Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກ ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 13 ມີນາຜ່ານມາ ທີ່ສະໂມສອນ ກະຊວງແຜນການແລະ ການລົງທຶນ.
ເຂົ້າຮ່ວມເປັນປະທານກອງປະຊຸມຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງ ພັກ ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍແຂກຖືກ ເຊີນເຂົ້າຮ່ວມ.
ໜ່ວຍພັກ ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ມີສະມາຊິກພັກ ທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ, ໃນກອງປະຊຸມ ສະຫາຍ ອຸ່ນ ເພັດສະນີ ຮອງເລຂາໜ່ວຍພັກ ຫ້ອງການ ຄຮລ-ຈ ໄດ້ກ່າວວ່າ: ໜ່ວຍພັກ ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ກໍເປັນໜ່ວຍພັກໜຶ່ງ ທີ່ສັງກັດຢູ່ກັບ ອົງຄະນະພັກ ກະຊວງແຜນການ ແລະ ການລົງທຶນ, ເປັນເສນາທິການ ໃຫ້ແກ່ອົງ ຄະນະພັກ ໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານດ້ານວິຊາສະເພາະ, ດ້ານການປະສານງານ ແລະ ດ້ານການຍາດແຍ່ງທຶນຊ່ວຍເຫຼືອຈາກ ສປ ຈີນ ເພື່ອການພັດທະນາ ແລະ ເປັນກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຫ້ອງການ ຄຮລ-ຈ.
ທີ່ປະຊຸມຍັງໄດ້ຜ່ານບົດ ລາຍງານການເມືອງ ໃນການ ຈັດຕັ້ງປະຕິບັດວຽກງານໃນໄລ ຍະ 6 ປີ ແຕ່ປີ 2014-2019 ແລະ ທິດທາງແຜນການໃນຕໍ່ໜ້າ 2020-2025. ນອກນີ້້ ຍັງໄດ້ຟັງການຜ່ານບົດສຳຫຼວດການນຳພາ ຂອງສະຫາຍ ສຸບັນ ວິຈິດຕາ ຄະນະໜ່ວຍພັກ ປະທານກວດກາໜ່ວຍພັກ ຫ້ອງການ ຄຮລ-ຈ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະທີ່ຜ່ານມາ ຂອງໜ່ວຍພັກຕົນນຳດ້ວຍ. ກອງປະຊຸມໃຫຍ່ ໃນຄັ້ງນີ້ໄດ້ເປັນເອກະພາບ ປ່ອນບັດຄັດເລືອກເອົາ ສະຫາຍ ໄຊຊະນະ ສິດທິພອນ ເປັນເລຂາໜ່ວຍພັກຊຸດໃໝ່, ສະຫາຍ ນາງ ແສງເດືອນ ໄຊຍະສອນ ເປັນຮອງເລຂາ ໜ່ວຍພັກ, ສະຫາຍ ສີສຸລາດ ລາດສະສີສິນ ເປັນຜູ້ກວດກາໜ່ວຍພັກ. ນອກນັ້ນ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງແຜນການ ແລະ ການລົງທຶນທີ່ຈະເປີດຂຶ້ນໃນທ້າຍປີ 2020 ນີ້.
ໃນກອງປະຊຸມ ຍັງໄດ້ ເປັນກຽດຮັບຟັງການໂອ້ລົມ ຂອງສະຫາຍ ສອນໄຊ ສີພັນດອນ ບາງຕອນສະຫາຍ ໄດ້ກ່າວວ່າ: ໃນໄລຍະ 5 ປີທີ່ຜ່ານມາ ໜ່ວຍພັກຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ໄດ້ສຸມທຸກກຳລັງເຂົ້າໃນການປຸກລະດົມການເມືອງແນວຄິດ ໃຫ້ແກ່ອ້າຍນ້ອງສະມາຊິກພັກ-ພະນັກງານ ໃຫ້ມີຄວາມຈູບຈ້າວຫ້າວຫັນ ເຂົ້າໃສ່ໜ້າທີ່ວຽກງານການເມືອງ ຂອງຕົນຢ່າງຕັ້ງໜ້າ, ວຽກດ້ານການຂະຫຍາຍພັກ ແມ່ນໄດ້ສືບຕໍ່ກໍ່ສ້າງມະຫາຊົນທີ່ມີຄວາມກ້າວໜ້າ ເພື່ອສະເໜີເຂົ້າພັກ ຕາມລະບຽບການຂອງພັກ ຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ ໃນທີ່ຜ່ານມາ ໜ່ວຍພັກກໍສາມາດຍາດໄດ້ຜົນງານອັນໃຫ່ຍຫຼວງ ເປັນຕົ້ນແມ່ນ ການສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ 4 ປີຊ້ອນ ແລະຍັງໄດ້ຮັບໃບຍ້ອງຍໍຈາກ ຄະນະບໍລິຫານງານພັກ ກະຊວງ ແຜນການ ແລະການລົງທຶນ ຈຳນວນຫຼາຍສົມຄວນ. ດ້ານວິຊາສະເພາະ ໜ່ວຍພັກກໍ່ໄດ້ຕັ້ງໜ້າເຂົ້າໃສ່ວຽກງານການຮ່ວມມື ຢ່າງບໍຢຸດຢັ້ງ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍ ກອງປະຊຸມຮ່ວມມືດ້ານການຄ້າ ແລະ ເຕັກນິກລາວ-ຈີນ,ຈີນ-ລາວ ຄັ້ງທີ 7-8 ແລະ 9 ແລະ ກອງປະຊຸມ ຄະນະປະສານງານກົນໄກການຮ່ວມມື ລະຫວ່າງ ແຂວງພາກເໜືອລາວກັບແຂວງຢູນນານ ສປ ຈີນ ຄັ້ງທີ 7-8-9 ແລະ 10 ໃນທ້າຍປີ 2019. ນອກນັ້ນ, ຍັງຊຸກຍູ້ຂົນຂວາຍ ບັນດາໂຄງການຊ່ວຍເຫຼືອ ແລະ ກູ້ຢືມຕ່າງໆ ຈາກ ສປ ຈີນ ເຊັ່ນ: ໂຄງການກໍ່ສ້າງໂຮງໝໍມະໂຫສົດ, ໂຄງການກໍ່ສ້າງສະຖາບັນຂົງຈື້, ໂຄງການກໍ່ສ້າງຫ້ອງວ່າການສູນກາງພັກ, ໂຄງ ການກໍ່ສ້າງຫໍວັດທະນະທຳແຫ່ງຊາດ ແລະ ອື່ນໆ, ໃນປັດຈຸບັນ ແມ່ນພວມສຸມໃສ່ໂຄງການສ້າງໂຄງລ່າງພື້ນຖານຫຼຸດຜ່ອນຄວາມທຸກຍາກຊົນນະບົດ 4x100 ຊຸດທີ 1 ແລະ ຊຸດທີ 2. ໂຄງການເງິນກູ້ກໍເປັນປັດໄຈໜຶ່ງທີ່ສຳຄັນໃນການຊ່ວຍຊຸກຍູ້ ການພັດທະນາດ້ານເສດຖະກິດ ຂອງ ສປປ ລາວ ໄດ້ຢ່າງໃຫຍ່ຫຼວງ ເປັນຕົ້ນແມ່ນ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໂຄງການສາຍສົ່ງໄຟຟ້າຕ່າງໆ, ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ໂຄງການອື່ນໆ ຕື່ມອີກ ຊຶ່ງໝາກຜົນເຫຼົ່ານັ້ນ ລ້ວນແຕ່ເປັນຜົນງານ ອັນໃຫຍ່ຫຼວງຂອງໜ່ວຍພັກຫ້ອງການ ຄະນະກຳມະການຮ່ວມມື ລາວ-ຈີນ ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກ ແລະ ຄະນະນຳ ຂອງຫ້ອງການຮ່ວມມືລາວ-ຈີນ ທີ່ຍາດມາໄດ້ ໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ.
(ຂ່າວ:ຫ້ອງການຮ່ວມມືລາວ-ຈີນ,ພາບ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com