Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ບັນຫາຊັບພະຍາກອນນຳ້ເຊື່ອມໂຍງກັບປະຊາກອນໂລກ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 20/03/2020 08:41:27 ຈຳ​ນວນ​​ຢ້ຽມ​ຊົມ 1059 ຄັ້ງ

(ເນື່ອງ​ໃນ​ໂອກາດ ​ວັນ​ນຳ້​ໂລກ 22 ມີນາ 2020)

 ຮຽບຮຽງໂດຍ: ລຸ້ງ​ດາວ ບຸນ​ມີ

  ວັນ​ນຳ້​ໂລກ ຫຼື World Water Day ກົງ​ກັບ​ວັນ​ທີ 22 ມີນາ​ຂອງ​ທຸກ​ປີ. ເນື່ອງ​ຈາກ​ອົງການ​ສະຫະ​ປະຊາຊາດ ຫຼື ສປຊ ໄດ້​ຄຳນຶງ​ເຖິງ​ບັນຫາ​ການ​ຂາດ​ແຄນ​ນຳ້ ທີ່​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ ແລະ ອາດ​ກໍ່ໃຫ້ເກີດ​ບັນຫາ​ການ​ຍາດ​ຊີງ​ນຳ້ຂຶ້ນ​ໄດ້​ໃນ​ອະນາ​ຄົດ. 
  ໃນ​ປີ 1992 ສະມັດຊາ​ສະຫະ​ປະຊາຊາດ ໄດ້​ປະກາດ​ໃຫ້​ວັນ​ທີ 22 ມີນາ ຂອງ​ທຸກປີ ເປັນ “ວັນນຳ້​ໂລກ” ແລະ ເພື່ອ​ລະນຶກ​ເຖິງ​ຄວາມ​ສໍາ​ຄັນ​ຂອງ​ນຳ້ ຊຶ່ງ​ເປັນ​ຄວາມ​ສໍາ​ຄັນ​ຂັ້ນ​ພື້ນຖານ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ທຸກ​ຊະນິດ​ໃນ​ໂລກ ທັງ​ຍັງ​ເປັນການ ກະ​ຕຸ້ນ​ໃຫ້​ເກີດ​ການຕື່ນ​ຕົວ​ໃນ​ມວນ​ມະນຸດ ໃນເລື່ອງການ​ອະນຸລັກ​ຮັກ​ສານຳ້ ແລະ ການ​ພັດທະນາ​ແຫຼ່ງ​ນຳ້ ຕະຫຼອດ​ຮອດ​ດຳເນີນ​ການ​ຕາມ​ຂໍ້​ສະ ເໜີ​ແນະ​ນໍາ​ຂອງ​ກອງ​ປະຊຸມ ສປຊ ໃນ​ປີ 1992 ວ່າ​ດ້ວຍສິ່ງ ແວດລ້ອມ ແລະ ການ​ພັດທະ ນາ ຫຼື Agenda 21 ຈັດ​ໂດຍ​ອົງ​ການ​ນຳ້​ແຫ່ງ ສປຊ (UN Water) ຊຶ່ງ​ໃນ​ແຕ່​ລະ​ປີ ຈະ​ມີ​ໜ່ວຍ​ງານ​ໃນ​ສັງກັດ​ອົງການ ສປຊ ຮັບ​ຜິດຊອບ​ໃນ​ການ​ຮ່ວມ​ຈັດ​ງານ.  
  ວັນ​ອະນຸລັກ​ນຳ້​ໂລກ ມີ​ຈຸດ​ເລີ່ມ​ຕົ້ນ​ຈາກ​ກອງ​ປະຊຸມ​ເລື່ອງ​ສິ່ງແວດລ້ອມ ແລະ ການ​ພັດທະນາ​ແຫ່ງ ສປຊ ທີ່​ເມືອງ​ຣິ​ໂອ ເດີ ຈາ​ເນ​ໂຣ ປະເທດ​ເບ​ຣ​ຊິນ ໃນ​ວັນ​ທີ 22 ມີນາ ປີ 1992 ທີ່​ມີ​ເນື້ອ​ໃນ​ສຳຄັນ ໂດຍ​ຄຳນຶງ​ເຖິງ​ການ​ໃຊ້​ຊັບພະຍາກອນ​ນຳ້ຂອງ​ມະນຸດ ຈຶ່ງ​ມີ​ແນວ​ຄິດ​ທີ່​ຈະ​ຈັດ​ກິດຈະກຳ​ທີ່​ຈະ​ເປັນ​ແມ່​ບົດ ໃຫ້​ປະເທດ​ຕ່າງໆ​ທົ່ວ​ໂລກ ໄດ້​ເຝົ້າ​ລະວັງ​ຊັບພະຍາກອນ​ນຳ້ ໃນ​ປະເທດ​ຕ່າງໆ ແລະ ໃນ​ວັນ​ດຽວ​ກັນ​ນັ້ນ, ສະມັດຊາ ແຫ່ງ ສປຊ ໄດ້​ອອກ​ປະກາດ​ແຈ້ງ​ການ ໃນ​ວັນ​ທີ 22 ມີນາ ຂອງ​ທຸກ​ປີ ເປັນ​ວັນ​ນຳ້​ໂລກ World Water Day ຫຼື ວັນ​ອະນຸລັກ​ນຳ້​ໂລກ. ໂດຍ​ອົງການ ສປຊ ຈະ​ກຳນົດຫົວຂໍ້ຂອງ​ວັນ​ອະນຸລັກ​ນຳ້​ໂລກ ໃນ​ແຕ່​ລະ​ປີຈະ​ແຕກ​ຕ່າງ​ກັນ. ເຖິງ​ແມ່ນ​ວ່າ, ການ​ໂຄສະນາ​ໃນ​ວັນ​ນຳ້​ໂລກ ຈະ​ບໍ່​ສາມາດປະສົບ ​ຄວາມ​ສຳເລັດ​ໃນ​ການ​ແກ້​ບັນ ຫາ​ໄດ້, ແຕ່​ການ​ກຳນົດ​ຫົວຂໍ້​ຂອງ​ວັນ​ນຳ້​ໂລກ​ໃນ​ແຕ່​ລະ​ປີ ຖື​ເປັນ​ການ​ສະທ້ອນ​ໃຫ້​ເຫັນ​ເຖິງ​ບັນຫາ​ສຳຄັນ ກ່ຽວ​ກັບ​ຊັບພະຍາກອນ​ນຳ້ ທີ່​ເຊື່ອມ​ໂຍງ​ກັບ​ປະຊາກອນ​ໂລກ​ໄດ້​ເປັນ​ຢ່າງ​ດີ ເພາະ​ນຳ້​ມີ​ຄວາມ​ຈຳເປັນ​ຕໍ່​ຮ່າງກາຍ​ຂອງ​ມະ​ນຸດ. ນໍ້າ​ມີ​ຄວາມ​ສຳຄັນ​ຢ່າງ​ຫຼວງ ຫຼາຍ ໂດຍ​ສະເພາະ​ໃຊ້​ເຂົ້າ​ໃນ​ການ​ອຸປະໂພກ ແລະ ບໍລິໂພກ, ພຽງ​ແຕ່​ເຮົາ​ຂາດ​ນຳ້​ໄປ​ໜຶ່ງ​ມື້ ຄວາມ​ຫິວ ແລະ ຄວາມ​ທໍລະ ມານ​ກໍ່​ເກີດ​ຂຶ້ນ ແລະ ເຮັດ​ໃຫ້​ຄິດ​ເຖິງ​ປະເທດ​ທີ່​ປະສົບ​ກັບ​ໄພ​ແຫ້ງ​ແລ້ງ. ຖ້າ​ຫາກ​ບໍ່​ມີ​ນຳ້​ພຽງ​ມື້​ດຽວ ເຮົາ​ຈະ​ຢູ່​ໄດ້ ຫຼື ບໍ່. ພຽງ​ເທົ່າ​ນີ້ ກໍຍິ່ງ​ເຫັນ​ຄວາມ​ສຳຄັນ​ຂອງ​ນຳ້ ແຕ່​ເຖິງ​ຢ່າ​ງໃດ ​ກໍ​ຕາມ ປັດຈຸບັນ, ຫຼາຍ​ຄົນ​ຍັງ ໃຊ້​ນຳ້​ແບບ​ຟຸມເຟືອຍ ໂດຍ​ບໍ່​ໄດ້​ຄໍາ​ນຶງ​ກ່ຽວ​ກັບ​ສະຖານະ​ການ​ຂາດ​ແຄນ​ນຳ້​ຈາກ​ໂລກ. 
  ເຖິງ​ວ່າ​ພື້ນ​ທີ່ 2 ສ່ວນ 3 ຂອງ​ໂລກ​ຈະ​ເປັນ​ນຳ້, ແຕ່​ສ່ວນ​ໃຫຍ່​ເປັນ​ນຳ​້ເຄັມ​ທີ່​ພົບ​ໄດ້​ໃນ​ທະເລ ແລະ ມະຫາ​ສະ​ໝຸດ, ຄິດ​ສະເລ່ຍ 97,5%.  ສ່ວນອີກ 2,5% ເປັນ​ນຳ້​ຈືດ ຊຶ່ງສ່ວນ ​ໃຫຍ່​ເປັນ​ນຳ້ກ້ອນ​ບໍລິເວນ​ແອນ​ຕາກ​ຕິ​ກາ ແລະ ກຣີນ​ແລນ ລວມ​ໄປ​ເຖິງ​ນຳ້​ໃຕ້​ດິນ​ທີ່​ບໍ່​ສາມາດ​ນຳ​ມາ​ໃຊ້​ໄດ້​ອີກ. ແຫຼ່ງ​ນຳ້​ຈືດທີ່​ນຳ​ມາ​ດື່ມ ແລະ ນຳ​ມາ​ໃຊ້​ປະໂຫຍດ ຈຶ່ງ​ໄດ້​ມາ​ຈາກ​ທະເລສາບ, ອ່າງເກັບນຳ້, ແມ່ນຳ້ ແລະ ຫ້ວຍ​ນຳ້ ຊຶ່ງ​ມີ​ຈຳ ນວນ​ພຽງ 0,26% ຂອງ​ນຳ້​ຈືດ​ທີ່​ມີ​ຢູ່​ທັງ​ໝົດ ແລະ ນຳ້​ຈືດ​ໃນ​ປະລິມານ​ດັ່ງກ່າວ ຍັງ​ມີ​ສ່ວນ​ໜຶ່ງ​ທີ່ຢູ່​ໃນ​ສະພາບ​ປົນ​ເປື້ອນ ແລະ ມີ​ສານພິດ ຕ້ອງ​ແມ່ນ​ນ້ຳ ມາ​ບຳບັດ​ກ່ອນ​ນຳ​ມາ​ໃຊ້. ໃນ​ປັດຈຸບັນ, ມີ​ປະຊາຊົນ​ເກືອບ 1.400 ລ້ານ​ຄົນ​ໃນ​ທົ່ວ​ໂລກ​ທີ່​ຂາດແຄນ​ນຳ້​ສະອາດ​ສຳລັບ​ບໍລິໂພກ. 
  ເນື່ອງ​ໃນ​ໂອກາດ​ວັນນຳ້ ​ໂລກ ປະຊາຊົນ​ລາວ ກໍ​ຄື​ພົນ ລະເມືອງ​ທົ່ວ​ໂລກ ຕ່າງ​ກໍຫວັງ​ທີ່​ຈະ​ໄດ້​ເຫັນ​ແຫຼ່ງ​ນຳ້​ຕ່າງໆ ໄດ້​ຮັບ​ການ​ປົກ​ປ້ອງ, ໄດ້​ເຫັນ​ແຫຼ່ງ​ນຳ້​ສະອາດ​ຢູ່​ໃນ​ທຸກໆ​ບ່ອນ ແລະ ໄດ້​ເຫັນ​ຄວາມ​ອຸດົມສົມບູນ​ຂອງ​ແຫຼ່ງ​ນຳ້ ທີ່​ເຕັມ​ໄປ​ດ້ວຍ​ອາຫານ ແລະ ສາ ມາດ​ໃຊ້​ປະໂຫຍດ ຈາກ​ແຫຼ່ງ​ນຳ້​ຢ່າງ​ເຕັມ​ສ່ວນ. ເຖິງ​ວ່າຄວາມ​ຫວັງ​ເຫຼົ່າ​ນີ້ ເບິ່ງ​ຄື​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ສາມາດ​ເປັນ​ຈິງ, ແຕ່​ຖ້າ​ທຸກ​ຄົນ​ມີ​ຄວາມ​ຫວັງ ແລະ ຊ່ວຍ​ກັນ​ປັບປຸງ​ແກ້​ໄຂ, ສິ່ງ​ດັ່ງກ່າວ​ກໍຈະ​ສາມາດ​ບັນລຸ​ຜົນ ແລະ ເກີດ​ຂຶ້ນ​ໄດ້​ບໍ່​ຍາກ. ການ​ຈັດ​ກິດ​ຈະ​ກໍາ​ຕ່າງໆ ດ້ວຍ​ການ​ອະນຸລັກ​ແຫຼ່ງ​ນຳ້ ແລະ ພັດທະນາ​ແຫຼ່ງ​ນຳ້ ໃຫ້​ສາມາດ​ນຳ​ມາ​ໃຊ້​ປະໂຫຍດ​ໄດ້ ແລະ ບໍ່​ກໍ່ໃຫ້ເກີດ​ມົນ​ລະ​ພິດ​ຕໍ່​ແຫຼ່ງ​ນຳ້, ຈະ​ເຮັດ​ໃຫ້​ປະຊາຊົນ​ໄດ້​ມີ​ນຳ້​ທີ່​ໃສ​ສະອາດ​ໄວ້​ໃຊ້​ອຸປະໂພກ ແລະ ບໍລິໂພກ ໂດຍ​ບໍ່​ກໍ່ໃຫ້ເກີດ​ອັນ​ຕະ​ລາຍ. ພ້ອມ​ທັງ​ຄວບ​ຄຸມ​ດູແລ​ການ​ໃຊ້​ນຳ້​ຈາກ​ແຫຼ່ງ​ຕົ້ນ​ນຳ້​ໃຫ້​ເໝາະ​ສົມ ເພື່ອ​ບໍ່​ໃຫ້​ເກີດ​ຜົນ​ກະທົບ​ຕໍ່​ສຸຂະພາບ ແລະ ປະລິມານ​ການ​ໃຊ້​ນຳ້​ຢູ່​ແຫຼ່ງ​ປາຍ​ນຳ້ ລວມ​ເຖິງ​ການ​ຈັດການ​ກັບ​ປັດ​ໄຈ​ອື່ນໆ ໂດຍ​ເບິ່ງແຍງ​ດູແລ​ປັດໄຈ​ຕ່າງໆ ທີ່​ອາດ​ຈະ​ມີ​ຜົນ​ກະທົບ​ຕໍ່​ແຫຼ່ງ​ນຳ້ ແລະ ການ​ຈັດການ​ໃຫ້​ສອດຄ່ອງ​ກັບ​ສະຖານະ​ການ​ທີ່​ເກີດ​ຂຶ້ນ​ຕາມ​ຄວາມ​ເໝາະ​ສົມ. ນຳ້​ຈືດ ທີ່​ມີ​ຄຸນ​ນະ​ພາບ​ດີ ຈະ​ກາຍເປັນ​ຊັບພະຍາກອນ​ທີ່​ຂາດແຄນ​ໃນ​ອະ​ນາ​ຄົດ. ການ​ປ່ຽນແປງ​ສະພາບ​ອາກາດ ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ປ່ຽນແປງ​ຂອງ​ລະດູ​ການ​ໃນ​ບາງ​ພື້ນ​ທີ່​ອາດ​ມີ​ຝົນຕົກ​ໜັກ ແລະ ໃນ​ບາງ​ພື້ນ​ທີ່​ອາດ​ເກີດ​ຄວາມ​ແຫ້ງ​ແລ້ງ. ການ​ວາງ​ແຜນ​ກ່ຽວ​ກັບ​ການ​ຈັດ​ການ​ນຳ້​ໃນ​ຫຼາຍໆ​ພື້ນທີ່​ອາດ​ບໍ່​ຄື​ກັນ, ເນື່ອງ​ຈາກ​ມີ​ບັນຫາ​ການ​ປ່ຽນແປງ​ສະພາບ​ອາກາດ​ເຂົ້າ​ມາ​ກ່ຽວ​ຂ້ອງ. ດັ່ງນັ້ນ, ການ​ໃຊ້​ນຳ້​ໃຫ້​ເກີດ​ປະສິດທິພາບ​ສູງ​ສຸດ ຈະ​ເປັນ​ທາງ​ໜຶ່ງ​ທີ່​ຈະ​ເຮັດ​ໃຫ້​ນຳ້ຕົ້ນ​ທຶນ​ມີ​ພຽງພໍ​ທີ່​ຈະໃຊ້​ແບບ​ຍືນ​ຍົງ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com