນຜູ້ໂດຍສານຂອງສາຍການບິນລາວຫຼຸດລົງ 66,3% ເຮັດໃຫ້ທຸລະກິດການທ່ອງທ່ອງທ່ຽວຢຸດສະຫງັກ, ໂຕເລກນັກທ່ອງທ່ຽວຕ່າງປະເທດຫຼຸດລົງ 74%, ຂາດລາຍຮັບເຖິງ 70-80% ຈາກລາຍຮັບຂອງການທ່ອງທ່ຽວທັງໝົດ, ແຮງງານໃນຂະແໜງການທ່ອງທ່ຽວທັງທາງກົງ ແລະ ທາງອ້ອມ ບໍ່ໄດ້ຮັບຄ່າແຮງ, ຖືກພັກວຽກ, ໂຮງແຮມ,ເຮືອນພັກ, ຮ້ານບັນເທີງ, ທຸລະກິດຂາຍຍ່ອຍ, ຮ້ານອາຫານ, ຮ້ານນວດ ແລະ ສະປາ ຈໍານວນບໍ່ໜ້ອຍປິດກິດຈະການ.

ໃນໄລຍະທີ່ລັດຖະບານປະກາດມາດຕະການຜ່ອນຜັນ ມີທຸລະກິດຈໍານວນຫຼາຍທີ່ຍັງສືບຕໍ່ດໍາເນີນກິດຈະ

ການ ແຕ່ມີທຸລະກິດປະມານ 65% ໄດ້ຫຼຸດພະນັກງານລົງ ເຊັ່ນ: ແຂວງຫຼວງພະບາງ ແລະ ຢູ່ເມືອງວັງວຽງ ແຂວງວຽງຈັນ ທຸລະກິດທ່ອງທ່ຽວຫຼາຍກວ່າ 80% ແມ່ນໄດ້ປົດພະນັກງານຂອງຕົນອອກ 50%, ສົ່ງຜົນກະທົບຕໍ່ສະພາບເສດຖະກິດຄອບຄົວພົບຄວາມຫຍຸ້ງຍາກ, ບັນຫາໜີ້ສິນເພີ່ມຂຶ້ນ ພ້ອມກັນນັ້ນຍັງເຮັດໃຫ້ຄວາມຕ້ອງການຂອງພາຍໃນຫຼຸດລົງ. ນອກຈາກນັ້ນ,ຍັງສູນເສຍລາຍໄດ້ຈາກການໂອນເງິນມາຈາກຕ່າງປະເທດຫຼາຍກວ່າ 136 ລ້ານໂດລາ ຍ້ອນຜູ້ທີ່ໄປອອກແຮງງານຢູ່ຕ່າງປະເທດກັບຄືນມາປະເທດຫຼາຍກວ່າ 130.500 ກວ່າຄົນ.

ໃນໄລຍະການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດເຮົາ ເຮັດໃຫ້ເກີດການວ່າງງານກວມເອົາ 23,4% (ໂຕເລກເດືອນກໍລະກົດ 2020) ເນື່ອງຈາກຄວາມຕ້ອງການພາຍໃນປະເທດຫຼຸດລົງຢ່າງຫຼວງຫຼາຍ ເຮັດໃຫ້ທຸລະກິດຈໍານວນໜຶ່ງສືບຕໍ່ປິດກິດຈະການພາຍຫຼັງມີມາດຕະການຜ່ອນຜັນຂອງລັດຖະ

ບານ. ອັດຕາເງິນເຟີ້ຈາກ 3,3% ໃນປີ 2019 ຂຶ້ນເປັນ 6,1% ໃນຕົ້ນປີ 2020. ເຮັດໃຫ້ລາຄາອາຫານ,ເຄື່ອງນຸ່ງຫົ່ມເຄື່ອງໃຊ້ສອຍພາຍໃນເຮືອນ, ຄ່າປິ່ນປົວ ແລະ ອື່ນໆ ເພີ່ມຂຶ້ນໃນໄລຍະສອງປີນີ້.

ປະຊາຊົນ ຈໍານວນ 361.000 ຄົນ ມີຄວາມສ່ຽງຕົກຢູ່ໃນສະພາບຄວາມທຸກຍາກ ຍ້ອນຜົນກະທົບຈາກພະຍາດໂຄວິດ-19 ຊຶ່ງຈະເຮັດໃຫ້ໂຕເລກອັດຕາຄວາມທຸກຍາກແຫ່ງຊາດເພີ່ມຂຶ້ນປະມານ 5,2% ຊຶ່ງສ່ວນໃຫຍ່ຈະແມ່ນປະຊາຊົນທີ່ອາໄສຢູ່ໃນເຂດຊົນນະບົດ. ນີ້ເປັນພຽງໂຕເລກສ່ວນໜຶ່ງທີ່ມີຜົນກະທົບຕໍ່ເສດຖະກິດ ແລະ ການທ່ອງທ່ຽວພາຍໃນປະເທດເຮົາ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ແຕ່ຍັງມີຂະແໜງການອື່ນໆອີກກໍມີຜົນກະທົບເຊັນດຽວກັນ. ແຕ່ພັກ ແລະ ລັດຖະບານ ກໍໄດ້ມີວິທີການ,ມາດຕະການແກ້ໄຂຊ່ວຍເຫຼືອຜູ້ປະກອບການສ່ວນໄດ້ສ່ວນໜຶ່ງ, ອອກມາດຕະການຜ່ອນຜັນກະຕຸກຊຸກຍູ້ເຮັດໃຫ້ທຸລະກິດການທ່ອງທ່ຽວພາຍໃນປະເທດຄ່ອຍໆຟື້ນຕົວຂຶ້ນເປັນລໍາດັບ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com