Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ປີນີ້, ເປັນປີທີ່ໄດ້ໝູນວຽນມາຄົບຮອບ 60 ປີ ແຫ່ງການສູນເສຍຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງ ໃນຂະບວນການປະຕິວັດຂອງຊາດລາວ ນັ້ນກໍຄື ທ່ານ ກິນິມ ພົນເສນາ ນັກການເມືອງທີ່ກ້າວໜ້າ, ຜູ້ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ຜູ້ບໍ່ຍອມຈໍານົນຕໍ່ການຊື້ຈ້າງຈອມອອຍ ແລະ ການນາບຂູ່ນາໆປະການຂອງສັດຕູຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂອງພວກເຂົາ. ເພິ່ນ ຄືຜູ້ເປັນຫຼັກແຫຼ່ງໃນກຳລັງສັນຕິພາບເປັນກາງ ທີ່ມີຄວາມຕື່ນຕົວປະຕິວັດ, ເປັນພັນທະມິດທີ່ຂະຫຍັນຂັນແຂງຂອງກຳລັງປະຕິວັດ ແລະ ບໍ່ໄດ້ລົດລະໃນການຕໍ່ສູ້ ເພື່ອພາລະກິດປະຕິວັດຂອງຊາດ ຈົນເຖິງວິນາທີສຸດທ້າຍແຫ່ງຊີວິດຂອງເພິ່ນ.
ເມື່ອເອີ່ຍເຖິງ ທ່ານ ກິນິມ ພົນເສນາ, ອາດມີສະມາຊິກພັກ-ພະນັກງານຮຸ່ນໃໝ່ ກໍຄືຜູ້ເກີດໃໝ່ໃຫຍ່ລຸນຫຼາຍຄົນ ຍັງບໍ່ທັນໄດ້ຮູ້ຈັກວ່າ ເພິ່ນ ມີຄຸນງາມຄວາມດີແນວໃດ?.
ທ່ານ ກິນິມ ພົນເສນາ, ເກີດເມື່ອວັນທີ 14/7/1911, ທີ່ເມືອງປາກເຊ ແຂວງຈໍາປາສັກ, ໄດ້ມາຮຽນຢູ່ມັດທະຍົມວຽງຈັນ ຊຶ່ງພາຍຫຼັງທີ່ໄດ້ຮັບປະກາສະນີຍະບັດ ເພິ່ນ ໄດ້ເຂົ້າຮັບລັດຖະການ ນໍາອົງການປົກຄອງທ້ອງຖິ່ນ ທີ່ຂຶ້ນນໍາພວກລ່າເມືອງຂຶ້ນແບບເກົ່າ ຊຶ່ງໄດ້ເປັນພະນັກງານປະຈໍາການຢູ່ເມືອງປາກເຊ. ຕໍ່ມາໄດ້ເປັນເຈົ້າເມືອງປາກຊ່ອງ ຊຶ່ງເພິ່ນ ກໍໄດ້ຊ່ວຍແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ກໍໄດ້ຮັບການຍ້ອງຍໍຈາກປະຊາຊົນວ່າ: ມີນໍ້າໃຈຊ່ວຍເຫຼືອປົກປ້ອງປະຊາຊົນ ໃຫ້ໄດ້ທໍາມາຫາກິນ. ອີງຕາມສົນທິສັນຍາ ຝຣັ່ງ-ລາວ ປີ 1946, ຝຣັ່ງ ໄດ້ມອບຄວາມເປັນເອກະລາດໃຫ້ແກ່ ຣາຊະອານາຈັກລາວ ມີອຳນາດອະທິປະໄຕ ແລະ ມີການສ້າງລັດຖະທໍາມະນູນ ທີ່ເປັນກົດໝາຍພື້ນຖານຂອງ ຣາຊະອານາຈັກລາວ ສະບັບທໍາອິດ ຊຶ່ງທ່ານ ກິນິມ ພົນເສນາ ກໍແມ່ນໜຶ່ງໃນຄະນະກຳມາທິການ ຈໍານວນ 43 ທ່ານ ທີ່ຖືກແຕ່ງຕັ້ງມາຈາກແຂວງຕ່າງໆ ຊຶ່ງເພິ່ນ ໄດ້ຕາງໜ້າໃຫ້ແຂວງຈໍາປາສັກ. ພາຍຫຼັງທີ່ລັດທໍາມະນູນດັ່ງກ່າວ ໄດ້ຖືກສ້າງຂຶ້ນສຳເລັດ, ທ່ານ ກິນົມ ພົນເສນາ ກໍໄດ້ຖືກແຕ່ງຕັ້ງເປັນເຈົ້າແຂວງອັດຕະປື.
ໃນໄລຍະເປັນເຈົ້າແຂວງອັດຕະປື, ນອກຈາກນໍາພາດ້ານການພັດທະນາແລ້ວ, ທ່ານ ກິນິມ ພົນເສນາ ກໍໄດ້ຊ່ວຍເຫຼືອປະຊາຊົນປົກປ້ອງສິດຜົນປະໂຫຍດອັນຊອບທໍາ ເພື່ອສະກັດກັ້ນການບັງຄັບທີ່ບໍ່ເປັນທໍາຂອງອໍານາດການປົກຄອງຈັກກະພັດ ຊຶ່ງປະຊາຊົນໃນແຂວງ ກໍໄດ້ຍ້ອງຍໍຊົມເຊີຍເພິ່ນ ທີ່ມີນໍ້າໃຈຮັກຊາດ ຮັກປະຊາຊົນ. ໃນການເລືອກຕັ້ງສະມາຊິກສະພາຜູ້ແທນຣາຊະດອນ, ເພິ່ນ ກໍສະໝັກເລືອກຕັ້ງ ຢູ່ແຂວງອັດຕະປື ແລະ ໄດ້ຮັບເລືອກຕັ້ງເປັນຜູ້ແທນປະຈໍາສະພາ. ເພິ່ນ ໄດ້ຊ່ວຍເຫຼືອແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ທາງດ້ານການເມືອງ ແລະ ການປົກຄອງ ເພື່ອສອດຄ່ອງກັບອຸດົມການຍຸຕິທໍາ.
ຈາກນັ້ນ, ທ່ານ ກິນິມ ພົນເສນາ ໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າແຂວງຫົວພັນ ຊຶ່ງເພິ່ນ ໄດ້ຕ້ານການກົດຂີ່ຂອງພັກກະພັດ ທີ່ໃຊ້ອໍານາດບັງຄັບໃຫ້ປະຊາຊົນອອກແຮງງານເກີນຂອບເຂດ ເປັນຕົ້ນ ຕ້ອງແບກຫາບເຄື່ອງໜັກ 20 ກິໂລ ລໍາລຽງໃຫ້ກອງທັບຂອງພວກເຂົາ ໃນໄລຍະທາງ 20 ກວ່າຫຼັກ ຊຶ່ງເພິ່ນໄດ້ຄັດຄ້ານຄໍາສັ່ງນັ້ນວ່າ ບໍ່ສົມເຫດສົມຜົນ ແລະ ໄດ້ຕໍ່ສູ້ດ້ວຍກົດໝາຍ ເພື່ອປົກປ້ອງປະຊາຊົນ ທີ່ຖືກເກນເອົາໄປເປັນກູລີຂົນສົ່ງ. ນອກນີ້, ໃນປີ 1949-1951, ເພິ່ນ ກໍເປັນເຈົ້າແຂວງທີ່ບຸກທະລຸ ສາມາດລົບລ້າງລະບອບກວາມລ່າມ ຢູ່ແຂວງຫົວພັນເປັນຄັ້ງທໍາອິດ ຊຶ່ງເຮັດໃຫ້ປະຊາຊົນແຂວງຫົວພັນ ທີ່ເຄີຍເປັນຂ້ອຍຂ້າ, ຮັບໃຊ້ອາດຍາທຸກຂັ້ນ ທຸກຊັ້ນ ແຕ່ຂັ້ນບ້ານ, ຕາແສງ, ຂັ້ນເມືອງ, ຂັ້ນກິ່ງເມືອງ ແລະ ຂັ້ນແຂວງ ທີ່ຖືກຂູດຮີດໃຫ້ເສຍຄ່າຫົວ, ຄ່າລ້ຽງສັດ, ແຮງງານຮັບໃຊ້ຕະຫຼອດໄລຍະຫຼາຍສິບປີ ຈຶ່ງເຮັດໃຫ້ປະຊາຊົນພົ້ນຈາກລະບອບຂູດຮີດນັ້ນໄດ້ສ່ວນໜຶ່ງ, ເຮັດໃຫ້ແຂວງຫົວພັນ ໄດ້ຮັບການປົດປ່ອຍສົມບູນ ແລະ ລົບລ້າງລະບອບກວາມລ່າມ ຢ່າງສິ້ນເຊີງ.
ໄລຍະເປັນເຈົ້າແຂວງຫົວພັນ, ທ່ານ ກິນິມ ພົນເສນາ ເຄີຍໄດ້ຂຽນໜັງສືໄປຫາທ່ານ ໄກສອນ ພົມວິຫານ ຜ່ານທາງສາຍລັບ ເພື່ອສະແດງວ່າ ຕົນ ກໍຢາກໄປນໍາລາວຕໍ່ຕ້ານ. ເມື່ອໄດ້ໂອ້ລົມກັນ, ທ່ານ ກິນິມ ພົນເສນາ ໄດ້ສະເໜີຢາກອອກໄປນໍາ. ແຕ່ທ່ານ ໄກສອນ ພົມວິຫານ ໄດ້ຕອບວ່າ: ດີແລ້ວ, ເຈົ້າມີນໍ້າໃຈຮັກຊາດອັນດູດດື່ມແທ້ ແຕ່ຢູ່ໃສກໍເຮັດການປະຕິວັດຄືກັນ, ເຈົ້າຈົ່ງຮັກສາອໍານາດເປັນເຈົ້າແຂວງຢູ່ນໍາຈັກກະພັດ ມີຫຍັງຈິ່ງສົ່ງຂ່າວຫາກັນ, ຖ້າເຈົ້າອອກໄປພວກເຮົາຈະຂາດບໍ່ມີສາຍຕິດຕໍ່.... ປະທານ ໄກສອນ ພົມວິຫານ ກໍໄດ້ຕີລາຄາສູງທີ່ສຸດ ເມື່ອມີເພື່ອນເປັນຜູ້ໃຫຍ່-ມີອໍານາດ ຮູບນອກເປັນສັດຕູ, ແຕ່ທາດແທ້ ແມ່ນນັກຮັກຊາດ, ແມ່ນຮັກປະຕິວັດ. ພາຍຫຼັງການເຊັນສົນທິສັນຍາສັນຕິພາບ ລະຫວ່າງ ຝຣັ່ງ-ຫວຽດນາມ-ກຳປູເຈຍ-ລາວ ໃນເດືອນ 7/1954 ຊຶ່ງໝາຍເຖິງການປາລາໄຊຂອງຝຣັ່ງ ໃນສົງຄາມດຽນບຽນຝູ້, ຈັກກະພັດແບບໄໝ່ ກໍໄດ້ເຂົ້າມາເຮັດສົງຄາມແທນ.
ດ້ວຍຈິດໃຈຮັກຊາດອັນສູງສົ່ງ, ມີຄວາມຕື່ນຕົວປະຕິວັດ, ກ້າຫານ, ກ້າຕໍ່ສູ້ກັບສິ່ງທີ່ບໍ່ເປັນທໍາ ຊຶ່ງຍາມໃດ ທ່ານ ກິນິມ ພົນເສນາ ກໍມີການເຄື່ອນໄຫວເຮັດວຽກນໍາຂະບວນການປະຕິວັດ. ເດືອນ 4 ປີ 1957, ເພິ່ນ ລິເລີ່ມສ້າງຕັ້ງພັກສັນຕິພາບເປັນກາງ ເພື່ອເຕົ້າໂຮມທຸກຊັ້ນຄົນໃນສັງຄົມ ໂດຍສະເພາະຜູ້ຊົງຄຸນວຸດທິ, ນັກຮຽນຮູ້, ປັນຍາຊົນ ໃນຕົວເມືອງໃຫຍ່ ເພື່ອຕໍ່ສູ້ກັບການແຊກແຊງຂອງພວກຈັກກະພັດຕ່າງດ້າວ ພາຍໃຕ້ຄັນທຸງສັນຕິພາບ, ເປັນກາງ, ເອກະລາດ ແລະ ຄວາມຖືກຕ້ອງປອງດອງຊາດ. ເວລານັ້ນ, ບາງຄົນກໍບໍ່ທັນເຂົ້າໃຈ ແລະ ບໍ່ທັນມັກແນວລາວຮັກຊາດ, ແຕ່ຄວາມເປັນຈິງ ແມ່ນເພິ່ນ ປະຕິບັດໜ້າທີ່ຕາມການມອບໝາຍຂອງຄະນະປະຕິວັດ, ໃຜກໍປະຕິບັດຕາມແນວທາງນະໂຍບາຍຂອງພັກດຽວ. ພັກສັນຕິພາບເປັນກາງ ໄດ້ເປັນພັນທະມິດທີ່ຊື່ສັດ ແລະ ຂະຫຍັນຂັນແຂງຂອງແນວລາວຮັກຊາດ ແລະ ຄຽງບ່າຄຽງໄຫຼ່ກັບແນວລາວຮັກຊາດ ຕໍ່ສູ້ທວງໃຫ້ປະເທດລາວ ມີສັນຕິພາບ, ເປັນກາງ, ເອກະລາດ ແລະ ຄວາມຖືກຕ້ອງປອງດອງຊາດ ຈົນມີສັນຍາວຽງຈັນ ຊຶ່ງເປັນການລວມລາວຄັ້ງທີ 1 ໃນເດືອນ 10 ປີ 1957 ແລະ ໄດ້ມີລັດຖະບານປະສົມຊົ່ວຄາວ.
ໃນບັ້ນເລືອກຕັ້ງຜູ້ແທນຣາຊະດອນ ເພີ່ມຕື່ມໃນເດືອນ 4 ປີ 1958, ທ່ານ ກິນິມ ພົນເສນາ ພ້ອມດ້ວຍພັກສັນຕິພາບເປັນກາງ ໄດ້ຄຽງບ່າຄຽງໄຫຼ່ກັບແນວລາວຮັກຊາດ ໃນການໂຄສະນາຫາສຽງ ແລະ ດ້ວຍການສະໜັບສະໜູນຂອງປະຊາຊົນລາວບັນດາເຜົ່າ. ໃນທີ່ສຸດ, ກໍມີຜູ້ແທນຂອງແນວລາວຮັກຊາດ 9 ທ່ານ ຢູ່ໃນສະພາ, ຜູ້ແທນຂອງພັກສັນຕິພາບເປັນກາງ ມີ 4 ທ່ານ. ເດືອນ 7 ປີ 1958, ຜຸຍ ຊະນະນິກອນ ລູກມືຂອງຈັກກະພັດແບບໃໝ່ ໄດ້ໂຄ່ນລົ້ມລັດຖະບານປະສົມຊົ່ວຄາວ ແລະ ປະກອບລັດຖະບານໃໝ່. ເດືອນ 7 ປີ 1959, ພວກຈັບກຸມຄຸມຂັງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ 16 ທ່ານ. ທ່ານ ກິນິມ ພົນເສນາ ກໍເປັນທະນາຍຄວາມ ຕໍ່ສູ້ທວງໃຫ້ຕ້ອງປ່ອຍຕົວ ສະເດັດເຈົ້າ ສຸພານຸວົງ ແລະ ຜູ້ນໍາຄົນອື່ນໆຂອງແນວລາວຮັກຊາດ. ພ້ອມກັນນັ້ນ, ກໍດຳເນີນການຂົນຂວາຍປຸກລະດົມປະຊາຊົນ, ບັນດາປະເທດຄູ່ຮ່ວມສັນຍາເຊີແນວ ກ່າວປະນາມການກະທໍາທີ່ຜິດກົດໝາຍຂອງລັດຖະບານ ຜູຍ ຊະນະນິກອນ ແລະ ພັກພວກ ທວງໃຫ້ຕ້ອງປ່ອຍ ສະເດັດເຈົ້າ ສຸພານຸວົງ ແລະ ຜູ້ນໍາອື່ນໆໂດຍໄວ. ເຮັດໃຫ້ພວກເຂົາ ຕ້ອງຢຸດຕິ ຫຼື ເລື່ອນການຕັດສິນໂທດ ຊຶ່ງໄດ້ສ້າງເງື່ຶອນໄຂໃຫ້ຜູ້ນໍາເຮົາ ກະກຽມການໂຕນຄຸກໂພນເຄັງ ໃນເດືອນ 5 ປີ 1960 ແລະ ອອກໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ.
ເດືອນ 8 ປີ 1960, ກອງແລ ໄດ້ເຮັດລັດຖະປະຫານໂຄ່ນລົ້ມລັດຖະບານຝ່າຍຂວາ ໄດ້ຮັບຜົນສຳເລັດ ແລະ ໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ສະເດັດເຈົ້າ ສຸວັນນະພູມມາ ແລະ ທ່ານ ກິນິມ ພົນເສນາ ເພື່ອສ້າງຕັ້ງລັດຖະບານໃໝ່ຂຶ້ນແທນ. ໃນນີ້, ທ່ານ ກິນິມ ພົນເສນາ ເປັນລັດຖະມົນຕີວ່າການກະຊວງວັດທະນະທໍາ ແລະ ຖະແຫຼງຂ່າວ. ເດືອນ 12 ປີ 1960, ເພິ່ນ ໄດ້ນໍາພາກຳລັງລັດຖະປະຫານຮ່ວມສຳພັນສູ້ຮົບ ຮ່ວມກັບກຳລັງແນວລາວຮັກຊາດ ຜ່າວົງປິດລ້ອມຂອງພວກສັດຕູທີ່ມາບຸກຕີວຽງຈັນ ແລ້ວມາຢູ່ນໍາກອງທະຫານຢູ່ວຽງຈັນ. ເດືອນ 1 ປີ 1961, ພາຍຫຼັງທີ່ກຳລັງຮັກຊາດ ແລະ ກຳລັງເປັນກາງ ໄດ້ປົດປ່ອຍທົ່ງໄຫຫີນ, ກອງປະຊຸມລັດຖະບານ ສັນຕິພາບ-ເປັນກາງ ໄດ້ຈັດຂຶ້ນຢູ່ຄັງໄຂ ແຂວງຊຽງຂວາງ ຊຶ່ງທ່ານ ກິນິມ ພົນເສນາ ໄດ້ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ. ຈາກນັ້ນ, ກໍຂະຫຍາຍກຳລັງເປີດກວ້າງເຂດປົດປ່ອຍໄດ້ 2/3 ແລະ ປົດປ່ອຍພົນລະເມືອງເຄິ່ງໜຶ່ງຂອງທົ່ວປະເທດ. ໃນປີ 1962, ຝ່າຍວຽງຈັນປາລາໄຊໜັກໜ່ວງ ຈໍາເປັນຕ້ອງຍອມເຊັນສັນຍາສ້າງຕັ້ງລັດຖະບານປະສົມຊົ່ວຄາວ ຊຶ່ງເທື່ອນີ້, ທ່ານ ກິນິມ ພົນເສນາ ໄດ້ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ຢ່າງສົມກຽດ ແລະ ເພິ່ນ ກໍໄດ້ເອົາໃຈໃສ່ຢ່າງຈູບຈ້າວຫ້າວຫັນ ໂຄສະນາເຜີຍແຜ່ແນວທາງສັນຕິພາບເປັນກາງ, ຄວາມຖືກຕ້ອງປອງດອງຊາດ ຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງກວ້າງຂວາງ ແລະ ຮັດແໜ້ນການພົວພັນກັບບັນດາປະເທດສັງຄົມນິຍົມຄື: ສະຫະພາບໂຊວຽດ, ສປ ຈີນ ແລະ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ ສສ ຫວຽດນາມ. ເພິ່ນ ມີຄວາມກ້າແກ່ນແໜ້ນໜຽວໃນການຕໍ່ສູ້ໃນເວທີສາກົນ ຊຶ່ງໄດ້ເປັນຫົວໜ້າຄະນະຜູ້ແທນຂອງລັດຖະບານປະສົມສາມຝ່າຍ ໄປຮ່ວມເຈລະຈາຢູ່ກອງປະຊຸມເຊີແນວກ່ຽວກັບລາວ ແລະ ໄດ້ເປັນຜູ້ຕາງໜ້າລົງນາມໃນສັນຍາດັ່ງກ່າວ ຮ່ວມກັບ 13 ປະເທດໃນໂລກ. ໃນທ້າຍປີ 1962 - ຕົ້ນປີ 1963, ລັດຖະບານປະສົມສາມຝ່າຍ ໄດ້ສຸມໃສ່ການວາງແຜນເພື່ອໃຫ້ສັນຍາເຊີແນວປາກົດເປັນຈິງ, ແຕ່ຝ່າຍປະຕິການຂວາຈັດ ຂັດຂວາງທຸກຂໍ້ສະເໜີຂອງຝ່າຍຮັກຊາດ, ໄດ້ມີການຊື້ຈ້າງຈອບອອຍ ແລະ ນາບຂູ່ນາໆປະການຂອງສັດຕູ. ແຕ່ ທ່ານ ກິນິມ ພົນເສນາ ບໍ່ໄດ້ຍອມຈໍານົນ ແລະ ໄດ້ກາຍເປັນສ້ຽນໜາມຂອງພວກຈັກກະພັດ ແລະ ຝ່າຍປະຕິການ. ໃນວັນທີ 1/4/1963, ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາເຊີແນວ ວ່າດ້ວຍສັນຕິພາບ ຄົບຮອບ 1 ປີ ຢູ່ຫໍຄໍາ. ພາຍຫຼັງງານດັ່ງກ່າວສິ້ນສຸດລົງ, ທ່ານ ກິນິມ ພົນເສນາ ກໍກັບເມື່ອເຮືອນຢູ່ທາດດໍາ. ໃນເວລານັ້ນ, ທະຫານຍາມເຮືອນເພິ່ນ ຊຶ່ງເປັນລູກນ້ອງຂອງກອງແລ ໄດ້ຮັບຄໍາສັ່ງຈາກກອງແລ ໃຫ້ຄາດຕະກຳເພິ່ນ ໂດຍໃຊ້ປືນຍິງເພິ່ນຈົນເສຍຊີວິດຢ່າງໂຫດຫ້ຽມ.
ການເສຍຊີວິດຂອງເພິ່ນ, ດັງກ້ອງກັງວານໄປທົ່ວປະເທດ ແລະ ທົ່ວໂລກ ຊຶ່ງໄດ້ສ້າງຄວາມເຈັບປວດແກ່ປະຊາຊົນລາວ ແລະ ສະເທືອນໃຈຕໍ່ຜູ້ຮັກຫອມສັນຕິພາບໃນທົ່ວໂລກ. ແຕ່ປະຊາຊົນລາວທີ່ກ້າວໜ້າ ໄດ້ຫັນເອົາຄວາມເຈັບປວດ ມາເປັນກຳລັງຊຸກຍູ້ນໍ້າໃຈຮັກຊາດຄຽດແຄ້ນສັດຕູ, ສາມັກຄີກັນອ້ອມຂ້າງແນວລາວຮັກຊາດ ແລະ ກຳລັງເປັນກາງຮັກຊາດ ສືບຕໍ່ຍາດເອົາໄຊຊະນະມາສູ່ກຳລັງປະຕິວັດ ຈົນໄດ້ຮັບໄຊຊະນະຂັ້ນສຸດທ້າຍໃນການສະຖາປະນາເປັນ ສປປ ລາວ, ວັນທີ 2 ທັນວາ 1975.
ບັນດາເນື້ອໃນທີ່ກ່າວຂ້າງເທິງນັ້ນ, ໄດ້ສ່ອງແສງໃຫ້ພວກເຮົາຄົນຮຸ່ນໃໝ່ໃຫຍ່ລຸນ ໄດ້ເຫັນວ່າ: ທ່ານ ກິນິມ ພົນເສນາ ເປັນອີກໜຶ່ງແວ່ນແຍງທີ່ໃສແຈ້ງ, ເປັນແບບຢ່າງໃຫ້ພວກເຮົາ ຄວນຮໍ່າຮຽນເອົານໍ້າໃຈຮັກຊາດ, ນໍ້າໃຈພິລະອາດຫານ, ກ້າແກ່ນບໍ່ຍອມຈໍານົນ ຕໍ່ການຊື້ຈ້າງຈອບອອຍ ແລະ ການນາບຂູ່ນາໆປະການ, ມີນໍ້າໃຈເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ, ເປັນຜູ້ໜຶ່ງທີ່ມີຄຸນງາມຄວາມດີ, ມີຜົນງານຕໍ່ປະເທດຊາດຢ່າງໃຫຍ່ຫຼວງ, ເປັນນັກຮັກຊາດຜູ້ກ້າແກ່ນທີ່ຫາຍາກຂອງການປະຕິວັດລາວ. ດັ່ງນັ້ນ, ພວກເຮົາຜູ້ເປັນລູກຫຼານ ແລະ ຄົນຮຸ່ນຫຼັງ ຄວນຮໍ່າຮຽນເອົາເປັນແບບຢ່າງ ແລະ ຈາລຶກພາລະກຳຂອງເພິ່ນ ໄວ້ໃນດວງໃຈ, ໃນປະຫວັດສາດ ແຫ່ງການຕໍ່ສູ້ກູ້ຊາດຂອງຊາດລາວວິລະຊົນ ຕະຫຼອດກາລະນານ.
ໄດ້ຮໍ່າຮຽນເອົາຄວາມເປັນແບບຢ່າງ ຂອງຜູ້ທີ່ເປັນແວ່ນແຍງອັນໄສແຈ້ງ ທີ່ຄວນໃຫ້ຄົນຮຸ່ນຫຼັງ ຮໍ່າຮຽນເອົາຈິດໃຈຮັກຊາດອັນແທ້ຈິງ, ຄວາມເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ. ພ້ອມນີ້, ກໍເພື່ອສືບຕໍ່ຈາລຶກພາລະກຳ ອັນເດັດດ່ຽວກ້າຫານຂອງເພິ່ນ ໄວ້ໃນປະຫວັດສາດ ແຫ່ງການຕໍ່ສູ້ກູ້ຊາດຂອງຊາດລາວວິລະຊົນ ໄວ້ຕະຫຼອດກາລະນານ.
ໂດຍ: ສ.ບຸດປະຊາ
ຄັດ ແລະ ຮຽບຮຽງຈາກປຶ້ມ “ຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກິນິມ ພົນເສນາ” (14/7/1911-1/4/1963), ໂຮງພິມໜຸ່ມລາວ, ພິມປີ 2013.
ຄັດ ແລະ ຮຽບຮຽງຈາກປຶ້ມ ວິລະກຳແຫກຄຸກ ໂພນເຄັງ ຄັ້ງມະຫັດສະຈັນຂອງບັນດາຜູ້ນໍາແນວລາວຮັກຊາດ 16 ທ່ານ. ນະຄອນຫຼວງວຽງຈັນ, 2016; ໜ້າ 16-18.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46