Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ແນວທາງການຟື້ນຟູການທ່ອງທ່ຽວຂອງປະເທດເຮົາ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ -19

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 17/10/2022 15:06:06 ຈຳ​ນວນ​​ຢ້ຽມ​ຊົມ 1973 ຄັ້ງ

ໂດຍ: ວັນໄຊ ຕະວິຍານ

ອີງໃສ່ຜົນຂອງການສຶກສາຄົ້ນຄວ້າທາງເລືອກຂອງແຜນຍຸດທະສາດ, ແຜນການຈັດຕັ້ງປະຕິບັດຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນເດືອນກໍລະກົດ 2020, ຄໍາແນະນໍາຈາກຄູ່ຮ່ວມພັດທະນາຕ່າງໆ ແລະ ການເກັບກໍາຂໍ້ມູນຈາກພາກທຸລະກິດ ເພື່ອປະກອບເຂົ້າໃນແຜນຟື້ນຟູການທ່ອງ

ທ່ຽວພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ 19 ຈົນໄປເຖິງປີ 2025 ຊຶ່ງແຜນສະບັບດັ່ງກ່າວປະ

ກອບມີ 3 ຫົວຂໍ້ຕົ້ນຕໍຄື: 1. ທາງດ້ານເສດຖະກິດ ເພື່ອປົກປ້ອງວຽກເຮັດງານທໍາ ແລະ ໃຫ້ການຊ່ວຍເຫຼືອ ເພື່ອເຮັດໃຫ້ຂະແໜງການທ່ອງທ່ຽວສາມາດຜ່ານຜ່າວິກິດການນີ້ໄປໄດ້, 2. ສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ ແລະ ສ້າງຄວາມເຂັ້ມແຂງໃຫ້ຂະແໜງການທ່ອງທ່ຽວ ແລະ 3, ຂະຫຍາຍ ແລະ ສ້າງຄວາມຫຼາກຫຼາຍໃຫ້ແກ່ຜະລິດຕະພັນການທ່ອງທ່ຽວ, ການບໍລິການ ແລະ ຕະຫຼາດທ່ອງທ່ຽວ. ແຕ່ລະຫົວຂໍ້ໄດ້ກໍານົດອອກເປັນ 8 ວຽກບຸລິມະສິດໄດ້ແກ່: ວຽກທີ 1: ແມ່ນເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ຫຼາຍຂຶ້ນ ຊຶ່ງເປັນວຽກທີ່ມີຄວາມສໍາຄັນຫຼາຍໃນການຈັດຕັ້ງປະຕິບັດແຜນດໍາເນີນງານໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໂດຍສະເພາະແມ່ນດ້ານການຕະຫຼາດ ແລະ ການຈັດສັນງົບປະມານທີ່ເໜາະສົມໃສ່ວຽກງານດັ່ງກ່າວ. ພາກລັດ ແລະ ພາກທຸລະກິດຕ້ອງສືບຕໍ່ຮ່ວມມືກັນຫຼາຍຂຶ້ນນອກຈາກຈັດຕັ້ງກອງປະຊຸມປຶກສາຫາລືບັນຫາຕ່າງໆເຊັ່ນ: ຊຸກຍູ້ໃຫ້ມີການສ້າງຕັ້ງສະພາສົ່ງເສີມການທ່ອງທ່ຽວ ຊຶ່ງເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດກິດຈະກໍາເຊັ່ນ: ການຕະຫຼາດ ແລະ ການສຶກສາຄົ້ນຄວ້າວິໄຈຕະຫຼາດການທ່ອງທ່ຽວ.

ແຜນວຽກທີ 2: ການໃຫ້ຄວາມຊ່ວຍເຫຼືອ ແລະ ສ້າງສະພາບຄ່ອງໃຫ້ແກ່ທຸລະກິດການທ່ອງທ່ຽວ.ແຜນງານນີ້ ມີເປົ້າໝາຍເພື່ອສ້າງສະພາບຄ່ອງໃຫ້ທຸລະກິດທ່ອງທ່ຽວ ເພື່ອຫຼີກເວັ້ນການປິດກິດຈະການເປັນຈໍານວນຫຼາຍ ແລະ ຮັກສາພະນັກງານຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການສູງໃນຂະ ແໜງການທ່ອງທ່ຽວ. ຖ້າຫາກການທ່ອງທ່ຽວບໍ່ໄດ້ຮັບການຟື້ນຟູ ຫຼື ການທ່ອງທ່ຽວຊຸດໂຊມລົງ ກໍໝາຍຄວາມວ່າການລົງທຶນເຂົ້າໃນການພັດທະນາຊັບພະຍາກອນມະນຸດໃນໄລຍະທີ່ຜ່ານມາ ກໍບໍ່ມີປະສິດທິຜົນ ແລະ ຈະເຮັດໃຫ້ການທ່ອງທ່ຽວຂອງປະເທດເຮົາບໍ່ສາມາດແຂ່ງຂັນກັບປະເທດອື່ນໄດ້. ດັ່ງນັ້ນ, ການສ້າງກອງທຶນຊ່ວຍເຫຼືອການທ່ອງທ່ຽວ, ການຮັກສາວຽກເຮັດງານທໍາ ໂດຍການຈັດຝຶກອົບຮົມໃນຫົວຂໍ້ຕ່າງໆ ຈຶ່ງເປັນສິ່ງຈໍາເປັນໃນຍຸດທະສາດດັ່ງກ່າວ.

ແຜນງານທີ 3: ຈັດຕັ້ງປະຕິບັດບັນດາລະບຽບການ, ຂໍ້ແນະນໍາກ່ຽວກັບຄວາມປອດໄພດ້ານສຸຂະພາບ ແລະ ຍຸດທະສາດໃນການປະສານງານ ຕິດຕໍ່ພົວພັນ. ແຜນງານດັ່ງກ່າວນີ້ ເປັນມາດຕະການຕອບໂຕ້ທີ່ຮີບດ່ວນ ແລະ ສໍາຄັນໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆ ຊຶ່ງອາດຈະເກີດຂຶ້ນໃນອະນາຄົດ. ມາດຕະການຄວາມປອດໄພດ້ານສຸຂະພາບຢູ່ຈຸດໝາຍປາຍທາງການທ່ອງທ່ຽວ, ປະກັນສຸຂະພາບ ແລະ ນະໂຍບາຍອື່ນໆ ລ້ວນແຕ່ເປັນສິ່ງຈໍາເປັນ ແລະ ສໍາຄັນຕໍ່ການຕັດສິນໃຈຂອງນັກທ່ອງທ່ຽວ.

ແຜນງານທີ 4: ການສຶກສາຄົ້ນຄວ້າຕະຫຼາດການທ່ອງທ່ຽວ (ການເກັບກໍາຂໍ້ມູນ ແລະ ວິໄຈ)ເຄື່ອງມືດີຈີຕອນ ແລະ ວິທີການຕ່າງໆໃຫ້ມີຄວາມທັນສະໄໝ. ເຮັດໃຫ້ນັກທ່ອງທ່ຽວສາມາດເຂົ້າເຖິງແຫຼ່ງຂໍ້ມູນກ່ຽວຂ້ອງກັບການທ່ອງທ່ຽວຢ່າງວ່ອງໄວ.

ແຜນງານທີ 5: ສ້າງຄວາມເຂັ້ມແຂງໃຫ້ກັບເຄື່ອງໝາຍ ແລະ ສົ່ງເສີມການຕະຫຼາດເພື່ອເຮັດໃຫ້ການທ່ອງທ່ຽວຟື້ນຄືນມາ ຕົ້ນຕໍແມ່ນເລັ່ງໃສ່ສະໜັບສະໜູນທຸລະກິດການທ່ອງທ່ຽວຂະໜາດນ້ອຍ ແລະ ກາງ ໂດຍການຫັນປ່ຽນຈາກຕະຫຼາດທ່ອງທ່ຽວສາກົນ ມາເປັນຕະຫຼາດທ່ອງທ່ຽວພາຍໃນ ໂດຍການສຶກສາຄົ້ນຄວ້າ ແລະ ສະໜອງຂໍ້ມູນກ່ຽວກັບຕະຫຼາດ, ສ້າງຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການ ແລະ ຄວາມນິຍົມຂອງຕະຫຼາດພາຍໃນປະເທດ, ສ້າງລາຍການໂຄສະນາການທ່ອງທ່ຽວໃຫ້ມີຫຼາຍສີສັນ, ສ້າງທຸລະກິດທ່ອງທ່ຽວຂະໜາດນ້ອຍ ແລະ ກາງໃຫ້ມີການພັດທະນາ ຜະລິດຕະພັນການທ່ອງທ່ຽວຕອບສະໜອງຄວາມຕ້ອງການຕະຫຼາດພາຍໃນປະເທດ.

ແຜນວຽກທີ 6: ແມ່ນການກະຕຸ້ນການລົງທຶນ ແນໃສ່ສ້າງຄວາມສະດວກໃຫ້ແກ່ການລົງທຶນໃສ່ພື້ນຖານໂຄງລ່າງ, ດຶງດູດນັກລົງທຶນເຂົ້າໃນການພັດທະນາຜະລິດຕະພັນການທ່ອງທ່ຽວ ເຊັ່ນ:ການ ທ່ອງທ່ຽວແບບຍືນຍົງ ແລະ ການທ່ອງທ່ຽວທໍາມະຊາດ, ຊຸກຍູ້ຍົກລະດັບເຕັກໂນໂລຊີ (ການຊຳລະແບບບໍ່ຈ່າຍເງິນສົດ, ການເຊື່ອມຕໍ່ອິນເຕີເນັດ ລະບົບແຜນທີ່ຢ່າງຖືກຕ້ອງຄົບຖ້ວນກັບສະພາບຂອງແຫຼ່ງທ່ອງທ່ຽວ.

ແຜນງານທີ 7: ສ້າງຄວາມຫຼາກຫຼາຍຂອງຜະລິດຕະພັນການທ່ອງທ່ຽວ ແລະ ຍຸດທະສາດບຸລິມະສິດ. ໜາຍເຖິງການປັບປຸງແຫຼ່ງທ່ຽວ, ການຈັດວາງຕາຕະລາງນໍາທ່ຽວໃຫ້ມີຄວາມຫຼາກຫຼາຍຮັດກຸມ ຕໍ່ເນື່ອງ, ມີຄວາມສະດວກສະບາຍ, ເປັນທີ່ປະທັບໃຈ ແລະ ກຸ້ມຄ່າກັບລາຄາບໍລິການເປັນຕົ້ນ.

ແຜນງານທີ 8: ສ້າງຄວາມຫຼາກຫຼາຍຂອງຕະຫຼາດທ່ອງທ່ຽວ ແມ່ນແນໃສ່ການພັດທະນາການທ່ອງທ່ຽວຂອງປະເທດເຮົາ ໃນອີກ 2 ປີຂ້າງໜ້າ ແມ່ນຈະໃຫ້ເປັນໄປໃນຮູບແບບໃດ? ໂດຍອີງໃສ່ລັກສະນະທາງດ້ານພູມສັນຖານ ແລະ ຕະຫຼາດການທ່ອງທ່ຽວທີ່ຕ້ອງການດຶງດູດໃຫ້ເຂົ້າມາ. ດັ່ງນັ້ນ,ຜະລິດຕະພັນການທ່ອງທ່ຽວ ແລະ ການບໍລິການຕ້ອງໄດ້ຮັບການພັດທະນາໃຫ້ດີຂຶ້ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງກຸ່ມຕະຫຼາດເປົ້າໝາຍດັ່ງກ່າວ (ໂດຍສະເພາະການທ່ອງທ່ຽວທີ່ເປັນມິດກັບສິ່ງ ແວດລ້ອມ ແລະ ການທ່ອງທ່ຽວແບບຍືນຍົງ) ການສຶກສາຄົ້ນຄວ້າ ແລະ ວິໄຈການຕະຫຼາດການ ທ່ອງທ່ຽວ ແລະ ຄວາມສາມາດໃນການຂະຫຍາຍຕະຫຼາດທ່ອງທ່ຽວແມ່ນເປັນສິ່ງສໍາຄັນຫຼາຍ (ຕົວຢ່າງ: ຕະຫຼາດ ສປ ຈີນ ພາຍຫຼັງມີເສັ້ນທາງລົດໄຟເຊື່ອມຕໍ່ ລາວ-ຈີນ ນັກທ່ອງທ່ຽວເຂົ້າມາທ່ຽວປະເທດເຮົາຫຼາຍຂຶ້ນ. ດັ່ງນັ້ນ, ເພື່ອເຮັດໃຫ້ການພັດທະນາຜະລິດຕະພັນໃໝ່ ແລະ ຕະຫຼາດທ່ອງທ່ຽວໃໝ່ສາມາດປະສົບຜົນສໍາເລັດໄດ້ນັ້ນ ສິ່ງສໍາຄັນທີ່ສຸດແມ່ນການສ້າງຄວາມເຂົ້າໃຈທີ່ລະອຽດກັບຄວາມຕ້ອງການ, ແຮງຈູງໃຈ ແລະ ຮູບການໃຊ້ຈ່າຍຂອງຕະຫຼາດທ່ອງທ່ຽວນັ້ນ ແລະ ຍັງສາມາດຕອບສະໜອງໃຫ້ແກ່ການລົງທຶນເຂົ້າໃນການພັດທະນາຜະລິດຕະພັນ ແລະ ຕະຫຼາດການທ່ອງທ່ຽວ, ທັງໝົດນັ້ນໄດ້ສະທ້ອນໃຫ້ເຫັນວ່າເຮົາໄດ້ມີການສຶກສາ ແລະ ເຂົ້າໃຈລະອຽດກ່ຽວກັບຕະຫຼາດເປົ້າໜາຍຂອງປະເທດເຮົາ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com