Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເກຣັກ ດິນແດນແຫ່ງອາຣິຍະທຳບູຮານ

ເຜີຍ​ແຜ່​ໂດຍ​: ວິໄລພອນ ເພັດໄພບູນ ເວ​ລາ: 24/03/2023 15:46:52 ຈຳ​ນວນ​​ຢ້ຽມ​ຊົມ 1873 ຄັ້ງ

(ເນື່ອງໃນໂອກາດວັນຊາດ ເກຣັກ ວັນທີ 25 ມີນາ)

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

ຖ້າຫາກກ່າວເຖິງ ສາທາລະນະລັດ ເຮນເລນິກ (Hellenic Republic) ຫຼາຍໆທ່ານອາດຈະບໍ່ຄຸ້ນຫູວ່າເປັນປະເທດໃດ ແຕ່ຖ້າບອກວ່າເປັນປະເທດເກຣັກ (Greece) ເຊື່ອວ່າຫຼາຍທ່ານຕ້ອງຮູ້ຈັກກັນເປັນຢ່າງດີ ເພາະເປັນປະເທດທີີ່ມີປະຫວັດສາດອັນຍາວນານ ມີຕຳນານທີ່ມີຊື່ສຽງຢ່າງຫຼວງຫຼາຍ, ສຳລັບປະເທດເກຣັກ ເປັນປະເທດທີ່ຕັ້ງຢູ່ທາງພາກຕາເວັນອອກສ່ຽງໃຕ້ຂອງທະວີບເອີຣົບ ປະມານ 80% ຂອງປະເທດປະກອບດ້ວຍພູ ແລະ ເນີນພູ ຍ້ອນສາເຫດນີ້ຈຶ່ງເຮັດໃຫ້ເກຣັກເປັນປະເທດໜຶ່ງໃນເອີຣົບທີ່ມີພູຫຼາຍທີ່ສຸດໃນໂລກ ໂດຍສະພາບອາກາດຂອງເກຣັກຈະເປັນອາກາດແບບອົບອຸ່ນຕະຫຼອດປີ ເໝາະແກ່ການທ່ອງທ່ຽວພັກຜ່ອນຢ່ອນອາລົມ ຊຶ່ງເກຣັກມີຫຼາຍສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈໄດ້ແກ່:

ເກາະຊານໂຕຣິນີ (Santorini) ຕັ້ງຢູ່ທາງພາກເໜືອຂອງເກາະເຄຣເຕ (Crete) ໃນທະເລອີຈຽນ (Aegean) ເປັນເກາະທີ່ມີຊື່ສຽງທາງດ້ານສະຖາປັດຕະຍະກຳທີ່ໂດດເດັ່ນ ກໍຄືຕຶກສີຂາວທີ່ມີຮູບຮ່າງແປກຕາຕັ້ງຮຽງກັນຢູ່ຕາມເນີນພູ ແລະ ໂບດທີ່ມີຍອດໂດມສີຟ້າ ໃນອະດີດເກາະນີ້ເຄີຍເປັນພູເຂົາໄຟທີ່ເກີດການລະເບີດຈົນເຮັດໃຫ້ກາຍເປັນຂຸມປ່ອງພູເຂົາໄຟຂະໜາດໃຫຍ່ ລັກສະນະຂອງເກາະຄ້າຍຄືກັບຮູບດວງຈັນສ້ຽວ ແລະ ກາຍເປັນເກາະຊານໂຕຣິນີໃນປັດຈຸບັນ ນອກຈາກຄວາມສວຍງາມຂອງບ້ານເມືອງສີຂາວອັນເປັນເອກະລັກເທິງເກາະທີ່ຕິດກັບທີວທັດເທິງປາກປ່ອງພູເຂົາໄຟ ແລະ ສີຟ້າຄາມຂອງນ້ຳທະເລແລ້ວ ທີ່ແຫ່ງນີ້ຍັງມີສະຖານທີ່ທ່ອງທ່ຽວອີກຢ່າງຫຼວງຫຼາຍໃຫ້ໄດ້ທ່ຽວຊົມກັນດ້ວຍ.

ວິຫານພາເທນອນ (Parthenon) ຕັ້ງຢູ່ນະຄອນຫຼວງເອເທນ ສະຖາປັດຕະຍາກຳເກຣັກບູຮານນີ້ສ້າງຂຶ້ນເພື່ອເປັນສະຖານທີ່ບູຊາເທພີອາທີນ່າ ຫຼື ເທພີແຫ່ງປັນຍາ ເມື່ອສະຕະວັດທີ 5 ໂດຍສ້າງຂຶ້ນຕາມຄຳສັ່ງຂອງເພີຣິໂຄ (Pericles) ຜູ້ນຳແຫ່ງນະຄອນຫຼວງເອເທນໃນສະໄໝນັ້ນ ຄຳວ່າ ພາເທນອນ ແປວ່າ ຫ້ອງແຫ່ງເທພີພອນພົມມະຈາລີ (Hall of the Virgin Goddess) ຊຶ່ງສະໄໝນັ້ນວິຫານພາເທນອນຖືໄດ້ວ່າເປັນໜຶ່ງໃນສິ່ງກໍ່ສ້າງທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.

ພູເມເທີໂອຣາ (Meteora Rocks) ຕັ້ງຢູ່ເມືອງຄາລຳບາກ້າ ເປັນຈຸດໝາຍປາຍທາງຂອງຜູ້ສະແຫວງບຸນທົ່ວໂລກມາຕັ້ງແຕ່ສະໄໝສະຕະວັດທີ 10 ເນື່ອງຈາກເປັນເມືອງທີ່ມີອາຮາມຈຳນວນຫຼາຍກະຈາຍຢູ່ທົ່ວບໍລິເວນ ແລະ ນະຄອນແຫ່ງອາຮາມລອຍຟ້າທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກຢ່າງ ພູເມເທີໂອຣາ ເທິງພູນີ້ມີອາຮາມເກົ່າແກ່ຂອງໂບດນິກາຍອໍທອດດັອກ (Orthodox Church) ທີ່ສ້າງຢູ່ເທິງຜາຫີນສູງຊັນຫຼາຍໜ່ວຍ ມີຄວາມສູງເຖິງ 245 ແມັດຈາກລະດັບນ້ຳທະເລ ເມື່ອກ່ອນອາຮາມເທິງພູນີ້ມີເຖິງ 24 ແຫ່ງ ໂດຍແຕ່ລະອາຮາມຈະມີຄວາມພິເສດແຕກຕ່າງກັນໄປ ແຕ່ປັດຈຸບັນຈະເຫຼືອພຽງ 6 ແຫ່ງເທົ່ານັ້ນ ເນື່ອງຈາກຄວາມສວຍງາມທີ່ແປກຕານີ້ ໃນປີ 1988 ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳ (UNESCO) ຈຶ່ງຂຶ້ນທະບຽນໃຫ້ເປັນມໍລະດົກໂລກທາງທຳມະຊາດ ແລະ ວັດທະນະທຳອີກດ້ວຍ.

ເກາະຄໍຟູ (Corfu) ເປັນເກາະນ້ອຍໆ ມີເນື້ອທີ່ພຽງ 593 ກິໂລຕາແມັດ ຕັ້ງຢູ່ນອກແຄມຝັ່ງຕາເວັນຕົກຂອງອັນບາເນຍ (Albania) ແລະ ເກຣັກ ຊຶ່ງມີແຄມຝັ່ງ ແລະ ທັດສະນີຍະພາບພູທີ່ສວຍງາມລວມທັງສະຖາປັດຕະຍາກຳທີ່ເກົ່າແກ່ອີກດ້ວຍ ໂດຍ ເກາະຄໍຟູ ໄດ້ຮັບການຮັບຮອງຈາກອົງການ UNESCO ໃຫ້ເປັນມໍລະດົກໂລກໃນປີ 2007 ຖ້າຫາກທ່ານໃດທີ່ໄດ້ມາຢ້ຽມຢາມເກາະແຫ່ງນີ້ຮັບຮອງວ່າຕ້ອງຫຼົງສະເໜ່ຢ່າງແນ່ນອນ.

ເດວຟິ (Delphi) ສະຖານທີ່ບູຮານສຳຄັນອາຍຸຫຼາຍພັນປີໃນສະໄໝເກຣັກ ຕັ້ງຢູ່ເມືອງເດວຟິ ໃນສະໄໝບູຮານດິວຟິ ເປັນສະຖານທີ່ສຳຄັນທີ່ສຸດໃນສະໄໝເກຣັກບູຮານເຄີຍຖືກນຳໃຊ້ເປັນສະໜາມສຳລັບຫຼິ້ນກິລາ ແລະ ໂຮງໜັງ ໂດຍສະຖານທີ່ນີ້ສ້າງຂຶ້ນເທິງເປີ້ນພູ ເພື່ອໃຫ້ຜູ້ຊົມໄດ້ເຫັນທັດສະນີຍະພາບຂອງວິຫານ ແລະ ທີວທັດທີ່ງົດງາມ ສາມາດຮອງຮັບຜູ້ເຂົ້າມາຢ້ຽມຢາມໄດ້ເຖິງ 5.000 ຄົນ. ເດວຟິ ໄດ້ຮັບຮອງຂຶ້ນທະບຽນເປັນມໍລະດົກໂລກຈາກອົງການ UNESCO ເມື່ອປີ 1987 ແລະ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງປະເທດເກຣັກທີ່ຫ້າມພາດເມື່ອເດີນທາງໄປເຖິງເກຣັກ.

ຫາດເມຍໂທສ (Myrtos Beach) ຕັ້ງຢູ່ທາງພາກຕາເວັນຕົກສ່ຽງເໜືອຂອງ Kefalonia ຫາດແຫ່ງນີ້ ມີຊື່ສຽງລະດັບໂລກໃນດ້ານຂອງສີນ້ຳທະເລທີ່ສວຍງາມເໝືອນມີມົນສະເໜ່ຕັດກັບສີຂາວສະຫວ່າງຂອງຫີນປູນ ແລະ ຫີນອ່ອນ ອ້ອມຮອບໄປດ້ວຍພູທີ່ສູງຊັນ ແລະ ໜ້າຜາສູງເພີ່ມຄວາມສວຍງາມໃຫ້ຫຼາຍຂຶ້ນໄປອີກດ້ວຍ ຍ້ອນເຫດຜົນທັງໝົດນີ້ເຮັດໃຫ້ ຫາດເມຍໂທສ ໄດ້ຮັບການຈັດອັນດັບໃຫ້ເປັນຫາດຊາຍທີ່ດີທີ່ສຸດໃນເກຣັກຫຼາຍເຖິງ 12 ຄັ້ງ.

ຖ້າຫາກຈະຖາມວ່າ ສະຖານທີ່ໃດສວຍງາມທີ່ສຸດຄົງຈະຕອບໄດ້ຍາກແນ່ນອນ ເພາະບໍ່ວ່າສະຖານທີ່ີໃດໆກໍສວຍງາມໄປໝົດ ຊຶ່ງສາມາດເວົ້າໄດ້ວ່າ ເກຣັກ ເປັນປະເທດທີ່ຖ້າຫາກໄດ້ມາຢ້ຽມຢາມແລ້ວຄຸ້ມຄ່າແນ່ນອນ ທັງອາຣິຍະທຳເກຣັກບູຮານ ບ້ານເມືອງ ແລະ ວິຖີຊີວິດໄປຈົນເຖິງທຳມະຊາດທີ່ສວຍງາມຈົນຍາກທີ່ຈະຢຸດບໍ່ເບິ່ງຄວາມສວຍງາມຂອງທັດສະນີຍະພາບນັ້ນໄດ້.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com