Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະບໍລິຫານງານສະຫະພັນກຳມະບານຫ້ອງວ່າການສູນກາງພັກຂຶ້ນໃນວັນທີ 11 ມີນາ, ທີ່ ຫສພ, ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ສົມນຶກ ສົມວິຈິດ ປະທານສະຫະພັນກຳມະບານ ຫສພ, ທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າ ຫສພ, ມີຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍສະມາຊິກກຳມະບານ ຫສພ ເຂົ້າຮ່ວມ.
ໃນທີ່ປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ, ແຜນຍຸດທະສາດພັດ ທະນາວຽກງານກຳມະບານ ຫສພ 5 ປີ (2020-2024) ແລະ ບົດສຳຫຼວດການນຳພາຂອງຄະນະບໍລິຫານງານສະຫະພັນກຳມະບານຊຸດທີ V ໃນໄລຍະ 5 ປີຜ່ານມາ ແລະ ທິດທາງ, ໜ້າທີ່ໃນ 5 ປີຕໍ່ໜ້າໂດຍ ກຳນົດ 8 ແຜນງານ 28 ໂຄງການເພື່ອສ້າງພື້ນຖານໃຫ້ຄະນະບໍລິຫານງານກຳມະບານ ຫສພ ຊຸດໃໝ່ ນຳພາສະມາຊິກຂອງຕົນສ້າງບາດລ້ຽວຫັນປ່ຽນໃໝ່ທີ່ຕັ້ງໜ້າໃຫ້ແກ່ອົງຄະນະພັກ ຫສພ, ສຸມໃສ່ພັດທະນາວຽກງານກຳມະບານຂອງ ຫສພ ໃຫ້ເຕີບໃຫຍ່ເຂັ້ມແຂງຕາມທິດ “ຍົກສູງບົດບາດ ແລະ ຄວາມສາມາດການເປັນເສນາທິການຂອງສະມາຊິກກຳມະບານ ຫສພ, ເອົາໃຈໃສ່ສ້າງສະຫະພັນກຳມະບານ ຫສພ ໃຫ້ເປັນອົງການເຕົ້າໂຮມຄວາມສາມັກຄີທີ່ໜັກແໜ້ນເຂັ້ມແຂງ, ເປັນຕົວແທນໃນການປົກປ້ອງສິດ ຜົນປະໂຫຍດອັນຊອບທຳ ແລະ ເປັນກຳລັງແຮງສັງລວມທີ່ເດັດດ່ຽວໜຽວແໜ້ນ, ເຮັດສຳເລັດທຸກພາລະ ກິດປະຕິວັດທີ່ໄດ້ຮັບການມອບໝາຍ”.
ໃນທີ່ປະຊຸມໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານຊຸດທີ VI ຊຶ່ງມີຜູ້ສະໝັກທັງໝົດ 17 ທ່ານ, ຍິງ 5 ທ່ານ, ໃນນັ້ນໄດ້ເລືອກເອົາ 13 ທ່ານເພື່ອເປັນແກນນຳໃນການຊີ້ນຳ-ນຳພາສະຫະພັນກຳມະບານ ຫສພ ເພື່ອປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບໝາກຜົນ.
(ຂ່າວ-ພາບ: ສຸກສາຄອນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com