Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ສະມາຊິກກໍາມະບານອົງການກວດສອບແຫ່ງລັດ ຄັ້ງທີ II ໄດ້ເປີດຂຶ້ນ ໃນວັນທີ 11 ມີນາ ທີ່ຫ້ອງປະຊຸມຂອງອົງການດັ່ງກ່າວ. ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ.
ໃນກອງປະຊຸມ, ສະຫາຍ ວິໄລສຸກ ນະໄພວົງ ຮັກສາການປະທານສະຫະພັນກໍາມະບານອົງການກວດສອບ ໄດ້ຂຶ້ນຜ່ານບົດສະຫຼຸບ ໃນໄລຍະ2014-2019 ທີ່ຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້ ແລະ ແຜນການໃນຕໍ່ໜ້າ ຊຶ່ງໄດ້ເອົາໃຈໃສ່ເປັນເຈົ້າການນໍາພາດ້ານການເມືອງ-ແນວຄິດເປັນກົກ; ເປັນເຈົ້າການທາງດ້ານການຈັດຕັ້ງ; ເປັນເຈົ້າການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງພະນັກງານ-ລັດຖະກອນ; ເປັນເຈົ້າການໃນການກວດສອບ ເພື່ອຕິດຕາມການຄຸ້ມຄອງລັດຄຸ້ມຄອງເສດຖະກິດ, ແຜນການ-ການເງິນ ແລະ ເງິນຕາ ແລະ ເປັນເຈົ້າການເຂົ້າຮ່ວມໃນການ ຈັດຕັ້ງປະຕິບັດແນວທາງການ ຕ່າງປະເທດຂອງພັກ-ລັດ. ສະ ແດງອອກຄື: ມາເຖິງປັດຈຸບັນ, ສະຫະພັນກໍາມະບານຂອງອົງ ການກວດສອບແຫ່ງລັດ, ມີ 11 ໜ່ວຍກໍາມະບານທີ່ຂຶ້ນກັບ, ມີສະມາຊິກກໍາມະບານທັງໝົດ 262 ສະຫາຍ,ຍິງ 100 ສະຫາຍ, ມີສະມາຊິກພັກສົມບູນ 115 ສະຫາຍ, ສໍາ ຮອງ 18 ສະຫາຍ, ວຸດທິການ ສຶກສາປະລິນຍາເອກ 1 ສະ ຫາຍ, ປະລິນຍາໂທ 48 ສະຫາຍ, ປະລິນຍາຕີ 194 ສະຫາຍ ແລະ ຊັ້ນສູງ 19 ສະຫາຍ ໃນໄລຍະ ທີ່ຜ່ານມາບັນດາສະມາຊິກກໍາມະບານໄດ້ຮັບການເລື່ອນຊັ້ນ-ຂັ້ນຄື: ເລື່ອນຕໍາແໜ່ງບໍລິຫານ ຈໍານວນ 190 ເທື່ອສະຫາຍ; ເລື່ອນຊັ້ນ-ຂັ້ນເງິນເດືອນ 1.239 ສະຫາຍ; ໄດ້ຮັບຫຼຽນຕ່າງໆຈາກລັດຖະບານ ເຊັ່ນ: ຫຼຽນໄຊແຮງງານຊັ້ນ 2 ຈໍານວນ 5 ສະຫາຍ, ຫຼຽນໄຊແຮງງານຊັ້ນ 3 ຈໍານວນ 4 ສະຫາຍ, ຫຼຽນກາ ຈໍານວນ 28 ສະຫາຍ, ໄດ້ຮັບໃບຍ້ອງຍໍຈາກປະທານອົງການກວດສອບ ຈໍານວນ 247 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍ-ໃບຊົມເຊີຍອື່ນໆ. ຄຽງຄູ່ກັນນັ້ນ, ກໍໄດ້ດໍາເນີນການກວດສອບທັງໝົດ ຈໍານວນ 327 ເປົ້າໝາຍ, ໃນນັ້ນ: ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ຈໍານວນ 120 ຄັ້ງ, ກວດສອບໂຄງການການເງິນກູ້ຢືມ ແລະ ຊ່ວຍເຫຼືອຈາກຕ່າງປະເທດຈໍານວນ 119 ຄັ້ງ, ກວດສອບທະນາຄານແຫ່ງລັດ ຈໍານວນ 20 ຄັ້ງ, ກວດສອບວິສາຫະກິດຂອງລັດ ຈໍານວນ 68 ຄັ້ງ, ກວດສອບເຫັນລາຍຮັບເພີ່ມ ຈໍານວນ 2.925,99 ຕື້ກີບ, ລາຍຈ່າຍເພີ່ມ ຈໍານວນ 6.023,27 ຕື້ກີບ.
ທິດທາງແຜນການໃນ ຕໍ່ໜ້າ 2020-2024, ສືບຕໍ່ເພີ່ມທະວີສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກກໍາມະບານດ້ວຍຫຼາຍຮູບການ; ຊຸກຍູ້ວຽກງານກໍາມະບານ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວວິຊາສະເພາະກວດສອບ ໃນການຕິດຕາມ ດໍາເນີນການກວດສອບ ແລະລາຍງານຜົນການກວດສອບ ຕໍ່ກົມການເມືອງສູນກາງພັກ, ຕໍ່ສະພາແຫ່ງຊາດ, ລັດຖະບານແລະອໍານາດການປົກຄອງ ທີ່ຄຸ້ມຄອງເປົ້າໝາຍຖືກກວດສອບ,ຍູ້ແຮງການປະກອບສ່ວນ ແລະ ຍົກລະດັບຄວາມສາມາດຂອງສະມາຊິກກໍາມະບານ ໃນການພັດທະນາ, ການສ້າງຂີດຄວາມສາມາດ ໃຫ້ແກ່ນັກກວດສອບ, ໂດຍສະເພາະການພັດທະນາສະຖາບັນຝຶກອົບຮົມໃນຕໍ່ໜ້າ ໃຫ້ມີຄວາມເຂັ້ມແຂງ,ເປັນບ່ອນຜະລິດແລະສ້າງຄົນທີ່ມີຄຸນນະພາບຢ່າງແທ້ຈິງ,ຍູ້ແຮງຍົກລະດັບຢ່າງຮອບດ້ານໃຫ້ສະມາຊິກກໍາມະບານ ໄດ້ພັດທະນາຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ,ວິຊາສະເພາະ ແລະພາສາຕ່າງປະເທດ ໃນໄລຍະສັ້ນ-ຍາວ ຢູ່ພາຍໃນແລະຕ່າງປະເທດ ແລະ ວຽກງານອື່ນໆ.
ກອງປະຊຸມຄັ້ງນີ້, ຍັງໄດ້ມີການປ່ອນບັດເລືອກເອົາຄະນະສະຫະພັນກໍາມະບານອົງການກວດສອບແຫ່ງລັດ ຊຸດໃໝ່, ໄດ້ເລືອກເອົາ ສະຫາຍ ຕ້ອຍ ພົນທິລາດ ເປັນປະທານສະຫະພັນກໍາມະບານອົງການກວດສອບແຫ່ງລັດ, ສະຫາຍ ວິໄລສຸກ ນະໄພວົງ ເປັນຮອງປະທານ, ເປັນປະທານກວດກາ, ສະຫາຍ ວຽງຄໍາ ສິມມະໄລວົງ ເປັນຮອງປະທານ, ສະຫາຍ ບັນລັງ ບຸນທາວົງ ເປັນຮອງປະທານກວດກາ, ກໍາມະການ, ສະຫາຍ ໄຊໂຍ ເຮືອງນິມິດ, ສະຫາຍຕຸ້ຍ ເພັດສະນຸບານ, ສະຫາຍ ນາງ ອາລຸນນີ ໄຊຍະວຸດ, ສະຫາຍ ຈັນທະວິໄຊ ອິນຊີວິລາດ,ສະຫາຍພູລັດຕະນະ ພົມມະຫາໄຊ, ສະຫາຍ ສຸກສະຫວັນ ພະໄຊສົມບັດ ແລະ ສະຫາຍ ຈັນທະຄານ ປິ່ນພະຫຍາ ເປັນກໍາມະການ.
(ຂ່າວ: ແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com