Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຍອດອູ ແຂວງຜົ້ງສາລີ ຄັ້ງທີ IX ໄດ້ປິດລົງໃນທ້າຍເດືອນກຸມພາຜ່ານມານີ້ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງສະຫາຍ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຍອດອູ, ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ ມີສະຫາຍ ທອງສະຫວັນ ທຳມະວົງ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ທັງເປັນຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງຍອດອູ, ມີບັນດາທ່ານຈາກພາກ ສ່ວນທີ່ກ່ຽວຂ້ອງ, ແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ໃນກອງປະຊຸມໄດ້ສະຫຼູບ ຕີລາຄາຄືນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງ ຍອດອູ ຕະຫຼອດໄລຍະ 5 ປີ ຜ່ານມາເຫັນວ່າມີຜົນສໍາເລັດຫຼາຍດ້ານເປັນຕົ້ນທົ່ວເມືອງ ຍອດອູ ແມ່ນມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ທົ່ວສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ - ສັງຄົມ ມີການຂະຫຍາຍຕົວດ້ວຍຈັງຫວະຕໍ່ເນື່ອງ ແລະ ມີທ່ວງທ່າໃໝ່ທີ່ດີ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ພື້ນຖານໂຄງລ່າງຂອງເມືອງກໍໄດ້ຮັບການປັບປຸງ, ຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ, ອັດຕາສ່ວນຄວາມທຸກຍາກໄດ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ໃນກອງປະຊຸມໄດ້ຮັບຟັງການປະກອບຄຳຄິດຄໍາເຫັນຈາກຜູ້ຕາງໜ້າຈາກຫຼາຍພາກສ່ວນ ຊຶ່ງສ່ວນຫຼາຍໄດ້ລົງເລິກລາຍງານຜົນສໍາເລັດການຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ເຂົ້າໃນແຕ່ລະຂົງເຂດວຽກງານກົມກອງ, ຂະແໜງ ການຂອງຕົນເອງ, ອັນໄດ້ເຮັດ ໃຫ້ກອງປະຊຸມມີເນື້ອໃນສົມ ບູນຄົບຖ້ວນ ພ້ອມນັ້ນກໍໄດ້ເຫັນພ້ອມ ແລະ ເປັນເອກະສັນກັນຮັບຮອງແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຕໍ່ ໜ້າ ແຕ່ປີ 2020 - 2024. ຊຶ່ງຈະສູ້ຊົນໃຫ້ເສດຖະກິດເຕີບໂຕໃນລະດັບ 8,09 % ຕໍ່ປີ, ໃນນັ້ນຂົງເຂດກະສິກຳ - ປ່າໄມ້ ເພີ່ມຂຶ້ນ 8,78%, ອຸດສາຫະກຳ ແລະ ຫັດຖະກຳ ເພີ່ມຂຶ້ນ 8,31% ແລະ ການບໍລິການເພີ່ມຂຶ້ນ 10,26% ເຮັດໃຫ້ໂຄງ ປະກອບເສດຖະກິດມີການປ່ຽນແປງເຊັ່ນ: ດ້ານກະສິກຳ-ປ່າໄມ້ກວມ 80,39 %, ອຸດສາ ຫະກຳ ແລະ ຫັດຖະກຳ ກວມ 4,31% ແລະ ການບໍລິການກວມ 15,30%, ລວມຍອດ ມູນຄ່າລາຍຮັບຮອດປີ 2024 ໃຫ້ບັນລຸ 477,39 ຕື້ກີບ, ສະເລ່ຍໃສ່ຫົວຄົນໝຶ່ງໃຫ້ໄດ້ 12,85 ລ້ານກີບ ຫຼື ເທົ່າກັບ 1.477 ໂດລາຕໍ່ຄົນຕໍ່ປີ. ຮອດປີ 2024 ສູ້ຊົນເຮັດໃຫ້ຄອບຄົວທຸກຍາກຫຼຸດລົງໃຫ້ຍັງເຫຼືອ 41,79%, ບ້ານທຸກຍາກໃຫ້ຍັງເຫຼືອ 53,94 %, ສ້າງບ້ານພັດທະນາໃຫ້ໄດ້ 7 ບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 1 ບ້ານ ( ຕາມການປະເມີນດຳລັດ 348/ລບ).
ໃນກອງປະຊຸມໄດ້ສຳ ຫຼວດຕີລາຄາການເຄື່ອນໄຫວ ຊີ້ນຳໆພາ ຂອງຄະນະບໍລິຫານງານພັກເມືອງ ຊຸດທີ VIII ຊຶ່ງ ໄດ້ເສີມຂະຫຍາຍມູນເຊຶື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ມີຄວາມເດັດດ່ຽວໜຽວແໜ້ນ ມີຄວາມຕັດສິນໃຈສູງຜ່ານຜ່າຄວາມຫຍຸ້ງຍາກນາໆປະການນໍາພາປະຊາຊົນບັນດາເຜົ່າພາຍໃນເມືອງຍອດອູ ເດີນຕາມແນວທາງນະໂຍ ບາຍ ຂອງພັກ ແລະ ບັນລຸຜົນສໍາເລັດຫຼາຍດ້ານ.
ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດທີ IX ຊຶ່ງມີຜູ້ສະໝັກເລືອກຕັ້ງ 29 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາ 25 ສະຫາຍ ໂດຍເລືອກເອົາຄະນະປະຈຳພັກເມືອງຈຳນວນ 7 ສະຫາຍ, ຍິງ 2 ສະຫາຍ, ໃນນັ້ນໄດ້ເລືອກເອົາສະຫາຍ ສົມຫວັງ ສຸມວິໄລ ເປັນເລຂາຄະນະບໍລິຫານງານພັກເມືອງຍອດອູສະໄໝທີ IX, ເລືອກເອົາສະຫາຍ ມືກ່ຽງ ລາວທາງ ແລະ ສະຫາຍ ທອງສີ ອິນຈັກ ເປັນຮອງເລຂາ ແລະ ເລືອກເອົາສະຫາຍ ທອງສີ ອິນຈັກ ເປັນປະທານກວດກາ, ສະຫາຍ ພູວີ ແສງເມືອງ ແລະ ສະຫາຍ ນາງ ອ່ອນສີ ໃຈພົມ ເປັນຮອງປະທານກວດກາ. ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຈຳນວນ 25 ສະຫາຍ ຍິງ 5 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບຟັງການໂອ້ລົມ, ຊີ້ນຳຂອງ ສະຫາຍ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງການຊີ້ນຳ ນຳພາຂອງຄະນະບໍລິຫານງານພັກເມືອງສະໄໝທີ VIII ແລະ ຊົມເຊີຍຕໍ່ຜົນສຳເລັດຂອງການດຳເນີນກອງປະຊຸມໃຫຍ່ຄັ້ງທີ IX ຂອງຜູ້ແທນອົງຄະນະພັກເມືອງຍອດອູ ພ້ອມດຽວກັນນີ້ກໍໄດ້ໃຫ້ທິດຊີ້ນຳໃນການສຸມໃສ່ການຈັດຕັ້ງປະຕິບັດໜ້າທີ່ໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງຜູ້ແທນອົງຄະນະພັກເມືອງຍອດອູໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
(ພາບ-ຂ່າວ: ແສງຄຳ ສາລີວັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com