Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ສ.ບຸດປະຊາ
ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ແມ່ນໜຶ່ງໃນສີ່ແຜນງານຂອງແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຊຶ່ງໃນປີ 2023 ນີ້ ລັດຖະບານ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ວາງທິດທາງ ແລະ ຄາດໝາຍລວມ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການທີ່ດີ ໂດຍຈະສູ້ຊົນ 3 ຄາດໝາຍ.
ສູ້ຊົນທີ 1 ແມ່ນສູ້ຊົນການຜະລິດເຂົ້າ ເພື່ອໃຫ້ສາມາດຮັບປະກັນ ການບໍລິໂພກພາຍໃນ ແລະ ເປັນສິນຄ້າ ສົ່ງອອກຈໍານວນໜຶ່ງ ຊຶ່ງຕ້ອງສູ້ຊົນຜະລິດເຂົ້າເປືອກລວມ ໃຫ້ໄດ້ ເນື້ອທີ່ 936.101 ເຮັກ ຕາ, ຜົນຜະລິດ 3,81 ລ້ານໂຕນ. ໃນນັ້ນ, ເຂົ້ານາແຊງ ໃຫ້ໄດ້ 96.520 ເຮັກຕາ, ຜົນຜະລິດ 441.850 ໂຕນ; ເຂົ້ານາປີ 762.360 ເຮັກຕາ, ຜົນຜະລິດ 3.189.950 ໂຕນ ແລະ ເຂົ້າໄຮ່ 87.060 ເຮັກຕາ, ຜົນຜະລິດ 178.200 ໂຕນ ໂດຍສຸມໃສ່ 10 ແຂວງ ເປົ້າໝາຍຂອງໂຄງການຄໍ້າປະກັນສະບຽງອາຫານ ຫຼາຍແຫ່ງ ໂດຍສະເພາະແມ່ນ ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ແມ່ນເລັ່ງໃສ່ຜະລິດ ເພື່ອຄໍ້າປະກັນ ໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ. ສໍາລັບ ແຂວງໄຊຍະບູລີ, ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ແມ່ນເລັ່ງໃສ່ ຜະລິດເຂົ້າ ເພື່ອສະໜອງໃຫ້ແກ່ ບັນດາແຂວງພາກເໜືອ. ສໍາລັບນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ບໍລິຄໍາໄຊ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງໃຫ້ແກ່ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກເໜືອຈໍານວນໜຶ່ງ ລວມທັງເປັນສິນຄ້າສົ່ງອອກ.
ສູ້ຊົນທີ 2 ຄື: ສູ້ຊົນຜະລິດພືດສະບຽງ ໂດຍຈະສູ້ຊົນໃຫ້ໄດ້ທັງໝົດ 269.610 ເຮັກຕາ, ຜົນຜະລິດ 2,39 ລ້ານໂຕນ. ໃນນັ້ນ, ສາລີຫວານ ໃຫ້ໄດ້ 29.420 ເຮັກຕາ, ຜົນຜະລິດ 177.700 ໂຕນ; ເຜືອກມັນ ໃຫ້ໄດ້ 17.230 ເຮັກຕາ, ຜົນຜະລິດ 235.450 ໂຕນ; ພືດຜັກ ໃຫ້ໄດ້ 179.600 ເຮັກຕາ, ຜົນຜະລິດ 1.536.200 ໂຕນ ແລະ ໝາກໄມ້ ໃຫ້ໄດ້ 43.360 ເຮັກຕາ, ຜົນຜະລິດ 442.820 ໂຕນ ໂດຍສຸມໃສ່ ບັນດາແຂວງທີ່ມີທ່າແຮງທາງດ້ານການຜະລິດ ແລະ ການເຂົ້າເຖິງຕະຫຼາດ ໃນການຈໍາໜ່າຍຜົນຜະລິດ.
ສູ້ຊົນທີ 3 ແມ່ນການສືບຕໍ່ເອົາໃຈໃສ່ ຊຸກຍູ້ສົ່ງເສີມ ການລ້ຽງສັດ ແລະ ການປະມົງ ເພື່ອແນໃສ່ສູ້ຊົນໃຫ້ການສະໜອງຊີ້ນ, ໄຂ່ ແລະ ປາ ໃຫ້ພຽງພໍຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ. ໃນນັ້ນ, ຈະຕ້ອງສົ່ງເສີມເຮັດໃຫ້ລະດັບການຂະຫຍາຍພັນຂອງຝູງສັດ ຢູ່ໃນລະດັບ 3% ຕໍ່ປີ (ຄວາຍ 1%, ງົວ 3%, ໝູ 4%, ແກະ/ແບ້ 5% ແລະ ສັດປີກ 5%); ຮັກສາລະດັບການຜະລິດປາ ແລະ ສັດນໍ້າປະເພດຕ່າງໆ ບໍ່ໃຫ້ຫຼຸດໜ້ອຍຖອຍລົງ ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ ປົກປັກຮັກສາລະບົບນິເວດຂອງປາທໍາມະຊາດ ແລະ ສັດນໍ້າປະເພດຕ່າງໆ ໃຫ້ມີຄວາມອຸດົມສົມບູນ. ເພື່ອຮັບປະກັນການສະໜອງອາຫານ ແລະ ໂພຊະນາການ ໃຫ້ມີພຽງພໍກັບກັບຄວາມຕ້ອງການບໍລິໂພກພາຍໃນ ຢ່າງໜັກແໜ້ນ ຈະຕ້ອງສູ້ຊົນຊຸກຍູ້ການຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 531.000 ໂຕນ. ໃນນັ້ນ, ການຜະລິດຊີ້ນໃຫ້ໄດ້ໃນລະດັບ 258.600 ໂຕນ, ໄຂ່ 50.400 ໂຕນ ແລະ ປາ 222.000 ໂຕນ. ທັງນີ້, ເພື່ອຄໍ້າປະກັນເຮັດໃຫ້ອັດຕາການບໍລິໂພກຊີ້ນ, ໄຂ່ ແລະ ປາ ໂດຍສະເລ່ຍ ໃຫ້ໄດ້ 69,8 ກິໂລກຣາມ/ຄົນ/ປີ.
ສັງລວມແລ້ວ, ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການທີ່ດີ ຕ້ອງປະຕິບັດ 3 ຄາດໝາຍສູ້ຊົນ ໃນການຜະລິດເຂົ້າ, ຜະລິດພືດສະບຽງອາຫານ ແລະ ການລ້ຽງສັດ-ການປະມົງ ຮັບປະກັນໃຫ້ສາມາດສະໜອງການບໍລິໂພກພາຍໃນ ຢ່າງພຽງພໍ ແລະ ເປັນສິນຄ້າສົ່ງອອກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານເຮົາ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com