Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນອາທິດຜ່ານມານີ້ ເມືອງ ໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນອົງຄະນະພັກ ເມືອງໄຊຍະບູລີຂຶ້ນທີ່ເດີ່ນສະໝາມຫຼວງຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ໄຊຍະບູລີ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ພະນັກງານ ວິຊາການ, ອົງການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງເຂົ້າຮ່ວມ.
ໃນພິທີ ສະຫາຍ ບຸນແທນ ທີແກ້ວ ໄດ້ໃຫ້ກຽດຂຶ້ນກ່າວປາໄສລາຍງານຜົນສຳເລັດຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊຍະບູລີ ຄັ້ງທີ IX ບາງຕອນທ່ານກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊຍະບູລີ ຄັ້ງທີ IX ໄດ້ເປີດຂຶ້ນໃນວັນທີ 5 ມີນາ ແລະ ສໍາເລັດລົງໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 165 ສະຫາຍ ຍິງ 32 ສະຫາຍທີ່ເປັນຕົວແທນ ໃຫ້ສະມາຊິກພັກທັງໝົດ 2.730 ສະຫາຍ ຍິງ 1.100 ສະຫາຍໃນທົ່ວເມືອງ, ກອງປະຊຸມໄດ້ ພ້ອມກັນສະຫຼຸບສັງລວມຄືນຜົນ ງານທີ່ຍາດມາໄດ້ ໃນໄລຍະ 5 ປີຜ່ານມາເຫັນໄດ້ວ່າເມືອງໄຊ ຍະບູລີມີສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມ ສະຫງົບປອດໄພ ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມມີບາດກ້າວ ແລະ ທ່ວງທ່າຂະຫຍາຍຕົວຂຶ້ນ, ເສດ ຖະກິດຂະຫຍາຍຕົວສະເລ່ຍ 8% ຕໍ່ປີ, ລາຍໄດ້ຕໍ່ຫົວຄົນບັນ ລຸ 19 ລ້ານກວ່າກີບຕໍ່ຄົນຕໍ່ປີ ເທົ່າກັບ 2.490 ໂດລາ, ຜູ້ແທນ ກອງປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນປ່ອນ ບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ມີຜູ້ສະໝັກ 31 ສະຫາຍ ຍິງ 9 ສະຫາຍ ເລືອກເອົາ 27 ສະຫາຍ ຍິງ 8 ສະຫາຍ, ເລືອກຕັ້ງເອົາຄະນະປະຈໍາ 9 ສະຫາຍ ຍິງ 1 ສະຫາຍ, ກອງ ປະຊຸມຄັ້ງປະຖົມມະລືກໄດ້ຕົກ ລົງເປັນເອກະພາບເລືອກເອົາສະຫາຍ ບຸນແທນ ທີແກ້ວ ເປັນເລຂາຄະນະບໍລິຫານງານ ພັກເມືອງ, ສະຫາຍ ຄຳຜາຍ ແກ້ວບົວ ເປັນຮອງເລຂາຄະນະ ບໍລິຫານງານພັກເມືອງ ແລະ ສະຫາຍ ເສນ ພັນລັກ ເປັນຮອງ ເລຂາຄະນະບໍລິຫານງານພັກເມືອງ ທັງເປັນປະທານຄະນະກວດກາພັກເມືອງ, ເລືອກເອົາສະຫາຍ ນາງ ກັນດາວອນ ຄຳຕາ ແລະ ສະຫາຍ ພອນປະດິດ ຈັນທະມາດ ເປັນຮອງປະທານຄະນະກວດກາພັກເມືອງ.
(ຂ່າວ-ພາບ: ສົມພົງ ສີສະຫວັດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com