Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງໄຊຍະບູລີ ແຂວງ ໄຊຍະບູລີ ພາຍຫຼັງດຳເນີນມາເປັນເວລາ 2 ວັນ ຈຶ່ງໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ, ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມຂອງເມືອງດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ບຸນແທນ ທິແກ້ວ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄຊຍະບູ ລີ ເປັນກຽດເຂົ້າຮ່ວມມີ ສະ ຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງນານ, ແຂວງຫຼວງພະບາງ ແລະ ເມືອງອ້ອມຂ້າງ ເຂົ້າຮ່ວມ 200 ກວ່າສະຫາຍ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງຊຸດທີ VIII ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ເພື່ອສ້າງພື້ນຖານໃຫ້ອົງຄະນະພັກເມືອງນຳພາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ, ໂດຍຈະສືບຕໍ່ຍູ້ແຮງການຂະຫຍາຍຕົວທາງດ້ານເສດຖະກິດຢ່າງຕໍ່ເນື່ອງໃນລະດັບ 8,6% ຕໍ່ປີ, ລວມຍອດລາຍໄດ້ຜະລິດຕະພັນພາຍໃນໃຫ້ບັນລຸ 2.047,58 ຕື້ກີບ, ສະເລ່ຍໃຫ້ບັນລຸ 25,85 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 3.042 ໂດລາຕໍ່ຄົນຕໍ່ປີ, ສູ້ຊົນຈັດເກັບລາຍຮັບໃຫ້ເພີ່ມຂຶ້ນໃນອັດຕາ 10% ຕໍ່ປີ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີຄວາມຮັດກຸມ, ກອງປະຊຸມໄດ້ຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ, ເຊິ່ງສ່ວນຫຼາຍໄດ້ລົງເລິກລາຍງານຜົນສໍາເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ເຂົ້າໃນແຕ່ລະຂົງເຂດວຽກງານກົມ ກອງ, ຂະແໜງການຂອງຕົນ ເອງ, ອັນໄດ້ເຮັດໃຫ້ກອງປະ ຊຸມມີເນື້ອໃນສົມບູນຄົບຖ້ວນ ແລະ ໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດທີ IX ຊຶ່ງມີຜູ້ຮັບສະໝັກທັງໝົດ 31 ສະຫາຍ ຍິງ 9 ສະຫາຍ, ໃນນີ້ເລືອກເອົາ 27 ສະຫາຍ, ອາຍຸສູງສຸດ 58 ປີ, ຕໍ່າສຸດ 35 ປີ, ອາຍຸສະເລ່ຍ 46 ປີ, ກອງປະຊຸມໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ບຸນແທນ ທິແກ້ວ ເປັນເລຂາຄະນະບໍລິຫານງານເມືອງ, ສະຫາຍ ຄໍາຜາຍ ແກ້ວບົວ ເປັນຮອງເລຂາ, ສະຫາຍ ເສນ ພັນລັກ ເປັນຮອງເລຂາ ທັງເປັນປະທານຄະນະກວດກາພັກເມືອງ, ເລືອກເອົາ ສະຫາຍ ນາງ ກັນດາວອນ ຄໍາຕາ ແລະ ສະຫາຍ ພອນປະດິດ ຈັນທະມາດ ເປັນຮອງປະທານ, ຕອນທ້າຍຂອງກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາພັກແຂວງ ຊຶ່ງສະຫາຍໄດ້ເນັ້ນໜັກບາງບັນຫາສໍາຄັນເຊັ່ນ: ຄະນະພັກຂັ້ນຕ່າງໆ ຕ້ອງຖືສໍາຄັນຄົ້ນຄວ້າ, ເຊື່ອມຊຶມກໍາແໜ້ນ ແລະ ຮູ້ຜັນຂະຫຍາຍ ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ນິຕິກໍາຕ່າງໆ ຂອງຂັ້ນເທິງກາຍເປັນອັນລະອຽດຂອງຄະນະພັກຕົນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ, ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນຂອງປະ ຊາຊົນ, ຊັ້ນຄົນບັນດາເຜົ່າ, ເຊີດຊູຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນໃຫ້ສູງຂຶ້ນ ແລະ ເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງເພິ່ງຕົນເອງ ແລະ ສ້າງຄວາມຮັ່ງມີເຂັ້ມແຂງດ້ວຍຕົນເອງ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ເພີ່ມຄວາມຊີ້ນໍາ-ນໍາພາ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢ່າງຕັ້ງໜ້າ ແລະ ແຂງແຮງກວ່າເກົ່າ ໃນຖັນແຖວ ພະນັກງານ, ສະມາຊິກພັກ ແລະ ໃນໝູ່ປະຊາຊົນເຊັ່ນ: ການສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ, ການຫຼິ້ນກິນຟຸມເຟືອຍ, ບັນຫາການຄ້າ-ຂາຍສິ່ງເສບຕິດ, ຂີ້ ລັກງັດແງະ, ອຸບັດເຫດຕາມທ້ອງຖະໜົນ ແລະ ບັນຫາອື່ນໆ, ພ້ອມທັງຜັນຂະຫາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ເຂົ້າສູ່ຊີວິດຕົວຈິງໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com