Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກມະຫາວິທະຍາ ໄລແຫ່ງຊາດ (ມຊ) ໄດ້ຈັດຂຶ້ນ ໃນວັນທີ 18 ມີນານີ້ ທີ່ ມຊ ໃຫ້ ກຽດເຂົ້າຮ່ວມຂອງສະຫາຍ ນາງ ແສງເດືອນ ຫຼ້າຈັນທະ ບູນ ກໍາມະການສູນກາງພັກ ເລຂາຄະນະພັກລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະ ຍາໄລແຫ່ງຊາດ, ມີຕາງໜ້າຄະນະຈັດຕັ້ງສູນກາງພັກ, ຕາງ ໜ້າສະມາຊິກພັກອາວຸໂສບໍາ ນານ, ສະມາຊິກພັກສົມບູນສໍາຮອງເຂົ້າຮ່ວມ.
ສະຫາຍ ອຸດົມ ພອນຄໍາເພັງ ຮອງເລຂາຄະນະພັກມະຫາວິທະຍາໄລ ແຫ່ງຊາດໄດ້ຜ່ານບົດລາຍງານການ ເມືອງ ຕີລາຄາຄືນໝາກຜົນການນໍາພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ໃນໄລຍະ 5 ຜ່ານມາ (ປີ 2015 ຫາ ຕົ້ນປີ 2020) ແລະ ທິດທາງ ໜ້າທີ່ 5 ປີຕໍ່ໜ້າ. ປັດຈຸບັນ ມີຄະນະພັກມະຫາວິທະຍາໄລແຫ່ງຊາດ ຈໍານວນ 9 ສະຫາຍ ຍິງ 2 ສະຫາຍ, ປະກອບມີ 13 ຄະນະພັກຮາກຖານ, ມີ 4 ໜ່ວຍພັກຮາກຖານ, ມີ 74 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ (2019), ຈໍານວນສະມາ ຊິກພັກທັງໝົດມີ 1.612 ສະ ຫາຍ ຍິງ 724 ສະຫາຍ, ຄະນະພັກ ມຊ, ໄດ້ເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານ ສໍາຄັນຕົ້ນຕໍ, ຈັດຕັ້ງເຊື່ອມຊຶມເອກະສານການເລືອກຕັ້ງສະມາຊິກສະພາປະຊາຊົນ, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໜ X, ອົບຮົມວຽກງານພັກ-ພະນັກງານ, ແບບ ແຜນວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ, ດ້ານວຽກງານວິຊາສະເພາະຄະນະພັກ ມຊ ຖືເອົາວຽກງານນໍາພາວິຊາສະເພາະເປັນໃຈກາງ ແລະ ເອົາໃຈໃສ່ໃນການພັດທະນາຫຼັກສູດ ໂດຍການຈັດຕັ້ງປະ ເມີນຫຼັກສູດທີ່ມີຢູ່ໃຫ້ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ໃນ 5 ປີຜ່ານມາສາມາດສ້າງຫຼັກ ສູດຂຶ້ນໃໝ່ ໃນສາຂາວິຊາທີ່ມີຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໄດ້ຈໍານວນ 31 ຫຼັກສູດ, ໃນນີ້ມີຫຼັກສູດປະລິນຍາເອກ 3 ຫຼັກສູດ, ປະລິນຍາໂທ 9 ຫຼັກສູດ ແລະ ຫຼັກສູດປະລິນຍາຕີ 19 ຫຼັກສູດ. ປັດຈຸບັນກໍາລັງ ສະເໜີອະນຸມັດຫຼັກສູດປະລິນ ຍາໂທ ແລະ ປະລິນຍາເອກຈໍານວນໜຶ່ງ ໂດຍສະເພາະແມ່ນປະລິນຍາເອກ ພາສາ-ວັນນະຄະດີລາວ, ການກະເສດ ແລະ ການສຶກສາ.
ພ້ອມນັ້ນ ກອງປະຊຸມຍັງໄດ້ມີການປ່ອນບັດເລືອກຄະນະພັກຊຸດໃໝ່ ໂດຍມີຜູ້ສະໝັກ 20 ສະຫາຍ ເລືອກເອົາ 15 ສະຫາຍ; ເລືອກໄດ້ ສະຫາຍ ອຸດົມ ພອນຄໍາເພັງ ເປັນເລຂາ, ສະຫາຍ ວຽງວິໄລ ທ່ຽງຈັນໄຊ ປະທານກວດກາ ໃນໂອກາດດັ່ງກ່າວ ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ແລະ ສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຜ່ານມາ ຊຶ່ງໄດ້ສະແດງເຖິງຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາ ໃນຂົງເຂດທຸກວຽກງານຂອງ ມຊ ແລະ ໄດ້ເຮັດໃຫ້ ມຊ ມີຜົນສໍາເລັດຢ່າງຕັ້ງໜ້າໃນຫຼາຍດ້ານ. ເພື່ອເປັນການສືບຕໍ່ເສີມຂະຫຍາຍຜົນງານ ສະຫາຍ ໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ເອົາໃຈໃສ່ບາງບັນຫາດັ່ງນີ້ 1. ໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃຫ້ສູງຂຶ້ນຕື່ມກ່ຽວກັບການເຮັດວຽກງານ ສຶກສາອົບຮົມການເມືອງ-ແນວຄິດ, ຄຸນທາດການເມືອງ, ແນວທາງແຜນນະໂຍບາຍ, ແຜນພັດທະນາຕ່າງໆໃຫ້ໄດ້ດີ, ຕ້ອງສືບຕໍ່ປັບປຸງກ່ຽວກັບຈັນ ຍາບັນຂອງຜູ້ເປັນອາຈານສອນ ແລະ ຈັນຍາບັນຂອງຜູ້ຮຽນ, ຈະຕ້ອງຕ້ານແລະແກ້ໄຂປະກົດການ ຫຍໍ້ທໍ້ເປັນຕົ້ນໃນຂະແໜງການສຶກສາໃຫ້ໄດ້, ປັບປຸງແບບແຜນວິທີການເຮັດວຽກຮັບປະກັນການປະ ຕິ ບັດແຜນວິທີເຮັດວຽກຂອງພັກ; 2. ຕ້ອງເລັ່ງໃສ່ຄຸນນະພາບຂອງການສຶກສາ, ສ້າງເງື່ອນໄຂ ເປັນ ຢ່າງດີໃຫ້ການຍົກສູງບົດບາດນໍາໜ້າ, ເປັນຄັງຄວາມຮູ້, ຄັງຂໍ້ມູນດ້ານວິທະຍາສາດ ແລະ ວິຊາການ, ເຮັດບົດບາດການເຊື່ອມໂຍງ, ສ້າງຄົນໃຫ້ທັນກັບການນໍາໃຊ້ເພື່ອສາມາດເຂົ້າສູ່ຍຸກອຸດສາຫະກໍາ 4.0, ເລັ່ງໃສ່ກໍ່ສ້າງໃນສາຂາວິຊາທີ່ປະເທດມີຄວາມຕ້ອງການເຊັ່ນ: ວິຊາທາງດ້ານວິທະຍາສາດທໍາມະຊາດ ອື່ນໆ; 3. ຕ້ອງສ້າງຄວາມເປັນສູນກາງແຫ່ງການຄົ້ນຄວ້າ, ຮຽນຮູ້ນໍາໃຊ້ ຫຼື ປະດິດຄິດຂຶ້ນໃໝ່ ໃຫ້ແທດເໝາະ ກັບປະເທດເຮົາ; 4. ເອົາໃຈໃສ່ປັບປຸງວຽກງານບໍລິຫານວິຊາການ, ວຽກງານປະກອບສ່ວນໃຫ້ແກ່ຂະແໜງການ ແລະ ສັງຄົມ ຕິດພັນກັບການສ້າງລາຍຮັບ, ມີລະບົບຄຸ້ມຄອງ ແລະ ນໍາໃຊ້ໃຫ້ດີ; 5. ຕ້ອງສືບຕໍ່ຍາດແຍ່ງການຮ່ວມມື, ຍາດແຍ່ງການຊ່ວຍເຫຼືອໃຫ້ໄດ້ດີ, ມີຫຼາຍໂຄງການຮ່ວມມື, ການຄຸ້ມຄອງການຮ່ວມມືໃຫ້ດີ, ໃຫ້ມີປະສິດທິຜົນ, ອັນສໍາຄັນຕ້ອງກະກຽມຄວາມພ້ອມດ້ານຕ່າງໆ, ເອົາໃຈໃສ່ຕໍ່ການ ຄຸ້ມຄອງໂຄງການ,ການປະຕິ ບັດໂຄງການໃຫ້ມີປະສິດທິຜົນສູງ ແລະ 6. ສືບຕໍ່ແກ້ ໄຂ ບັນຫາຄຸ້ມຄອງ-ບໍລິຫານ, ບັນຫາຄ້າງຄາຕ່າງໆຈາກການຄຸ້ມຄອງທີ່ດິນ, ບັນຫາກະທົບຕໍ່ກັບຄຸນນະພາບ ໂດຍສະເພາະແຜນການແກ້ໄຂສະພາບແວດລ້ອມອ້ອມຂ້າງ ວິທະຍາເຂດ ແລະ ບັນຫາກະທົບອື່ນໆ ຢ່າງຕັ້ງໜ້າ.
(ຂ່າວ: ຍຸພິນ)
19/05/2020 10:11:43
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
23/09/2020 09:29:31
24/09/2020 09:02:48
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com