Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຊີ​ວິດ​ປະ​ຕິ​ວັດ ຜົນ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ ຂອງ​ປະ​ທານ​ສຸ​ພາ​ນຸ​ວົງ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 10/07/2021 13:07:11 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 5911 ຄັ້ງ

(ເນື່ອງ​ໃນ​ໂອ​ກາດ​ວັນ​ເກີດ​ຂອງ​ປະ​ທານ ສຸ​ພາ​ນຸ​ວົງ ຄົບ​ຮອບ 112 ປີ (13/7/1909-13/7/2021)

ໂດຍ: ຄ. ຄ​ຳ​ປະ​ສິດ

ປະທານ ສຸພາ​ນຸ​ວົງ ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້ນຳ​ຂອງ​ພັກ​-​ລັດ​ເຮົາ ທີ່​ໄດ້​ສ້າງ​ຜົນງານ​ອັນ​ລ້ຳ​ຄ່າ, ມີ​ຄຸນງາມຄວາມດີ​ຢ່າງ​ຫຼວງຫຼາຍ ປະກອບສ່ວນ​ເຂົ້າ​ໃນ​ການ​ນຳພາ​ລວມ​ໝູ່​ຂອງ​ພັກ, ແນວ​ລາວ​ຮັກ​ຊາດ ເພື່ອ​ໄຊຊະນະ​ຂອງ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ພາລະກິດ​ປົກ​ປັກ​ຮັກສາ​ລະບອບ​ໃໝ່ ເພື່ອ​ຄວາມ​ຢູ່​ດີ​ກິນ​ດີຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໃນ​ໄລຍະ​ຕໍ່​ມາ. ປະທານ ສຸພາ​ນຸ​ວົງ ແມ່ນ​ເປັນ​ປັນຍາ​ຊົນ​ຜູ້​ຍິ່ງ​ໃຫຍ່, ເປັນ​ເຊື້ອ​ເຈົ້າ​ຜູ້​ໜຶ່ງ ທີ່​ມີ​ນ້ຳໃຈ​ຮັກ​ຊາດ​ອັນ​ດູດດື່ມ, ຈິດໃຈ​ຕໍ່ສູ້​ທີ່​ອາດ​ຫານ​ກ້າແກ່ນ  ແລະ ນ້ຳໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ ເພື່ອ​ຊາດ​ເພື່ອ​ປະຊາ​ຊົນ.
ເມື່ອ​ຫວນ​ຄືນ​ຊີວິດ​ຕອນ​ເຍົາ​ໄວ ຂອງ​ປະທານ ສຸພາ​ນຸ​ວົງ ຊຶ່ງ​ເພິ່ນ​ໄດ້​ກຳເນີດ​ໃນ​ຄອບຄົວທີ່​ເປັນ​ເຊື້ອ​ເຈົ້າ​ຣາ​ຊະ​ວົງ ເປັນ​ໂອ​ຣົດ​ຂອງ​ເຈົ້າ​ມະຫາ​ອຸປະ​ຣາດ​ ບຸນ​ຄົງ ແລະ ໝ່ອມ ​ຄຳ​ອ້ວນ ເກີດ​ເມື່ອວັນ​ທີ 13 ກໍລະກົດ 1909 (ແຮມ 15 ຄຳ່ ວັນ​ອັງຄານ ເດືອນ 8 ປີ​ລະກາ) ທີ່​ຫຼວງ​ພະ​ບາງ, ເພິ່ນ​ເປັນ​ເດັກ​ໃນ​ວັງ ທີ່​ມັກ​ໄປ​ຫຼິ້ນ​ກັບ​ເດັກນ້ອຍ​ທົ່ວ​ໄປ ໂດຍ​ບໍ່​ຖື​ຊັ້ນ​ວັນນະ​ຂອງ​ຕົນ ແລະ ເມື່ອ​ອາຍຸ​ໄດ້ 7 ປີ ໄດ້​ເຂົ້າ​ໂຮງຮຽນ​ປະຖົມ​ສຶກສາ​ ທີ່​ຫຼວງ ພະ​ບາງ ເພິ່ນ​ເປັນ​ນັກຮຽນ​ທີ່​ດຸໝັ່ນ, ມີ​ພອນ​ສະຫວັນ​ໃນ​ຫຼາຍ ດ້ານ, ຮຽນ​ເກັ່ງ ແລະ ສອບ​ໄດ້​ຄະແນນ​ດີເລີດ​ມາ​ຕະຫຼອດ ຈົນ​ຈົບ​ຊັ້ນ​ປະຖົມ​ສົມບູນ​ປີ 1920 ປະທານ ໄດ້​ໄປ​ຮຽນ​ຕໍ່​ຢູ່​ມັດ ທະ​ຍົມ​ອານ​ແບກ​ຊາ​ໂຣ ຢູ່​ທ່ີ​ຮ່າ​ໂນ້ຍ ປະເທດ​ຫວຽດນາມ ປີ 1931 ໄດ້​ໄປ​ສຶກສາ​ຕໍ່​ທີ່​ປະເທດ​ຝຣັ່ງ ແລະ ໄດ້​ເຂົ້າ​ຮຽນ​ກຽມ ທີ່​ວິທະຍາໄລ​ແຊັງ​ຫຼຸຍ ຕໍ່​ມາ​ປີ 1934 ໄດ້​ເສັງ​ເຂົ້າ​ຮຽນ​ມະຫາ​ວິທະຍາໄລ​ຂົວ​ທາງ​ແຫ່ງ​ຊາດ  ສາຂາ​ວິສະວະກອນ​ພົນ​ລະ​ເຮືອນ ເວລາ​ສຶກສາ​ຮຳ່​ຮຽນ ບໍ່​ພຽງ​ແຕ່ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ຮຽນ​ເທົ່າ​ນ້ັນ ເພິ່ນ​ທັງ​ມີ​ຄວາມ​ດຸໝັ່ນ​ໃນ​ການ​ລົງ​ຝຶກ​ຫັດ ແລະ ປະຕິບັດ​ຕົວ​ຈິງ ທັງມີ​ຄວາມ​ບາກບັ່ນ​ໃນ​ການ​ຄົ້ນ​ຄວ້າ​ຮຳ່​ຮຽນ ທັງ​ມີ​ຄວາມ​ເປັນ​ເຈ້ົາ​ການ​ປະດິດ​ສ້າງ​ຮຽນ​ຮູ້​ດ້ວຍ ຕົນ​ເອງ ດຳລົງ​ຊີວິດ​ແບບ​ລຽບ​ງ່າຍ ບໍ່​ຟຸມ​ເຟືອຍ ເພິ່ນ​ສາ​ມາດ​ເວ້ົາ ໄດ້ 8 ພາສາ ທີ່​ໃຊ້​ກັນ​ແຜ່​ຫຼາຍ​ໃນສາ​ກົນ. ນອກຈາກ​ນັ້ນ, ເພິ່ນ​ຍັງ​ໄດ້​ເດີນທາງ​ໄປ​ຫຼາຍ​ປະເທດ ໃນ​ທະວີບ​ເອີ​ຣົບ​ຕາເວັນ​ອອກ, ຕາເວັນຕົກ ແລະ ທະວີບ​ອາ​ຟຣິ​ກາ ເພື່ອ​ສຳ​ພັດ​ຄວາມ​ເປັນ​ຈິງ, ຊອກ​ຮູ້​ປະສົບ​ການ​ຕ່າງໆ.  ປີ 1937 ໄດ້​ຮຽນ​ຈົບ​ມະຫາວິທະຍາໄລ​ຂົວ​ທາງ​ແຫ່ງ​ຊາດ ທີ່​ປະເທດ​ຝຣັ່ງ; ພາຍຫຼັງ​ສຳເລັດ​ການ​ສຶກສາ ເພິ່ນ​ກໍ​ໄດ້​ກັບ​ຄືນ​ອິນດູຈີນ ໂດຍ ໄດ້​ຮັບ​ລາຊະການ​ຂະແໜງ​ໂຍທາ​ທິ​ການ ປະຈຳ​ຢູ່​ຍາ​ຈາງ ແຄວ້ນ​ໂຍທາ​ທີສອງ​ຂອງ​ອານ​ນາມ ຮັບຜິດຊອບ​ວຽກ​ງານ​ຢູ່​ທີ່​ນັ້ນ 3 ປີ​ຕໍ່​ມາ ກໍ​ໄດ້​ຖືກ​ແຕ່ງຕັ້ງ​ໄປ​ຮັບ​ລາຊະການ ຢູ່​ເມືອງ​ພີນ ແຂວງ​ສະຫວັນ​ນະ​ເຂດ ເພື່ອ​ສ້າງ​ເສັ້ນທາງ​ເລກ​ທີ 23 ແລະ ຂົວ​ເຊ​ບັ້ງ​ຫຽງ, ປະທານ ສຸພາ​ນຸ​ວົງ ໄດ້​ສ້າງ​ຜົນງານ​ຫຼາຍ​ຢ່າງ ອັນ​ເປັນ​ທີ່​ຍອມຮັບ​ໃນ​ຖານະ​ວິ​ສະ​ວະ​ກອນ ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ແລະ ເຮັດ​ແທ້​ທຳ​ຈິງ ສິ່ງ​ສຳຄັນ​ແມ່ນ​ເພິ່ນ​ໄດ້​ສຳ​ພັດ ແລະ ເຫັນ​ພຶດຕິ​ກຳ, ການ​ກະທຳຂອງ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ທີ່​ມີ​ຕໍ່​ຄົນ​ຂອງ​ຊາດ ທີ່​ເປັນ​ຫົວ​ເມືອງ​ຂຶ້ນ ຂອງ​ພວກ​ມັນ​ເຊັ່ນ: ການ ຈຳແນກ​ເຊື້ອ​ຊາດ, ການ​ແບ່ງ​ຊັ້ນ​ວັນນະ, ການ​ກົດ​ຂີ່​ຂົ່ມ​ເຫັງ, ຄວາມ​ບໍ່​ຍຸຕິ​ທຳ, ການ​ປຸ້ນ​ສະດົມ ແລະ ການ​ກົດ​ຂີ່​ຂູດ​ຮີດ​ເປັນຕົ້ນ ທັງ​ໝົດ​ເຫຼົ່ານັ້ນ ໄດ້​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ແນວ​ຄິດ​ຈິດໃຈ​ຂອງເພິ່ນ ເພື່ອ​ກ້າວ​ເຂົ້າ​ສູ່​ເສ້ັນ​ທາງ​ແຫ່ງ​ການ​ຕໍ່ສູ້ ກອບ​ກູ້​ເອົາ​ຄວາມເປັນ​ເອກະລາດ​ມາ​ໃຫ້​ປະເທດ​ຊາດ ນຳ​ເອົາ​ອິດສະຫຼະພາບ ແລະ ສິດ​ເປັນ​ເຈົ້າ​ມາ​ໃຫ້​ປະຊາຊົນ​ລາວ​ເຜົ່າ​ຕ່າງໆ.
ໃນ​ສະພາບ​ແວດ​ລ້ອມ​ສາກົນ  ແລະ  ເຫດການ​ຕ່າງໆ​ຢູ່​ອິນດູຈີນ ໄດ້​ຜັນ​ແປ​ຢ່າງ​ສັບສົນ, ມີ​ດ້ານ​ທີ່​ອຳນວຍ ໃຫ້​ແກ່​ຂະບວນ​ການ​ຕໍ່ສູ້ ຂອງ​ບັນດາ​ປະຊາຊາດ ເພື່ອ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ອັນ​ພົ້ນ​ເດັ່ນ​ແມ່ນ​ຂະບວນ​ການ​ຕໍ່ສູ້ ຂອງ​ປະຊາຊົນ​ອິນດູຈີນ (ລາວ, ຫວຽດນາມ ແລະ ກຳປູເຈຍ) ໄດ້​ມີ​ພັກ​ກອມ​ມູ​ນິດ​ອິນດູຈີນ​ນຳພາ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ເຮັດ​ໃຫ້ການ​ປະຕິວັດ​ອິນດູຈີນ​ກ້າວຂຶ້ນ​ຍາດ​ເອົາ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ໃນ​ປີ 1945. ວັນ​ທີ  9  ພຶດສະພາ 1945 ພວກ​ຟາດ​ຊິດ ເຢຍ​ລະ​ມັນ ໄດ້​ເຊັນ​ສັນຍາ​ຍອມ​ຈຳນົນ​ຢ່າງ​ບໍ່​ມີ​ເງື່ອນໄຂ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2; ວັນ​ທີ 15 ສິງຫາ 1945 ພວກ​ຂຸນ​ເສິກ​ຍ່ີ​ປຸ່ນ ໄດ້​ປະກາດ​ຍອມ ຈຳນົນ​ຕໍ່​ກຳລັງ​ພັນທະ​ມິດ; ຢູ່​ປະເທດ​ຫວຽດນາມ ປະທານ ໂຮ່​ຈິ​ມິນ ໄດ້​ນຳພາ​ການ​ປະຕິວັດ​ເດືອນ​ສິງຫາ 1945 ລຸກ​ຮື້​ຂຶ້ນ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ຂຸນ​ເສິກ​ຍີ່ປຸ່ນ ແລະ ໄດ້​ສ້າງຕັ້ງ​ປະເທດ​ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ຫວຽດນາມ ໃນ​ວັນ​ທີ 2 ກັນຍາ 1945, ພາຍຫຼັງ​ການ​ປະຕິວັດ​ເດືອນ​ສິງຫາ ຢູ່​ຫວຽດນາມ​ໄດ້​ຮັບ​ໄຊຊະນະ ປະທານ​ໂຮ່​ຈິ​ມິນ ໄດ້​ເຊີນ ປະທານ ສຸພາ​ນຸ​ວົງ ໄປ​ນະຄອນຫຼວງ​ຮ່າ​ໂນ້ຍ ເປັນ​ການພົບ​ປະ​ຄັ້ງ​ທຳອິດ​ອັນ​ເປັນ​ປະຫວັດສາດ​ສຳຄັນ​ຍິ່ງ​ໄດ້​ເຮັດໃຫ້​ປະທານ ສຸພາ​ນຸ​ວົງ ກ້າວ​ເຂົ້າ​ສູ່​ເສັ້ນທາງ​ແຫ່ງ​ການ​ຕໍ່ສູ້ ເພື່ອ​ກອບ​ກູ້​ເອົາ​ຄວາມ​ເປັນ​ເອກະລາດ ມາ​ໃຫ້​ປະເທດ​ຊາດ, ນຳ​ເອົາ​ອິດສະຫຼະພາບ ແລະ ສິດ​ເປັນ​ເຈົ້າ​ມາ​ໃຫ້​ປະຊາຊົນ ລາວ​ບັນດາເຜົ່າ ນີ້​ແມ່ນ​ຈຸດ​ເລີ່ມ​ຕ້ົນ​ແຫ່ງ​ພາລະກິດ​ປະຕິ ວັດ​ອັນ​ຍິ່ງ​ໃຫຍ່. ເມື່ອ​ກັບ​ຄືນ​ມາ​ປະເທດ ປະທານ ສຸພາ​ນຸ​ວົງ ໄດ້​ເຄື່ອນ​ໄຫວ​ປຸກລະດົມ, ສ້າງ​ກຳລັງ​ເປັນຕົ້ນ​ຢູ່​ສະຫວັນ​ນະ​ເຂດ ແລະ ທ່າ​ແຂກ ເພື່ອ​ກະກຽມ​ໃຫ້​ແກ່​ການ​ຢຶດ​ອຳນາດ, ປະ ກາດ​ເອກະລາດ “ດັ່ງ​ຄຳ​ປາ​ໄສ ປະທານ​ສຸພາ​ນຸ​ວົງ ໃນ​ຄັ້ງ ໜຶ່ງ ເວລາ​ທີ່​ກັບ​ມາ​ແຕ່​ຫວຽດນາມ ກັບ​ຄືນ​ປະເທດ​ຕາມ​ທາງ ເລກ 9 ເມື່ອ​ຮອດ​ເມືອງ​ເຊ​ໂປນ ໄດ້​ເວົ້າ​ຕໍ່ໜ້າ​ປະຊາຊົນ ທີ່​ມາ​ໂຮມ​ກັນ​ຢູ່​ທີ່​ນັ້ນ​ວ່າ: ແຜ່ນດິນ​ລາວ​ຕ້ອງ​ແມ່ນ​ຄົນ​ລາວ ເປັນ​ເຈົ້າ​ຂອງ. ສະນັ້ນ, ພວກ​ເຮົາ​ທຸກ​ຄົນ ຕ້ອງ​ສາມັກຄີ​ກັນ ໂຮມ ແຮງ​ກັນ​ຕໍ່ສູ້​ກູ້​ຊາດ​ອັນ​ແສນ​ຮັກ​ຂອງ​ພວກ​ເຮົາ​ຄືນ​ມາ ໃຫ້​ໄດ້”. 

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​