Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 05/05/2021 08:52:39 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 6975 ຄັ້ງ

(ເນື່ອງໃນໂອກາດວັນວັນເກີດ ທ່ານ ກາກມາກ 5/5/1818-5/5/2021)

ຮຽບຮຽງໂດຍ: ລຸ້ງດາວ ບຸນມີ

ລັດທິມາກ ເກີດຂຶ້ນເນື່ອງຈາກໄດ້ມີການຂະຫຍາຍຕົວທາງດ້ານສັງຄົມ, ການຕໍ່ສູ້ຊົນຊັ້ນ, ວິທະຍາ ສາດ ແລະ ປັດຊະຍາ. ໃນເວລານັ້ນ ໄດ້ເກີດມີປະຖົມປັດໄຈ ທາງດ້ານທິດສະດີເສດຖະກິດ ແລະ ສັງ ຄົມ ສຳລັບລັດທິມາກ.

ເມື່ອເວລາເປັນນັກສຶກສາຢູ່ມະຫາວິທະຍາໄລ, ທ່ານ ກາກມາກ ໄດ້ອຸທິດຕົນ ເພື່ອຄົ້ນຄວ້າປັດຊະຍາ, ວິຊາສັງຄົມສາດ. ນອກຈາກການຄົ້ນຄວ້າປັດຊະຍາ ດ້ວຍການສູ້ຊົນກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ ເພື່ອກ້າວໄປສູ່ຜົນສຳເລັດ, ທ່ານ ກາກມາກ ສາມາດຄົ້ນພົບຫຼັກມູນພື້ນຖານຈຳນວນໜຶ່ງ ໂດຍໄດ້ເລີ່ມສ້າງ ລັດທິມາກ ຂຶ້ນ ໃນຊຸມປີ 40 ຂອງສະຕະວັດທີ 19 ຢູ່ ເຢຍລະມັນ.

ລັດທິມາກ ເກີດຂຶ້ນເນື່ອງຈາກໄດ້ມີການຂະຫຍາຍຕົວທາງດ້ານສັງຄົມ, ການຕໍ່ສູ້ຊົນຊັ້ນ, ວິທະຍາສາດ ແລະ ປັດຊະຍາ. ໃນເວລານັ້ນ ໄດ້ເກີດມີປະຖົມປັດໄຈ ທາງດ້ານທິດສະດີເສດຖະກິດ ແລະ ສັງຄົມ ສຳລັບລັດທິມາກ. ທ່ານ ກາກມາກ ໄດ້ຄົ້ນພົບກົດເກນພື້ນຖານທາງດ້ານເສດຖະກິດນາຍທຶນ ແລະ ກຳມະກອນໂດຍຊີ້ໃຫ້ເຫັນວ່າ: ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ແມ່ນຜູ້ສ້າງພາລະກຳປະຫວັດສາດ ໂດຍຖືຊົນຊັ້ນ ແລະ ການຕໍ່ສູ້ຊົນຊັ້ນ ແມ່ນຈຸດປະສົງເປົ້າໝາຍທີ່ກ້າວໄປເຖິງ ການປົດປ່ອຍຕົວເອງອອກຈາກສັງຄົມແຫ່ງຄວາມມືດມົນ ແລະ ຄວາມບໍ່ຍຸຕິທຳ.

ທ່ານ ກາກມາກ ເປັນນັກພຶດຕິກຳ ແລະ ນັກປະຕິວັດທີ່ກ້າແກ່ນ, ເປັນຜູ້ນຳ ແລະ ເປັນນັກທິດສະດີຂອງຊົນຊັ້ນກຳມະກອນ, ເພິ່ນມີຄວາມເຂົ້າໃຈດີຕໍ່ບົດບາດປະຫວັດສາດອັນຍິ່ງໃຫຍ່ຂອງຊົນຊັ້ນ ຊຶ່ງເປັນກຳລັງປະຕິວັດທີ່ກ້າວໝ້າ ທີ່ສະເໝີຕົ້ນສະເໝີປາຍຢ່າງພາວະວິໃສ.

ທ່ານ ກາກມາກ ແມ່ນນັກປະຕິວັດຜູ້ໜຶ່ງ ທີ່ໄດ້ໃຫ້ກຳເນີດປັດຊະຍາມາກສິດ ລວມມີ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ, ເສດຖະສາດການເມືອງ ແລະ ຍັງໄດ້ຮັບການຍອມຮັບຈາກບັນດານັກປາດທາງດ້ານການເມືອງທີ່ສຳຄັນ ແລະ ດີເດັ່ນຂອງໂລກ. ທ່ານ ກາກມາກ ຍັງເປັນນັກທິດສະດີຜູ້ຍິ່ງໃຫຍ່, ເປັນຜູ້ນຳທີ່ປີຊາສາມາດ, ເປັນອາຈານຜູ້ຍິ່ງໃຫຍ່ຂອງຂະບວນກຳມະກອນສາກົນ, ເປັນຜູ້ໃຫ້ກຳເນີດລັດທິກອມມູນິດວິທະຍາສາດ ຊຶ່ງເປັນທິດສະດີປ່ຽນແປງໃໝ່ ແລະ ດັດສ້າງໂລກ ໃຫ້ມີຄວາມກ້າວໜ້າຂະຫຍາຍຕົວ ແລະ ສັນຕິພາບ. ທ່ານ ກາກມາກ ໄດ້ຮ່ວມກັບ ທ່ານ ອັງແກນ ເປັນຜູ້ທຳອິດ ທີ່ສ້າງຕັ້ງພັກຂອງຊົນຊັ້ນກຳມະກອນຂຶ້ນໃນປະຫວັດສາດ ການຂະຫຍາຍຕົວຂອງສັງຄົມມະ ນຸດ.

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເຂົ້າຮ່ວມພິທີລະນຶກວັນເກີດຂອງ ທ່ານ ກາກມາກ ຄົບຮອບ 200 ປີ (5/5/1818-5/5/2018) ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ໃນວັນທີ 4 ພຶດສະພາ 2018 ແລະ ກ່າວປາໄສ ມີບາງຕອນສໍາຄັນວ່າ: ພວກເຮົາລະນຶກເຖິງ ທ່ານ ກາກມາກ ກໍເພື່ອສະແດງຄວາມເຄົາລົບຕໍ່ນັກແນວຄິດທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດມວນມະນຸດ ແລະ ສະແດງໃຫ້ເຫັນເຖິງສັດທາຂອງພວກເຮົາ ທີ່ມີຕໍ່ສັດຈະທຳອັນມີວິທະຍາສາດຂອງລັດທິມາກ. ລັດທິມາກ ແມ່ນແນວຄິດຊີ້ນຳຂອງພັກ ແລະ ລັດພວກເຮົາຢ່າງສະເໝີຕົ້ນສະເໝີປາຍ, ແມ່ນອາວຸດດ້ານແນວຄິດທີ່ເຂັ້ມແຂງຂອງພວກເຮົາ ໃນການຮັບຮູ້ໂລກ, ກຳແໜ້ນກົດເກນ, ສະແຫວງຫາສັດຈະທຳ ແລະ ດັດສ້າງໂລກ.

ລັດທິມາກ ແມ່ນທິດສະດີທີ່ມີວິທະຍາສາດ ໄດ້ເປີດເຜີຍກົດເກນການພັດທະນາຂອງສັງຄົມມະນຸດ. ລັດທິມາກ ແມ່ນທິດສະດີຂອງປະຊາຊົນ ໂດຍໄດ້ສ້າງລະບົບແນວຄິດທີ່ປະຊາຊົນບັນລຸການປົດປ່ອຍຕົນເອງເປັນຄັ້ງທຳອິດ. ລັດທິມາກ ແມ່ນທິດສະດີຜ່ານການລົງປະຕິບັດຕົວຈິງ ແລະ ຊີ້ນຳການເຄື່ອນໄຫວຂອງປະຊາຊົນໃນການດັດສ້າງໂລກ. ລັດທິມາກ ແມ່ນທິດສະດີແບບເປີດກວ້າງ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຈະຢືນຢູ່ແຖວໜ້າແຫ່ງຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍ.

ທ່ານ ສີຈິ້ນຜິງ ເນັ້ນຕື່ມອີກວ່າ: ພັກກອມມູນິດຈີນ ແມ່ນພັກການເມືອງທີ່ປະກອບດ້ວຍລັດທິມາກ, ລັດທິມາກ ແມ່ນວິນຍານແຫ່ງຄວາມສັດທາ ແລະ ອຸດົມການຂອງຊາວກອມມູນິດຈີນ. ຊີວິດຊີວາຂອງທິດສະດີ ແມ່ນຢູ່ກັບການເສີມສ້າງຕໍ່ເຕີມໃໝ່ຢ່າງຕໍ່ເນື່ອງ ແລະ ການຊຸກຍູ້ໃຫ້ລັດທິມາກພັດທະນາຢ່າງບໍ່ຢຸດຢັ້ງແມ່ນພັນທະທີ່ສູງສົ່ງ ແລະ ມີກຽດສະຫງ່າຂອງຊາວກອມມູນິດຈີນ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​