Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຮຽບຮຽງໂດຍ: ຕຸໄລເພັດ
ປະຕູໂຊ ຫຼື ຊື່ເດີມເອີ້ນວ່າ: “ອະນຸສາວະລີໄຊຊະນະ” ມັກຖືກປຽບທຽບ ໂດຍນັກທ່ອງທ່ຽວວ່າເປັນ “ອາກ ເດີ ທຣີອົມ” (ຢູ່ໃນນະຄອນປາຣີ ປະເທດຝຣັ່ງ) ຂອງລາວ ເພາະວ່າມີລັກສະນະໂດດເດັ່ນຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ບໍລິເວນຕອນປາຍຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນ ມັກເອີ້ນກັນວ່າ ຊ້ອງ ເອລິເຊ້ ຊຶ່ງເປັນຖະໜົນຢູ່ໃນປາຣີເຊັ່ນກັນ). ປະຕູໄຊຖືກສ້າງຂຶ້ນນັບແຕ່ປີ ຄ.ສ 1957-1962 ເພື່ອເປັນອະນຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກການປົກຄອງຂອງລ່າເມືອງຂຶ້ນຝຣັ່ງ ໂດຍສ້າງຕາມສັດສ່ວນເລກຕໍາລາອັນສໍາຄັນຂອງຊາວພຸດຄື: 3-7-9. ຮູບຊົງດ້ານເທິງຂອງປະຕູໄຊແມ່ນມີລັກສະນະຄ້າຍຄືກັບຜາສາດ ທັສມາຮານທີ່ຢູ່ປະເທດອິນເດຍ ແລະ ດ້ານໃນຖືກປະ ດັບປະດາດ້ວຍສິລະປະລວດລາຍອັນເປັນເອກະລັກຂອງລາວທີ່ມີສີສັນງົດງາມ ລວມທັງຮູບປັ້ນ ນາງ ກິນ ນະລີ ປະຕູໂຊມີຄວາມສູງ 49 ແມັດ. ດັ່ງນັ້ນ, ນັກທອງທ່ຽວທີ່ມາທ່ຽວຊົມ ຈຶ່ງສາມາດຂຶ້ນໄປສູ່ຊັ້ນສູງສຸດ ເພື່ອຊົມທີວທັດອັນສວຍງາມຂອງຕົວເມືອງໃນນະຄອນຫຼວງວຽງຈັນ. ຢູ່ບໍລິເວນດ້ານລຸ່ມກໍເປັນເດີ່ນກວ້າງປະກອບໄປດ້ວຍອ່າງນ້ຳພຸ, ດອກໄຟສີ ແລະ ດອກໄມ້ຫຼາກຊະນິດ-ຫຼາຍແນວພັນ ທີ່ສົ່ງກິ່ນອັນຫອມຫວນ ແລະ ສີສັນສົດໃສຕະການຕາ. ດ້ວຍເຫດນີ້, ປະຕູໂຊ ຈຶ່ງເປັນອີກສະຖານທີ່ທ່ອງທ່ຽວໜຶ່ງທີ່ລືຊື່ໃນນະ ຄອນຫຼວງວຽງຈັນ ກໍຄືໃນປະເທດລາວເຮົາ ຊຶ່ງສາມາດດຶງດູດນັກທ່ອງທ່ຽວເປັນຈໍານວນຫຼວງຫຼາຍໃຫ້ເຂົ້າມາທ່ຽວຊົມ ແລະ ແວະຖ່າຍຮູບເກັບພາບໄວ້ເປັນທີ່ລະນຶກ ເພື່ອສະແດງໃຫ້ຮູ້ວ່າໄດ້ເດີນທາງມາຮອດນະ ຄອນຫຼວງວຽງຈັນແລ້ວ ທ່ານສາມາດຂຶ້ນໄປຊົມດ້ານເທິງຂອງປະຕູໄຊໄດ້ທຸກມື້ ໃນເວລາ 8:00-16:00 ໂມງ.
ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com