Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ອົງຄະ ນະພັກເມືອງໄຊຈຳພອນ ຄັ້ງທີ III ໄດ້ເປີດຂຶ້ນໃນວັນທີ 17 ມີນາຜ່ານມາ ແລະ ປິດລົງຢ່າງເປັນທາງການ ໃນວັນທີ 18 ມີ ນາ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຈຳພອນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄຳພັດ ສຸລິຂັນ ວ່າການເລຂາຄະນະບໍລິຫານງານພັກເມືອງ ແລະ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາ ຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ ພ້ອມດ້ວຍຜູ້ແທນສົມບູນ 87 ສະຫາຍ, ຍິງ 8 ສະ ຫາຍ, ແຂກຖືກເຊີນຈາກບັນ ດາເມືອງ ແລະ ພະແນກການ ຂັ້ນແຂວງ, ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ ສະເໜີໂດຍ ສະຫາຍ ຄຳພັດ ສຸລິຂັນ ຊຶ່ງໄດ້ຕີລາຄາເຖິງຜົນງານ ແລະ ໄຊຊະນະຂອງການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ, ມະຕິຄັ້ງທີ X ຂອງພັກ, ມະຕິຄັ້ງທີ VI ຂອງອົງ ຄະນະພັກແຂວງ ແລະ ອົງຄະນະພັກເມືອງທີ່ຜ່ານມາ ໂດຍຊີ້ ໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງ ຄ້າງ, ສາເຫດຕ່າງໆ ຊຶ່ງຈະຕ້ອງ ໄດ້ສືບຕໍ່ແກ້ໄຂ ໃນຕໍ່ໜ້າ ແລະ ສະຫຼຸບສັງລວມເປັນບົດຮຽນໃຫ້ ແກ່ການນຳພາຂອງຕົນ ພ້ອມນີ້ຍັງໄດ້ເປັນເອກະພາບກັນຮັບ ຮອງເອົາທິດທາງແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ມີເນື້ອໃນຕົ້ນຕໍດັ່ງນີ້: ເຮັດໃຫ້ເມືອງໄຊຈຳພອນມີຄວາມສະ ຫງົບໜັກແໜ້ນ ແລະ ເປັນລະ ບຽບຮຽບຮ້ອຍ ໃນທົ່ວສັງຄົມ, ສູ້ຊົນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວດ້ວຍອັດຕາສະເລ່ຍ 5,6%, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1.114 ໂດລາ, ສະເລ່ຍເຂົ້າກິນໃຫ້ໄດ້ 380 ກິໂລກຣາມ/ຄົນ/ປີ, ຊຸກຍູ້-ສົ່ງເສີມຂະບວນການຜະລິດເປັນສິນຄ້າດ້ວຍການປູກຝັງ-ລ້ຽງສັດຄວບຄູ່ກັບ ການສ້າງຄອບຄົວຕົວແບບ ການຜະລິດໃຫ້ຫຼາຍຂຶ້ນ, ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ 10% ຕາມການແບ່ງປັນຂອງແຂວງ, ກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ທີ່ສຳຄັນ ແລະ ຈຳເປັນ, ສຸມໃສ່ແກ້ໄຂຄວາມທຸກຍາກໃຫ້ໄດ້ 1.257 ຄອບຄົວ ເທົ່າກັບ 67%, ຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ເອົາໃຈໃສ່ສ້າງບ້ານໃຫຍ່ໃຫ້ກາຍເປັນສີ ສັນຕົວເມືອງນ້ອຍໃນຊົນນະ ບົດ, ສຸມໃສ່ພັດທະນາຊັບພະຍາ ກອນມະນຸດ, ສ້າງໄດ້ບຸກຄະ ລາກອນທີ່ມີຄວາມຮູ້-ຄວາມສາມາດ, ມີສີມືແຮງງານ, ສຸຂະ ພາບແຂງແຮງ, ປັບປຸງຄຸນນະພາບການສຶກສາດີຂຶ້ນ ແລະ ໄດ້ຢັ້ງຢືນເປັນເມືອງຈົບຊັ້ນມັດ ທະຍົມບຳລຸງຕອນຕົ້ນໃນ ປີ 2016, ປະຕິບັດເປົ້າໝາຍສະ ຫັດສະວັດດ້ານການພັດທະນາ ໃນຂະແໜງການສຶກສາ, ສາ ທາລະນະສຸກໄດ້ບາງຄາດ ໝາຍ, ປັບປຸງກົງຈັກບໍລິຫານລັດຂັ້ນເມືອງ ແລະ ບ້ານໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງ ຄົມ, ສ້າງສະຕິເຄົາລົບ ແລະ ປະຕິບັດລະບຽບ-ກົດໝາຍ, ມີຄວາມສາມັກຄີເປັນປຶກແຜ່ນ, ຄວາມສະເໝີພາບ ແລະ ມີຄວາມຍຸຕິທໍາໃນສັງຄົມ, ປັບປຸງ ລະບົບການເມືອງຢູ່ຂັ້ນຮາກ ຖານ, ເພີ່ມທະວີຄວາມເປັນ ແບບຢ່າງນໍາໜ້າ ໃນທຸກດ້ານ ຂອງສະມາຊິກພັກ-ພະນັກ ງານ, ສຸມໃສ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 80%, ສ້າງພະ ນັກງານສືບທອດແຕ່ລະຂັ້ນ ເພື່ອບັນຈຸເຂົ້າຕາມໂຄງປະ ກອບໃຫ້ສົມຄູ່ກັບຄວາມຮຽກ ຮ້ອງຕ້ອງການ ໃນໄລຍະໃໝ່ຂອງພັກ ແລະ ສືບຕໍ່ຫັນລົງກໍ່ ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານ, ປະ ຕິບັດຕາມທິດສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດ ທະນາ, ຫັນວຽກ, ຫັນພະນັກ ງານ ແລະ ທຶນຮອນລົງສູ່ການພັດທະນາຮາກຖານບ້ານ, ນໍາພາປະຊາຊົນປະຕິບັດຕົວຈິງ ແລະ ສ້າງໃຫ້ໄດ້ຕົວແບບແຕ່ ລະດ້ານຫຼາຍຂຶ້ນ. ໃນນັ້ນ ກອງ ປະຊຸມຍັງໄດ້ຮັບຟັງການປະ ກອບຄຳເຫັນຈາກຜູ້ຕາງໜ້າແຕ່ລະຂົງເຂດວຽກງານ ແລະ ຕົວແບບດ້ານຜະລິດເປັນສິນຄ້າຂອງປະຊາຊົນ, ການປະກອບຄໍາເຫັນດັ່ງກ່າວ ເພື່ອເຮັດໃຫ້ບົດລາຍງານການເມືອງມີເນື້ອ ໃນອຸດົມສົມບູນ ພ້ອມນີ້ ຄະ ນະຜູ້ແທນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະ ນະບໍລິຫານງານພັກເມືອງສະ ໄໝທີ III ໂດຍເລືອກໄດ້ 21 ສະຫາຍ, ຍິງ 3 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ໂກ່ ໄຊສົມບັດ ເປັນເລຂາຄະນະພັກ, ສະຫາຍ ອຸດົມ ໄຊຍວນຕ າ ເປັນຮອງເລ ຂາ ແລະ ສະຫາຍ ສ່ອຍມະນີຈັນ ເນັ່ງປ່າວ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ກອງສີ ໄຊຍະວົງ, ສະຫາຍ ບຸນພອນ ເລີດບຸດດີ, ສະຫາຍ ສົມແພງ ໄຊມູນແກ້ວ ແລະ ສະຫາຍ ພິສິດ ອິນບຸນພອນ ເປັນຄະນະປະຈຳພັກເມືອງ ພ້ອມດຽວກັນກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 13 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 2 ສະຫາຍ, ຍິງ 1 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ.
(ຂ່າວ-ພາບ: ແຂວງບໍລິຄຳໄຊ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com