Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ປະຫວັດໂດຍຫຍໍ້ຂອງ ສະຫາຍ ຫງວຽນ ຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 07/08/2021 11:13:46 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 28683 ຄັ້ງ

1. ຊື່ ແລະ ນາມສະກຸນ: ຫງວຽນຊວັນຟຸກ

2. ວັນເດືອນປີເກີດ: 20/7/1954

3. ສະຖານທີ່ເກີດ: ຕະແສງ: ເກ໋ຟູ້, ເມືອງ: ເກ໋ເຊີນ, ແຂວງ: ກວາງນາມ

4. ຊົນເຜົ່າ: ກິງ

5. ວຸດທິການສຶກສາ:

-ວິຊາສະເພາະ: ປະລິນຍາຕີ ມະຫາວິທະຍາໄລເສດຖະກິດແຫ່ງຊາດຮ່າໂນ້ຍ (ປີ 1978).

-ພາສາຕ່າງປະເທດ: ພາສາອັງກິດ B ແລະ ພາສາຣັດເຊຍ B.

6.ບ່ອນປະຈຳການ: ຫ້ອງວ່າການສໍານັກງານປະທານປະເທດ.

7. ວັນເດືອນປີເຂົ້າພັກ: ສົມບູນ 12/11/1983.

8. ຕໍາແໜ່ງພັກ: ກຳມະການສູນກາງພັກ ຊຸດທີ X, XI, XII ແລະ ກຳມະການກົມການເມືອງຊຸດທີ XI, XII,VIII.

9. ເປັນສະມາຊິກສະພາແຫ່ງຊາດ ຊຸດທີ: XI, XIII ແລະ XIV.

ປະຫວັດການເຄື່ອນໄຫວ ແລະ ເຮັດວຽກ

1966 - 1968: ເປັນນັກຮົບ ແລະ ຖືກພັກແຕ່ງຕັ້ງໄປຮຽນບໍາລູງກໍ່ສ້າງຢູ່ພາກເໜືອ.

1968 - 1972: ເປັນເລຂາຊາວໜຸ່ມມັດທະຍົມຕອນປາຍ.

1973 - 1978: ເປັນນັກສຶກສາມະຫາວິທະຍາໄລເສດຖະກິດແຫ່ງຊາດ, ເປັນເລຂາໜ່ວຍຊາວໜຸ່ມ.

1978 - 1979: ພະນັກງານຄະນະຄຸ້ມຄອງເສດຖະກິດ ແຂວງກວາງນາມ-ດານັ່ງ.

1979 - 1993: ວິຊາການ, ຮອງຫົວໜ້າຫ້ອງການ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງກວາງນາມ-ດານັ່ງ, ເລຂາຄະນະພັກອົງການ, ກຳມະການພັກ ແຂວງກວາງນາມ-ດານັ່ງ ຊຸດທີ 1 ແລະ 2, ປະທານ ສະມາຄົມວິທະຍາສາດເສດຖະກິດ ກວາງນາມ-ດານັ່ງ.

1993 - 1996: ຫົວໜ້າພະແນກທ່ອງທ່ຽວ ທັງເປັນປະທານສະພາຄຸ້ມຄອງເຂດທ່ອງທ່ຽວ ຟູຮາມາ ດານັ່ງ; ຫົວ ໜ້າພະແນກແຜນການ ແລະ ການລົງທຶນ ແຂວງກວາງນາມ-ດານັ່ງ; ກຳມະການພັກແຂວງ ກວາງນາມ-ດານັ່ງ ຊຸດທີ 15 ແລະ 16.

1997-2001: ຄະນະກໍາມະການພັກແຂວງກວາງນາມ ຊຸດທີ 17 ແລະ 18; ຮອງປະທານຄະນະປະຈໍາສະພາ ປະຊາຊົນແຂວງ ທັງເປັນຫົວໜ້າຄະນະຄຸ້ມຄອງເຂດອຸດສາຫະກຳ ແຂວງກວາງນາມ; ສະມາຊິກ ສະພາປະຊາຊົນ ແຂວງກວາງນາມ ຊຸດທີ 6 ແລະ ເປັນປະທານພັນທະມິດການຮ່ວມມືຊຸມ ຊົນແຂວງກວາງນາມ.

2001 - 2004: ຮອງເລຂາພັກແຂວງກວາງນາມ ຊຸດທີ 18; ປະທານສະພາປະຊາຊົນແຂວງ; ເລຂາຄະນະພັກ ຮັບຜິດຊອບພະນັກງານພັກສະພາປະຊາຊົນ ແຂວງກວາງນາມ ຊຸດທີ 6; ສະມາຊິກສະພາແຫ່ງຊາດ ຊຸດທີ 11; ຫົວໜ້າຄະນະຜູ້ແທນສະມາຊິກ ສະພາແຫ່ງຊາດແຂວງກວາງນາມ; ຄະນະກຳມະ ທິການເສດຖະກິດ-ງົບປະມານສະພາແຫ່ງຊາດ ຊຸດທີ 11, ທັງເປັນປະທານ ສະມາຄົມຂອງບັນ ດາສະມາຄົມ ວິທະຍາສາດເຕັກນິກແຂວງກວາງນາມ.

2004 - 2006: ຮອງເລຂາພັກແຂວງກວາງນາມ ຊຸດທີ 19; ປະທານສະພາປະຊາຊົນແຂວງ; ເລຂາຄະນະພັກ ຮັບຜິດຊອບ ພະນັກງານພັກສະພາປະຊາຊົນ ແຂວງກວາງນາມ ຊຸດທີ 7; ຄະນະຜູ້ແທນສະພາ ປະຊາຊົນ ແຂວງກວາງນາມຊຸດທີ 7; ສະມາຊິກສະພາແຫ່ງຊາດ; ຄະນະກຳມະທິການເສດຖະກິດ-ງົບປະມານ ສະພາແຫ່ງຊາດ ຊຸດທີ 11.

3/2006 - 5/2006: ຮອງປະທານຄະນະກວດກາລັດຖະບານ. ໃນກອງປະຊຸມທົ່ວປະເທດຂອງພັກ ສະໄໝທີ 10 ທ່ານໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ.

6/2006 - 8/2007: ກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ 10; ຮອງຄະນະປະຈໍາຫ້ອງວ່າການ ລັດຖະບານ, ຮອງເລຂາຄະນະພັກຫ້ອງວ່າການ ລັດຖະບານ; ຄະນະກຳມະທິການ ເສດຖະກິດ-ງົບປະມານສະພາແຫ່ງຊາດ ຊຸດທີ 11.

8/2007-1/2011: ກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ 10; ເລຂາຄະນະພັກຫ້ອງວ່າການລັດ ຖະບານ; ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ; ຄະນະກຳມະການຮັບຜິດຊອບພະນັກງານ ພັກຂອງລັດຖະບານ; ກຳມະການຄະນະບໍລິຫານງານສູນກາງພັກບັນດາອົງການຂັ້ນສູນກາງ; ຫົວ ໜ້າໜ່ວຍປະຕິບັດວຽກງານການປະຕິຮູບ ຂັ້ນຕອນການບໍລິຫານລັດ ຂອງນາຍົກ ລັດຖະມົນຕີ.

1/2011-7/2011: ກົມການເມືອງສູນກາງພັກ ສະໄໝທີ 11; ຄະນະກໍາມະການຮັບຜິດຊອບພະນັກງານ ພັກຂອງລັດຖະບານ; ເລຂາຄະນະພັກ; ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ.

8/2011-4/2016: ກົມການເມືອງສູນກາງພັກ ສະໄໝທີ 11; ຮອງເລຂາຄະນະຮັບຜິດຊອບ ພະນັກງານ ພັກຂອງລັດຖະບານ; ຮອງນາຍົກລັດຖະມົນຕີ; ປະທານ ຄະນະກຳມະການຮ່ວມມື ຫວຽດນາມ-ລາວ; ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສຽງເໜືອ; ຫົວໜ້າຄະນະຊີ້ນຳຕ້ານອາດຊະຍາກຳ ຂອງລັດຖະບານ; ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການຕ້ານການຄ້າຂາຍເຖື່ອນ-ສໍ້ໂກງ ການຄ້າ; ຫົວໜ້າຄະນະຊີ້ນຳການປະຕິຮູບວຽກງານບໍລິຫານລັດ; ປະທານຄະນະກຳມະການຄວາມ ປອດໄພທາງທ້ອງທະໜົນແຫ່ງຊາດ; ຫົວໜ້າຄະນະກຳມະການຕໍ່ຕ້ານພະຍາດ AIDS; ປາບ ປາມຢາເສບຕິດ ແລະ ການຄ້າປະເວນີ; ຮອງຄະນະກໍາມະການຊີ້ນໍາຂັ້ນສູນກາງວ່າດ້ວຍການ ຕໍ່ຕ້ານການຊໍ້ລາດບັງຫຼວງ; ຮອງຄະນະກໍາມາການຊີ້ນໍາປັບປຸງຂະແໜງການຍຸຕິທໍາຂັ້ນສູນກາງ; ຫົວໜ້າຄະນະກໍາມະການຊີ້ນໍາຂອງລັດຖະບານ ວ່າດ້ວຍການສະຫຼຸບການຈັດຕັ້ງປະຕິບັດລັດຖະ ທຳມະນູນ ປີ 1992; ຫົວໜ້າຂະແໜງຂອງອະນຸກຳມະການເສດຖະກິດ-ສັງຄົມ ໃນການກະ ກຽມກອງປະຊຸມໃຫຍ່ຂອງພັກຄັ້ງທີ XII; ເຂົ້າຮ່ວມໂຄງການການນຳບໍລິຫານຂັ້ນສູງ ຫວຽດນາມ ທີ່ ມະຫາວິທະຍາໄລ Harvard. ທີ່ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ຮັບການເລືອກຕັ້ງໃຫ້ເປັນ ຄະນະບໍລິຫານງານສູນກາງພັກ.

4/2016 - 7/2016: ກົມການເມືອງສູນກາງພັກ ສະໄໝທີ XII; ເລຂາຄະນະພັກຂອງລັດຖະບານ; ນາຍົກລັດຖະມົນຕີ; ຮອງປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະກຳມະການກອງຮ້ອຍສູນກາງ; ກຳມະການຄະນະປະຈໍາພັກຕຳຫຼວດສູນກາງ; ປະທານຄະນະຊີ້ນຳລັດກ່ຽວກັບທະເລຕາເວັນອອກ ແລະ ໝູ່ເກາະ; ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການເຊື່ອມໂຍງສາກົນ; ປະທານສະພາ ການແຂ່ງຂັນ-ຍ້ອງຍໍສູນກາງ; ປະທານສະພາແຫ່ງຊາດການສຶກສາ ແລະ ການພັດທະນາຊັບພະຍາ ກອນມະນຸດ; ສະມາຊິກສະພາແຫ່ງຊາດ ຊຸດທີ 14.

- ວັນທີ 20/07/2016, ທີ່ກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດ ຊຸດທີ XIV, ໄດ້ຮັບ ການຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ.

7/2016 - 4/2021: ກຳມະການກົມການເມືອງສູນກາງພັກ; ເລຂາຄະນະພັກຂອງລັດຖະບານ, ນາຍົກລັດຖະມົນຕີ; ຮອງປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະປະຈຳພັກການທະຫານສູນ ກາງ; ກຳມະການຄະນະປະຈຳພັກຕຳຫຼວດສູນກາງ; ປະທານຄະນະຊີ້ນຳ ລັດກ່ຽວກັບທະເລຕາ ເວັນອອກ ແລະ ໝູ່ເກາະ; ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການເຊື່ອມໂຍງສາກົນ; ປະທານສະພາການແຂ່ງຂັນ-ຍ້ອງຍໍສູນກາງ; ປະທານສະພາແຫ່ງຊາດການສຶກສາ ແລະ ການ ພັດທະນາຊັບພະຍາກອນມະນຸດ, ປະທານກໍາມາທິການລະດັບຊາດວຽກງານ e-government; ຫົວໜ້າຄະນະກໍາມະການຊີ້ນໍາວຽກງານຄວາມໝັ້ນຄົງທາງອິນເຕີເນັດແຫ່ງ ຊາດ; ຫົວໜ້າຂະແໜງການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ XIII; ໃນກອງປະຊຸມໃຫຍ່ຂອງພັກກອມມູນິດ ຫວຽດນາມ ຄັ້ງທີ XIII ໄດ້ຮັບການ ເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ແລະ ຕັ້ງໃຫ້ດໍາລົງຕໍາແໜ່ງກໍາມະການກົມ ການເມືອງສູນກາງພັກອີກສະໄໝ.

05/04/2021- ປັດຈຸບັນ:

ກອງປະຊຸມສະໄໝສາມັນຄັ້ງທີ 11 ຂອງ ສະພາແຫ່ງຊາດຊຸດທີ XIV; ໄດ້ຮັບເລືອກໃຫ້ດຳລົງ ຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​