Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ IV ຂອງຜູ້ແທນສະຫະພັນນັກຮົບເກົ່າ ແຂວງຫຼວງນໍ້າທາໄດ້ສຳເລັດລົງຫວ່າງແລ້ວນີ້ ຢູ່ ສະໂມສອນແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງສະ ຫາຍ ພັນໂທ ແສງວັນດີ ວ່າໄຊຢີ ປະທານສະຫະພັນນັກຮົບເກົ່າ ແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ເພັດຖາວອນ ພິລະວັນ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆ ຫຼວງນ້ຳທາ, ສະຫາຍ ພົນຈັດ ຕະວາ ຄຳຜາງ ກອງຈັນແສງ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີບັນດາ ກຳມະການພັກແຂວງ, ແຂກຖືກເຊີນ, ຜູ້ແທນສົມບູນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານສະ ຫະພັນນັກຮົບເກົ່າແຂວງຫຼວງນໍ້າທາໄດ້ລົງປະຊາມະຕິເປັນ ເອກະສັນກັນຮັບຮອງເອົາບັນ ດາເນື້ອໃນສຳຄັນ, ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະ ກອບຄຳຄິດຄຳເຫັນໃສ່ຮ່າງບົດ ລາຍງານການເມືອງແຜນພັດ ທະນາເສດຖະກິດ-ສັງຄົມທິດທາງ, ຄາດໝາຍສູ້ຊົນ ແຕ່ລະດ້ານ, ບົດສຳຫຼວດການນຳພາລວມຂອງຄະນະຊຸດເກົ່າ ໃນ ນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດບົດ ຮຽນໃນການຊີ້ນຳໆພາ ແລະ ການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ໃນ 5 ປີຜ່ານມາ ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີ (2020-2025).
ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານນັກຮົບເກົ່າຊຸດໃໝ່, ຊຶ່ງມີຜູ້ສະໝັກ 12 ສະຫາຍ, ເລືອກເອົາ 9 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນຮັບຮອງເອົາສະຫາຍ ພັທ ແສງວັນດີ ວ່າໄຊຢີ ເປັນປະທານສະຫະພັນນັກຮົບເກົ່າ ແຂວງຊຸດໃໜ່, ສະຫາຍ ພັທ ຈັນສຸກ ວັນນະສຸກ ແລະ ສະຫາຍ ພັທ ຄໍາວັນໄຊ ແສນຫຼວງລາດ ເປັນຮອງປະທານ ພ້ອມດ້ວຍຄະນະ 6 ທ່ານ ແລະ ກອງປະ ຊຸມຍັງໄດ້ເປັນເອກະສັນກັນຮັບ ຮອງເອົາສະຫາຍ ພັທ ຈັນສຸກ ວັນນະສຸກ ເປັນປະທານກວດ ກາ ແລະ ສະຫາຍ ນາງ ຕີມ ເຍົາອຸທອນ ເປັນຮອງປະທານກວດກາ.
ໃນໂອກາດນີ້, ບັນດາຜູ້ ແທນເຂົ້າຮ່ວມກອງປະຊຸມໄດ້ ຮັບຟັງການໂອ້ລົມຈາກສະຫາຍ ເພັດຖາວອນ ພິລະວັນ ຊຶ່ງກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳໆພາ ຂອງຄະນະບໍລິຫານງານສະຫະ ພັນນັກຮົບເກົ່າສະໄໝທີ III, ໄດ້ຊີ້ນຳໆພາການເມືອງແນວຄິດ, ຍາດໄດ້ຜົນສຳເລັດຫຼາຍດ້ານ ພ້ອມກັນນັ້ນ ສະຫາຍຍັງໄດ້ ຮຽກຮ້ອງໃຫ້ຄະນະບໍລິຫານ ງານຊຸດໃໝ່ສືບຕໍ່ປັບປຸງແກ້ໄຂ ຈຸດອ່ອນຂໍ້ຄົງຄ້າງ, ຈາກນັ້ນ ສະ ຫາຍຍັງໄດ້ໃຫ້ທິດຊີ້ນຳວຽກງານ ແຕ່ລະດ້ານໃນທາງສ້າງສັນ ແລະ ມີຄວາມເຊື່ອໝັ້ນຕໍ່ຄະນະບໍ ລິຫານງານຊຸດໃໝ່ທີ່ຈະສືບຕໍ່ຊີ້ ນຳໆພາຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະບໍລິຫານງານສະຫະພັນ ນັກຮົບເກົ່າແຂວງຫຼວງນໍ້າທາຄັ້ງນີ້ໃຫ້ປະກົດຜົນເປັນຈິງ.
(ຂ່າວ-ພາບ: ມຸນຕີ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com