Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ການນຳແຂວງໄຊຍະບູລີ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມຕໍ່ນາຍ ແລະ ພົນທະ ຫານ ກອງພົນທະຫານຮາບທີ 2 ທີ່ຫ້ອງປະຊຸມໃຫຍ່ ຂອງກອງພົນດັ່ງກ່າວ ເມື່ອວັນທີ 4 ມີນາຜ່ານມາ.
ກ່ອນອື່ນທ່ານນາຍົກ ລັດຖະມົນຕີ ໄດ້ຮັບຟັງການ ລາຍງານຫຍໍ້ ສະພາບການ ເຄື່ອນໄຫວ, ຊີ້ນຳ-ບັນຊາ ແລະ ການປະຕິບັດວຽກງານວິຊາສະເພາະ ພາຍໃນກອງພົນທະຫານຮາບທີ 2 ຈາກທ່ານຫົວໜ້າກອງພົນທະຫານຮາບທີ 2. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ຊຶ່ງທ່ານໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ໝາກຜົນອັນພົ້ນເດັ່ນຂອງການປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່ ຕະຫຼອດໄລຍະ45 ປີທີ່ຜ່ານມາ, ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ໃນປະຈຸບັນ ກໍຄື ອະນາຄົດ, ປະຫວັດ ແລະ ສະພາບຈຸດພິເສດຂອງແຂວງໄຊຍະບູລີ, ມູນເຊື້ອອັນ ດີງາມຂອງກອງທັບ ໂດຍສະ ເພາະ ກອງພົນທະຫານຮາບທີ 2, ດ້ວຍຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງພັກ-ລັດ ຖະບານ ຕໍ່ການສ້າງ ແລະ ປັບ ປຸງກອງທັບ ໃຫ້ມີຄວາມເຕີບ ໃຫຍ່, ໜັກແໜ້ນ ແລະ ເຂັ້ມ ແຂງຮອບດ້ານ ຢ່າງບໍ່ຢຸດຢັ້ງ.
ໃນໂອກາດດຽວກັນ, ນາຍົກລັດຖະມົນຕີ ໄດ້ມີຄຳ ເຫັນເນັ້ນໜັກ ໃຫ້ນາຍ ແລະ ພົນທະຫານ ທົ່ວກອງພົນ ທະຫານຮາບທີ 2 ສືບຕໍ່ເອົາ ໃຈໃສ່ຕື່ມບາງດ້ານ ເປັນ ຕົ້ນ ສືບຕໍ່ຮໍ່າຮຽນນຳ້ໃຈວິລະຊົນ, ນຳ້ໃຈພິລະອາດຫານ, ມູນເຊື້ອ ຂອງກອງທັບ, ເຊື່ອມຊຶມແນວ ທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ; ເອົາໃຈໃສ່ຝຶກແອບວິຊາສະ ເພາະ ໃຫ້ມີຄວາມຊຳນິຊຳ ນານ, ມີຄວາມພ້ອມ ຢູ່ສະເໝີ ໂດຍສະເພາະ ສິນລະປະຍຸດ-ຍຸດທະວິທີ; ເຂັ້ມງວດ ໃນການປະຕິບັດລະບຽບວິໄນ, ຕ້ອງລົງເຮັດວຽກຮາກຖານ, ເຂົ້າຮ່ວມຂະບວນການພັດທະນາຂອງປະຊາຊົນ ໃຫ້ເລິກເຊິ່ງເຖິງຖອງ, ກຳຮາກຖານ ໃຫ້ໄດ້ຢ່າງຮອບດ້ານ, ມີຄວາມສາມັກຄີເປັນປຶກແຜ່ນ, ເປັນນຳ້ໜຶ່ງໃຈດຽວກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ປະຕິບັດຫຼັກການເຮັດວຽກແບບລວມສູນປະຊາທິປະໄຕ ຂັ້ນລຸ່ມຕ້ອງປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງ, ມີການປຶກສາຫາລືກັນ, ແບ່ງງານ, ແບ່ງຄວາມຮັບ ຜິດຊອບ, ເຮັດຫຼ້ອນໜ້າທີ່, ເປັນ ແບບຢ່າງໃຫ້ຂັ້ນລຸ່ມ, ເປັນແບບຢ່າງໃຫ້ປະຊາຊົນຢ່າງແທ້ຈິງ. ພ້ອມກັນນັ້ນ, ຍັງໄດ້ຊີ້ນຳແຂວງ ໃຫ້ເອົາໃຈໃສ່ນໍາໃຊ້ທ່າແຮງຂອງແຂວງໄຊຍະບູລີ ທີ່ເປັນແຂວງມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ໃຫ້ເກີດຜົນປະໂຫຍດສູງສຸດ ໂດຍມີການສ້າງແຜນ ໃຫ້ແທດກັບຕົວຈິງ, ເອົາໃຈໃສ່ພັດທະນາວຽກງານການທ່ອງທ່ຽວ, ຮັກສາຮີດຄອງປະເພນີ ແລະ ປົກປັກຮັກສາປ່າໄມ້-ສັດນຳ້ສັດປ່າ ໃຫ້ຍືນຍົງ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ການນໍາໃຊ້ສື່ອອນລາຍຕ່າງໆໃຫ້ເກີດປະໂຫຍດ ແລະ ຖືກຕ້ອງ, ຕ້ອງມີນໍ້າໃຈຮັກຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ໃນຕອນທ້າຍ, ນາຍົກ ລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງໃຫ້ກອງພົນທະ ຫານຮາບທີ 2 ຕື່ມອີກ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານ ຂອງກອງພົນ.
(ຂ່າວ-ພາບ: ອານິຄົມ)
19/05/2020 10:11:43
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
23/09/2020 09:29:31
24/09/2020 09:02:48
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com