Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ສະຫາຍ ກິມ ອິນ ເຊິງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນເກົາຫຼີ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 06/04/2022 08:35:06 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 3192 ຄັ້ງ

(ເນື່ອງໃນ​ໂອກາດ ວັນ​ເກີດ ຂອງ ສະ​ຫາຍ ກິມ ອິນ ເຊິງ ຄົບຮອບ 110 ປີ 15/4/1912-15/4/2022)

(ບົດ​ຄວາມຈາກ ​ສະຖານເອກ​ອັກ​ຄະ​ລັດ​ຖະທູດ ສປປ ເກົາຫຼີ ປະຈຳ ສປປ​ ລາວ)

ໃນ​ວັນ​ທີ 15 ເມສາ ຂອງ​ທຸກໆ​ປີ, ປະຊາຊົນ​ເກົາຫຼີ ຈະ​ສະເຫຼີມສະຫຼອງ​ວັນ​ແຫ່ງ​ດວງ​ອາທິດ ຊຶ່ງ​ເປັນ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ສະຫາຍ ກິມ ອິນ ເຊິ​ງ.

ສະຫາຍ ກິມ ອິນ ເຊິງ ເກີດ​ເມື່ອ​ວັນ​ທີ 15 ເດືອນ​ເມສາ​ປີ 1912 ທີ່​ມັນ​ກຽງ​ແດ ນະຄອນຫຼວງ​ພຽງ​ຢາງ ແລະ ກ້າວ​ເຂົ້າ​ສູ່​ເສັ້ນທາງ​ແຫ່ງ​ການ​ຕໍ່ສູ້​ປະຕິວັດ ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ ແຕ່​ອາຍຸ​ຍັງ​ໜຸ່ມ​ນ້ອຍ ໃນ​ໄວ 10 ປາຍ​ປີ.

ໃນ​ໄລຍະ​ຂອງ​ການ​ຊອກ​ຫາ​ເສັ້ນທາງ​ແຫ່ງ​ການ​ປະຕິວັດ​ເກົາຫຼີ, ເພິ່ນ​ໄດ້​ສ້າງ​ແນວ​ຄິດ​ຈຸ​ເຊ ແລະ​ໄດ້​ນຳພາ​ການ​ຕໍ່ສູ້​ປະຕິວັດ​ຕໍ່ຕ້ານ​ຈັກກະພັດ​ຕ່າງ​ດ້າວ​ເປັນ​ເວລາ​ເຖິງ​ສອງ​ທົດ​ສະ​ວັດ​ພາຍ​ໃຕ້​ຄັນ​ທຸງຂອງ ​ແນວທາງ​ດ່ັງ​ກ່າວ, ໃນ​ທີ່​ສຸດ​ກໍ​ໄດ້​ເກີດ​ມີ​ເຫດການ​ປະຫວັດ ສາດ​ແຫ່ງ​ການ​ປົດ​ປ່ອຍປະ​ເທດ​ຊາດ ໃນ​ວັນ​ທີ 15 ສິງຫາ 1945.

ພາຍຫຼັງ​ກັບ​ຄືນ​ສູ່​ບ້ານ​ເກີດ​ເມືອງ​ນອນ ເພິ່ນ​ໄດ້​ສ້າງຕັ້ງ​ພັກ​ແຮງ​ງານ​ເກົາຫຼີ​ຂຶ້ນ​ໃນ​ທັນທີ ແລະ ໄດ້​ດຳເນີນ​ການ​ປະຕິ​ຮູບ​ປະຊາທິປະໄຕ, ລວມ​ທັງ​ການ​ປະຕິ​ຮູບ​ທີ່​ດິນ, ການ​ຫັນປ່ຽນ​ອຸດສາຫະກຳ​ທີ່​ສຳຄັນ​ໃຫ້​ເປັນ​ຂອງ​ລັດ, ການ​ບັງຄັບ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະເໝີພາບ​ທາງ​ເພດ ແລະ ຍັງ​ໄດ້​ກໍ່​ຕັ້ງ​ກອງ​ກຳລັງ​ປະກອບ​ອາວຸດ​ປະຈຳ​ການ. ໂດຍ​ອີງໃສ່​ຜົນສຳເລັດ​ດັ່ງກ່າວ, ເພິ່ນ​ໄດ້​ສະຖາປະນາ ສາທາລະນະ​ລັດ ປະຊາຊົນ ປະຊາທິປະໄຕ​ເກົາຫຼີ ໃນ​ວັນ​ທີ 9 ກັນຍາ 1948 ຊຶ່ງ​ເປັນ​ລັດ​ປະຊາທິປະໄຕ​ປະຊາຊົນ​ແຫ່ງ​ທຳອິດ​ໃນ​ພາກ​ຕາເວັນ​ອອກ.

ເພິ່ນ​ໄດ້​ປົກ​ປ້ອງ​ສິດ​ອຳ ນາດ​ອະທິປະ​ໄຕ ແລະ ກຽດ​ສັກ​ສີ​ຂອງ ສປປ​ເກົາຫຼີ ຢ່າງ​ມີ​ກຽດ ໃນ​ສົງຄາມ​ເກົາຫຼີ​ຕ້ານ​ການ​ຮຸກ​ຮານ​ທາງ​ທະຫານ​ຂອງ​ຈັກກະພັດ​ຜູ້​ຮຸກ​ຮານ ຊຶ່ງ​ເລີ່ມ​ແຕ່​ປີ 1950 ຈົນ​ເຖິງ​ປີ1953. ເພິ່ນ​ໄດ້​ປະຕິບັດ​ການ​ຟື້ນ​ຟູ​ຫຼັງ​ສົງຄາມ ແລະ ການ​ປະຕິວັດ​ສັງ ຄົມ​ນິຍົມ​ໃນ​ໄລຍະ​ເວລາ​ສັ້ນໆ ແລະ ໄດ້​ນຳພາ​ການ​ກໍ່ສ້າງ​ສັງ ຄົມ​ນິຍົມ​ໃນ​ຫຼາຍ​ໄລຍະ​ໃຫ້ ໄດ້ ຮັບ​ໄຊ​ຊະ​ນະ. ດັ່ງນັ້ນ​ຈຶ່ງເຮັດໃຫ້ ສປປ​ ເກົາຫຼີ ກາຍເປັນ​ປະເທດ​ ສັງຄົມ​ນິຍົມ​ທີ່​ຮັ່ງມີ​ເຂັ້ມແຂງມີ​ຈິດໃຈ​ເອກະລາດ​ເປັນ​ເຈົ້າຕົນ​ເອງ, ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ.

ເພິ່ນ​ຖື​ວ່າ “ປະຊາຊົນ​ແມ່ນ​ພະ​ເຈົ້າ​ຂອງ​ຂ້ອຍ” ຊຶ່ງ​ເປັນ​ຄຳ​ຂວັນ​ປະ​ຈໍາ​ຊີວິດ​ຂອງ​ເພິ່ນ ແລະ ການເມືອງ​ທີ່​ມີ​ຄວາມ​ເມດ​ຕາ​ກະລຸນາ​ຂອງ​ເພິ່ນ​ນັ້ນ ໄດ້​ເຮັດ​ໃຫ້​ລະບົບ​ສັງຄົມ​ນິຍົມ​ທີ່​ມີ​ປະຊາຊົນ​ເປັນໃຈ​ກາງ ໄດ້​ມີ​ຮາກ​ເລິກ​ຢູ່​ໃນ​ສປປ​ເກົາ​ຫຼີ.

ເພິ່ນ​ໄດ້​ວາງ​ຫຼັກການ​ພື້ນ ຖານ ແລະ ທິດ​ທາງ​ຕ່າງໆ ໃນ​ການ​ທ້ອນໂຮມ​ປະເທດ​ຊາດ​ຂອງ​ເກົາຫຼີ, ລວມ 3 ປະການ ສຳລັບ​ການ​ທ້ອນໂຮມ​ຊາດ, ໂຄງການ 10 ຈຸດ ເພື່ອ​ຄວາມ​ເປັນ​ເອກະ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ປະເທດ​ຊາດ​ທັງ​ໝົດ ແລະ ແຜນການ​ສ້າງຕັ້ງ​ສາທາລະນະ​ລັດ ສະຫະພັນ​ປະຊາທິປະໄຕ Koryo ແລະ ທຸ່ມ​ເທ​ທຸກ​ເຫື່ອ ແຮງ​ຂອງ​ຕົນ ເພື່ອ​ປະເທດ​ຊາດ​ຈົນ​ເຖິງໄລ​ຍະເວລາ​ສຸດ​ທ້າຍ​ຂອງ​ຊີ​ວິດ.

ເພິ່ນ​ໄດ້​ໃຫ້​ນິ​ຍາມ​ຄວາມ​ເປັນ​ເອກະລາດ, ສັນຕິພາບ ແລະ ມິດຕະພາບ​ວ່າ​ເປັນ​ອຸດົມ​ການ​ພື້ນຖານ​ຂອງ​ນະໂຍບາຍ​ການ​ຕ່າງປະເທດ​ຂອງ​ ສປປ​ເກົາຫຼີ ແລະ ເພີ່ມ​ພູນ​ກຽດ​ສັກ ​ສີ​ໃນ​ລະດັບ​ສາກົນ ຜ່ານ​ການ ເຄື່ອນໄຫວ​ຕ່າງປະເທດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫ້າວຫັນ​ຂອງ​ເພິ່ນ.

ເພິ່ນ​ໄດ້​ດຳລົງ​ຕຳແໜ່ງ​ເປັນ​ປະມຸກ​ຂອງ​ລັດ​ເປັນ​ເວ ລາ​ເກືອບ​ເຄິ່ງ​ສະຕະວັດ, ໃນ​ຖານະ​ທີ່​ເປັນ​ນັກຮົບ​ເກົ່າ​ຂອງ​ການເມືອງ​ໂລກ​ເພິ່ນ​ໄດ້​ເປີດ​ຍຸກ​ສະໄໝ​ໃໝ່​ແຫ່ງ​ຄວາມ​ເປັນ​ເອກະລາດ​ ແລະ ​ໄດ້​ປະ ກອບສ່ວນ​ທີ່​ເປັນ​​ອະມະຕະ​ເຂົ້າ ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຂະ ບວນ​ບໍ່​ຮ່ວມ​ກຸ່ມ ແລະ ຂະບວນ​ການ​ສັງຄົມ​ນິຍົມ.

ສປປ ເກົາຫຼີ​ ໄດ້​ມອບ​ນາມມະຍົດ​ມະຫາ​ຈອມພົນ​ໃຫ້​ແກ່ ສະຫາຍ ກິມ ອິນ ເຊິງ ເນື່ອງ​ໃນ​ໂອກາດ​​ວັນ​ເກີດ​ຄົບຮອບ 80 ປີ ຂອງ​ເພິ່ນ.

ເຖິງ​ແມ່ນ​ວ່າ​ສະຫາຍ ກິມ ອິນ ເຊິງ ຜູ້​ນໍາ​ທີ່​ຍິ່ງ​ໃຫຍ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ ໃນ​ວັນ​ທີ 8 ກໍລະກົດ 1994, ແຕ່​ເພິ່ນ​ຍັງ​ຄົງ​ມີ​ຊີວິດ​ຢູ່​ສະເໝີພາຍໃນ​ດວງ​ໃຈ​ຂອງ​ປະຊາຊົນ​ ເກົາຫຼີ ແລະ​ ໂລກ​ທີ່​ກ້າວໜ້າ ໃນ​ຖາ ນະ​ທີ່​ເປັນ​ບິດາ​ຜູ້​ກໍ່​ຕັ້ງ​ສັງຄົມ​ນິຍົມ​ເກົາຫຼີ, ເປັນ​ຜູ້​ບຸກເບີກ​ພາລະກິດ​ຄວາມ​ເປັນ ​ເອກະລາດ​ຂອງ​ ມວນ​ມະນຸດ, ເປັນ ​ປະທານ​ປະເທດຕະ ຫຼອດ​ການ​ຂອງ ສປປ​ເກົາຫຼີ ແລະ ເປັນ ດວງອາທິດຂອງ ແນວ​ຄິດ​ຈຸ​ເຊ.

ແນວ​ຄິດ​ການ​ປະຕິວັດ ແລະ ພາລະ ກິດ​ ເພື່ອເອກະລາດ​ຂອງ ສະຫາຍ ກິມ ອິນ ເຊິງ ຜູ້​ນໍາ​ຍິ່ງ​ໃຫຍ່ໄດ້ສືບຕໍ່​ໄດ້​ຮັບ​ການ​ພັດ ທະນາຢ່າງ​ຕໍ່​ເນື່ອງ​ພາຍໃຕ້​ການ​ ຊີ້​ນຳ​ ນຳພາ​ຂອງ ​ສະຫາຍ ກິມ ເຈິງ ອິນ ແລະ ສະຫາຍ ກິມ ເຈິງ ອຸນ ຜູ້ນຳ​ທີ່​ຍິ່ງ​ໃຫ​ຍ່.

ໃນ​ຫຼາຍ​ທົດ ສະ​ວັດ​ທີ່​ຜ່ານ​ມາ, ສະຫາຍ ກິມ ເຈິງ ອິນ ຜູ້ນຳ​ທີ່​ຍິ່ງ​ໃຫ​ຍ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ພາລະກິດ​ຄັ້ງ​ປະຫວັດສາດ​ເພື່ອ​ເຮັດ​ໃຫ້​ທົ່ວ​ສັງຄົມ​ປະກອບ​ດ້ວຍ​ແນວ​ຄິດ​ການ​ປະຕິວັດ​ຂອງ​ສະຫາຍ ກິມ ອິນ ເຊິງ ຜູ້​ນໍາ​ຍິ່ງ​ໃຫ່ຍ ແລະ ເພິ່ນ​ໄດ້​ປົກ​ປັກ​ຮັກສາ​ປະເທດ​ຊາດ ແລະ ໂຊກ​ຊາ​ຕາ​ກຳ​ຂອງ​ປະຊາຊົນ ດ້ວຍ​ແນວ​ຄິດ​ເິ່ນ​ກຸນ(ແນວ​ຄິດ​ວ່າ​ດ້ວຍ​ການ​ໃຫ້​ບຸລິ​ມາ​ສິດ​ແກ່​ວຽກ​ງານ​ທະຫານ) ແລະ ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ສ້າງສາ​ປະເທດ​ສັງຄົມ​ນິຍົມ​ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ ຈະເລີນ​ຮຸ່ງ​ເຮືອງ.

ພາຍຫຼັງ ສະຫາຍ ກິມ ເຈິງ ອິນ ຜູ້ນຳ​ທີ່​ຍິ່ງ​ໃຫຍ່ ໄດ້​ສິ້ນ​ລົມ​ຫາຍໃຈ, ສະຫາຍ ກິມ ເຈິງ ອຸນ ທີ່​ແສນ​ເຄົາລົບ​ຮັກ​ທີ່​ເປັນ​ຜູ້​ສືບ​ທອດ​ພາລະກິດ​ການ​ປະຕິວັດ ໂດຍ​ມີ​​ເຈດຕະນາ​ລົມ ​ອັນ​ໝັ້ນ​ແກ່ນ ເພື່ອ​ປົກ​ປັກ​ຮັກ ສາ​ປະເທດ​ສັງຄົມ​ນິຍົມ​ເກົາ ຫຼີ​ທີ່​ບັນດາ​ອະ​ດີດ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່ ໄດ້​ສ້າງ​ຂຶ້ນ ແລະ ເພີ່ມພູນຄູນ​ສ້າງ​ມາ​ຕະຫຼອດ​ຊີວິດຂອງບັນ ດາ​ສະຫາຍ​ອະ​ດີດ​ຜູ້ນຳ ແລະ ເພື່ອ​ບັນລຸພາລະກິດ​ສ້າງ ສາ ປະເທດ​ສັງຄົມ​ນິຍົມ​ເກົາຫຼີ ທີ່​ເຂັ້ມແຂງ ແລະ ຈະເລີນ​ຮຸ່ງ ເຮືອງ ຊຶ່ງ​ເປັນຄວາມ​ປະສົງຕະ ຫຼອດ​ຊີວິດຂອງບັນດາ​ສະ ຫາຍ​ອະ​ດີດ​ຜູ້ນຳ​ຂອງ ສປປ ເກົາຫຼີ​ທີ່​ໄດ້​ນຳພາ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກອງທັບ ແລະ ທົ່ວ​ປວງ​ຊົນ​ເກົາຫຼີ ລຸກຂຶ້ນ​ຕໍ່ສູ້​ແບບ​ວິລະ​ຊົນ.

ໃນ​ເມື່ອ ສະຫາຍ ກິມ ເຈິງ ອິນ, ຜູ້​ນໍາ​ທີ່​ຍິ່ງ​ໃຫຍ່​ທີ່​ໄດ້​ເຖິງ​ແກ່​ມໍລະນະ​ກຳ ຜ່ານ​ໄປ​ແລ້ວ​ເປັນ​ເວລາ 10 ປີ​ນັ້ນ, ສະຫາຍ ກິມ ເຈິງ ອຸນ ທີ່​ແສນ​ເຄົາລົບ​ຮັກ​ກໍ​ໄດ້​ນຳພາ​ການ​ປະຕິວັດ​ເກົາຫຼີ ແລະ ສ້າງ​ຄຸນງາມຄວາມດີ​ອັນ​ຍິ່ງ​ໃຫຍ​່ຢ່າງ​ແທ້​ຈິງ. ສະຫາຍ​ໄດ້ ນຳ​ເອົາ​ແນວ​ຄິດ​ຊີ້​ນຳ​ຂອງ​ພັກ​ແຮງ​ງານ​ເກົາຫຼີ​ຂອງ​ພວກ​ຂ້າພະເຈົ້າ ເພື່ອ​ກຳນົດ​ແນວ​ຄິດ​ຊີ້​ນໍາ​ອັນ​ໃໝ່​ຂອງ​ພັກ ໂດຍ​ກໍາ​ນົດ​ວ່າ: “ລັດທິ​ກິມ ອິນ ເຊິ​ງ-​ກິມ ເຈິງ ອິນ” ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ການ​ປະຕິວັດ​ໃນ​ໄລຍະ​ໃໝ່ ແລະ ກໍ​ໄດ້​ປະກາດ ລັດທິກິມ ອິນ ເຊິງ - ກິມ ເຈິງ ອິນ ໃນ​ທົ່ວ​ສັງຄົມ ຊຶ່ງ​ເປັນ​ໂຄງ​ການອັນ​ດັບ​ສູງ​ສຸດ​ຂອງ​ພັກ.

ພາຍ​ໃຕ້​ການ​ຊີ້​ນຳໆ​ພາ ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ສະ ຫາຍ ກິມ ເຈິງ ອຸນ, ຄວາມ​ສາ ມາດ​ການ​ນຳພາ ແລະ ຄວາມ​ສາມາດ​ການ​ສູ້​ຊົນ​ຂອງ​ພັກ​ແຮງ​ງານ​ເກົາຫຼີ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຍິ່ງໆ​ຂຶ້ນ ແລະ ເສັ້ນທາງ​ອັນ​ໃໝ່​ແຫ່ງ​ການ​ກໍ່ສ້າງ​ສັງຄົມ​ນິຍົມ​ໄດ້​ເປີດ​ກວ້າງ.

ໃນ​ປັດຈຸ​ບັນ, ປະຊາຊົນ ສປປ ເກົາຫຼີ ຍົກ​ສູງ ມະຕິ​ກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 4 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ​ເກົາຫຼີ ຊຸດ​ທີ 8 ແລະ ກໍາ​ລັງ​ດໍາ​ເນີນ​ການ​ສູ້​ຊົນ​ຢ່າງ​ມີ​ຂະບວນ​ຟົດຟື້ນ ເພື່ອ​ຮັບປະກັນ​ການ​ປະຕິບັດ​ແຜນການ​ພັດທະ ນາ​ເສດຖະກິດ​ແຫ່ງ​ຊາດ​ໄລ ຍະ 5 ປີ​ຢ່າງ​ແນ່ນອນ ແລະ ມີ​ການ​ປ່ຽນແປງ​ຢ່າງ​ຊັດ​ເຈນ​ໃນ​ການ​ປັບປຸງ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ.

ກຳລັງ​ແຮງ​ຂອງ​ຊາດ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ສູງ ແລະ ສປປ ເກົາຫຼີ ກໍ​ໄດ້​ຢືນ​ຢູ່​ແຖວ​ໜ້າ​ໃນ​ຈໍາ​ນວນ​ປະ ເທດ​ທີ່​ມີ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ທະຫານ​ທີ່​ບໍ່​ມີ​ປະເທດ​ໃດ​ສາມາດ​ຮຸກ​ຮານ​ໄດ້ ແລະ ພາລະ​ບົດບາດ​ຂອງ ສປປ ເກົາຫຼີ ກໍ​ນັບ​ມື້​ນັບ​ສູງ​ເດັ່ນ​ຂຶ້ນ​ກ່​ວາ​ເກົ່າ​ໃນ​ເວທີ ພາກ​ພື້ນ ແລະ ສາກົນ ໂດຍ​ສະເພາະ ສາຍ​ພົວພັນ​ມິດຕະພາບ ແລະ ຄວາມ​ສາມັກຄີ ລະຫວ່າງ ສປປ ເກົາຫຼີ ແລະ ບັນດາ​ປະເທດ​ສັງຄົມ​ນິຍົມ ໄດ້​ຮັບ​ການ​ເພີ່ມ​ທະວີ ຍິ່ງໆ​ຂຶ້ນ​ກວ່າ​ເກົ່າ ແລະ ຮັບປະກັນ​ໃຫ້​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ແລະ ສະຖຽນ​ລະ​ພາບ ຢູ່​ແຫຼມ​ເກົາຫຼີ ຢ່າງ​ໝັ້ນຄົງ.

ຍ້ອນ​ມີ ສະຫາຍ ກິມ ເຈິງ ອຸນ ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເກົາຫຼີ, ປະທານ​ກິດຈະການ​ແຫ່ງ​ລັດ ແຫ່ງ ສປປ ເກົາຫຼີ, ຄຸນ​ງາມ​ຄວມ​ດີ​ຂອງ ສະຫາຍ ກິມ ອິນ ເຊິງ ແລະ ສະຫາຍ ກິມ ເຈິງ ອິນ ຈະ​ຍືນ​ຍົງ​ຕະຫຼອດ​ໄປ ແລະ ແຜນການ​ກໍ່ສ້າງ​ສັງຄົມ​ນິຍົມ​ທີ່​ຮັ່ງມີ, ເຂັ້ມແຂງ ແລະ ຈະເລີນ​ຮຸ່ງເຮືອງ​ຂອງ​ເພິ່ນ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ແນ່​ນອນ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​