Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກ ສູນເລືອດແຫ່ງຊາດໄດ້ຈັດຂຶ້ນໃນວັນທີ 28 ກຸມພາຜ່ານມາ ທ່ີ່ສູນດັ່ງ ກ່າວໂດຍການເຂົ້າຮ່ວມ ຂອງ ສະຫາຍ ຄໍາຂານ ພິນສະຫວັນ ຄະນະປະຈໍາພັກ ກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີສະຫາຍ ສິງ ເມໂນລາດ ເລຂາຄະນະພັກຮາກຖານ ຮອງປະ ທານ ອົງການກາແດງລາວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຈັນທະລາ ສຸກສາຄອນ ເລຂາໜ່ວຍພັກສູນ ເລືອດແຫ່ງຊາດໄດ້ມີຄຳເຫັນ ກ່າວເປີດກອງປະຊຸມບາງຕອນວ່າ: ບັນດາຜູ້ແທນເຂົ້າຮ່ວມໄດ້ພ້ອມກັນສຸມໃສ່ຄົ້ນ ຄວ້າ ໃນຫຼາຍເນື້ອໃນດັ່ງນີ້: ສັງເກດຕີລາຄາສະພາບການ ຈັດຕັ້ງເຄື່ອນໄຫວນໍາພາຈັດຕັ້ງປະຕິບັດວຽກງານການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພ ຂອງໜ່ວຍພັກສູນເລືອດແຫ່ງຊາດໃນຊຸມປີຜ່ານມາໃຫ້ເລິກເຊິ່ງ ຊອກໃຫ້ເຫັນດ້ານດີ ເພື່ອນໍາໄປເສີມຂະຫຍາຍ, ຊອກໃຫ້ຮູ້ເຖິງຂໍ້ຄົງຄ້າງ, ສາເຫດ ແລະ ວິທີແກ້ໄຂບົນພື້ນຖານຄວາມເປັນເອກະພາບທາງດ້ານທັດ ສະນະ, ແນວຄິດ ແລະ ພຶດ ຕິກໍາຕົວຈິງຂອງໜ່ວຍພັກໃນໄລຍະຜ່ານມາ ພ້ອມທັງຮັບຮອງເອົາທິດທາງແຜນການ, ມາດຕະຖານຈັດຕັ້ງປະຕິບັດໃນໄລຍະ 5 ປີ ຕໍ່ໜ້າ (2020-2024);
ໃນກອງປະຊຸມໄດ້ຜ່ານ ບົດສໍາຫຼວດການຈັດຕັ້ງການ ເຄື່ອນໄຫວຂອງຄະນະໜ່ວຍພັກໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ, ກໍໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ເພື່ອສືບຕໍ່ຊີ້ນໍາ-ນໍາພາການຈັດຕັ້ງ ປະຕິບັດວຽກງານການປຸກລະດົມຂົນ ຂວາຍບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພ ຂອງໝ່ວຍພັກໃຫ້ມີຄວາມຕໍ່ເນື່ອງ ແລະ ໜັກແໜ້ນ - ຄຽງຄູ່ກັນນັ້ນ ກອງປະຊຸມໃຫຍ່ຍັງໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກ, ພິເສດກອງປະຊຸມໃຫຍ່ຂອງພວກເຮົາໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກສະຫາຍ ຄໍາຂານ ພິນສະຫວັນ ເພື່ອເປັນ ເຂັມທິດເຍືອງທາງໃຫ້ແກ່ຜູ້ແທນກອງປະຊຸມ ນໍາໄປຄົ້ນຄວ້າຈັດຕັ້ງຜັນຂະຫຍາຍເຂົ້າ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດວຽກງານເລືອດ ແນໃສ່ການບັນລຸ ການຕອບສະໜອງເລືອດທີ່ພຽງພໍ, ປອດໄພ ແລະ ທັນເວລາ.
(ຂ່າວ: ສູນບໍລິຈາກເລືອດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com