Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ແນວຄິດເພື່ອປະຊາຊົນຂອງປະທານ ໂຮ່ຈິມິນ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 20/05/2021 11:00:51 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 9126 ຄັ້ງ

 

(ເນື່ອງໃນໂອກາດວັນເກີດປະທານ ໂຮ່ຈິມິນ 19/5/1890-19/5/2021)

ໂດຍ: ສີວັນ

--------------------

ຕະຫຼອດຊີວິດແຫ່ງການຕໍ່ສູ້ໃຫ້ແກ່ພາລະກິດປົດປ່ອຍປະເທດຊາດ, ປົດປ່ອຍປະຊາຊົນ, ປະທານ ໂຮ່ຈິມິນ ໃນຄວາມຫວັງອັນສູງສົ່ງ ແມ່ນເຮັດແນວໃດເພື່ອໃຫ້ປະເທດຊາດຫວຽດນາມ ໄດ້ມີເອກະລາດຢ່າງສົມບູນ, ປະຊາຊົນຫວຽດນາມ ມີຄວາມເສລີຢ່າງສົມບູນ, ທຸກຄົນມີສິດໃນຄວາມມຸ່ງຫວັງມີຄວາມຜາສຸກຂອງຕົນ. ສະນັ້ນ, ໃນບົດພິໄນກຳຂອງປະທານ ໂຮ່ຈິມິນ, ແນວຄິດເພື່ອປະຊາຊົນ ແລະ ປົດປ່ອຍປະຊາຊົນ ໄດ້ຊຶມເລິກເຂົ້າໃນລັດທິມະນຸດສະທຳອັນສູງສົ່ງ ແລະ ທິດສະດີປັດຊະຍາຊີວິດຂອງມະນຸດ ຊຶ່ງເພິ່ນໄດ້ທຸ້ມເທເຫື່ອແຮງສ້າງຂຶ້ນ. ບົດຂຽນ; “ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈິມິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດບົດພິໄນກຳປະທານ ໂຮ່ຈິມິນ.

ກ່ຽວກັບບັນຫາມະນຸດ ແລະ ແນວຄິດວັດທະນະທຳມະນຸດ ປະທານ ໂຮ່ຈິມິນ ໄດ້ສະແດງໃຫ້ເຫັນໃນບົດພິໄນກຳ ແມ່ນນ້ຳໃຈຄວາມຮັກແພງທີ່ມີຕໍ່ປະຊາຊົນທຸກຊັ້ນວັນນະໃນສັງຄົມ ຊຶ່ງບໍ່ພຽງແຕ່ຂຽນໃນບົດພິໄນກຳແມ່ນ “ສ້າງຄວາມຮັກແພງທີ່ລົ້ນເຫຼືອໄວ້ໃຫ້ທົ່ວປວງຊົນ, ທົ່ວພັກ, ໃຫ້ກອງທັບທຸກຖ້ວນໜ້າ, ໃຫ້ພວກຫຼານຊາວໜຸ່ມ ແລະ ເຍົາວະຊົນ” ເທົ່ານັ້ນ, ແຕ່ເພິ່ນ ຍັງໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ປະເທດຊາດ, ໃຫ້ຄວາມປາຖະໜາອັນໃຫຍ່ຫຼວງທີ່ສຸດແມ່ນປະເທດຫວຽດນາມ, ໄດ້ມີເອກະລາດຢ່າງສົມບູນ, ພໍ່ແມ່ປະຊາຊົນມີຄວາມເສລີຢ່າງສົມບູນ, ທຸກຄົນກໍ່ມີເຂົ້າກິນ, ມີເຄື່ອງນຸ່ງຫົ່ມ, ທຸກຄົນກໍ່ໄດ້ຮ່ຳຮຽນ.

ເວົ້າເຖິງຜົນປະໂຫຍດຂອງປະຊາຊົນ, ທ່ານ ແມັກກວາງຖັງ ທີ່ສັງກັດສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ຢັ້ງຢືນວ່າ: ບໍ່ແມ່ນຄວາມບັງເອີນທີ່ ປະທານ ໂຮ່ຈິມິນ ໄດ້ຂຽນຢູ່ໃນບົດພິໄນກໍາ “ວຽກງານທຳອິດແມ່ນສຳລັບປະຊາຊົນ”. ເພິ່ນໄດ້ສັ່ງສອນບັນດານັກປະຕິວັດລຸ້ນຕ່າງໆ ຕ້ອງເອົາໃຈໃສ່ເຖິງຜົນປະໂຫຍດຂອງປະຊາຊົນ ແລະ ພັກກຳອຳນາດຕ້ອງມີແຜນການເປັນຢ່າງດີ ເພື່ອເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ທ່ານ ແມັກກວາງຖັງ ກ່າວວ່າ: ສິດຂອງມະນຸດແມ່ນສິດມີຊີວິດ, ສິດມີຄວາມເສລີ ແລະ ສິດມີຄວາມຫວັງມີຄວາມຜາສຸກ. ນັ້ນແມ່ນຄຸນຄ່າຂອງມວນມະນຸດທັງໝົດ ຊຶ່ງປະທານ ໂຮ່ຈິມິນ ໄດ້ຮັບເອົາ, ນຳໃຊ້ຢູ່ຫວຽດນາມ ແມ່ນສິດໄດ້ປົດປ່ອຍປະເທດຊາດ. ດັ່ງທີ່ເພິ່ນໄດ້ກ່າວວ່າ: ພວກເຮົາຕໍ່ສູ້ຍາດເອົາເອກະລາດ ຖ້າປະຊາຊົນບໍ່ມີຄວາມເສລີ. ເອກະລາດນັ້ນ ກໍ່ຈະບໍ່ມີຄວາມໝາຍຫຍັງທັງໝົດ. ມະນຸດຕ້ອງດຳລົງຊີວິດຢູ່ໃນສັນຕິພາບ, ອີ່ມໜຳສຳລານ ແລະ ມີຄວາມຜາສຸກ, ນັ້ນແມ່ນແນວຄິດ ໂຮ່ຈິມິນ ແລະ ສິ່ງດັ່ງກ່າວ, ກໍ່ໄດ້ສະແດງໃຫ້ເຫັນຢູ່ໃນບົດພິໄນກໍາຂອງເພິ່ນ.

ກໍ່ເລີ່ມມາຈາກການມີຊີວິດທີ່ມີຄວາມເສລີ ແລະ ຄວາມຜາສຸກຂອງມະນຸດ ຊຶ່ງຈິດໃຈມີຄວາມເມດຕາກະລຸນາຂອງປະທານ ໂຮ່ຈິມິນ ຍາມໃດກໍ່ສະຫງວນໃຫ້ຜູ້ທີ່ມີຄວາມທຸກຍາກລຳບາກທີ່ສຸດໃນສັງຄົມ ນັ້ນກໍແມ່ນກຳມະກອນ ແລະ ຊາວນາ. ຫົວໃຈທີ່ເຕັມໄປດ້ວຍຄວາມຮັກແພງ, ປະທານ ໂຮ່ຈິມິນ ຈຶ່ງມີຄວາມເຂົ້າໃຈ ແລະ ເຫັນໃຈຢ່າງເລິກຕໍ່ຄວາມເຈັບຊ້ຳໃຈທີ່ສຸດຂອງປະຊາຊົນຍ້ອນຄວາມກົດຂີ່ບໍ່ຍຸຕິທຳ, ຍ້ອນຄວາມຫຍຸ້ງຍາກລຳບາກ, ຍ້ອນຄວາມເສຍຫາຍໃນປາງສົງຄາມຂອງປະຊາຊົນຊາວຜູ້ອອກແຮງງານແຕ່ເໜືອຮອດໃຕ້. ໃນບົດພິໄນກຳ, ເພິ່ນໄດ້ຕັກເຕືອນວ່າ; “ຕ້ອງມີນະໂຍບາຍພິເສດຕໍ່ປະຊາຊົນທຸກຊັ້ນວັນນະ ຍ້ອນເພື່ອປະເທດຊາດ ຈຶ່ງໄດ້ເສຍສະຫຼະຊີວິດ”. ຕາມປະທານ ໂຮ່ຈິມິນ, ນັ້ນແມ່ນວຽກງານທີ່ຈຳເປັນຕ້ອງໄດ້ປະຕິບັດ, ເຖິງວ່າຈະມີຄວາມຫຍຸ້ງຍາກ, ສັບສົນປານໃດກໍ່ຕ້ອງອອກແຮງປະຕິບັດ.

ຂະນະດຽວກັນນັ້ນ, ທ່ານ ຈູດຶກຕິ໊ງ ອະດີດຜູ້ອຳນວຍການຫໍພິພິທະພັນ ໂຮ່ຈິມິນ ໃຫ້ຮູ້ວ່າ: ກ່ອນທີ່ເພິ່ນຈະຈາກໄປ, ໃນບົດພິໄນກຳເພິ່ນໄດ້ຕັກເຕືອນທົ່ວພັກວ່າ: ເພິ່ນໄດ້ສືບທອດມູນເຊື້ອຂອງບັນດາເຈົ້າຊີວິດທີ່ມີຄວາມສະຫຼາດສ່ອງໃສໃນປະຫວັດສາດຂອງຊາດ ຊຶ່ງເພິ່ນໄດ້ຄິດເຖິງເລື່ອງລາວພາຍຫຼັງສົງຄາມໃນວຽກງານການຕີລາຄາຜົນງານ, ການລາຍງານຜົນງານ ແລະ ເບິ່ງແຍງດູແລບັນດາຜູ້ທີ່ໄດ້ປະກອບສ່ວນໃຫ້ແກ່ການປະຕິວັດ. ເພິ່ນມີຄວາມເຂົ້າໃຈຢ່າງເລິກວ່າ: ຊາວກະສິກອນ ແມ່ນຜູ້ທີ່ລໍາບາກກາກກຳທີ່ສຸດ. ນີ້ແມ່ນຄວາມເອົາໃຈໃສ່ຢ່າງຕິດແທດຕົວຈິງຂອງປະທານ ໂຮ່ຈິມິນ. ໄປຄຽງຄູ່ກັບຄວາມເອົາໃຈໃສ່ລວມ ແມ່ນໄດ້ຕັກເຕືອນພັກເຮົາ ຕ້ອງເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ເພິ່ນໄດ້ຍົກເວັ້ນພາສີອາກອນໃຫ້ແກ່ຊາວກະສິກອນ 1 ປີ. ມາຮອດປັດຈຸບັນ, ພັກເຮົາໄດ້ປະຕິບັດແຜນນະໂຍບາຍນີ້ໄດ້ເປັນຢ່າງດີທີ່ສຸດ.

ຕາມແຫຼ່ງຂ່າວວິທະຍຸກະຈາຍສຽງຫວຽດນາມ, ພັກຕ້ອງເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ ດ້ວຍຄວາມມຸ່ງຫວັງຢາກໃຫ້ສັງຄົມມີຄວາມສີວິໄລ ນຳເອົາຄວາມຜາສຸກມາໃຫ້ປະຊາຊົນ, ໃນບົດພິໄນກຳ, ປະທານ ໂຮ່ຈິມິນ ໄດ້ມີຄຳສັ່ງສອນທີ່ສັກກາລະບູຊາໄວ້ໃຫ້ວ່າ: “ພັກຕ້ອງມີແຜນການເປັນຢ່າງດີ ເພື່ອພັດທະນາເສດຖະກິດ ແລະ ວັດທະນະທຳ, ແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ”. ໃນຊຸມປີແຫ່ງການປະຕິບັດພາລະກິດການປ່ຽນແປງໃໝ່ປະເທດຊາດ, ຄຳສັ່ງສອນດັ່ງກ່າວຂອງປະທານ ໂຮ່ຈິມິນ ໄດ້ກາຍເປັນເຂັມຊີ້ທິດໃຫ້ແກ່ບັນດານະໂຍບາຍຊີ້ຂາດຂອງພັກ ແລະ ລັດ. ທ່ານ ຫງວຽນຈ້ອງຝຸກ ອະດີດຫົວໜ້າສະຖາບັນປະຫວັດສາດພັກ ທີ່ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ກ່າວວ່າ: ຄວາມເອົາໃຈໃສ່ໂດຍລວມຂອງພັກໃນການປະຕິບັດຄຳພິໄນກຳ ແລະ ພວກເຮົາໄດ້ພະຍາຍາມປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈິມິນ ທີ່ມີຕໍ່ປະຊາຊົນ ເພື່ອປະຕິບັດພາລະກິດການປ່ຽນແປງໃໝ່ໃຫ້ເປັນຢ່າງດີທີ່ສຸດ. ປັດຈຸບັນ, ພັກ ແລະ ລັດ ໄດ້ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ; ປະຕິບັດມະຕິສູນກາງພັກຄັ້ງທີ 8 ກ່ຽວກັບການປ່ຽນແປງໃໝ່ພື້ນຖານການສຶກສາ; ມະຕິສູນກາງພັກຄັ້ງທີ 9 ກ່ຽວກັບການພັດທະນາວັດທະນະທຳມະນຸດເປັນຢ່າງດີ.

ຄຳພິໄນກຳຂອງປະທານ ໂຮ່ຈິມິນ, ນອກຈາກມີຄຸນຄ່າທາງດ້ານປະຫວັດສາດ, ການເມືອງແລ້ວ. ຄວາມຈິງແມ່ນບົດພິໄນກຳທີ່ປ່ຽມລົ້ນໄປດ້ວຍນ້ຳໃຈຮັກແພງທີ່ບໍ່ມີຂອບເຂດຂອງປະທານ ໂຮ່ຈິມິນ ສຳລັບພໍ່ແມ່ປະຊາຊົນ, ສະຫາຍ ແລະ ເພື່ອນມິດສາກົນ. ພາຍຫຼັງ 50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈິມິນ, ພັກກອມມູນິດຫວຽດນາມ ໄດ້ວາງອອກ ແລະ ນຳພາປະຊາຊົນປະຕິບັດແນວທາງປ່ຽນແປງໃໝ່ປະສົບຜົນສຳເລັດ, ນຳປະເທດຊາດໃຫ້ຫຼຸດພົ້ນອອກຈາກວິກິດການເທື່ອລະກ້າວ, ມີສະຖຽນລະພາບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ແນວຄິດມະນຸດສະທຳອັນສູງສົ່ງໃນຄຳພິໄນກຳ ພວມສືບຕໍ່ສ່ອງແສງເຍືອງທາງໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ ກ້າວໄປເຖິງເປົ້າ ໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​