Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ 2018-2022 ແລະ ເປີດສົກຮຽນໃໝ່2022-2023 ພ້ອມປະດັບຫຼຽນໄຊຂັ້ນຕ່າງໆຂຶ້ນໃນວັນທີ 1 ທັນວານີ້ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ຫົວໜ້າກົມ-ຮອງກົມ, ຮອງອະທິການບໍດີ, ຄະນະບໍດີພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ກ່າວວ່າ: ການຈັດພິທີສະຫຼຸບຊຸດຮຽນ 2018-2022 ຂອງນັກສຶກສາຄັ້ງນີ້ເປັນຮຸ່ນທີ 20 ແມ່ນການຈັດຕັ້ງເຄື່ອນໄຫວໃນສົກຮຽນ 2021-2022 ແລະ ແຜນພັດທະນາການສຶກສາໄລຍະ 5 ປີ (2021-2025), ມຊ ປະກອບດ້ວຍ 13 ຄະນະວິຊາ 11 ຫ້ອງການ 2 ສະຖາບັນ ແລະ 6 ສູນ, ມີຫໍສະໝຸດກາງ, ໂຮງໝໍວິທະຍາເຂດ, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລທີ່ຂຶ້ນກັບ. ມີຈໍານວນພະນັກງານຄູ-ອາຈານ ທັງໝົດ 1.763 ຄົນ ຍິງ 824 ຄົນ, ພະນັກງານບໍລິຫານ 311 ຄົນ ຍິງ 191 ຄົນ, ອາຈານສອນ 1.393 ຄົນ ຍິງ 625 ຄົນ, ພະນັກງານຄູ-ອາຈານມີລະດັບການສຶກສາລະດັບປະລິນ ຍາເອກ 204 ຄົນ ຍິງ 44 ຄົນ, ປະລິນຍາໂທ 956 ຄົນ ຍິງ 408 ຄົນ, ປະລິນຍາຕີ 499 ຄົນ ຍິງ 309 ຄົນ, ນອກຈາກນັ້ນຍັງມີອານຸປະລິນຍາ, ໃນນັ້ນໄດ້ວິທະຍານາມມະຍົດຂັ້ນສາດສະດາຈານ 5 ຄົນ ຍິງ 1 ຄົນ, ຂັ້ນຮອງສາດສະດາຈານ 87 ຄົນ ຍິງ 13 ຄົນ, ຍັງມີຂັ້ນອາຈານ ແລະ ຜູ້ຊ່ວຍອາຈານ.
ໃນສົກນີ້, ຄະນະພັກ, ຄະນະນໍາ ມຊ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານທີ່ສຳຄັນໃນການສຶກສາອົບຮົມໃນຖັນແຖວພະນັກງານຄູ-ອາຈານ ແລະ ນັກສຶກສາໃຫ້ມີສະຕິຕໍ່ການຈັດຕັ້ງ, ກໍາແໜ້ນແນວ ທາງນະໂຍບາຍຂອງພັກ, ເຄົາລົບກົດໝາຍຂອງລັດ, ປະຕິບັດລະບຽບລັດຖະກອນຢ່າງເຄັ່ງຄັດ, ມີຄວາມສາມັກ ຄີພາຍໃນສູງ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນຢ່າງເຂັ້ມງວດ. ປັດຈຸບັນ ມຊ ໄດ້ດໍາເນີນການຮຽນ-ການສອນໃນຫຼາຍລະດັບນັບຕັ້ງແຕ່ຫຼັກສູດອານຸປະລິນຍາຈົນເຖິງຫຼັກສູດປະລິນຍາເອກມີທັງໝົດ 239 ຫຼັກ ສູດ, ໃນນັ້ນຫຼັກສູດປະລິນຍາເອກມີ 6 ຫຼັກສູດ, ປະລິນຍາໂທ 66 ຫຼັກສູດ, ຫຼັກສູດນາໆຊາດປະລິນຍາໂທ 1ຫຼັກສູດ, ຫຼັກສູດປະລິນຍາຕີ 118 ຫຼັກສູດ ມີລະບົບ 4 ປີ, 5 ປີ, 6 ປີ, ສຳລັບຫຼັກສູດນາໆຊາດປະລິນຍາຕີ 2ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 42 ຫຼັກສູດ, ຫຼັກສູດອະນຸປະລິນຍາ 4 ຫຼັກສູດ, ໃນສົກຮຽນ 2021-2022 ມີນັກສຶກສາສຳເລັດການສຶກສາຈຳນວນ 5.394 ຄົນ ຍິງ 2.702 ຄົນ, ລະດັບປະລິນຍາໂທ 631 ຄົນ ຍິງ 255 ຄົນ, ປະລິນຍາຕີ 4.741 ຄົນ ຍິງ 2.435 ຄົນ ແລະ ອະນຸປະລິນຍາ 22 ຄົນ ຍິງ 12 ຄົນ, ມີນັກສຶກສາໄດ້ຮັບໃບປະກາດກຽດນິຍົມ 65 ຄົນ ຍິງ 37 ຄົນ. ນອກຈາກນີ້ຍັງມີຜົນງານດ້ານການຄົ້ນຄວ້າວິທະຍາສາດທັງໝົດ 86 ຫົວຂໍ້, ຄຽງຄູ່ກັນນັ້ນ ມຊ ໄດ້ຮ່ວມມືດ້ານວິຊາການທັງພາຍໃນ ແລະ ຕ່າງປະເທດໄດ້ເຊັນບົດບັນທຶກຄວາມເຂົ້າໃຈທາງດ້ານວິຊາການກັບບັນດາມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງປະເທດລວມທັງໝົດ 314 ສະບັບ, ໃນນັ້ນອາຊຽນ 7 ປະເທດ, ອາຊີ-ປາຊີຟິກ 8 ປະເທດ, ເອີຣົບ-ອາເມຣິກາ 16 ປະເທດ ແລະ ເຊັນສັນຍາຮ່ວມມືກັບອົງການສາກົນ 11 ແຫ່ງ ແລະ ເປັນສະມາຊິກສາກົນ 9 ແຫ່ງ.
ຄຽງຄູ່ຜົນສຳລັດດັ່ງກ່າວໃນໄລຍະ 5 ປີຜ່ານມາມີພະນັກງານ, ຄູ-ອາຈານທີ່ມີຜົນງານດີເດັ່ນໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈໍານວນ 146 ຄົນ ແລະ 13 ກົມກອງ, ຫຼຽນໄຊແຮງງານຊັ້ນ II ຈໍານວນ 155 ຄົນ ແລະ 8 ກົມກອງ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 158 ຄົນ ແລະ 3 ກົມກອງ, ຫຼຽນກາແຮງງານຈໍານວນ 129 ຄົນ ແລະ 4 ກົມກອງ, ໃບຍ້ອງຍໍລັດຖະບານຈໍານວນ 560 ຄົນ ແລະ 11 ກົມກອງ ໃຫ້ກຽດປະດັບຫຼຽນໂດຍທ່ານ ພຸດ ສິມມາລາວົງ.
ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດໂອ້ລົມພ້ອມທັງກ່າວເນັ້ນໃຫ້ຄູ-ອາຈານມີທັດສະນະຫຼັກໝັ້ນດ້ານການເມືອງ-ແນວຄິດມີຈຸດຢືນຢ່າງຖືກຕ້ອງ, ກຳແໜ້ນແນວທາງການຕ່າງປະເທດຢ່າງໜັກແໜ້ນ, ສຳລັບກະຊວງ ສສກ ຕ້ອງເອົາໃຈໃສ່ວາງນິຕິກຳ, ວາງກົນໄກ ນະໂຍບາຍອອກມາຄຸ້ມຄອງໃຫ້ມັນສັກສິດເລິກເຊິ່ງເຖິງກົກເພື່ອຫັນປ່ຽນທັດສະນະແນວຄິດໃໝ່, ຫັນແນວທາງນະໂຍບາຍໃຫ້ເປັນອັນລະອຽດສອດຄ່ອງກັບແນວທາງ ລວມເພື່ອສ້າງບຸກຄະລາກອນຢ່າງມີຄຸນນະພາບ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການພັດທະນາ, ສຳລັບຄະນະພັກ, ຄະນະນຳ ມຊ ຂໍໃຫ້ຮັກສາເສີມຂະຫຍາຍມູນເຊື້ອອັນດີນີ້ໄວ້ເພື່ອເປັນສິ່ງຊຸກດັນໃນການພັດ ທະນາໃນແງ່ວິຊາການໃຫ້ເບິ່ງຄືນຫຼັກສູດ, ຫຼັກສູດທັງໝົດຕ້ອງເນັ້ນຄຸນນະພາບເປັນກົກ ແລະ ທັນສະໄໝ, ເອົາໃຈໃສ່ຈັດຕັ້ງການຮຽນ-ການສອນໃຫ້ທັນກັບສະພາບການ, ໜຶ່ງໃນບັນຫາທີ່ໃຫຍ່ໃນປັດຈຸບັນເລື່ອງຂາດຄູສອນຄຸນນະພາບຂອງນາຍຄູຊິເຮັດແນວໃດ, ສະນັ້ນຄູ-ອາຈານຕ້ອງເປັນແບບຢ່າງໃນການກຳແໜ້ນແນວທາງ, ກຳ ແໜ້ນດ້ານທິດສະດີ, ກຳແໜ້ນດ້ານວິຊາສະເພາະຂອງຕົນເອງ, ກຳແໜ້ນດ້ານພຶດຕິກຳ, ເປັນແບບຢ່າງດ້ານການປະພຶດ, ການເຄື່ອນໄຫວ ແລະ ເປັນແບບຢ່າງໃນດ້ານອື່ນໆນີ້ແມ່ນຄວາມຮັບຜິດຊອບໂດຍກົງ. ດັ່ງນັ້ນ, ຮຽກ ຮ້ອງມາຍັງຄະນະພັກ, ຄະນະນໍາຕ້ອງເອົາໃຈໃສ່ຄວາມເປັນແບບຢ່າງເຮັດແທ້ທຳຈິງ ເພື່ອເຮັດໃຫ້ການຮຽນ-ການສອນກ້າວສູ່ຄຸນນະພາບມີການຫັນປ່ຽນຢ່າງຕັ້ງໜ້າແທດເໝາະກັບຍຸກສະໃໝ່.
ຂ່າວ-ພາບ: ພູວັນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com