ເຄືອຂ່າຍການຜະລິດພາຍໃນອາຊຽນ

25.11.2019 9:44     

    ການຄ້າ ແລະ ການລົງ ທຶນ ລະຫວ່າງປະເທດ ແມ່ນ ໜຶ່ງໃນບັນດາປັດໄຈສໍາຄັນ ທີ່ປະກອບສ່ວນເຮັດໃຫ້ເສດ ຖະກິດເຕີບໂຕ. ຖ້າສາມາດກຳ ນົດປັດໄຈເສີມທີ່ຖືກຕ້ອງເໝາະ ສົມນະໂຍບາຍການຄ້າລະ ຫວ່າງປະເທດ ຍັງຈະຊ່ວຍໃຫ້ ປະເທດສາມາດບັນລຸການພັດ ທະນາແບບຍືນຍົງ ແລະ ຫຼຸດ ຜ່ອນຄວາມບໍ່ສະເໝີພາບໄດ້. ເມື່ອພິຈາລະນາຮ່ວມກັນກັບນະໂຍບາຍເຊື່ອມໂຍງ ເສດຖະກິດໃນລະດັບພາກ ພື້ນ ທັງລະດັບປະຊາຄົມເສດ ຖະກິດອາຊຽນ ຫຼື ລະດັບອາຊຽນ +1, ອາຊຽນ +3 ລວມທັງ ອາຊຽນ +6 ແລ້ວເຫັນວ່າ: ນະ ໂຍບາຍການຄ້າ ແລະ ການລົງທຶນ ມີລັກສະນະຮ່ວມກັນຂອງກອບການຮ່ວມມືຄື: ການພັດທະນາປະເທດສະມາຊິກໃຫ້ເປັນສ່ວນໜຶ່ງຂອງລະບົບການຜະລິດ ຊຶ່ງຖານການຜະລິດໄດ້ແຜ່ຂະຫຍາຍຢູ່ໃນຫຼາຍປະເທດ ແລະ ເຊື່ອມຕໍ່ກັນເປັນລະບົບຕ່ອງໂສ້ການສະໜອງອັນດຽວກັນ. ພາຍໃຕ້ແນວຄວາມຄິດຂອງຮູບແບບການແບ່ງຂັ້ນຕອນການຜະລິດສິນຄ້າ ຊຶ່ງເປັນຮູບແບບການຜະລິດໃໝ່ ທີ່ຕ່າງຈາກອັນເກົ່າ ຊຶ່ງທຸກໆຂະບວນການ ແລະ ທຸກຂັ້ນຕອນການຜະລິດລວມສູນຕັ້ງຢູ່ໃນໂຮງງານທີ່ຢູ່ໃນຂົງເຂດດຽວກັນ, ແຕ່ປັດຈຸບັນ ແນວຄວາມຄິດແບບເຄືອຂ່າຍການຜະລິດລະດັບສາກົນໄດ້ກາຍເປັນຮູບແບບການຜະລິດຕົ້ນຕໍໃນລະ ບົບເສດຖະກິດໂລກ. ຂະບວນການຜະລິດໃນແຕ່ລະຂັ້ນຕອນສາມາດແຈກຢາຍ ແລະ ໄປຕັ້ງຢູ່ສະຖານທີ່ຕ່າງໆໄດ້. ການຜະລິດໃນຮູບແບບດັ່ງກ່າວ ເຮັດໃຫ້ຜູ້ປະກອບການສາມາດເຂົ້າເຖິງແຫຼ່ງວັດຖຸດິບ, ແຫຼ່ງປັດໄຈການຜະລິດ ແລະ ສິດທິພິເສດຕ່າງໆໄດ້ ໂດຍບໍ່ມີຂໍ້ຈຳກັດໃນດ້ານພູມສາດ. ການແບ່ງຂັ້ນຕອນການຜະລິດຈະສາມາດເກີດຂຶ້ນໄດ້ ໃນພາກພື້ນໃດ ພາກພື້ນນັ້ນຕ້ອງມີພື້ນຖານໂຄງລ່າງທີ່ມີປະສິດທິພາບສູງພຽງພໍທີ່ຈະເຊື່ອມຕໍ່ຂະບວນການຜະລິດໃນແຕ່ລະບາດກ້າວເຂົ້າດ້ວຍກັນ ໂດຍການເຊື່ອມຕໍ່ເຫຼົ່ານີ້ ເອີ້ນວ່າ; "ການເຊື່ອມຕໍ່ດ້ານບໍລິການ". ປັດຈຸບັນ, ຈຶ່ງໄດ້ເກີດການພັດທະນາລະບຽງເສດຖະກິດຂຶ້ນພາຍໃນອະນຸພາກພື້ນ ເພື່ອເພີ່ມທະວີການເຊື່ອມຕໍ່. ຫ້ອງການລົງທຶນອາຊຽນປະຈຳປີ 2013-2014, ໄດ້ໃຫ້ຄຳນິຍາມຂອງເຄືອຂ່າຍການຜະລິດໃນພາກພື້ນວ່າ: ໝາຍເຖິງການສ້າງມູນຄ່າເພີ່ມໃນພາກພື້ນ ໂດຍຜ່ານການພົວພັນຂອງການຜະລິດໃນຂັ້ນຕອນຕ່າງໆ ຂອງກຸ່ມບໍລິສັດທີ່ກ່ຽວຂ້ອງ ຫຼື ອາດເປັນກຸ່ມບໍລິສັດທີ່ບໍ່ກ່ຽວຂ້ອງກັນກໍໄດ້, ການຄຸ້ມຄອງ ແລະ ການຜະລິດຢູ່ໃນຫຼາຍປະເທດ ຊຶ່ງຢູ່ໃນພາກພື້ນດຽວກັນ. ການຄຸ້ມຄອງ ແລະ ການຜະລິດໃນຕ່ອງໂສ້ການຜະລິດ ໝາຍເຖິງການຜະລິດຕາມສັນ ຍາ, ການຊື້ວັດຖຸດິບຈາກຜູ້ຂາຍນອກບໍລິສັດ ຫຼື ການລົງທຶນໂດຍກົງຈາກສາກົນ. ເຄືອຂ່າຍການຜະລິດອາດມີຄວາມສັບຊ້ອນ ແລະ ຕໍ່ເນື່ອງກັນເປັນເຄືອຂ່າຍທີ່ຍາວເຊັ່ນ: ອຸດສາຫະກຳລົດ ແລະ ຊິ້ນສ່ວນ, ເຄືອຂ່າຍການຜະລິດບາງອຸດສາຫະກຳອາດຈະສັ້ນ ແລະ ງ່າຍດາຍໃນການເຊື່ອມຕໍ່. ທັງນີ້, ເຄືອຂ່າຍການຜະລິດໃນພາກພື້ນສາມາດເປັນສ່ວນໜຶ່ງຂອງເຄືອຂ່າຍການຜະລິດຂອງໂລກໄດ້. ສະນັ້ນ, ປະເທດສະມາຊິກອາຊຽນ ຈຶ່ງຄວນສຸມໃສ່ໃຫ້ ຄວາມສົນໃຈກັບການສ້າງເຄືອ ຂ່າຍການຜະລິດໃນສອງຂະ ແໜງການຜະລິດທີ່ສຳຄັນເປັນ ອັນດັບຕົ້ນໆຄື: ຂະແໜງແຜ່ນ ແພ ແລະ ຕັດຫຍິບ, ຂະແໜງ ການຜະລິດລົດ ແລະ ຊິ້ນ ສ່ວນ. ເນື່ອງຈາກມີປັດໄຈສະໜັບສະ ໜູນຢ່າງໜ້ອຍ 2 ປັດໄຈ ຄື: ໜຶ່ງ; ບໍ່ມີປະເທດໃດມີຄວາມ ສາມາດໃນການແຂ່ງຂັນລັກ ສະນະປຽບທຽບໃນທຸກໆຂັ້ນຕອນແຕ່ຕົ້ນເຖິງປາຍ ແລະ ປັດໄຈທີສອງ; ແມ່ນຮູບແບບຂອງຄວາມສາມາດໃນການຜະ ລິດຂອງແຕ່ລະປະເທດໃນອາຊຽນ ສາມາດພັດທະນາໃຫ້ມີຄວາມສອດຄ່ອງ, ສົ່ງເສີມກັນໄດ້ຢ່າງຫຼວງຫຼາຍ ຖ້າຮ່ວມການຜະລິດເຂົ້າເປັນຮູບແບບຂອງເຄືອຂ່າຍການຜະລິດລະດັບພາກພື້ນ ເພາະຄວາມຊຳນານໃນແຕ່ລະກິດຈະກຳຕ່າງໆຂອງແຕ່ລະປະເທດ ຊຶ່ງຈະຊ່ວຍອັດຊ່ອງຫວ່າງໃນຂັ້ນຕອນການຜະລິດໃຫ້ແກ່ກັນ ແລະ ກັນໄດ້. ຕົວຢ່າງ: ປະເທດທີ່ໃກ້ຄຽງກັບໄທ ສາມາດຮ່ວມເປັນສ່ວນໜຶ່ງຂອງຕ່ອງໂສ້ການຜະ ລິດລະດັບພາກພື້ນໄດ້. ມຽນມາ ສາມາດເປັນສ່ວນໜຶ່ງຂອງເຄືອຂ່າຍການຜະລິດໃນພາກພື້ນ ຊຶ່ງສາມາດເຊື່ອມຕໍ່ເຂົ້າກັບປະເທດໄທ, ກຳປູເຈຍ, ສປປ.ລາວ, ຫວຽດນາມ ແລະ ພາກໃຕ້ຂອງຈີນ ແລະ ອາດຈະລວມເຖິງອິນເດຍ. ການເຊື່ອມຕໍ່ດັ່ງກ່າວ, ຕ້ອງມີການເຊື່ອມຕໍ່ ລະຫວ່າງການລົງທຶນໂດຍກົງຈາກຕ່າງປະເທດ, ເຂດເສດຖະກິດພິເສດ, ເຂດອຸດສາຫະກໍາ, ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ, ບັນດາບໍລິສັດຂ້າມຊາດຕ້ອງຫຼຸດ ຫຼື ຍົກເລີກນະໂຍບາຍ ແລະ ມາດຕະການທີ່ກໍ່ໃຫ້ເກີດອຸປະສັກທາງການຄ້າ ແລະ ສິ່ງກີດຂວາງການລົງ ທຶນ ລວມທັງຕ້ອງພັດທະນາລະບົບພື້ນຖານໂຄງລ່າງ ແລະ ສາທາລະນຸປະໂພກ ແລະ ພັດທະນາລະບຽບກົດໝາຍ ທີ່ຫຼຸດຕົ້ນທຶນຂອງການເຮັດທຸລະກຳ. ເຄືອຂ່າຍການຜະລິດໃນພາກພື້ນ ຈະຂັບເຄື່ອນໃຫ້ເກີດການຜະລິດ, ການສົ່ງອອກທັງ ພາຍໃນພາກພື້ນ ແລະ ນອກ ພາກພື້ນ. ສ້າງການເຕີບໂຕ ທາງດ້ານເສດຖະກິດນໍາໄປສູ່ການແຈກຢາຍລາຍໄດ້ໃຫ້ທັງ ຊາວກະສິກອນ ແລະ ກຳມະ ກອນໃນຮາກຖານ. ສຸດທ້າຍຈະສາມາດຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບທັງພາຍໃນປະເທດ ແລະ ລະ ຫວ່າງ ປະເທດອີກດ້ວຍ.