Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ໄພທຳມະຊາດທຳລາຍເສດຖະກິດໂລກເຖິງ 313.000 ລ້ານໂດລາ

ເຜີຍ​ແຜ່​ໂດຍ​: ວິໄລພອນ ເພັດໄພບູນ ເວ​ລາ: 27/01/2023 12:31:55 ຈຳ​ນວນ​​ຢ້ຽມ​ຊົມ 1429 ຄັ້ງ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 26 ມັງກອນ ຜ່ານມາ, ບໍລິສັດ ເອອອນ (AON) ຊຶ່ງເປັນບໍລິສັດນາຍໜ້າປະກັນໄພ ໄດ້ປະເມີນການວ່າ ໄພພິບັດທາງທຳມະຊາດຕ່າງໆ ຊຶ່ງສ່ວນໃຫຍ່ເກີດຈາກການປ່ຽນແປງສະພາບອາກາດ ກໍ່ໃຫ້ເກີດຄວາມສູນເສຍທາງດ້ານເສດຖະກິດທົ່ວໂລກເຖິງ 313.000 ລ້ານໂດລາ ໃນປີ 2022 ຜ່ານມາ ຊຶ່ງຈຳນວນດັ່ງກ່າວໄດ້ເຮັດປະກັນໄວ້ນ້ອຍກວ່າເຄິ່ງໜຶ່ງ.

ການສູນເສຍຈາກໄພພິບັດທາງທຳມະຊາດທີ່ພາກສ່ວນປະກັນໄພຄວບຄຸມ ຢູ່ທີ່ 132.000 ລ້ານໂດລາ ສົ່ງຜົນໃຫ້ຊ່ອງຫວ່າງການຄຸ້ມຄອງປະກັນໄພທົ່ວໂລກຢູ່ທີ່ 58% ຊຶ່ງເອອອນກ່າວວ່າ ຕ່ຳທີ່ສຸດເປັນປະຫວັດສາດ ໃນຂະນະທີ່ຈຳນວນເຫດໄພພິບັດຕ່າງໆເຊັ່ນ: ອຸທົກກະໄພ ແລະ ເຮີຣິເຄນ ເພີ່ມຂຶ້ນຫຼາຍ ເມື່ອທຽບກັບຄ່າສະເລ່ຍນັບຕັ້ງແຕ່ປີ 2000. ທ່ານ ມິຄານ ລໍຣິນ ຫົວໜ້າຝ່າຍຂໍ້ມູນໄພພິບັດຂອງ ເອອອນ ກ່າວວ່າ: ມັນຂ້ອນຂ້າງຕ່ຳ ເນື່ອງຈາກໄພພິບັດທີ່ສ້າງຄວາມເສຍຫາຍຫຼາຍທີ່ສຸດເກີດຂຶ້ນໃນປະເທດທີ່ມີຕະຫຼາດປະກັນໄພທີ່ເຕີບໂຕບໍ່ວ່າຈະເປັນອາເມຣິກາ ຫຼື ເອີຣົບ ຂະນະທີ່ການສູນເສຍໃນພາກພື້ນທີ່ຄວບຄຸມນ້ອຍກວ່າຢ່າງອາຊີຢູ່ໃນລະດັບຕ່ຳກວ່າຄ່າສະເລ່ຍ. ນອກຈາກນີ້, ບໍລິສັດເອອອນ ຍັງໄດ້ເປີດເຜີຍບົດລາຍງານວ່າ ການສູນເສຍຂອງຜູ້ປະກັນຕົນທົ່ວໂລກປະມານ 75% ເກີດຂຶ້ນໃນອາເມຣິກາ ຈາກເຮີຣິເຄນອຽນທີ່ພັດເຂົ້າລັດຟໍຣິດາ ເມື່ອເດືອນກັນຍາ 2022 ຊຶ່ງສ້າງຄວາມເສຍຫາຍຕໍ່ການປະກັນໄພໃນລະຫວ່າງ 50.000-55.000 ລ້ານໂດລາ ຈາກການສູນເສຍທາງດ້ານເສດຖະກິດທັງໝົດ 95.000 ລ້ານໂດລາ.

ນອກຈາກນີ້, ເອອອນ ຍັງໄດ້ປະເມີນການວ່າ ມີຜູ້ເສຍຊີວິດປະມານ 31.300 ຄົນ ຈາກເຫດໄພພິບັດທາງທຳມະຊາດໃນປີ 2022 ຊຶ່ງປະມານ 2 ໃນ 3 ມີການເຊື່ອມໂຍງກັບຄື່ນຄວາມຮ້ອນຮຸນແຮງໃນເອີຣົບໃນລະຫວ່າງເດືອນມິຖຸນາ-ກໍລະກົດ ຜ່ານມາ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com