ໂດຍ: ວັນເພັງ
ໃນໂອກາດຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃນສປປລາວ (ຄຊກລ) ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດ ຈັດກິດຈະກໍາ ນໍາພາບັນດາປະເທດຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາແລະສື່ມວນຊົນລົງຢ້ຽມຢາມ, ຕິດຕາມການຈັດຕັ້ງປະຕິບັດພາກສະໜາມກວດກູ້ລະເບີດບໍ່ທັນແຕກ (ລບຕ)ເມື່ອບໍ່ດົນມານີ້ທີ່ແຂວງຊຽງຂວາງ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລໄດ້ໃຫ້ສຳພາດວ່າ: ວຽກງານແກ້ໄຂລບຕເປັນວຽກງານບຸລິມະສິດຕົ້ນຕໍຂອງລັດຖະບານສປປລາວຊຶ່ງສະແດງອອກຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນແກ້ໄຂລບຕທີ່ຕົກຄ້າງຢູ່ສປປລາວຫຼືເອີ້ນວ່າເສັ້ນທາງຄວາມປອດໄພIII (ປີ 2021-2030) ກໍຄືເປົ້າໝາຍການພັດທະນາແບບຍືນຍົງທີ 18 ວ່າດ້ວຍການດຳລົງຊີວິດທີ່ປອດໄພ.ປັດຈຸບັນຄຊກລໄດ້ຮັບແຫຼ່ງທຶນຊ່ວຍເຫຼືອຈາກຕ່າງປະເທດແລະລັດຖະບານສປປລາວທັງພາກທຸລະກິດລັດ-ເອກະຊົນປະມານ 35 ລ້ານໂດລາໃນແຕ່ລະປີ ເພື່ອແກ້ໄຂວຽກງານດັ່ງກ່າວ ແຕ່ອີງໃສ່ຄວາມຮຽກຮ້ອງຕ້ອງການແລ້ວຍັງຕໍ່າ. ສະນັ້ນ, ຄຊກລຍັງມີຄວາມຕ້ອງການແຫຼ່ງທຶນຫຼາຍເພື່ອແກ້ໄຂວຽກງານລະເບີດບໍ່ທັນແຕກຢູ່ ສປປ ລາວ.
ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 1996 ມາຮອດປັດຈຸບັນໄດ້ມີຄວາມຄືບໜ້າເປັນແຕ່ລະກ້າວບໍ່ວ່າຈະເປັນວຽກໂຄສະນາສຶກສາຄວາມສ່ຽງໄພ, ການສຳຫຼວດຂອງວິຊາການ, ການກວດກູ້ແລະການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ອີງໃສ່ຄວາມຮຽກຮ້ອງຕ້ອງການຕໍ່ວຽກງານດັ່ງກ່າວແມ່ນຍັງບໍ່ພຽງພໍ ເປັນຕົ້ນການຊ່ວຍເຫຼືອທາງດ້ານວິຊາການ, ດ້ານທຶນຮອນຈຳນວນຫຼາຍ. ປັດຈຸບັນການແກ້ໄຂລບຕບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ໃນຂອບເຂດທົ່ວປະເທດ ຍັງສຸມໃສ່ແຕ່ການແກ້ໄຂລບຕຢູ່ສະເພາະແຂວງທີ່ໄດ້ຮັບຜົນກະທົບໜັກຕໍ່ລບຕເທົ່ານັ້ນ. ດັ່ງນັ້ນ, ວຽກງານດັ່ງກ່າວ ຈະມີຄວາມຍືນຍົງໃນອະນາຄົດແລະສາມາດຕອບສະ ໜອງໄດ້ຕໍ່ຄວາມຮຽກຮ້ອງຕ້ອງການໄດ້ນັ້ນ ບັນຫາສໍາຄັນຕ້ອງໄດ້ເພີ່ມທະວີໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກດັ່ງກ່າວເປັນຕົ້ນ ການສ້າງ, ພັດທະນາບຸກຄະລາກອນດ້ານວຽກງານແກ້ໄຂລບຕເພື່ອເຮັດໃຫ້ການແກ້ໄຂລບຕໄດ້ຫຼາຍຂຶ້ນ. ພ້ອມນັ້ນ, ຕ້ອງໄດ້ປັບປຸງແບບແຜນແລະວິທີການຄຸ້ມຄອງ, ການແກ້ໄຂລບຕໂດຍສະເພາະການທົບທວນແລະປັບປຸງມາດຕະຖານແຫ່ງຊາດໃຫ້ສອດຄ່ອງກັບມາດຕະຖານສາກົນທັງໝົດເພື່ອເຮັດໃຫ້ການແກ້ໄຂ ລບຕ ໃຫ້ມີປະສິດທິພາບແລະປະສິດທິຜົນ.
ທ່ານ ໂຈມແຍງແສງທອງສະຫວັດກ່າວຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕ້ອງໄດ້ເກັບກໍ້າຂໍ້ມູນຕົວຈິງ, ມີການວິເຄາະ, ວິໄຈ ເພື່ອເຮັດໃຫ້ການແກ້ໄຂ ລບຕ ໃນພື້ນທີ່ດິນກະສິກຳ, ພື້ນທີ່ພັດທະນາ ແລະ ພື້ນທີ່ອື່ນໆ ສາມາດໄດ້ນຳໃຊ້ຢ່າງປອດໄພ. ແຕ່ກໍຍັງມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກ ສປປ ລາວ ອີງໃສ່ເງື່ອນໄຂພູຜາປ່າດົງ, ຫ້ວຍນໍ້າລຳເຊ, ລະເບີດຕົກຄ້າງມາຫຼາຍປີມີບາງບ່ອນກໍເຊາະເຈື່ອນ, ບາງບ່ອນກໍດິນຖົມ, ຖືກເຄື່ອນຍ້າຍດ້ວຍໄພພິບັດ ແລະ ອື່ນໆ. ສະນັ້ນ, ສະເໜີໃຫ້ທຸກພາກສ່ວນທັງພາຍໃນແລະຕ່າງປະເທດຈົ່ງສືບຕໍ່ໃນການສະໜັບສະໜູນໃນວຽກງານແກ້ໄຂລບຕ ໃຫ້ຫຼາຍຂຶ້ນ.