Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ
ສວນວັດທະນະທໍາຊຽງຄວນ ຕັ້ງຢູ່ເຂດບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ໃກ້ກັບຂົວມິດຕະພາບ ລາວ-ໄທ ແຫ່ງທີ I ຫ່າງຈາກຈຸດໃຈກາງຂອງນະຄອນຫຼວງວຽງຈັນ ໄປທາງໃຕ້ ປະມານ 24 ກິໂລແມັດ.
ສວນວັດທະນະທໍາແຫ່ງນີ້ຖືກສ້າງຂຶ້ນໃນປີ ຄ.ສ 1958 ໂດຍ ປູ່ ບຸນເຫຼືອ ສຸຣິຣັດ ຊຶ່ງປະກອບມີຮູບປັ້ນຢັ່ງຢາຍກວ່າ 200 ແບບ ໃນນັ້ນມີທັງຮູບຄົນ, ຜີ, ເທວະດາ, ພະ, ສັດເດລະ ສານ ແລະ ອື່ນໆ ທີ່ຢູ່ໃນອະລິຍະບົດຕ່າງໆ ແລະ ມີການປະສົມປະສານລະຫວ່າງຄະຕິພຸດ ແລະ ຮິນດູ ຊວນໃຫ້ເກີດຄວາມຮູ້ສຶກຊື່ນຊົມ, ອັດສະຈັນ ແລະ ພິດສະຫວົງສົງໄສປະປົນກັນໄປ ເມື່ອໄດ້ພົບເຫັນ. ສິ່ງທີ່ໂດດເດັ່ນຢູ່ໃນອຸທິຍານແຫ່ງນີ້ ກໍຄືພະພຸດທະຮູບປາງນອນ (ປາງພຸດທະໄສຍາດ) ທີ່ມີຄວາມຍາວປະມານ 50 ແມັດ ແລະ ປະຕິມະກໍາ ຣາຫຍັກ ທີ່ກຳລັງອ້າປາກຢູ່ ຊຶ່ງເປັນປະຕູເດີນທາງຂຶ້ນໄປສູ່ສະຫວັນຊັ້ນ 7 (ອອກຈາກປາກຣາຫູໄປສູ່ຊັ້ນດາດຟ້າ). ສິ່ງເຫຼົ່ານີ້ໄດ້ສ້າງຄວາມສົນໃຈ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ຽວຊົມເປັນຈໍານວນຫຼວງຫຼາຍ.
ທ່ານສາມາດມາທ່ຽວຊົມສວນວັດທະນະທໍາແຫ່ງນີ້ໄດ້ທຸກມື້ ໃນລະຫວ່າງເວລາ 8:30-18:00 ໂມງ.
ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com