Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ປິດລົງໃນອາທິດຜ່ານມານີ້ ທີ່ສະໂມສອນນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະ ການສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງສະຫວັນນະ ເຂດ, ສະຫາຍ ແສງທອງ ວັງແກ້ວມະນີ ວ່າການເລຂາພັກ ນະຄອນເຈົ້ານະຄອນໄກສອນ ພົມວິຫານ ພ້ອມດ້ວຍຄະນະນຳນະຄອນ, ແຂກຖືກເຊີນ ແລະຜູ້ ແທນສົມບູນ ເຂົ້າຮ່ວມ.
ໃນວາລະຂອງກອງປະ ຊຸມ, ສະຫາຍ ແສງທອງ ວັງແກ້ວມະນີ ກໍໄດ້ໃຫ້ກຽດຜ່ານບົດລາຍງານການເມືອງພາກ I ແລະ ພາກ II ຕໍ່ກອງປະຊຸມ ຊຶ່ງສະຫາຍໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ສະພາບການຈັດ ຕັ້ງ ປະຕິບັດມະຕິ, ຄຳສັ່ງຕ່າງໆຂອງພັກກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກນະຄອນ ໄກສອນ ໄດ້ມີຂໍ້ສະ ດວກ ແລະສິ່ງເອື້ອອຳນວຍ, ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ທາງດ້ານການເມືອງມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານສາມາດຮັບຮອງ ແລະ ປະກາດເປັນ
ນະຄອນໃນວັນທີ 25 ພຶດສະພາ 2018. ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ປັບ ປຸງກໍ່ສ້າງກຳລັງກອງຫຼອນບ້ານໄດ້ກາຍເປັນກຳລັງທີ່ມີຄວາມໜັກ ແໜ້ນ, ປະສານສົມທົບກັບກຳລັງທະ ຫານຊາຍແດນແມ່ນ້ຳຂອງ ເພື່ອຕ້ານປະ ກົດການຫຍໍ້ທໍ້ທີ່ເກີດຂຶ້ນໄດ້ຢ່າງ ທັນການ, ປະຕິບັດແຜນສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 100%, ປະຕິບັດແຜນສ້າງບ້ານປ້ອງກັນຄວາມສະຫງົບສຳເລັດ 100%. ວຽກງານພັດທະນາເສດ ຖະກິດ-ສັງຄົມ ໃນໄລຍະ 5 ປີຜ່ານມາ ເສດຖະກິດຂະຫຍາຍ ຕົວຢ່າງຕໍ່ເນື່ອງສະເລ່ຍ 10,22%, ລວມຍອດຜະລິດ ຕະພັນພາຍໃນບັນລຸໄດ້ 2.865,62 ຕື້ກີບ, ສະເລ່ຍ ໃສ່ພົນລະເມືອງໄດ້ 21,42 ລ້ານກີບ ຫຼື ເທົ່າກັບ 2.550 ໂດ ລາຕໍ່ຄົນຕໍ່ປີ, ການຜະລິດກະສິກຳໄດ້ຫັນໄປຕາມທິດຍືນຍົງ ແລະ ຜະ ລິດເປັນສິນຄ້າເປັນຕົ້ນການຜະລິດເຂົ້ານາປີ ແລະ ນາແຊງ ຊຶ່ງໃນປີ 2019 ຜ່ານມາ ໄດ້ 51.605,85 ໂຕນ ເທົ່າກັບ 74,66% ຂອງແຜນການ, ດ້ານ ການພັດທະນາມາດຕະຖານດຳລັດ 309/ນຍ, ເພີ່ມຂຶ້ນຈາກ 15 ບ້ານ ລວມເປັນ 62 ບ້ານ, ລື່ນຄາດໝາຍ 27 ບ້ານ, ສ້າງ ບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍ ໄດ້ 7 ບ້ານ, ມີບ້ານບັນລຸມາດ ຕະຖານພັດທະນາ 30 ບ້ານ, ຊຸກຍູ້ສົ່ງເສີມສ້າງຕັ້ງກອງທຶນພັດທະນາບ້ານ 29 ບ້ານ, ຫົວ ໜ່ວຍອຸດສາຫະກຳຂະໜາດນ້ອຍ-ຂະໜາດກາງ (SME)ໄດ້ເພີ່ມຂຶ້ນຈາກ 423 ຫົວ ໜ່ວຍມາເປັນ 450 ຫົວໜ່ວຍ, ລວມມູນຄ່າການລົງທຶນທັງໝົດ 2.868,59 ຕື້ກີບ. ດ້ານການພັດທະນາພື້ນຖານໂຄງລ່າງໃນທົ່ວນະຄອນດີຂຶ້ນ, ເດັ່ນກວ່າໝູ່ແມ່ນໃນນະຄອນ ໄດ້ມີການປັບປຸງໂຄງລ່າງເສັ້ນທາງ, ແສງສະຫວ່າງ, ສວນສາທາລະນະ, ລະບົບກຳຈັດຂີ້ເຫຍື້ອ ແລະສິ່ງສາທາລະນຸປະໂພກຕ່າງໆ, ສ້າງທາງເບຕົງໃນນະຄອນໄດ້ 13 ເສັ້ນ, ມູນຄ່າ 251 ຕື້ກີບ. ດ້ານການຂຸດຄົ້ນລາຍຮັບເຂົ້າງົບປະມານເພີ່ມຂຶ້ນພາຍໃນ 5 ປີ ສາມາດປະຕິບັດໄດ້ 101,59 ຕື້ກີບ ທຽບໃສ່ທີ່ແຂວງມອບ ໃຫ້ປະຕິບັດໄດ້ 83,61% ທຽບ ໃສ່ກອງປະຊຸມໃຫຍ່ ຄັ້ງທີ VII ເພີ່ມຂຶ້ນ 58,83%. ນອກນັ້ນ, ວຽກງານອື່ນໆກໍໄດ້ຖືກລາຍ ງານຢ່າງລະອຽດໃນກອງປະ ຊຸມຄັ້ງນີ້ດ້ວຍ.
ກອງປະຊຸມຄັ້ງນີ້, ບັນດາ ຜູ້ແທນສົມບູນຈຳນວນ 175 ສະຫາຍ, ຍິງ 45 ສະຫາຍໄດ້ໃຊ້ ສິດປະຊາທິໄຕຂອງຕົນຢ່າງ ເຕັມສ່ວນປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກນະຄອນ ໄກສອນ ພົມວິຫານ ຊຸດທີ VIII ຢ່າງເປັນທາງການ. ໃນນີ້, ມີຈຳນວນຜູ້ສະໝັກຮັບເລືອກຕັ້ງຈຳນວນ 29 ສະຫາຍ ຍິງ 7 ສະຫາຍ, ເລືອກເອົາ 25 ສະຫາຍ ເຂົ້າໃນອົງປະກອບຄະນະພັກ ນະຄອນ ໄກສອນ ພົມວິຫານ ຄັ້ງທີ VIII ຢ່າງເປັນທາງການ. ຈາກຜົນການລົງຄະແນນສຽງ ເລືອກຕັ້ງ ແລະ ມະຕິຂອງກອງປະຊຸມຄັ້ງປະຖົມມະລືກໄດ້ຕົກລົງເຫັນດີເລືອກເອົາ ສະຫາຍ ແສງທອງ ວັງແກ້ວມະນີ ເປັນເລຂາພັກນະຄອນ ໄກສອນ ພົມວິຫານ, ເລືອກເອົາສະຫາຍ ກຸນາ ເຫືຼ່ອມເທ ພາ ແລະ ສະຫາຍ ນາງ ບຸນທະລັງສີ ຄຳມະນີວົງ ເປັນຮອງເລຂາ, ສະຫາຍ ສົມ ໝາຍ ສົງວິໄລ, ສະຫາຍ ພັທ ຄຳ ສີ ທູນທະວົງສັກ, ສະຫາຍ ສີທາ ສົງວິໄລ ແລະສະຫາຍ ບຸນຍໍ ວໍລະສັກສິດ ເປັນຄະນະກຳມະ ການປະຈຳພັກນະຄອນໄກສອນ ພົມວິຫານ ແລະ 18 ສະ ຫາຍແມ່ນກຳມະການພັກນະຄອນ ໄກສອນ ພົມວິຫານ ພ້ອມ ນັ້ນ, ກອງປະຊຸມຄັ້ງປະຖົມມະ ລືກຍັງໄດ້ຕົກລົງເຫັນດີເລືອກ ປະທານ ແລະ ຮອງປະທານ ກວດກາຄະນະພັກນະຄອນ ຊຶ່ງໄດ້ຕົກລົງເຫັນດີເລືອກເອົາສະຫາຍນາງ ບຸນທະລັງສີ ຄຳມະນີວົງ ເປັນປະທານກວດກາພັກ, ສະຫາຍ ນາງ ຈັນທະນາ ຄຳວິໄລ ແລະສະຫາຍ ອິນປົງ ປໍວໍລະເດດ ເປັນຮອງປະທານກວດກາພັກ ນະຄອນ ໄກສອນ ພົມວິຫານ.
(ຂ່າວ: ຕຸກໆ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com