Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ມັນຕົ້ນ ພືດເສດຖະກິດທີ່ຊາວກະສິກອນນິຍົມປູກຢ່າງແຜ່ຫຼາຍ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 28/02/2023 14:25:20 ຈຳ​ນວນ​​ຢ້ຽມ​ຊົມ 4792 ຄັ້ງ

ໂດຍ: ຂັນຄຳ ຈັນທະວົງ

ມັນຕົ້ນພືດອຸດສາຫະກຳທີ່ກຳລັງນິຍົມປູກຢ່າງແຜ່ຫຼາຍ, ເຫັນໄດ້ວ່າບໍ່ພໍເທົ່າໃດປີມານີ້ ປະຊາຊົນໃນເຂດເມືອງຕ່າງໆຂອງແຂວງສະຫວັນນະເຂດ ແລະແຂວງຕ່າງໆໃນທົ່ວປະເທດໄດ້ນິຍົມກັນປູກມັນຕົ້ນເປັນສິນຄ້າຢ່າງເອົາຈິງເອົາຈັງ ຈົນກາຍເປັນພືດເສດຖະກິດທີ່ສ້າງລາຍຮັບໃຫ້ຫຼາຍຄອບຄົວ ແລະເຫັນວ່າໃນແຕ່ລະປີເນື້ອທີ່ປູກມັນຕົ້ນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ,ໃນຂະນະທີ່ຊາວກະສິກອນສ່ວນໃຫຍ່ໄດ້ຄຳນວນເຖິງລາຍຮັບຂອງຕົນໃນແຕ່ລະລະດູການຜະລິດ ເມື່ອທຽບໃສ່ພືດຊະນິດອື່ນເຫັນວ່າການປູກມັນຕົ້ນເປັນສິນຄ້າໃຫ້ຜົນກຳໄລຫຼາຍກວ່າການປູກພືດຊະນິດອື່ນ(ປຽບທຽບຂະໜາດເນື້ອທີ່, ແຮງງານ ແລະຕົ້ນທຶນການຜະລິດ), ໃນຂະນະດຽວກັນພັກ ແລະລັດຖະບານກໍໄດ້ໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນຈາກການຂາຍຜົນຜະລິດຂອງຕົນ, ຕິຖອຍຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ຊ່ວຍແກ້ໄຂບັນຫາທາງເສດຖະກິດຕາມສອງວາລະແຫ່ງຊາດທີ່ພັກ ແລະລັດຖະບານວາງອອກ. ໃນນີ້, ສະເພາະແຂວງສະຫວັນນະເຂດ ຊຶ່ງເປັນແຂວງທົ່ງພຽງທີ່ມີພື້ນທີ່ປູກມັນຕົົ້ນຢ່າງກວ້າງຂວາງກໍມີຄວາມຫວັງສູງໃນການຜະລິດມັນຕົ້ນເປັນສິນຄ້າເພື່ອສົ່ງອອກ ຊຶ່ງໃນປີຕໍ່ໄປຄາດວ່າປະຊາຊົນໃນທົ່ວແຂວງຈະຜະລິດມັນຕົ້ນດິບໃຫ້ໄດ້ 880.000 ໂຕນ.

ທ່ານ ລັດຕະນະ ໄຊສົມບັດ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະປ່າໄມ້ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ໃນປີ 2021 ທົ່ວແຂວງມີເນື້ອທີ່ປູກມັນຕົ້ນທັງໝົດ 7.438 ເຮັກຕາ, ຜົນຜະລິດລວມ 119.010-223.140ໂຕນ(ສະເລ່ຍ 16-20 ໂຕນ/ເຮັກຕາ),ໃນນີ້ ເມືອງໄຊບູລີ ມີເນື້ອທີ່ປູກ 1.900 ເຮັກຕາ, ຜົນຜະລິດ 30.400 ໂຕນ, ເມືອງນອງມີເນື້ອທີ່ 1.270 ເຮັກຕາ,ຜົນຜະລິດ 20.320 ໂຕນ, ເມືອງສອງຄອນ ມີເນື້ອທີ່ປູກ 904 ເຮັກຕາ, ໄດ້ຮັບຜົນຜະລິດ 14.478 ໂຕນ, ສ່ວນຜົນຜະລິດມັນຕົ້ນດິບປີ 2022 ທົ່ວແຂວງ 488.167 ໂຕນ(ຜົນຜະລິດ 20 ໂຕນ/ເຮັກຕາ),ໃນນີ້ ເມືອງນອງມີເນື້ອທີ່ 3.530ເຮັກຕາ, ຜົນຜະລິດ 70.860 ໂຕນ, ເມືອງອາດສະພອນ ມີເນື້ອທີ່ປູກມັນຕົ້ນ 3.043 ເຮັກຕາ, ຜົນຜະລິດ 60.880 ໂຕນ,ເມືອງອຸທຸມພອນ ມີເນື້ອທີ່ປູກ2.484 ເຮັກຕາ, ຜົນຜະລິດ 49.680 ໂຕນ, ເມືອງໄຊບູລີມີເນື້ອທີ່ 2.450 ເຮັກຕາ,ຜົນຜະລິດ 49.000 ໂຕນ.

ສ່ວນລາຄາເກັບຊື້ສະເລ່ຍ: ມັນຕົ້ນດິບ (ເປັນຫົວ) ປະມານ 1.000-1.100 ກີບ/ກິໂລ, ມັນຕົ້ນຝານແຫ້ງປະມານ 2.300-2.500 ກີບ/ກິໂລ, (ລາຄາໃນປີ 2022, ລາຄາໃນປັດຈຸບັນ ມັນດິບເປັນຫົວ ລາຄາ 1.200 ກີບ/ກິໂລ, ມັນແຫ້ງຝານ 3.500 ກີບ/ກິໂລ), ເກັບກຳຂໍ້ມູນເບື້ອງຕົ້ນລານ-ຊິງ ເກັບຊື້ມັນຕົ້ນທົ່ວແຂວງ ປີ 2022 ມີທັງໝົດ 27 ບ່ອນ, ນອນໃນ 9 ຕົວເມືອງຄື: ຈຳພອນ, ໄຊພູທອງ, ສອງຄອນ, ໄຊບູລີ,ຊົນນະບູລີ, ນອງ, ເຊໂປນ ແລະເມືອງວິລະບູລີ.

ສ່ວນການສົ່ງອອກແປ້ງມັນຕົ້ນຂອງ ບໍລິສັດແປ້ງມັນຕົ້ນເຊໂປນ ໃນປີ 2021 ສາມາດສົ່ງອອກໄປ ສສຫວຽດນາມຈຳນວນ 5.230 ໂຕນ, ມູນຄ່າ 2,17 ລ້ານໂດລາ,ສົ່ງໄປ ສປ ຈີນ 14.624 ໂຕນ, ມູນຄ່າ 7,10 ລ້ານໂດລາ, ລວມການສົ່ງອອກແປ້ງມັນຕົ້ນໃນປີ 2021 ແມ່ນ 19.854ໂຕນ, ເປັນເງິນ 9,28 ລ້ານໂດລາ. ສຳລັບປີ 2022 ບໍລິສັດແປ້ງມັນຕົ້ນເຊໂປນ ໄດ້ສົ່ງແປ້ງມັນຕົ້ນໄປ ສສ ຫວຽດນາມ ຈຳນວນ 6.849ໂຕນ, ມູນຄ່າ 3,28 ລ້ານໂດລາ, ສົ່ງອອກໄປ ສປ ຈີນ 8.904 ໂຕນ, ມູນຄ່າ 4,25 ລ້ານໂດລາ, ລວມມູນຄ່າການສົ່ງອອກແປ້ງມັນຕົ້ນ ປີ 2022 ແມ່ນ 7,54 ລ້ານໂດລາ. ສາເຫດທີ່ການສົ່ງອອກ ໃນປີ 2022 ຫຼຸດປີ 2021 ຍ້ອນການສົ່ງອອກບໍ່ໄດ້ຜ່ານແຕ່ແຂວງສະຫວັນນະເຂດ ແຕ່ສົ່ງອອກຜ່ານຫຼາຍແຂວງ.

ສ່ວນບັນຫາ ແລະສິ່ງທ້າທາຍຕໍ່ການຜະລິດ ແລະການສົ່ງອອກມັນຕົ້ນພາຍໃນແຂວງສະຫວັນນະເຂດ, ທ່ານ ລັດຕະນະ ໄຊສົມບັດ ກ່າວວ່າ: ການຜະລິດມັນຕົ້ນ ຂອງຊາວກະສິກອນຍັງເປັນແບບກະແຈກກະຈາຍ ບໍ່ເປັນຈຸດສຸມ, ຊາວກະສິກອນຍັງຂາດປະສົບການດ້ານເຕັກນິກ, ການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ, ແຫຼ່ງທຶນ, ການຕະຫຼາດ ແລະການປຸງແຕ່ງໃຫ້ໄດ້ຄຸນະພາບຍັງເຮັດບໍ່ໄດ້ດີ, ການຄຸ້ມຄອງຜູ້ປະກອບການເກັບຊື້ຜົນຜະລິດມັນຕົ້ນ, ບັນຫາລາຄາມັນຕົ້ນຢູ່ພາຍໃນ ແລະຕ່າງປະເທດ ໃນອະນາຄົດຍັງຜັນຜວນ, ບັນຫາການຂະຫຍາຍພື້ນທີ່ການປູກມັນຕົ້ນ ຂອງປະຊາຊົນໄດ້ລຸກລ້ຳເຂົ້າໄປຂອບເຂດດິນປ່າສະຫງວນ,ເຂດຫວງຫ້າມຂອງລັດ ຊຶ່ງເກີດປະກົດໃຫ້ເຫັນຕົວຈິງໃນປັດຈຸບັນ, ບັນຫາສະພາບການປ່ຽນແປງດິນຟ້າອາກາດ (ນ້ຳຖ້ວມ-ໄພແຫ້ງແລ້ງ), ຄວາມສ່ຽງຈາກການລະບາດຂອງພະຍາດ ແລະສັດຕູພືດ.

ສ່ວນທິດທາງແຜນການໃນຕໍ່ໜ້າ ຈະສູ້ຊົນຂະຫຍາຍເນື້ອທີ່ການຜະລິດມັນຕົ້ນໃຫ້ໄດ້ຕາມແຜນ 55.000 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 880.000 ໂຕນ (ມັນດິບ).


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com