Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ອົງຄະນະພັກເມືອງບໍລິຄັນ ຄັ້ງທີ VII ໄດ້ເປີດຂຶ້ນໃນວັນທີ 3 ມີນາ ແລະ ປິດລົງໃນວັນທີ 4 ມີນາ ຢູ່ສະໂມສອນເມືອງບໍລິຄັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນເລີນ ປຸ້ຍໄມນີ ວ່າການເລຂາຄະນະບໍລິຫານງານພັກເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ສະຫາຍ ແດນປີ ມູນທະດີ ຮອງເລຂາພັກແຂວງ ຜູ້ຮັບຜິດຊອບວຽກງານບຸກຄະລາກອນຂັ້ນແຂວງ ພ້ອມດ້ວຍຜູ້ແທນສົມບູນ ແຂກຖືກເຊີນຈາກບັນດາເມືອງ ແລະ ພະແນກການຂັ້ນແຂວງ, ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທັງສອງພາກສະເໜີ ໂດຍສະຫາຍ ວັນເລີນ ປຸ້ຍໄມນີ ຊຶ່ງບົດລາຍງານການເມືອງໄດ້ຕີລາຄາເຖິງຜົນງານ ແລະ ໄຊຊະນະຂອງການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ມະຕິ ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະ ອົງຄະນະພັກເມືອງທີ່ຜ່ານມາ ໂດຍຊີ້ໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ ແລະ ສະຫຼຸບສັງລວມເປັນບົດຮຽນໃຫ້ແກ່ການນຳພາຂອງຕົນ, ພ້ອມນີ້ຍັງໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນດາຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (ປີ 2020-2024) ຄື: ຮັບປະກັນໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມອຸ່ນອຽນເຊື່ອໝັ້ນຕໍ່ການນຳພາຂອງພັກ, ພ້ອມກັນປະກອບສ່ວນພັນທະຂອງຕົນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າຕ້ອງເພີ່ມທະວີຄວາມຮັບຜິດຊອບ, ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ໃນລະດັບສະເລ່ຍ 7,6% ຕໍ່ປີຂຶ້ນໄປ, ສະເລ່ຍລາຍຮັບໃຫ້ໄດ້ 1.651 ໂດລາຕໍ່ຄົນຕໍ່ປີ, ເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ ສະເລ່ຍ 5% ຕໍ່ປີ, ຜະລິດເຂົ້າກິນໃຫ້ໄດ້ສະເລ່ຍ 336 ກິໂລຕໍ່ຄົນຕໍ່ປີ, ສົ່ງເສີມຂະບວນການຜະລິດເປັນສິນຄ້າຂອງປະຊາຊົນ ດ້ວຍການປູກຝັງ-ລ້ຽງສັດ, ຊຸກຍູ້ໃຫ້ມີຄອບຄົວຕົວແບບທີ່ຍືນຍົງ ຕັ້ງໜ້າແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ, ຄອບຄົວທຸກຍາກໃຫ້ຍັງເຫຼືອໜ້ອຍກວ່າ 5%, ສ້າງຄອບຄົວພັດທະນາໃຫ້ກວມ 87% ແລະ ສຸມໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ສຸມໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດ, ສິນທຳປະຕິວັດ, ຍົກລະດັບສີມືແຮງງານ ແລະ ສຸຂະພາບໃຫ້ມີຄວາມແຂງແຮງ, ປັບປຸງຄຸນນະພາບການສຶກສາ, ສາທາລະນະສຸກ ເພື່ອບັນລຸເປົ້າໝາຍສະຫັດສະວັດແຫ່ງການພັດທະນາ, ສູ້ຊົນປະກາດເປັນເມືອງຈົບມັດທະຍົມປາຍ, ສ້າງຄອບຄົວວັດທະນະທຳ, ບ້ານ ແລະ ຄອບຄົວສາທາລະນະສຸກແບບຢ່າງໃຫ້ເພີ່ມຂຶ້ນ, ປັບປຸງ ແລະ ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ສ້າງຄວາມເປັນເອກະພາບພາຍໃນພັກ, ເປັນແບບຢ່າງນຳໜ້າຂອງຄະນະພັກ, ສະມາຊິກພັກ-ພະນັກງານ, ສ້າງພະນັກງານໜຸ່ມນ້ອຍຮຸ່ນສືບທອດ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ປັບປຸງລະບົບການເມືອງຂັ້ນຕ່າງໆ ໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ, ເພີ່ມທະວີຄວາມສັກ ສິດ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຮັບປະກັນຄວາມຍຸຕິທໍາໃນສັງຄົມ, ປັບປຸງລະບອບ, ລະບຽບກົນໄກ, ແບບແຜນວິທີເຮັດວຽກຂອງອົງການປົກ ຄອງຂັ້ນຕ່າງໆ ໃຫ້ຖືກຕ້ອງສອດຄ່ອງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ ຕິດພັນກັບການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສືບຕໍ່ປຸກລະດົມຂົນຂວາຍ ຍາດແຍ່ງເອົາການຊ່ວຍເຫຼືອຈາກເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາ.
ພ້ອມນີ້ ໃນກອງປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງສະໄໝທີ VII ໂດຍເລືອກໄດ້ 23 ສະຫາຍ ຍິງ 6 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາສະຫາຍ ວັນເລີນ ປຸ້ຍໄມນີ ເປັນເລຂາຄະນະພັກ, ສະຫາຍ ນາງ ວາລີ ສຸດທະວົງ ເປັນຮອງເລຂາ, ສະຫາຍ ສີຄໍາ ໄຊຍະວົງ ເປັນຮອງເລຂາ ທັງເປັນປະທານກວດກາ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com