ວິທະຍຸກະຈາຍສຽງຫວຽດ ນາມລາຍງານວ່າ: ໃນຂອບ ເຂດກອງປະຊຸມວົງແຄບລັດຖະ ມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM Retreat) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນເປີດ ກວ້າງ (ADMM+) ໃນລະຫວ່າງ ວັນທີ 17-18 ພະຈິກນີ້. ກອງປະ ຊຸມ ADMM Retreat ໄດ້ເປີດ ຂຶ້ນຢູ່ນະຄອນຫຼວງ ບາງ ກອກ, ປະເທດໄທ ດ້ວຍຫົວຂໍ້;"ຄວາມ ໝັ້ນຄົງແບບຍືນຍົງ". ກອງປະ ຊຸມ ADMM Retreat ແລະ ADMM + ຄັ້ງທີ 6 ຄາດວ່າ: ຈະສຸມໃສ່ປຶກສາຫາລືກ່ຽວກັບ ນິຍາມຄວາມໝັ້ນຄົງແບບຍືນ ຍົງ ເພື່ອແນໃສ່ເພີ່ມທະວີຄວາມ ໝັ້ນຄົງ ໃນການປ້ອງກັນປະ ເທດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການ ຮ່ວມມືດ້ານຄວາມໝັັ້ນຄົງ ລະຫວ່າງ ອາຊຽນ ກັບ ບັນດາ ປະເທດຄູ່ຮ່ວມເຈລະຈາໃນທຸກໆດ້ານ.
ຂ່າວລະບຸວ່າ: ກອງປະ ຊຸມປຶກສາຫາລືຄັ້ງນີ້, ລວມມີ 7 ຂົງເຂດຮ່ວມມືຄື: ໜູນຊ່ວຍມະນຸດສະທຳ ແລະ ຊ່ວຍກູ້ໄພ ທຳມະຊາດ, ຄວາມໝັ້ນຄົງໃນ ການເດີນເຮືອ, ເສນາຮັກ,ຕ້ານ ການກໍ່ການຮ້າຍ, ຮັກສາສັນຕິ ພາບ, ການເຄື່ອນໄຫວມະນຸດ ສະທຳ ແລະ ຄວາມໝັ້ນຄົງດ້ານ ເຄືອຂ່າຍອິນເຕີແນັດ.
ພ້ອມກັນນັ້ນ, ນັກສັງເກດການເຫັນວ່າ: ບັນດາຄວາມໝັ້ນ ຄົງຢູ່ທະເລຕາເວັນອອກຈະແມ່ນໜຶ່ງໃນບັນດາບັນຫາທີ່ດຶງດູດຄວາມສົນໃຈຂອງບັນດາການນຳທະຫານອາຊຽນ ແລະ ບັນດາຄູຮ່ວມມືແຖວໜ້າຂອງໂລກຫຼາຍທີ່ສຸດ. ພາຍຫຼັງກອງປະຊຸມ ADMM+ ຄັ້ງທີ 6 ສິ້ນສຸດລົງ, ໃນວັນທີ 18 ພະຈິກນີ້, ຫວຽດນາມຈະສືບຕໍ່ຮັບຕຳແໜ່ງປະທານ ADMM ແລະ ADMM+ ຕໍ່ຈາກໄທ.