Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຊີວະປະຫວັດຫຍໍ້ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 13/05/2020 08:45:50 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 3778 ຄັ້ງ

  ສະຫາຍ ພົນ​ເອກ ສີສະ​ຫວາດ ແກ້ວ​ບຸນ​ພັນ ເກີດ​ເມື່ອ​ວັນ​ທີ 1 ພຶດສະພາ ປີ 1928 ທີ່​ບ້ານຫ້ວຍ​ກະ​ລືມ ເມືອງ​ວຽງ​ໄຊ ແຂວງ​ຫົວພັນ, ເປັນ​ບຸດ​ຂອງ ທ່ານ ບຸນ​ຊູ ແລະ ນາງ ປ້ານ. ສະຫາຍ​ໄດ້ສ້າງ​ຄອບຄົວ​ກັບ ນາງ ຫຼ້າ ແກ້ວ​ບຸນ​ພັນ ມີ​ລູກ​ນໍາ​ກັນ 4 ຄົນ, ຍິງ​ທັງ​ໝົດ ປັດຈຸບັນ​ຢູ່​ບ້ານ​ໜອງບອນ ເມືອງ​ໄຊ ເສດຖາ ນະຄອນຫຼວງ​ວຽງ​ຈັນ.
ການເຄື່ອນໄຫວ​ປະຕິວັດ ທີ່​ສໍາ​ຄັນ​ແຕ່​ລະ​ໄລຍະມີ​ດັ່ງນີ້: 
- ປີ 1947-1948 ເປັນ​ນັກຮົບ​ກອງຮ້ອຍ ໂຄສະນາ​ປະກອບ​ອາວຸດ​ຕະລຸມບອນ​ປະ​ຈໍາ​ພາກເ​ໜືອ; 
- ປີ 1948-1949 ເປັນ​ພະນັກງານ​ຂົນຂວາຍ​ກໍ່ສ້າງ​ພື້ນ ຖານ​ລັບ ຢູ່​ສັນ​ກາງ​ລຽບ​ນ້ໍາ​ມ່າ​ເພື່ອສ້າງ​ຖານ​ທີ່​ໝັ້ນ​ເຂົ້າ​ພາກ  ​ເ​ໜືອ​ຂອງ​ລາວ; 
- ປີ 1950 ເຂົ້າ​ເປັນ​ສະມາຊິກ​ພັກ​ກອມ​ມູ​ນິດ​ອິນດູຈີນ; 
- ປີ 1949-1952 ເປັນ​ຫົວໜ້າ​ການເມືອງ​ກອງຮ້ອຍ​ລາດ​ຊະ​ວົງ; 
- ປີ 1952-1954 ເປັນ​ຫົວໜ້າ​ການ​ທະຫານ​ກອງຮ້ອຍ​ລາດ​ຊະ​ວົງ  ທັງ​ເປັນ​ຮອງ​ກອງພັນ​ປະສົມ ລາວ​-​ຫວຽດນາມ ຂຶ້ນ​ປົດ​ປ່ອຍ​ເມືອງ​ຮ້ຽມ, ປາກ​ລາວ, ບ້ານແຊ້, ບ້ານ​ຊ້ອນ ເປີດ​ກວ້າງ​ເຂດ​ທີ່​ໝັ້ນ​ຢູ່​ພາກ​ເ​ໜືອ​ຂອງ​ລາວ; 
- ປີ 1954-1955 ເປັນ​ກໍາ​ມະ​ການ​ຢຸດ​ຍິງ​ທົ່ວ​ປະເທດ ລະຫວ່າງ ສາມ​ຊາດ​ອິນດູຈີນ ແລະ ຝຣັ່ງ; 
- ວັນ​ທີ 22/3/1955 ຊຶ່ງ​ເປັນ​ວັນ​ສ້າງຕັ້ງ​ພັກ ແລະ ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ I ຂອງ​ພັກ ສະຫາຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນ​ກໍາ​ມະ​ການ​ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ ປະຊາຊົນ​ລາວ ຊຸດ​ທໍາ​ອິດ, ໃນ​ປີ​ດຽວ​ກັນ​ນັ້ນ ຖືກ​ເລືອກ​ຕັ້ງ ເຂົ້າ​ເປັນ​ກໍາ​ມະ​ການ​ຄະນະ​ພັກ​ການ​ທະຫານ, ທັງ​ຖືກ​ແຕ່ງຕັ້ງ​ເປັນ​ຮອງ​ເສນາ​ທິ​ການ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ລາວ; 
- ປີ 1956-1960 ຖືກ​ແຕ່ງຕັ້ງ​ເປັນ​ເລຂາ​ຄະນະ​ພັກ, ເປັນ​ຜູ້​ບັນຊາ​ການ​ທະຫານ​ເຂດ​ເຕົ້າໂຮມ​ຊໍາ​ເ​ໜືອ, ເປັນ​ຜູ້​ຊີ້​ນໍາ​ການ​ເລືອກ​ຕັ້ງ​ຜູ້​ແທນ​ລາຊະ​ດອນ​ຂອງ​ຝ່າຍປະຕິວັດ ແລະ ເປັນ​ຜູ້ ບັນຊາ​ການ​ປົດ​ປ່ອຍ​ແຂວງ​ຫົວພັນ ເທື່ອ​ທີ 2 ແລະ ບັນຊາປົດ ປ່ອຍ​ທົ່ງ​ໄຫ​ຫີນ; 
-  ປີ 1962 ບັນຊາ​ປົດ​ປ່ອຍ​ບັ້ນ​ຮົບ​ຫຼວງ​ນ້ໍາ​ທາ; 
- ປີ 1960-1976 ຖືກ​ແຕ່ງຕັ້ງ​ເປັນຫົວໜ້າ​ເສນາ​ທິ​ການ​ສູງ​ສຸດ ກອງທັບ​ປົດ​ປ່ອຍປະ​ຊາ​ຊົນລາວ; 
- ປີ 1972 ໃນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ພັກ ຖືກ​ເລືອກຕັ້ງ ​ເປັນ​ກໍາ​ມະ​ການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ II;
- ປີ 1976-1980 ເປັນ​ຫົວ​ໜ້າ​ເສນາ​ທິ​ການ​ສູງ​ສຸດກອງທັບ ປົດ​ປ່ອຍປະ​ຊາ​ຊົນ​ລາວ, ລັດຖະ​ມົນຕີ​ປະ​ຈໍາສໍາ​ນັກ​ງານ​ນາຍົກ ລັດຖະມົນຕີ, ເລຂາ​ຄະນະ​ພັກ, ປະທານ​ຄະ​ນະ​ກໍາ​ມະ​ການ​ປົກ​ຄອງ​ກໍາ​ແພງ​ນະຄອນ​ວຽງ​ຈັນ; 
- ປີ 1982  ໃນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ພັກຖືກ​ເລືອກ​ຕັ້ງ​ເປັນ​ກໍາ​ມະ​ການສູນ​ກາງພັກ ສະໄໝ​ທີ III, ເປັນ​ເລຂາທິການ​ສູນ​ກາງ​ພັກ, ຫົວ​ໜ້າ​ເສນາ​ທິ​ການ​ສູງ​ສຸດ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ລາວ, ລັດຖະມົນຕີກະຊວງປ້ອງ​ກັນ​ຄວາມ​ສະຫງົບ, ເລຂາ​ຄະນະ​ພັກ, ປະທານ​ຄະ​ນະ​ກໍາ​ມະ​ການປົກ​ຄອງ​ກໍາ​ແພງ​ນະຄອນ​ວຽງ​ຈັນ; 
- ປີ 1982 ຖືກ​ແຕ່ງຕັ້ງ​ເປັນ​ຫົວໜ້າ​ຄະນະ​ຮັບຜິດຊອບ​ຊີ້​ນໍາ​ກະກຽມ​ກອງ​ປະຊຸມໃຫຍ່​ຊາວ​​ໜຸ່ມ ປປ​ລາວ ຄັ້ງ​ທີ I; 
- ປີ 1983 ສູນ​ກາງ​ພັກ- ລັດຖະບານ ໄດ້​ຕົກລົງ​ປະດັບ​ຊັ້ນ​ພົນ​ເອກ​ໃຫ້​ແກ່​ສະຫາຍ; 
- ປີ 1983-1984 ໄປ​ຮຽນ​ທິດ​ສະ​ດີ​ການເມືອງ​ຊັ້ນ​ສູງ​ທີ່ຮ່າ​ໂນ້ຍ ສສ ຫວຽດນາມ; 
- ປີ 1985 ຖືກ​ແຕ່ງຕັ້ງ​ເປັນ​ເລຂາ​ຄະນະ​ພັກ, ປະທານ​ຄະ​ນະ​ກໍາ​ມະ​ການ​ປົກ​ຄອງ​ກໍາ​ແພງ​ນະຄອນ​ວຽງ​ຈັນ; 
- ປີ 1986 ໃນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ພັກ ຖືກ​ເລືອກ​ຕັ້ງ​ເປັນ​ກໍາ​ມະ​ການສູນ​ກາງ​ພັກ ທັງ​ຖືກ​ເລືອກ​ຕັ້ງ​ເປັນ​ກໍາ​ມະ​ການ​ກົມ​ການເມືອງ ແລະ ເລຂາທິການ​ສູນ​ກາງ​ພັກ ເປັນ​ເລຂາ​ຄະນະ​ພັກ, ປະທານ​ຄະ​ນະ​ກໍາ​ມະ​ການປົກ​ຄອງ​ກໍາ​ແພງ​ນະຄອນ​ວຽງ​ຈັນ; 
- ປີ 1987-1988 ເປັນ​ຫົວຫນ້າ​ຄະນະ​ເຈລະຈາ​ຢຸດ​ຍິງ ກັບ​ປະເທດ​ໄທ; 
- ປີ 1991 ໃນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ພັກ ຖືກ​ເລືອກຕັ້ງ ​ເປັນ​ກໍາ​ມະ​ການ​ສູນ​ກາງ​ພັກ, ຖືກ​ແຕ່ງຕັ້ງ​ເປັນ​ລັດຖະມົນຕີກະ ຊວງ​ກະ​ສິ​ກໍາ ແລະ ປ່າ​ໄມ້;
- ປີ 1996 ໃນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ພັກ ຖືກ​ເລືອກ​ຕັ້ງ​ເປັນ​ກໍາ​ມະ​ການສູນ​ກາງ​ພັກ ທັງ​ຖືກ​ເລືອກ​ຕັ້ງ​ເປັນ​ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ; 
- ປີ 1996-1998 ຖືກ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ປະເທດ; 
- ປີ 1998-2001 ຖືກ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; 
- ປີ 2002-2010 ໃນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII, VIII ຂອງ​ພັກ ຖືກ​ເລືອກ​ຕັ້ງ​ເປັນ​ກໍາ​ມະ​ການ​ສູນ​ກາງ​ພັກ, ທັງ​ຖືກ​ເລືອກ​ຕັ້ງ​ເປັນ​ກໍາ​ມະ​ການ​ກົມ​ການ​ເມືອງສູນ​ກາງ​ພັກ ແລະ ຖືກ​ເລືອກ​ຕັ້ງ​ເປັນ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ; 
- ປີ 2011 ອີງໃສ່​ສຸຂະພາບ, ອາຍຸ​ກະສຽນ ແລະ ຄວາມ​ມຸ່ງ​ມາດ​ປາຖະ​ໜາຂອງສະຫາຍ​ເອງ, ສະຫາຍ ຈຶ່ງ​ໄດ້​ຮັບ​ການ​ເຫັນ​ດີ​ໃຫ້​ພັກຜ່ອນ​ຕາມ​ນະໂຍບາຍຂອງ​ພັກ ແລະ ລັດ ພາຍຫຼັງ​ໃຫ້​ໄດ້​ຮັບ​ນະໂຍບາຍ​ໃຫ້​ພັກ​ການ ສະຫາຍ ພົນ​ເອກ ສີສະ​ຫວາດ ແກ້ວ​ບຸນ​ພັນ ຍັງ​ໄດ້​ປະກອບສ່ວນ​ລົງ​ຊີ້​ນໍາ, ຕິດຕາມ, ຊຸກຍູ້ການ​ປະຕິບັດ​ວຽກ​ງານ​ຢູ່​ບັນ​ຂະແ​ໜງການ  ແລະ  ທ້ອງຖິ່ນ​ຕາມ​ເງື່ອນໄຂ  ແລະ  ສຸຂະພາບ​ຕົວ​ຈິງ. 
  ສະຫາຍ ພົນ​ເອກ ສີສະ​ຫວາດ ແກ້ວ​ບຸນ​ພັນ ແມ່ນ​ຜູ້​ນໍາ​ຮຸ່ນ​ທໍາ​ອິດ​ຂອງ​ພັກ ແລະ ລັດ​ເຮົາ​ທີ່ໄດ້​ອຸທິດ​ຊີວິດ​ຂອງ​ຕົນ​ຕິດ​ພັນ​ກັບ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ໃໝ່. ສະຫາຍ​ແມ່ນ​ນັກຮົບ​ປະຕິວັດ​ຜູ້​ອົງອາດ​ທີ່​ເກັ່ງ​ກ້າ​ສາມາດ, ມີ​ນ້ໍາ​ໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ, ເປັນ​ໜຶ່ງ ໃນ​ບັນດາ​ນາຍ​ທະ​ຫານ​ນໍາ​ພາ​-​ບັນຊາທີ່​ດີເດັ່ນເປັນ​ທີ່​ເຄົາລົບ​ຮັກ​ຂອງ​ກໍາ​ລັງ​ປະກອບ​ອາວຸດ ແລະ ປະຊາຊົນ​ລາວ​ບັນດາເຜົ່າ, ແມ່ນ​ພະນັກງານ​ການ​ນໍາ​ທີ່​ມີ​ແບບ​ແຜນ​ນໍາ​ພາ​ທີ່​ດີ, ມີ​ຄວາມ​ສາມັກຄີ, ເປັນ​ເອກະ​ພາບ​ພາຍ​ໃນ​ພັກ ແລະ ຢຶດ​ໝັ້ນ​ໃນ​ອຸດົມ​ການ​ປະຕິວັດ​ຢ່າງ​ສູງ​ສົ່ງ ໃນ​ພາລະກິດ​ປະຕິວັດ ປົດ​ປອຍ​ຊາດ, ປົກ​ປັກ​ຮັກສາ ແລະ ສ້າງສາ​ລະບອບ​ໃ​ໝ່.  ດ້ວຍ​ຜົນງານ  ແລະ  ຄຸນງາມຄວາມດີ​ທີ່​ສະແດງ​ອອກເຖິງຄຸນ ສົມບັດ​ສິນ​ທໍາປະຕິວັດ​ອັນ​ຜ່ອງໃສ ແລະ ຄວາມ​ຮັກ​ເຊື້ອ​ແພງ​ຊາດ ສະຫາຍ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຄົາ ລົບ​ຮັກຈາກ​ສະມາຊິກ​ພັກ, ພະນັກງານ, ນັກຮົບ ແລະ ປະ ຊາຊົນ​ລາວ​ບັນດາເຜົ່າ​ກໍຄື​ປະເທດ​ເພື່ອນ​ມິດ​ຢ່າງກວ້າງ​ຂວາງ, ເພື່ອເປັນ​ການ​ສັນລະເສີນ​ກຽດ​ຕິ​ຄຸນ​ຂອງ​ສະຫາຍ, ພັກ ແລະ ລັດຖະບານ ໄດ້​ຕົກລົງມອບ​ຫຼຽນ​ໄຊ​ຂັ້ນ​ສູງ​ປະເພດ​ຕ່າງໆ​ໃຫ້ແກ່​ສະຫາຍດັ່ງນີ້:
- ຫຼຽນ ຄໍາ​ແຫ່ງ​ຊາດ ສປປ ລາວ  1 ຫຼຽນ, ຫຼຽນ ຄໍາ​ແຫ່ງ​ຊາດ ສສ​ ຫວຽດນາມ 1 ຫຼຽນ, ຫຼຽນ​ໄຊ ອິດສະຫຼະ ຊັ້ນ I  4 ຫຼຽນ, ຫຼຽນ​ໄຊ ອິດສະຫຼະ ຊັ້ນ II  2 ຫຼຽນ
ນອກຈາກ​ນັ້ນ ຍັງ​ໄດ້​ຮັບ​ຫຼຽນ​ໄຊ, ຫຼຽນ​ກາ, ຫຼຽນ​ລະນຶກ ແລະ ຫຼຽນ​ມິດຕະພາບ ທີ່​ສໍາ​ຄັນ ເປັນ​ຈໍາ​ນວນ​ຫຼວງຫຼາຍ ຈາກ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​