Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີມອບ-ຮັບໜ້າທີ່ປະ ທານແນວລາວສ້າງຊາດເມືອງແກ່ນທ້າວ ແຂວງໄຊຍະບູລີລະ ຫວ່າງ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ປະທານແນວລາວສ້າງຊາດເມືອງ ຜູ້ເກົ່າ ແລະ ທ່ານ ປະເສີດ ອິນວົງຄໍາ ປະທານແນວລາວສ້າງຊາດເມືອງຜູ້ໃໝ່ ໄດ້ຈັດຂຶ້ນເມື່ອວັນທີ 3 ມີນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ.
ທ່ານ ອໍາຄາ ລັດສະໝີ ໄດ້ ກ່າວວ່າ: ຜ່ານການປະຕິບັດໜ້າ ທີ່ເປັນປະທານແນວລາວສ້າງຊາດເມືອງ ເປັນເວລາ 5 ປີ ດ້ວຍ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ ວຽກງານທີ່ພັກ-ລັດ ແລະ ການ ຈັດຕັ້ງມອບໝາຍໃຫ້ນັ້ນໄດ້ຕັ້ງ ໜ້ານໍາພາຄະນະ, ພະນັກງານ ພາຍໃນຫ້ອງການຈັດຕັ້ງປະຕິ ບັດແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທິງ ແລະ ນໍາພາປະຕິບັດລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີກັບຄະນະພັກ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນປຸກລະດົມ ໃນການປົກປັກຮັກສາຮີດຄອງປະ ເພນີອັນດີງາມຂອງທ້ອງຖິ່ນ, ເຮັດບຸນສິນກິນທານຕ່າງໆ ຢ່າງເປັນຂະບວນຟົດຟື້ນ. ຫ້ອງການແນວລາວສ້າງຊາດເມືອງແກ່ນທ້າວມີພະນັກງານທັງໝົດ 10 ທ່ານ ຍິງ 2 ທ່ານ ແລະ ທ່ານຍັງ ໄດ້ມອບໃຫ້ທ່ານ ປະເສີດ ອິນວົງຄໍາ ສືບຕໍ່ສຶກສາອົບຮົມທາງດ້ານການເມືອງແນວຄິດ, ນໍາເອົາມະຕິ, ຄໍາສັ່ງ, ລະບຽບລັດ ຖະກອນ, ລະບຽບກົດໝາຍມາ ເຊື່ອມຊຶມໃຫ້ຄະນະກໍາມະ ການ ແນວລາວສ້າງຊາດເມືອງ, ບ້ານ ແລະ ພະນັກງານໃຫ້ເປັນປົກ ກະຕິ, ສົມທົບກັບອົງການປົກ ຄອງບ້ານໃນການສ້າງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ເປັນຂະ ບວນຟົດຟື້ນ ແລະ ຕໍ່ເນື່ອງ, ສືບ ຕໍ່ປະຕິບັດໜ້າທີ່ວຽກງານຕາມ ໂຄງການດໍາເນີນງານຂອງຄະນະກໍາມະການແນວລາວສ້າງຊາດ ຊຸດທີ VII, ຈັດຕັ້ງປະຕິບັດແຜນການຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະກໍາມະການ ແນວລາວສ້າງຊາດເມືອງໃຫ້ບັນ ລຸຕາມລະດັບຄາດໝາຍ ແລະ ໄດ້ເຊັ່ນບົດບັນທຶກການມອບ- ຮັບໜ້າທີ່ຮ່ວມກັນ.
(ຂ່າວ-ພາບ: ແຂວງໄຊຍະບູລີ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com