Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ອົງຄະນະພັກເມືອງນອງ ແຂວງສະ ຫວັນນະເຂດ ຄັ້ງທີ XI ໄດ້ປິດລົງໃນທ້າຍເດືອນກຸມພາຜ່ານມາ ຢູ່ທີ່ສະໂມສອນຂອງ ເມືອງ ດັ່ງກ່າວ. ໂດຍການເປັນປະທານ ຂອງສະຫາຍ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກແຂວງ ປະທານສະພາປະ ຊາຊົນແຂວງສະຫວັນນະເຂດ, ສະຫາຍ ລຳແກ້ວ ແສງໜູທອງ ວ່າການເລຂາພັກເມືອງ ເຈົ້າ ເມືອງໆນອງໄດ້ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຕ່າງໆຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງນອງ ໄດ້ມີຂໍ້ສະດວກ ແລະ ສິ່ງເອື້ອອຳນວຍຫຼາຍດ້ານເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ ຄຽງຄູ່ກັນນັ້ນ ກໍຍັງມີສິ່ງທ້າ ທາຍທົດສອບຫຼາຍປະການເປັນຕົ້ນແມ່ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາໄພທໍາມະຊາດ, ປະກົດການຫຍໍ້ທໍ້ຕ່າງໆຍັງເກີດຂຶ້ນ ຊຶ່ງມັນໄດ້ສ້າງຄວາມຫຍຸ້ງຍາກບໍ່ໜ້ອຍຕໍ່ການພັດທະນາເສດຖະກິດ-ສັງຄົມໃນທົ່ວເມືອງ ໂດຍພາຍໃຕ້ການຊີ້ນໍາໆພາຢ່າງໃກ້ຊິດຂອງອົງຄະນະພັກແຂວງ, ດ້ວຍຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ການເມືອງຂອງ ອົງຄະນະພັກເມືອງ ຈົນສາມາດຜ່ານຜ່າຄວາມຫຍຸ້ງຍາກດັ່ງ ກ່າວມາໄດ້ເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍ ຕົວສະເລ່ຍ 6,2% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 203,08 ຕື້ກີບ, ເພີ່ມຂຶ້ນ 72,24 ຕື້ກີບ, ປະ ຕິບັດໄດ້ 90,22% ຂອງແຜນ ການ, ສະເລ່ຍລາຍຮັບໃສ່ພົນ ລະ ເມືອງ 6.260.000 ກີບ/ຄົນ/ປີ, ເທົ່າກັບ 745 ໂດລາ/ຄົນ/ປີ, ເພີ່ມຂຶ້ນ 149 ໂດລາ. ການຜະລິດກະສິກໍາແມ່ນໄດ້ຫັນໄປຕາມທິດຍືນຍົງ ແລະ ຜະລິດເປັນສິນຄ້າເປັນຕົ້ນແມ່ນຜະ ລິດເຂົ້ານາປີ ແລະ ການປູກເຂົ້າແບບປະສົມປະສານໄດ້ 8.759,45 ໂຕນ/ປີ, ປະຕິບັດໄດ້ລື່ນແຜນການ. ຊີວິດການເປັນຢູ່ຂອງພະນັກງານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບການແກ້ໄຂດີຂຶ້ນ ແລະ ພັດ ທະນາເປັນກ້າວໆ, ຈຳນວນບ້ານພົ້ນທຸກຕາມດຳລັດ 309/ນຍ, ກວມ 55,07% ບ້ານທຸກຍັງເຫຼືອ 44,93% ແລະ ຄອບ ຄົວພົ້ນທຸກກວມ 76,03%, ຄອບຄົວທຸກ ຍັງເຫຼືອ 23,97%, ສ້າງໄດ້ບ້ານ ພັດທະນາຮອບ ດ້ານຕາມທິດ 3 ສ້າງ ມີ 4 ບ້ານ, ພົ້ນເດັ່ນການນໍາພັກ-ລັດໄດ້ຫັນພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງລົງຊຸກຍູ້ ແລະ ນຳ ພາອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຢູ່ຈຸດສຸມຕັງອາໄລ-ລະແບງສຸມໃສ່ການສ້າງຄອບຄົວ ແລະສ້າງບ້ານໃຫ້ພົ້ນທຸກຕາມທິດ 3 ສ້າງ ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນໃນຈຸດສຸມດັ່ງກ່າວມີການຫັນ ປ່ຽນດີຂຶ້ນ.
ໃນກອງປະຊຸມ ຍັງໄດ້ມີການໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ໂດຍມີຜູ້ສະໝັກທັງໝົດ 27 ສະຫາຍ, ເລືອກເອົາ 23 ສະ ຫາຍ ໂດຍເຫັນດີເປັນເອກະພາບເລືອກເອົາສະຫາຍ ລໍາ ແກ້ວ ແສງໜູທອງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສຸກສາຄອນ ໂພທິ ລາດ ເປັນຮອງເລຂາ, ສະ ຫາຍ ຜາສຸກ ບຸດທະວົງ ເປັນຮອງເລຂາ ທັງເປັນປະທານກວດກາພັກ, ລວມມີກໍາມະການປະຈໍາເມືອງ 7 ສະຫາຍ, ກໍາມະການພັກເມືອງ 16 ສະຫາຍ.
(ຂ່າວ: ຕຸກໆ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com