Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ XI ຂອງໜ່ວຍພັກກອງກາຍະສິນແຫ່ງຊາດ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຂຶ້ນເມື່ອວັນທີ 16 ມີນາ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບົວເງິນ ຊາພູວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ຖວທ, ມີແຂກຖືກເຊີນ ແລະ ສະມາຊິກ ພັກເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານບົດ ສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາວຽກງານຂອງຄະນະໜ່ວຍພັກໄລຍະ 3 ປີ ຜ່ານມາ (2016-2019) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2020-2024) ສະເໜີໂດຍສະຫາຍ ຄຳເຫຼັກ ສຸກຈັນທະລາວົງ ເລ ຂາໜ່ວຍພັກ ຫົວໜ້າກອງກາຍະສິນແຫ່ງຊາດ. ຕະຫຼອດໃນໄລຍະ 3 ປີຜ່ານມາ ຄະນະພັກ ກອງກາຍະສິນແຫ່ງຊາດໄດ້ຖືເອົາວຽກງານການເມືອງແນວຄິດເປັນວຽກຕົ້ນຕໍ ໂດຍໄດ້ຊີ້ນຳ-ນຳພາທຸກຂະແໜງການໃຫ້ສຸມໃສ່ເຮັດວຽກການເມືອງແນວຄິດໃຫ້ດີ, ຄະນະພັກໄດ້ເອົາໃຈໃສ່ເປັນແບບຢ່າງໃນການເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນພັກ, ພາຍໃນຄະນະກອງກາຍະສິນແຫ່ງຊາດໄດ້ສ້າງຄວາມເປັນປຶກແຜ່ນແໜ້ນໜາເປັນກຳລັງແຮງສັງລວມເປັນເອກະພາບທົ່ວກົມກອງຕະຫຼອດມາ, ຕໍ່ກັບການນຳພາຈັດຕັ້ງປະຕິບັດວິຊາສະເພາະອັນພົ້ນເດັ່ນໄດ້ສົ່ງນັກສະແດງເຂົ້າຮ່ວມງານແຂ່ງຂັນໄທແລນສະກ໋ອດທາເລນ ໄດ້ຮັບລາງວັນຮອງອັນດັບ 2, ໄດ້ສົ່ງນັກຮຽນນັກສະແດງໄປຝຶກອົບຮົມ ຢູ່ ສປ ຈີນ ມີ 4 ຊຸດ ຈຳນວນ 42 ຄົນ ສ້າງໄດ້ລາຍ ການສະແດງ 43 ລາຍການ, ໄດ້ເຂົ້າຮ່ວມງານແຂ່ງຂັນກາຍະ ສິນນາໆຊາດ ທີ່ຮ່າໂນ້ຍ ສສ ຫວຽດນາມ ມີ 10 ປະເທດເຂົ້າຮ່ວມ, ລາວໄດ້ຮັບລາງວັນຂວັນໃຈມະຫາຊົນ, ໄດ້ເຂົ້າຮ່ວມກິດ ຈະກຳງານແຂ່ງຂັນກາຍະສິນໂລກທີ່ຮ່າລ່ອງ ແຂວງກວາງ ນິງ ສສ ຫວຽດນາມ ມີ 20 ປະ ເທດລາວເຮົາສົ່ງເຂົ້າຮ່ວມມີ 2 ລາຍການໄດ້ຮັບລາງວັນທີ 3 ແລະ ລາງວັນຊົມເຊີຍ, ກອງກາຍະສິນໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈຳນວນ 1 ໜ່ວຍ, ບຸກຄົນໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈຳນວນ 3 ໜ່ວຍ, ຫຼຽນກາແຮງງານ 18 ຫຼຽນ, ໃບຍ້ອງຍໍລັດຖະບານ 22 ໃບ, ໃບຊົມເຊີຍ 5 ໃບຂອງກະຊວງ, ຂະແໜງຄູ-ອາຈານໄດ້ສ້າງລາຍການໃຫ້ນັກຮຽນຮຸ່ນສືບທອດໄດ້ 4 ລາຍການ.
ສຳລັບທິດທາງແຜນການ ຕໍ່ໜ້າຈະສືບຕໍ່ການຊີ້ນຳ-ນຳ ພາການເມືອງ-ແນວຄິດ ແລະ ຮັກສາຄວາມປອດໄພພາຍໃນໜ່ວຍພັກເປັນວຽກງານຕົ້ນຕໍ, ຄະນະພັກຄະນະນຳກອງກາຍະສິນເອົາໃຈໃສ່ຊີ້ນຳ-ນຳພາວຽກງານວິຊາສະເພາະຂອງແຕ່ລະຂະແໜງການ ແລະ ວຽກງານນະໂນບາຍຕ່າງໆຢູ່ພາຍໃນກົມ ກອງຂອງຕົນໃຫ້ມີການພັດທະ ນາດີຂຶ້ນເປັນກ້າວໆ, ສືບຕໍ່ໃນ ການນຳພາວຽກງານປັບປຸງກໍ່ ສ້າງພັກ, ຂະຫຍາຍພັກ ແລະ ວຽກງານກວດກາໃຫ້ມີປະສິດ ທິພາບປະສິດທິຜົນສູງຂຶ້ນເລື້ອຍໆ.
(ຂ່າວ: ສຳນານ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com