Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະພົວພັນຕ່າງປະ ເທດສູນກາງພັກ (ຄຕພ) ໄດ້ຈັດພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ 5 ໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ໃນວັນທີ 17 ມີນາຜ່ານມາ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ, ມີຮອງເລຂາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມນຳ.
ໃນພິທີ ສະຫາຍ ນາງ ພອນດາວັນ ພິນສະຫວັນ ຫົວ ໜ້າຫ້ອງການພັກ, ຫົວໜ້າກົມ ຈັດຕັ້ງ-ພະນັກງານ ໄດ້ຂຶ້ນ ຜ່ານບົດລາຍງານສະພາບການ ເຄື່ອນໄຫວວຽກງານການຈັດ ຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ຜ່ານມາ ຊຶ່ງສາມາດຮັບຮອງໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 5 ໜ່ວຍ ກວມເອົາ 90% ຂອງໜ່ວຍພັກ ທີ່ຂຶ້ນກັບຄະນະພັກ, ອັນເປັນຂີດໝາຍອັນສຳຄັນໃຫ້ແກ່ຄະນະພັກ ຄະນະພົວພັນຕ່າງ ປະເທດສູນກາງພັກ. ກອງປະ ຊຸມ ໄດ້ຜ່ານທິດທາງແຜນການ ສືບຕໍ່ສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020.
ໃນພິທີມອບ-ຮັບດັ່ງກ່າວ ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ 5 ໜ່ວຍພັກ ທີ່ໄດ້ມີຄວາມພະຍາຍາມ ແລະ ຄວາມຮັບຜິດຊອບ ໃນການສ້າງໜ່ວຍພັກຂອງຕົນໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕະຫຼອດໄລຍະ 1 ປີທີ່ຜ່ານມາ ຊຶ່ງໄດ້ຮັບການເຫັນດີຈາກຄະນະຈັດຕັ້ງສູນກາງພັກໃຫ້ ໜ່ວຍພັກຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ, ໜ່ວຍພັກກົມຈັດຕັ້ງ-ພະນັກງານ, ໜ່ວຍພັກກົມຄົ້ນຄວ້າ-ສັງລວມ, ໜ່ວຍພັກກົມອາຊີ-ປາຊີຟິກ ແລະ ອາຟຣິກາ ແລະ ໜ່ວຍພັກກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີຄວາມເຊື່ອໝັ້ນວ່າ ບັນດາຄະນະໜ່ວຍພັກດັ່ງກ່າວ ຈະສືບຕໍ່ນຳພາໜ່ວຍພັກຂອງຕົນໃຫ້ຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີຕໍ່ໄປ, ສ່ວນໜ່ວຍພັກທີ່ຍັງບໍ່ໄດ້ຮັບນາມມະຍົດໃນຄັ້ງນີ້ຈະໄດ້ສືບຕໍ່ປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ໃນຕໍ່ໜ້າ ແລະ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານ-ສະມາຊິກພັກທຸກສະຫາຍສືບຕໍ່ເປັນ ແບບຢ່າງນຳໜ້າ, ມີສະຕິຕໍ່ການຈັດຕັ້ງ ເພື່ອປະຕິບັດມະຕິ ກອງປະຊຸມໃຫຍ່ຂອງອົງຄະນະພັກ ຄະນະພົວພັນຕ່າງ ປະເທດສູນກາງພັກ ຄັ້ງທີ I ໃຫ້ມີຜົນສຳເລັດ ແລະ ກ້າວໄປເຖິງການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ສຳເລັດ ເພື່ອກ້າວໄປສູ່ການກະກຽມກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ສຳເລັດໃນຕໍ່ໜ້ານີ້.
(ຂ່າວ: ຄຕພ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com