Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໜ່ວຍພັກ ກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກຕົນຂຶ້ນ ເມື່ອບໍ່ດົນມານີ້ ທີ່ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍພາຍໃຕ້ການເປັນ ປະທານຂອງສະຫາຍ ນາງ ມະນີລາ ສົມບັນດິດ ເລຂາໜ່ວຍ ພັກ ກົມອາຊີ-ປາຊີຟິກ ແລະ ອາ ຟຣິກາ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ ເລຂາ ຄະນະພັກຄະນະພົວພັນຕ່າງ ປະເທດສູນກາງພັກ ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ, ມີຮອງເລຂາ, ຄະນະໜ່ວຍ ພັກ, ສະມາຊິກພັກສົມບູນ-ສຳ ຮອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ນາງ ມະນີລາ ສົມບັນດິດ ໄດ້ຜ່ານບົດລາຍ ງານການເມືອງຂອງໜ່ວຍພັກ ໃນ ໄລຍະ 4 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ່ງ ຕະຫຼອດໄລຍະ 4 ປີຜ່ານມາ, ໜ່ວຍພັກ ກົມອາຊີ-ປາຊີຟິກ ແລະ ອາຟຣິກາໄດ້ຖືວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ແກ່ສະມາຊິກພັກ, ພະ ນັກງານ-ລັດຖະກອນພາຍໃນກົມເປັນຕົ້ນຕໍ; ໄດ້ປັບປຸງການກໍ່ ສ້າງພັກ ແລະ ຂະຫຍາຍພັກ ຕາມກົດລະບຽບພັກ; ສ້າງໜ່ວຍ ພັກ, ສະມາຊິກພັກໃຫ້ປອດໃສ, ເຂັ້ມແຂງໜັກແໜ້ນທາງດ້ານ ການເມືອງ, ແນວຄິດ, ການຈັດ ຕັ້ງ ແລະ ແບບແຜນວິທີນໍາພາ. ນອກຈາກນັ້ນ, ໜ່ວຍພັກໄດ້ຊຸກຍູ້ບັນດາສະຫາຍສະມາຊິກພັກ, ພະນັກງານພາຍໃນກົມ ເຂົ້າຮ່ວມຮັບຟັງການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະ ໂຍບາຍ, ລະບຽບກົດໝາຍ, ມະ ຕິ, ຄຳສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກຂອງຊາດ, ໄດ້ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ຂອງສູນກາງພັກ, ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກຄະ ນະພົວພັນຕ່າງປະເທດສູນກາງພັກ, ອັນພົ້ນເດັ່ນແມ່ນໄດ້ຈັດຕັ້ງ ປະຕິບັດບັນດາແຜນການສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີຂອງໜ່ວຍ ຊຶ່ງໜ່ວຍພັກໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນປະຈຳປີ 2018 ແລະ 2019.
ກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະພັກຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ; ເລືອກໄດ້ສະຫາຍ ນາງ ມະນີລາ ສົມບັນດິດ ເປັນເລຂາໜ່ວຍພັກ, ສະຫາຍ ຫົງແກ້ວ ສຸກສະຫວັດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ຈັນທະພອນ ຄຳມະນີຈັນ ເປັນຄະນະໜ່ວຍ ພັກ ພ້ອມທັງຮັບຜິດຊອບວຽກ ງານກວດກາຂອງໜ່ວຍພັກ.
ໃນໂອກາດດັ່ງກ່າວ ສະ ຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຍ້ອງຍໍຊົມເຊີຍຜົນງານຮອບດ້ານຂອງໜ່ວຍທີ່ຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງໄດ້ຕີລາຄາຄວາມເອົາໃຈໃສ່ຂອງຄະ ນະໜ່ວຍພັກ, ສະມາຊິກພັກຂອງໜ່ວຍພັກ ກົມອາຊີ-ປາຊີ ຟິກ ແລະ ອາຟຣິກາ ໃນການ ປະ ຕິບັດພາລະບົດບາດ, ໜ້າທີ່, ສິດ ຄວາມຮັບຜິດຊອບຂອງຄະນະ ໜ່ວຍພັກ, ເຮັດສຳເລັດໜ້າທີ່ ການເມືອງທີ່ພັກ-ລັດມອບໝາຍ ໃຫ້. ສະຫາຍເລຂາຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກຊຸດໃໝ່ສືບຕໍ່ຊີ້ນຳ-ນຳພາສະມາຊິກພັກ, ລັດຖະ ກອນພາຍໃນກົມເຊື່ອມຊຶມ, ກຳແໜ້ນແນວທາງການຕ່າງປະ ເທດຂອງພັກ ແລະ ນະໂຍບາຍ, ທັດສະນະຂອງລັດ ເພື່ອສືບຕໍ່ເຮັດໜ້າທີ່ເປັນເສນາທິການໃຫ້ ແກ່ສູນກາງພັກ ແລະ ເປັນໃຈ ກາງ ໃນການປະສານງານລະ ຫວ່າງອົງການຕ່າງໆຂອງສູນກາງພັກກັບບັນດາພັກອ້າຍນ້ອງ ແລະ ພັກການເມືອງຕ່າງໆທີ່ ພັກ ປປ ລາວ ມີການພົວພັນ ໃນຂົງເຂດຄວາມຮັບຜິດຊອບຂອງກົມ; ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກໃນໜ່ວຍພັກກົມ ກຳໄດ້ແນວທາງການຕ່າງປະ ເທດຂອງພັກ-ລັດເຮົາ ແລະແຜນ ພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃນແຕ່ລະໄລຍະ, ຝຶກຝົນຍົກລະດັບດ້ານວິຊາສະ ເພາະ, ພາສາຕ່າງປະເທດ; ສືບ ຕໍ່ສ້າງໃຫ້ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
(ຂ່າວ-ພາບ: ຄຕພ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com