Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ອູ ຈໍ ຕິນ ລັດຖະມົນຕີກະຊວງຮ່ວມມື ສາກົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ເມື່ອວັນທີ 6/3/2020. ສະເພາະທ່ານ ພັນຄຳ ວິພາວັນ ໄດ້ໃຫ້ກຽດ ຕ້ອນຮັບທີ່ທຳນຽບປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ໄດ້ຕ້ອນຮັບ ທີ່ສຳນັກງານນາຍົກລັດຖະມົນຕີ.
ໃນໂອກາດພົບປະ, ຜູ້ນຳເຮົາໄດ້ສະແດງຄວາມຍິນ ດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ອູ ຈໍ ຕິນ ພ້ອມດ້ວຍຄະນະ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ; ມຽນມາ-ລາວ ຄັ້ງທີ 12 ຢ່າງເປັນທາງການ ຊຶ່ງເປັນການສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານແລ້ວ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ
ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ (12/7/1955-12/07/2020). ໃນປີ 2020 ນີ້, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການສົ່ງເສີມໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມຄະນະກຳມະການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ; ມຽນມາ-ລາວ ຄັ້ງທີ 11 ທີ່ນະຄອນຫຼວງເນປິດໍ, ສສ ມຽນມາ ແຕ່ວັນທີ 01-04 ມີນາ 2015, ມີຫຼາຍດ້ານທີ່ໄດ້ມີຄວາມຄືບໜ້າຢ່າງເປັນຮູບປະທຳ ແລະ ມີຜົນ ສຳເລັດ ໃນການຮ່ວມມືຂອງຫຼາຍຂະແໜງການຕ່າງໆເຊັ່ນ: ຂະແໜງການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ-ການຄ້າ, ວຽກງານສຶກສາທິການ ແລະ ກິລາ, ວັດທະນະທຳ-ສັງຄົມ, ວຽກງານສາດສະໜາ ແລະ ອື່ນໆ.
ໃນໂອກາດນີ້ ທ່ານ ອູ ຈໍ ຕິນ ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈຕໍ່ການ ນຳເຮົາທີ່ໄດ້ໃຫ້ການຕ້ອນຮັບ ພ້ອມທັງສະ ແດງຄວາມຂອບໃຈມາຍັງລັດ ຖະບານກໍຄືປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ ອຸ່ນ ໃນການເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ; ມຽນມາ-ລາວ ຄັ້ງທີ 12 ໃນຄັ້ງນີ້ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.
(ຂ່າວ-ພາບ: ບຸນຕອມ)
19/05/2020 10:11:43
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
23/09/2020 09:29:31
24/09/2020 09:02:48
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com