Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນຊາດສາທາລະນະລັດ ລັດເວຍ 18 ພະຈິກ)
ຮຽບຮຽງໂດຍ: ລຸ້ງດາວ ບຸນມີ
ລັດເວຍ ຫຼື ມີຊື່ເປັນທາງການວ່າ ສາທາລະນະລັດ ລັດເວຍ. ຕັ້ງຢູ່ເຂດເອີຣົບເໜືອ ຂອງທະເລບານຕິກ ຊຶ່ງມີຊາຍແດນທາງດ້ານເໜືອຕິດກັບ ແອັສໂຕນີ, ສ່ວນດ້ານໃຕ້ຕິດກັບ ລິດທົວນີ ແລະ ດ້ານຕາເວັນອອກຕິດກັບ ຣັດເຊຍ, ດ້ານຕາເວັນອອກສ່ຽງໃຕ້ຕິດກັບ ເບລາຣຸດ, ຂ້າມທະເລບານ ຕິກໄປທາງທິດໃຕ້ແມ່ນຕິດ ກັບ ຊູແອັດ. ປະເທດນີ້ມີເນື້ອ ທີ່ທັງໝົດ 64.589 ກິໂລຕາແມັດ. ລັກສະນະພູມອາກາດຂອງປະເທດເປັນແບບຊາຍທະເລ ມີຄວາມຊຸ່ມຊື່ນເປັນບາງແຫ່ງ ແລະ ໃນໄລຍະລະດູໜາວຈະມີອາກາດໜາວເຢັນ, ອຸນຫະພູມສະເລ່ຍຕະຫຼອດປີປະມານ 5,9 ອົງສາ. ລັດເວຍ ມີອຸນຫະພູມຕໍ່າສຸດໃນເດືອນກຸມພາປະມານ -4,7 ອົງສາ ແລະ ອຸນຫະພູມສະເລ່ຍສູງສຸດໃນເດືອນກໍລະກົດຢູ່ທີ່ 17 ອົງສາ. ມີພົນລະເມືອງທັງໝົດ 1,95 ລ້ານຄົນ (ຂໍ້ມູນປີ 2017), ອັດຕາການຈະເລີນພັນ 1,70 ການໃຫ້ກຳເນີດຕໍ່ຜູ້ຍິງໜຶ່ງຄົນ (ທະນາຄານໂລກ 2016), ອັດຕາການເຕີບໂຕຂອງພົນລະເມືອງ -1%, (ທະນາຄານໂລກ 2017), ອັດຕາການວ່າງງານ 7,4% (ປີ 2018), ນະຄອນຫຼວງຂອງປະເທດແມ່ນ ຣີກາ.
ຊັບພະຍາກອນທຳມະຊາດທີ່ສຳຄັນ ແລະ ເປັນທ່າແຮງໃຫ້ກັບປະເທດແມ່ນ ຖ່ານຫີນເລນ(Coal lane), ຫີນປູນ, ແຮ່ໂດໂລໄມ (Dolomite), ອຳເບີ (amber), ພະລັງນໍ້າ ແລະ ໄມ້. ສິນຄ້າສົ່ງອອກຕົ້ນຕໍແມ່ນ ໄມ້ ແລະ ຜະລິດຕະພັນຈາກໄມ້, ແຜ່ນແພ, ໂລຫະ ແລະ ໂລຫະພັນ. ສິນຄ້ານໍາເຂົ້າແມ່ນ ເຄື່ອງຈັກ ແລະ ສ່ວນປະກອບ, ອຸປະກອນທີ່ໃຊ້ໃນການຂົນສົ່ງ, ເຄມີ. ອຸດສາຫະກຳທີ່ເປັນທ່າແຮງໃຫ້ກັບປະເທດແມ່ນ ລົດໃຫຍ່, ເອເລັກໂຕຣນິກ, ແຜ່ນແພ. ຕະຫຼາດສົ່ງອອກທີ່ສໍາຄັນແມ່ນສົ່ງໄປ ປະເທດລິດທົວນີ, ແອັສໂຕນີ, ຣັດເຊຍ, ເຢຍລະມັນ, ຊູແອັດ ແລະ ອັງກິດ. ຕະຫຼາດນຳເຂົ້າແມ່ນຈາກ ປະເທດແຟງລັງ, ເຢຍລະມັນ, ຣັດເຊຍ, ຊູແອັດ, ລິດທົວນີ, ແອັສໂຕນີ ແລະ ໂປໂລຍ. ປະເທດນີ້, ຍັງຮັ່ງມີດ້ວຍໄມ້ທີ່ມີເນື້ອທີ່ປ່າໄມ້ປົກຫຸ້ມຂອງລັດເວຍຫຼາຍກວ່າ 50%. ສະນັ້ນ, ລັດເວຍ ຈຶ່ງເປັນປະເທດໜຶ່ງທີ່ມີໄມ້ຫຼາຍທີ່ສຸດຂອງສະຫະພາບ ເອີຣົບ, ປ່າໄມ້ ຈຶ່ງມີຄວາມສຳຄັນຫຼາຍຕໍ່ເສດຖະກິດແຫ່ງຊາດ ແລະ ບໍລິສັດທີ່ລົງທຶນຢູ່ລັດເວຍ 8% ແມ່ນກ່ຽວກັບຂະແໜງປ່າໄມ້.
ອີງຕາມຂໍ້ມູນຂອງສູນສະຖິຕິແຫ່ງຊາດລັດເວຍ ໃຫ້ຮູ້ວ່າ: ອາຫານ ແລະ ເຄື່ອງດື່ມແມ່ນນອນຢູ່ໃນໂຄງປະກອບຂອງສິນຄ້າສົ່ງອອກກວມເຖິງ 14,22% ແລະ ຕະຫຼາດສົ່ງອອກທີ່ສຳຄັນແມ່ນ ປະເທດຣັດເຊຍ, ລິດທົວນີ, ແອັສໂຕນີ, ເຢຍລະມັນ ແລະ ດານມາກ. ນອກນີ້, ລັດເວຍ ຍັງເປັນຜູ້ຜະລິດເຄື່ອງມືວິສະວະກຳ ແລະ ເຄື່ອງຈັກກ່ຽວກັບເຫຼັກ. ເຄິ່ງໜຶ່ງຂອງຜົນຜະລິດຂະແໜງນີ້ ແມ່ນເພື່ອການສົ່ງອອກ. ອຸດສາຫະກຳເຕັກໂນໂລຊີການສື່ສານ ຫຼື ICT ກໍ່ແມ່ນອີກຂະແໜງການໜຶ່ງ ທີ່ມີການຂະຫຍາຍຕົວຢ່າງໄວວາດ້ວຍອັດຕາຂະຫຍາຍຕົວໃນແຕ່ລະປີປະມານ 20-30% ຕະຫຼອດໄລຍະ 10 ກວ່າປີມານີ້ ໂດຍສະເພາະແມ່ນລະບົບການສື່ສານ ແລະ ຊັອບແວ. ການລົງທຶນໃນຂະແໜງການນີ້ ກໍມີການຂະຫຍາຍຕົວ ໂດຍສະເພາະແມ່ນການລົງທຶນຂອງຕ່າງປະເທດທີ່ກວມເອົາ 4% ຂອງການລົງທຶນໃນຕະຫຼາດຫຸ້ນ. ຕາໜ່າງຂອງໂທລະສັບມືຖືແມ່ນກວມເອົາ 99% ຂອງທົ່ວປະເທດ, ຍ້ອນນັກທຸລະກິດລັດເວຍເອງທີ່ມີຄວາມສາມາດໃຫ້ບໍລິການຄຸນນະພາບລະດັບໂລກ ແລະ ລາຄາຖືກ. ຕະຫຼາດສິນຄ້າ IT ທີ່ສຳຄັນແມ່ນປະເທດໃນທະເລບານຕິກ, ເຢຍລະມັນ, ຣັດເຊຍ ແລະ ອາເມຣິກາ. ລວມຍອດຜະລິດຕະພັນພາຍໃນປະເທດ (GDP)ບັນລຸ 30,26 ຕື້ໂດລາ, ໃນປີ 2017. ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸ 15.590 ກວ່າໂດລາ (ຂໍ້ມູນປີ 2017), ອັດຕາການເຕີບໂຕຂອງ GDP 4,5% (ປີ 2017), GDP ຂອງລັດເວຍຄິດເປັນ 0,05% ຂອງເສດຖະກິດໂລກ. ລັດເວຍ ມີຂະໜາດເສດຖະກິດໃຫຍ່ເປັນອັນດັບທີ 26 ຂອງເອີຣົບ ແລະ ເປັນອັນດັບທີ 106 ຂອງໂລກ.
ສປປ ລາວ ແລະ ສາທາ ລະນະລັດ ລັດເວຍ ສ້າງຕັ້ງສາຍພົວພັນທາງການທູດນຳກັນ ໃນວັນທີ 27 ເມສາ ປີ 1995.
19/05/2020 10:11:43
23/09/2020 09:29:31
13/08/2020 09:12:59
12/08/2020 11:39:01
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
05/02/2020 09:03:10
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com