Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 13 ມັງກອນ 2021 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ. ເຂົ້າຮ່ວມກອງປະຊຸມມີ ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ອະດີດກຳມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ຜູ້ຕາງໜ້າວິລະຊົນແຫ່ງຊາດ, ກໍາມະການສູນກາງພັກສະໄໝທີ X, ຜູ້ແທນສົມບູນຈາກກະຊວງ, ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນທົ່ວປະເທດເຂົ້າຮ່ວມຈໍານວນ 768 ສະຫາຍ ທີ່ຖືກຄັດເລືອກຕາງໜ້າໃຫ້ ອົງຄະນະພັກຂະແໜງການອົງການທ້ອງຖິ່ນຕ່າງໆ ໃນທົ່ວປະເທດ ແລະ ແຂກຖືກເຊີນຈໍານວນ 147 ສະຫາຍ ຊຶ່ງຕາງໜ້າໃຫ້ປະຊາຊົນບັນ ດາເຜົ່າ, ຜູ້ປະກອບການພາກລັດ ແລະ ເອກະຊົນເຂົ້າຮ່ວມກອງປະຊຸມ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ແມ່ນເຫດການການເມືອງທີ່ສໍາຄັນ ຍິ່ງ ແລະ ເປັນຂີດໝາຍປະ ຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບຂອງພັກເຮົາໃນໄລຍະໃໝ່ຢູ່ໃນສະພາບແວດລ້ອມພາຍໃນປະເທດ ແລະ ໃນໂລກທີ່ມີຄວາມຜັນແປ ຢ່າງສະຫຼັບສັບຊ້ອນ ຊຶ່ງມີທັງກາລະໂອກາດ, ສິ່ງອໍານວຍ ແລະ ມີສິ່ງທ້າທາຍທົດສອບໃຫຍ່ຫຼາຍຢ່າງທີ່ພວກເຮົາຕ້ອງ ສືບຕໍ່ຜ່ານຜ່າ. ພາຍໃຕ້ການນໍາພາທີ່ຖືກຕ້ອງ ແລະ ປີຊາ ສາມາດຂອງພັກ ໃນພາລະ ກິດການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຕະ ຫຼອດ 45 ປີ ແລະ 30 ກວ່າປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກເຮົາ ຊຶ່ງໄດ້ເຮັດໃຫ້ພາລະກິດປະຕິວັດຢູ່ປະເທດເຮົາໄດ້ມີຜົນສໍາເລັດທີ່ນັບມື້ນັບໃຫຍ່ຫຼວງຂຶ້ນຢ່າງບໍ່ຢຸດຢັ້ງ, ໂສມໜ້າຂອງປະເທດຊາດໄດ້ມີການປ່ຽນແປງໃໝ່ທີ່ໃຫຍ່ຫຼວງ ແລະ ເລິກເຊິ່ງທີ່ບໍ່ເຄີຍມີມາໃນໜ້າປະຫວັດສາດຂອງຊາດລາວ.
ກອງປະຊຸມໃຫຍ່ເປີດຂຶ້ນໃນທ່າມກາງບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າຫາກໍສໍາເລັດການສະເຫຼີມສະຫຼອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວຄົບ ຮອບ 65 ປີ, ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກ, ຜູ້ນໍາພາກໍ່ຕັ້ງ, ຖະນຸບໍາລຸງ, ກໍ່ສ້າງພັກ, ກໍ່ສ້າງກຳລັງປະກອບອາວຸດ ປະຕິວັດ ແລະ ກໍ່ຕັ້ງລັດປະຊາ ທິປະໄຕປະຊາຊົນ ຄົບຮອບ 100 ປີ ຊຶ່ງໄດ້ຂຽນໜ້າປະຫວັດ ສາດຍຸກໃໝ່ຂອງຊາດລາວວິ ລະຊົນ.
ໃນຕະຫຼອດໄລຍະທີ່ຜ່ານ ມາ, ພາຍໃຕ້ການນໍາພາຂອງພັກ ປະເທດຊາດຂອງພວກເຮົາ ໄດ້ມີສະຖຽນລະພາບການ ເມືອງທີ່ໜັກແໜ້ນຄວາມເປັນເອກະລາດ, ອໍານາດອະທິປະໄຕມີຄວາມໝັ້ນຄົງ ປະຊາຊົນໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ. ພາຍໃນຊາດມີຄວາມສາ ມັກຄີເປັນປຶກແຜ່ນຢ່າງແໜ້ນແກ່ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດແຫ່ງຊາດມີການຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍມູນເຊື້ອ, ທາດແທ້ປະຕິວັດ ແລະ ບົນພື້ນ ຖານແນວທາງປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະ ຮອບດ້ານຂອງ ພັກ, ກໍາລັງປະກອບອາວຸດປະ ຊາຊົນເຮົາໄດ້ຮັບການປັບປຸງ, ກໍ່ສ້າງໃຫ້ເຕີບໃຫຍ່, ເຂັ້ມແຂງ, ຕາມທິດ, ມີລະບຽບແບບແຜນທັນສະໄໝ, ສາມາດປົກປັກຮັກສາໝາກຜົນຂອງການປະ ຕິວັດ, ຮັກສາອະທິປະໄຕ, ເຂດນໍ້າແດນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ ສ້າງສິ່ງແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ການ ພັດທະນາດ້ານເສດຖະກິດ -ສັງຄົມ. ໃນດ້ານການພັດທະນາ ພັກເຮົາໄດ້ຢຶດໝັ້ນແນວທາງ ການພັດທະນາທີ່ຖືເອົາເສດຖະ ກິດເປັນໃຈກາງສົມທົບແໜ້ນ ແລະ ກົມກຽວລະຫວ່າງການ ພັດທະນາເສດຖະກິດກັບການ ພັດທະນາດ້ານວັດທະນະທໍາ -ສັງຄົມ ແລະ ການປົກປັກຮັກ ສາສິ່ງແວດລ້ອມ ຕາມທິດ ພັດທະນາແບບຍືນຍົງ ແລະ ສີຂຽວ; ສົ່ງເສີມກໍາລັງແຮງຂອງທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດ,ສ້າງເງື່ອນໄຂທີ່ຈໍາເປັນ ເພື່ອກະຕຸ້ນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ ໂດຍສະເພາະແມ່ນສຸມໃສ່ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະ ໜາດກາງ ສົມທົບກັບ ຂະໜາດໃຫຍ່ຢ່າງສົມເຫດສົມຜົນໄປພ້ອມໆກັນ, ທັງຍູ້ແຮງຂົງເຂດບໍລິການ, ການເງິນ, ການທະນາຄານ, ການສ້າງເຂດເສດຖະກິດພິເສດ, ຕະຫຼາດຫຼັກຊັບ ແລະ ອື່ນໆ ຊຶ່ງໄດ້ປະ ກອບສ່ວນສໍາຄັນໃນການຂັບ ເຄື່ອນຈັງຫວະການເຕີບໂຕ ຂອງເສດຖະກິດແຫ່ງຊາດຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນທ່ຽງ, ສ້າງບັນດາປັດໄຈພື້ນ ຖານໃຫ້ແກ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝກໍຄືເສດຖະກິດພູມປັນຍາ.
ສະເພາະໃນ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ, ພວກເຮົາສຸດທີ່ມີຄວາມເອກອ້າງທະນົງໃຈທີ່ເຫັນວ່າ ພາຍໃຕ້ການນໍາພາຂອງຄະ ນະບໍລິຫານງານສູນກາງພັກ ສະໄໝທີ X, ຖັນແຖວພະນັກ ງານສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນ ດາເຜົ່າໄດ້ເສີມຂະຫຍາຍມູນ ເຊື້ອຮັກຊາດອັນດູດດື່ມ, ການອອກແຮງງານດຸໝັ່ນຂະຫຍັນພຽນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາປະເທດ ຊາດ, ເຮັດໃຫ້ປະເທດເຮົາໄດ້ມີການປ່ຽນແປງໃໝ່ໃນຫຼາຍດ້ານ, ພິເສດ ປີ 2020, ເປັນປີມ້ວນທ້າຍແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ເຖິງວ່າສະພາບການຢູ່ພາກພື້ນ ແລະ ສາກົນ ໄດ້ມີການຜັນແປຢ່າງສັບສົນ, ນັບທັງການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ເປັນມະຫັນຕະໄພຕໍ່ມວນມະນຸດ ແລະ ກາຍເປັນວິກິດການດ້ານສາທາລະນະສຸກຂອງໂລກຢ່າງໜັກໜ່ວງ, ຢູ່ພາຍໃນປະເທດເຮົາກໍປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍປະການທາງດ້ານເສດຖະກິດ-ການເງິນ, ໄພທໍາມະຊາດ, ການລະບາດຂອງພະຍາດຕ່າງໆ-ສັດຕູພືດ. ແຕ່ຍ້ອນມີການນໍາພາຂອງພັກເຮົາ ແລະ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງທົ່ວປວງຊົນລາວ ກໍຄືການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດຍຸດ ທະສາດ ແລະ ວົງຄະນາຍາດ ສາກົນ ຈຶ່ງໄດ້ເຮັດໃຫ້ ສປປ ລາວ ພວກເຮົາສາມາດຜ່ານ ຜ່າຄວາມຫຍຸ້ງຍາກຕ່າງໆ, ເສດຖະກິດຍັງຮັກສາຈັງຫວະການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.664 ໂດລາ; ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍລວມໄດ້ຮັບ ການປັບປຸງ, ຍົກລະດັບດີຂຶ້ນ ທັງທາງດ້ານວັດຖຸ ແລະ ຈິດ ໃຈ, ຖານະບົດບາດ ແລະ ຊື່ ສຽງຮຽງນາມຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ດ້ານວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຊຶ່ງ ຖືເອົາການພັດທະນາຊັບພະ ຍາກອນມະນຸດເປັນບຸລິມະສິດໃຈກາງ, ໄດ້ດໍາເນີນການປະ ຕິຮູບລະບົບການສຶກສາແຫ່ງຊາດໃຫ້ເຂົ້າສູ່ລວງເລິກ, ພວກເຮົາສາມາດປະກາດທົ່ວປະ ເທດຈົບຊັ້ນປະຖົມໃນປີ 2015, ປັດຈຸບັນຫຼາຍແຂວງໄດ້ປະ ກາດຈົບຊັ້ນມັດທະຍົມຕົ້ນ; ຖັນ ແຖວປັນຍາຊົນ, ນັກຮຽນຮູ້, ຊ່ຽວຊານດ້ານຕ່າງໆກໍຄືແຮງງານທີ່ໄດ້ຮັບການຝຶກສີມືນັບ ມື້ນັບເພີ່ມຂຶ້ນ; ຕາໜ່າງສາ ທາລະນະສຸກໄດ້ຮັບການປັບ ປຸງ ແລະ ຂະຫຍາຍອອກໄປ ສູ່ເຂດຫ່າງໄກສອກຫຼີກ, ເຮັດ ໃຫ້ຄຸນນະພາບຊີວິດຂອງປະ ຊາຊົນລາວບັນດາເຜົ່າໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ພວກເຮົາກໍສາມາດສະກັດກັ້ນໄດ້ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ດີມາແຕ່ຕົ້ນ; ຄຸນຄ່າດ້ານວັດທະນະທໍາ, ຮີດຄອງປະເພນີອັນເປັນມູນເຊື້ອທີ່ດີງາມຂອງຊາດລາວ ແລະ ເຜົ່າຕ່າງໆ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍໃຫ້ອຸດົມຮັ່ງມີ ໄປພ້ອມກັບການຈໍາກັດ ແລະ ລຶບລ້າງວັດທະນະທໍາເສື່ອມຊາມ, ຊອດກະຈາ ແລະ ການເຊື່ອຖືງົມງວາຍລົງເປັນກ້າວໆ, ສ້າງແບບແຜນດໍາລົງຊີວິດໃໝ່ທີ່ປອດໃສ ແລະ ສ່ອງແສງໃຫ້ເຫັນລັກສະນະດີເດັ່ນ ຂອງລະບອບໃໝ່ກໍຄືສັງຄົມລາວ; ອັນທີ່ເອກອ້າງທະນົງໃຈ ແມ່ນໄດ້ຮັບການຂຶ້ນທະບຽນມໍລະດົກໂລກທາງດ້ານວັດທະນະທໍາເຊັ່ນ: ເມືອງຫຼວງພະບາງ, ວັດພູຈໍາປາສັກ, ທົ່ງໄຫຫີນຊຽງຂວາງ, ສຽງແຄນຄົນເຊື້ອຊາດລາວ, ນອກຈາກນັ້ນ ວັດຖຸບູຮານ, ປູສະນີຍະສະຖານອື່ນໆ ກໍຄືຄຸນຄ່າທີ່ເປັນເອກະລັກດ້ານວັດທະນະທໍາຂອງລາວເຮົາກໍໄດ້ຮັບການປົກປັກຮັກສາ ແລະ ເສີມຂະ ຫຍາຍໃຫ້ນັບມື້ນັບສູງຂຶ້ນ.ຜົນງານອັນສໍາຄັນອີກອັນໜຶ່ງແມ່ນພວກເຮົາສາມາດບັນລຸຫຼາຍຕົວຊີ້ວັດສະຫັດສະວັດດ້ານການພັດທະນາ (MDGs) ແລະ ສືບຕໍ່ປະຕິບັດຄາດໝາຍດ້ານການພັດທະນາແບບຍືນຍົງ (SDG) ຢ່າງແຂງແຮງ ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ສ້າງພື້ນຖານໜັກ ແໜ້ນໃຫ້ແກ່ການນໍາພາປະ ເທດຊາດຫຼຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາ.
ສັງລວມແລ້ວ ກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ລ້ວນແຕ່ແມ່ນເຫດການສໍາຄັນໃນຊີວິດການເມືອງ-ສັງຄົມຂອງປະເທດເຮົາ ເພາະວ່າກອງປະ ຊຸມໃຫຍ່ແມ່ນອົງການນໍາສູງສຸດຂອງພັກທີ່ຕົກລົງຮັບຮອງເອົາແນວທາງການເມືອງ ແລະ ແນວທາງການຈັດຕັ້ງທີ່ເປັນຍຸດທະສາດຂອງການປະຕິວັດ ເພື່ອນໍາພາປະເທດຊາດກ້າວສູ່ຄວາມມັ່ງຄັ່ງເຂັ້ມແຂງ, ນໍາເອົາຄວາມຮັ່ງມີຜາສຸກມາສູ່ປະ ຊາຊົນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວຄັ້ງນີ້ ແມ່ນເລັ່ງໃສ່ປະຕິບັດຄໍາຂວັນທີ່ວ່າ: “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການ ເມືອງຢ່າງໜັກແໜ້ນ, ຜັນຂະ ຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນ ປ່ຽນການພັດທະນາເສດຖະ ກິດ-ສັງຄົມ ໄປສູ່ຄຸນນະພາບ ໃໝ່ຢ່າງແຂງແຮງ, ຍົກລະດັບ ຄຸນນະພາບຊີວິດຂອງປະຊາ ຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາພາປະ ເທດຊາດຫຼຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງ ຄົມນິຍົມ”.
ຕະຫຼອດເວລາດໍາເນີນກອງປະຊຸມໃຫຍ່ເປັນເວລາ 3 ວັນຄື: ນັບແຕ່ວັນທີ 13-15 ມັງກອນນີ້. ກອງປະຊຸມ ຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບການປະເມີນຢ່າງກວມລວມ ການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ໃນໄລຍະທີ່ຜ່ານມາ, ຖອດຖອນບົດຮຽນທີ່ເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາຕໍ່ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດໃນຕໍ່ໜ້າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (ແຕ່ 2021-2025) ຊຶ່ງມີທັງໝົດ 6 ເປົ້າໝາຍໃຫຍ່ ແລະ 25 ແຜນງານຈຸດສຸມ. ທັງໝົດນີ້, ແມ່ນກະກຽມຄວາມພ້ອມ ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ປະຊາ ຊົນມີວຽກເຮັດງານທໍາ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ແລະ ຍຸດ ທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທິຜົນ...ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ. ກອງປະຊຸມໃຫຍ່ຄັ້ງນີ້ ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະບຽບຂອງພັກສະບັບປັບປຸງ ແນໃສ່ສ້າງພັກເຮົາ ໃຫ້ນັບມື້ນັບເຕີບໃຫຍ່ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເຮັດຫຼ້ອນພາລະກໍາປະຫວັດສາດ ອັນມີກຽດສະ ຫງ່າຂອງຕົນ ໃນໄລຍະໃໝ່. ໜ້າທີ່ສໍາຄັນອັນໜຶ່ງອີກແມ່ນກອງປະຊຸມໃຫຍ່ຄັ້ງນີ້ຈະໄດ້ສໍາຫຼວດຕີລາຄາການນໍາພາຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ສະແດງອອກເຖິງຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວຂອງພັກ, ຮັບປະກັນລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນສູງຂອງພັກເຮົາ ນັບມື້ນັບໜຸ່ມແໜ້ນປ່ຽມລົ້ນໄປດ້ວຍສະຕິປັນຍາ ໂດຍຄັດເລືອກເອົາບັນດາສະຫາຍທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອຫາບແບກພາລະໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ພັກ ແລະ ປະເທດຊາດມອບໝາຍໃຫ້.
ທັງໝົດນີ້, ແມ່ນໜ້າທີ່ອັນ ສໍາຄັນຍິ່ງທີ່ຜູ້ແທນກອງປະຊຸມ ໃຫຍ່ຂອງພັກເຮົາໃນຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄວ້າດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສໍາເລັດຢ່າງຈົບງາມ ເພື່ອການເຕີບໃຫຍ່ເຂັ້ມແຂງຂອງພັກເຮົາ ແລະ ເພື່ອພາປະ ເທດຊາດກ້າວຂຶ້ນສັງຄົມນິຍົມ. ສະນັ້ນ, ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມທຸກສະຫາຍຕ້ອງໄດ້ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບໃນລະດັບສູງ, ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃສ່ການຄົ້ນຄວ້າຕົກລົງບັນຫາສໍາຄັນຕ່າງໆໃຫ້ຖືກຕ້ອງເລິກເຊິ່ງ, ປະກອບສ່ວນເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ດໍາເນີນໄປດ້ວຍຄວາມສາມັກຄີ ເປັນເອກະພາບສູງຢ່າງໜັກແໜ້ນ ແລະ ມີຜົນສໍາເລັດຢ່າງຈົບງາມ.
ທົ່ວພັກ, ທົ່ວລັດ, ທົ່ວກໍາ ລັງປະກອບອາວຸດ ແລະ ທົ່ວ ປວງຊົນລາວທັງຊາດ ຈົ່ງພ້ອມ ກັນອວ່າຍໜ້າເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ດ້ວຍຄວາມເປັນ ເຈົ້າການສູງ ພ້ອມທັງຕິດຕາມຜົນການເຄື່ອນໄຫວຂອງກອງປະຊຸມໃຫຍ່ຢ່າງຈົດຈໍ່ ແລະ ສະແດງຄວາມຂາໍ່ນັບຊົມເຊີຍ, ຂາໍ່ນັບອວຍພອນໃຫ້ກອງປະ ຊຸມໃຫຍ່ຄັ້ງທີ XI ນີ້ດໍາເນີນໄປດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.
ຂາໍ່ນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າຢ່າງສຸດໃຈ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com