Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂຮງໝໍມິດຕະພາບ ໄດ້ຈັດກອງປະຊຸມໃຫ່ຍຄັ້ັງທີ III ຂອງຄະນະພັກຮາກຖານໂຮງໝໍມິດຕະພາບ (150ຕຽງ) ຂຶ້ນໃນວັນທີ 12 ມີນານີ້, ທີ່ໂຮງໝໍດັ່ງກ່າວ ໂດຍການເຂົ້າຮ່ວມຂອງສະຫາຍ ຄໍາພອນ ພຸດທະວົງ ເລຂາຄະນະພັກ ກະຊວງສາທາລະນະສຸກ, ແຂກຖືກເຊີນຈາກບັນດາກົມ, ໂຮງໝໍສູນກາງອ້ອມຂ້າງກະຊວງ ສາທາລະນະສຸກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
ສະຫາຍ ສະໜອງ ທອງຊະນະ ຄະນະພັກກະຊວງ ເລ ຂາຄະນະພັກຮາກຖານໂຮງ ໝໍມິດຕະພາບ ໄດ້ຜ່ານບົດລາຍງານການເມືອງຂອງຄະນະພັກຮາກຖານໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ(2020-2025) ຊຶ່ງກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມນັ້ນ, ກອງປະຊຸມໄດ້ດໍາເນີນການເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ 9 ສະຫາຍ, ເລືອກເອົາ 7 ສະຫາຍ ເປັນຄະນະພັກຮາກຖານຊຸດໃໝ່.
ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄໍາພອນ ພຸດທະວົງ ໂດຍສະຫາຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຜົນງານອັນໃຫ່ຍຫຼວງທີ່ທາງຄະນະພັກຮາກຖານຊຸດເກົ່າທີ່ຍາດມາໄດ້ໃນຊຸມປີຜ່ານມາ. ຄຽງຄູ່ກັນນັ້ນ, ສະຫາຍ ຍັງໄດ້ຍົກບາງບັນຫາຊຶ່ງທາງຄະນະພັກຮາກຖານຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນໂດຍສະເພາະການນໍາພາວຽກງານບໍລິຫານຄຸ້ມຄອງ ແລະ ວຽກງານບໍລິການດ້ານສຸ ຂະພາບ ໃຫ້ນັບມື້ນັບມີຄວາມທັນສະໄໝເທື່ອລະກ້າວ. ພ້ອມດຽວກັນນີ້, ສະຫາຍໄດ້ຮຽກຮ້ອງມາຍັງຄະນະພັກ ຮາກຖານຊຸດໃໝ່ ແລະ ບັນດາສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ.
(ຂ່າວ-ພາບ: ຍຸພິນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com