Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນຊາດປາກິສຖານ 23/3/1956-23/3/2020)
ຮຽບຮຽງໂດຍ: ລຸ້ງດາວ ບຸນມີ
ປາກິສຖານ ເປັນປະເທດທີ່ມີເສດຖະກິດໃຫຍ່ອັນດັບ 2 ໃນພາກພື້ນອາຊີໃຕ້ ຮອງຈາກອິນເດຍ. ສິ່ງທີ່ໜ້າສົນໃຈຂອງປາກິສຖານແມ່ນມາຈາກຈໍານວນປະຊາກອນທີ່ມີຫຼາຍກວ່າ 200 ລ້ານຄົນ, ຫຼາຍເປັນອັນດັບ 6 ຂອງໂລກ. ໃນນັ້ນປະຊາກອນຫຼາຍກວ່າ 30 ລ້ານຄົນ ເປັນກຸ່ມປະຊາກອນທີ່ມີກຳລັງຊື້ສູງ.
ເສດຖະກິດຂອງປາກິສ ຖານ ໃນໄລຍະຫຼາຍປີທີ່ຜ່ານ ມາ, ຂັບເຄື່ອນໂດຍການບໍລິ ໂພກ (private consumption) ເປັນຫຼັກ. ປີ 2018, ການບໍລິໂພກຂອງປາກິສຖານ ກວມອັດຕາສ່ວນສູງເຖິງ 82,5% ຂອງລວມຍອດຜະລິດຕະພັນພາຍໃນປະເທດ ຫຼື GDP ເຮັດໃຫ້ ປາກິສຖານ ຕ້ອງອາໄສການນຳເຂົ້າສິນຄ້າຢ່າງຫຼວງຫຼາຍ ແລະ ທີ່ສຳຄັນປະຊາຊົນປາກິສຖານ ມີທັດສະນະຄະຕິທີ່ດີຕໍ່ສິນຄ້າຂອງປະເທດເພື່ອນບ້ານ. ປາກິສຖານ ຈຶ່ງມີທ່າແຮງເປັນຕະຫຼາດຮອງຮັບສິນຄ້າຂອງປະເທດເພື່ອນບ້ານ ໂດຍສະເພາະສິນຄ້າຂອງໄທ. ໃນປະເທດອາຊຽນ, ໄທ ແມ່ນຕະ ຫຼາດນຳເຂົ້າອັນດັບສອງຂອງ ປາກິສຖານ ຮອງຈາກ ອິນໂດເນເຊຍ.
ສິ່ງທີ່ໜ້າສົນໃຈອີກອັນ ໜຶ່ງ ຂອງ ປາກິສຖານຄື: ທ່າ ແຮງຂອງປາກິສຖານ ໃນການ ເປັນສູນກາງການຂົນສົ່ງ ແລະ ເປັນປະຕູການຄ້າໃຫ້ໄທ ໄປຍັງພາກພື້ນຕ່າງໆ. ປາກິສຖານ ມີທີ່ຕັ້ງເປັນເສັ້ນທາງເຊື່ອມຕໍ່ ລະຫວ່າງ ອາຊີໃຕ້, ຕາເວັນອອກກາງ ແລະ ອາຊີກາງ ແລະ ຢູ່ລະຫວ່າງການພັດທະນາ ແລະ ຂະຫຍາຍເຄືອຂ່າຍພື້ນຖານໂຄງລ່າງທັງ ເສັ້ນທາງຫຼວງ, ທາງລົດໄຟ ແລະ ທ່າເຮືອ ພາຍໃຕ້ໂຄງການແລວທາງເສດຖະກິດຈີນ - ປາກິສຖານ (The China-Pakistan Economic Corridor : CPEC) ທີ່ມີມູນຄ່າ 6.200 ລ້ານໂດລາ ຊຶ່ງເປັນສ່ວນໜຶ່ງຂອງໂຄງການ ໜຶ່ງແລວໜຶ່ງເສັ້ນທາງ ຂອງຈີນ ເພື່ອເຊື່ອມຕໍ່ພາກຕາເວັນຕົກສ່ຽງໃຕ້ຂອງປາກິສຖານ ກັບພາກຕາເວັນຕົກສ່ຽງເໜືອຂອງ ຈີນ.
ຖ້າໃຊ້ປາກິສຖານ ເປັນຖານການຜະລິດ, ກໍຈະຊ່ວຍປະຢັດຕົ້ນທຶນໃນການຂົນສົ່ງສິນຄ້າໄປຍັງເຂດໃກ້ຄຽງ ແລະ ສິນຄ້າທີ່ຜະລິດ ກໍຈະໄດ້ຮັບການຮັບຮອງໄດ້ງ່າຍຂຶ້ນ ລວມທັງການໄດ້ຮັບສິດທິພິເສດ ຈາກສະຫະພາບເອີຣົບ (Generalized System of Preferences: GSP). ນອກຈາກນີ້, ປາກິສຖານຍັງມີຊັບພະຍາກອນທຳມະຊາດຫຼາຍຢ່າງ, ມີປະລິມານຖ່ານຫີນສຳຮອງເປັນຈຳນວນຫຼວງຫຼາຍ, ມີພື້ນຖານດ້ານການຜະລິດຝ້າຍ ແລະ ແຜ່ນແພທີ່ເຂັ້ມແຂງ, ມີອຸດສາຫະກໍາເຫຼັກ ທີ່ໄດ້ຮັບການສ້າງຂຶ້ນຕັ້ງແຕ່ສະໄໝເປັນອານານິຄົມຂອງລາຊະອານາຈັກອັງກິດ. ນອກນັ້ນ, ປາກິສຖານ ຍັງອຸດົມສົມບູນໄປດ້ວຍໝາກໄມ້ປະເພດຕ່າງໆ ແຕ່ຍັງຂາດເຕັກໂນໂລຊີທີ່ເໝາະສົມໃນການແປຮູບ. ສະນັ້ນ ຈຶ່ງຖືວ່າເປັນໂອກາດທີ່ດີສຳລັບນັກທຸລະກິດ ແລະ ນັກລົງທຶນຕ່າງປະເທດ. ໃນປີ 2003, ປາກິສຖານ ໄດ້ເລີ່ມດໍາເນີນນະໂຍບາຍວິໄສທັດອາຊີຕາເວັນອອກ (Vision East Asia) ເພື່ອສົ່ງເສີມ ແລະ ຂະຫຍາຍການພົວພັນກັບບັນດາປະເທດໃນອາຊີຕາ ເວັນອອກສ່ຽງໃຕ້.
ນະໂຍບາຍເສດຖະກິດຂອງປາກິສຖານ ແມ່ນສຸມໃສ່ໃຫ້ຄວາມສໍາຄັນກັບຈີນ ໃນຖານະເປັນປະເທດທີ່ມີບົດບາດສຳຄັນໃນອາຊີ-ປາຊີຟິກ, ຄຽງຄູ່ກັບການປັບປຸງຄວາມສໍາພັນກັບ ອິນເດຍ ໂດຍມີເປົ້າໝາຍ ດຶງດູດຈີນ ໃຫ້ເຂົ້າມາມີບົດບາດເພີ່ມຂຶ້ນ ໃນການພັດທະນາເສດຖະກິດຂອງປະເທດ. ນອກ ຈາກນັ້ນ, ລັດຖະບານ ໄດ້ພະ ຍາຍາມຟື້ນຟູ ແລະ ກະຕຸ້ນການລົງທຶນຈາກນັກລົງທຶນຕ່າງ ປະເທດ ໂດຍເປີດໂອກາດໃຫ້ ຕ່າງປະເທດເຂົ້າມາລົງທຶນໄດ້ ໃນທຸກສາຂາ, ຍົກເວັ້ນທີ່ກ່ຽວ ຂ້ອງກັບຄວາມໝັ້ນຄົງຂອງ ປະເທດເຊັ່ນ: ການຜະລິດອາ ວຸດ, ສານເຄມີ, ເງິນຕາ, ເຄື່ອງອຸປະໂພກ- ບໍລິໂພກທີ່ມີແອຣກໍຮໍ ແລະ ດໍາເນີນນະ ໂຍບາຍສົ່ງເສີມການທ່ອງທ່ຽວ ໂດຍສະເພາະດ້ານປະຫວັດສາດ ແລະ ບູຮານຄະດີ ທາງພຸດ ທະສາສະໜາໃນເມືອງຕັກ ສິລາ.
ທ່າອ່ຽງດ້ານເສດຖະກິດໃນໄລຍະ 5 ປີທີ່ຜ່ານມາ,ເສດ ຖະກິດປາກິສຖານ ມີທ່າອ່ຽງ ຂະຫຍາຍຕົວຈາກການປະຕິ ບັດນະໂຍບາຍເປີດປະເທດ, ຄຽງຄູ່ກັບການຂໍຮັບຄວາມຊ່ວຍເຫຼືອ ແລະ ການສະໜັບ ສະໜູນຈາກຕ່າງປະເທດ ໂດຍສະເພາະການຮ່ວມມືໃນການຕໍ່ຕ້ານການກໍ່ການຮ້າຍ. ເຖິງຢ່າງໃດກໍຕາມ, ບັນຫາການເມືອງ, ຄວາມບໍ່ສະຫງົບຈາກການກໍ່ການຮ້າຍ, ໄພທຳມະຊາດ ແລະ ການຂາດເຂີນພະລັງງານ ຍັງເປັນອຸປະສັກສຳຄັນຕໍ່ການພັດທະນາເສດ ຖະກິດຂອງປະເທດ.
ສປປ ລາວ ແລະ ສາທາ ລະນະລັດ ອິດສະລາມ ປາກິສຖານ ສ້າງຕັ້ງສາຍພົວພັນທາງການທູດນຳກັນ ໃນວັນທີ 15 ກໍລະກົດ ປີ 1965.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com